![]() |
ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນ ສສ.ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ເຈົາເຄືອຈື້, ລັດຖະມົນຕີກະຊວງຕໍາຫຼວດຈີນ. ພາບ: Qdnd.vn |
ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ ສສ.ຫວຽດນາມ, ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນ ສສ.ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ເຈົາເຄືອຈື້, ລັດຖະມົນຕີກະຊວງຕໍາຫຼວດຈີນ ຊື່ງພວມຢ້ຽມຢາມຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມຮ່ວມມືປ້ອງກັນ ຕ້ານອາດຊະຍາກຳຄັ້ງທີ 7 ລະຫວ່າງກະຊວງຕຳຫຼວດສອງປະເທດ ຫວຽດນາມ - ຈີນ.
ທີ່ການຕ້ອນຮັບ, ລັດຖະມົນຕີສອງທ່ານ ໄດ້ຢັ້ງຢືນວ່າ ໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະ ກະຊວງຕໍາຫຼວດຈີນ ບັນລຸໄດ້ໝາກຜົນທີ່ແທດຈິງ. ລັດຖະມົນຕີສອງທ່ານ ກໍ່ສະເໜີບັນດາມາດຕະການຊຸກຍູ້, ຍົກສູງປະສິດທິຜົນການຮ່ວມມືລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມຄຸ້ມຄອງຍົກຍ້າຍປະຊາຊົນແຫ່ງຊາດຈີນ ໃນໄລຍະຈະມາເຖິງ, ເຫັນດີເປັນເອກະພາບສືບຕໍ່ປະຕິບັດບັນດາເອກະສານນິຕິກໍາວ່າດ້ວຍຊາຍແດນ ແລະ ບັນດາຂໍ້ຕົກລົງສອງຝ່າຍທີ່ໄດ້ລົງນາມຢ່າງເຂັ້ມງວດ; ຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ, ຮ່ວມມືຢ່າງແໜ້ນແຟ້ນໃນການຄຸ້ມຄອງ, ຄວບຄຸມການເຂົ້າ-ອອກເມືອງ, ສົມທົບກັນຢ່າງແໜ້ນແຟ້ນໃນການຕໍ່ສູ້ຕ້ານອາດຊະຍາກໍາປະເພດຕ່າງໆ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອບຢູ່ເຂດຊາຍແດນລະຫວ່າງສອງປະເທດ. ທີ່ການຕ້ອນຮັບ, ລັດຖະມົນຕີສອງທ່ານ ກໍ່ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກ່ຽວກັບການສ້າງກົນໄກສົມທົບກັນປະຕິບັດກົດໝາຍ 3 ຂັ້ນໃນການຄວບຄຸມ, ປ້ອງກັນດ່ານຊາຍແດນ ແລະຄຸ້ມຄອງຊາຍແດນທາງບົກ.
ແລະ ກໍ່ໃນວັນທີ 19 ກຸມພາ 2021, ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກໍ່ໄດ້ໃຫ້ການຕ້ອນຮັບທ່ານ ເຈົາເຄືອຈື້ ລັດຖະມົນຕີກະຊວງຕຳຫຼວດຈີນ ຊື່ງພວມຢ້ຽມຢາມຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມຮ່ວມມືປ້ອງກັນ ຕ້ານອາດຊະຍາກຳຄັ້ງທີ 7 ລະຫວ່າງກະຊວງຕຳຫຼວດສອງປະເທດ ຫວຽດນາມ - ຈີນ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດ ສອງປະເທດ ຫວຽດນາມ - ຈີນ ຕ້ອງສືບຕໍ່ປະຕິບັດໃຫ້ເປັນຢ່າງດີ ການຮັບຮູ້ລວມລະຫວ່າງການນຳຂັ້ນສູງສອງພັກ, ສອງປະເທດ ໃນຂົງເຂດຮ່ວມມືດ້ານຄວາມໝັ້ນຄົງ ແລະ ປະຕິບັດກົດໝາຍ, ເສີມຂະຫຍາຍບົດບາດພິເສດຂອງຕົນ ໃນສະພາບການເປັນປົກກະຕິໃໝ່ ທັງປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ - 19, ທັງຟຶ້ນຟູ ແລະ ພັດທະນາເສດຖະກິດ.
![]() | ຕີລາຄາສະພາບການຢູ່ພາຍໃນປະເທດ ແລະ ຕ່າງປະເທດ ໃນສະພາບຄວາມຕ້ອງການແຫຼ່ງທຶນໃຫ້ແກ່ການຟື້ນຟູເສດຖະກິດໃນສະພາບການເປັນປົກກະຕິໃໝ່ ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຝຸກ ຖືວ່າ, ຄວນກວດກາ, ຕິດຕາມກວດກາ, ຮັບປະກັນຄວາມສາມາດຊຳລະໜີ້ສາທາລະນະຂອງແຕ່ລະໂຄງການຢ່າງລະອຽດ, ເຮັດແຈ້ງໜ້າທີ່ຄວາມຮັບຜິດຊອບຂອງທຸກຂັ້ນໃນການນຳໃຊ້ທຶນ, ຮັບປະກັນອິດທິພົນຊື່ສຽງຂອງປະເທດຊາດ. |
![]() | ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງຕຳຫຼວດປະເທດຈີນ ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ເຈົາເຄືອຈື້, ລັດຖະມົນຕີກະຊວງຕຳຫຼວດປະເທດຈີນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 7 ກ່ຽວກັບການຮ່ວມມືປ້ອງກັນ ແລະ ຕ້ານອາຊະຍາກຳ. |
![]() | ພື້ນຖານເສດຖະກິດ ທີ່ກຳນົດທິດສັງຄົມນິຍົມ ຊ່ວຍໃຫ້ຫວຽດນາມມີຄວາມເຊື່ອໝັ້ນໃນອະນາຄົດ ຍສໝ - ນັກຊ່ຽວຊານລັດເຊຍ Grigory Trofimchuk ກໍ່ໄດ້ຕີລາຄາສູງໝາກຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໃນສະພາບການທີ່ບົດບາດ ແລະ ຄວາມສຳຄັນຂອງຫວຽດນາມ ຕໍ່ອາຊີຕາເວັນອອກເວົ້າສະເພາະ ແລະ ໃນບັນດາເວທີປາໄສສາກົນເວົ້າລວມ ໄດ້ນັບມື້ນັບເພີ່ມຂື້ນ. |
ໄຊພອນ
ຂ່າວທີ່ກ່ຽວຂ້ອງ

ເພື່ອນມິດສາກົນສະເໜີຄວາມເຫັນເພື່ອຊ່ວຍຫວຽດນາມພັດທະນາເສດຖະກິດ ແລະ ການຄ້າ Halal

ຈິດໃຈຮ່ວມມື, ຮັກສາສັນຕິພາບ ແມ່ນຊັບສິນອັນລ້ຳຄ່າຂອງຊາວຫວຽດນາມ ແລະ ອາເມລິກາ

ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ເອທິໂອປີ
ທ່ານອາດຈະມັກ

ຈຳໜ່າຍປຶ້ມບັນທຶກຄວາມຊົງຈຳ“ຄອບຄົວ, ເພື່ອນມິດ ແລະ ປະເທດ” ຂອງອະດີດຮອງປະທານປະເທດ ຫງວຽນທິບິ່ງ

ຫວຽດນາມ-ລາວ ສາມັກຄີສະໜິດຕິດພັນ, ໜູນຊາວຍເຊິ່ງກັນ ແລະກັນ ເພື່ອພ້ອມກັນພັດທະນາ

ພົບປະແລກປ່ຽນມິດຕະພາບ ຫວຽດນາມ - ກູບາ ເພື່ອສະເຫຼີມສະຫຼອງ 64 ປີແຫ່ງວັນໄຊຊະນະ Giron

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ເຮັດວຽກກັບນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ອາຊຽນ ແລະ ບົດເລກໂຈດພາສີ ອາເມລິກາ: ການຕອບສະໜອງທີ່ຄ່ອງຕົວໃນສະພາບການໂລກ
