![]() |
ການນຳພັກ, ລັດ ນຳໂດຍ ທ່ານ ທອງລຸນ ສີສຸລິດ ກຳ ມະການ ກົມການເມືອງສູນກາງພັກ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີ ນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ. |
ໃນວັນທີ 21 ມີນາ 2021 ການນຳພັກ, ລັດ ນຳໂດຍ ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີ ນັກຮົບນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22/3/1955-22/3/2121) ຄົບຮອບ 66 ປີ.
![]() |
ພາຍຫລັງສຳເລັດ ການວາງພວງມາລາ ທີ່ອານຸສາວະລີ ນັກຮົບນິລະນາມແລ້ວ, ບັນດາການນຳພັກ-ລັດ ໄດ້ສືບຕໍ່ໄປວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນ ປະທານໄກສອນ ພົມວິຫານ ອະດີດຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ |
ການວາງພວງມະລາໃນຄັ້ງນີ້, ເພື່ອເປັນການສະແດງ ເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງ ພິລະອາດຫານ ແລະ ບໍ່ຍອມຈໍານົນ ຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອ ເພື່ອພາລະກິດ ປະຕິວັດຢ່າງ ອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫລວງ ແລະ ປະກາດ ເອກະລາດ, ສະຖາປະນາເປັນ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
![]() |
ການວາງພວງມະລາໃນຄັ້ງນີ້, ເພື່ອເປັນການສະແດງ ເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງ ພິລະອາດຫານ ແລະ ບໍ່ຍອມຈໍານົນ ຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະຊີວິດ |
ພາຍຫລັງສຳເລັດ ການວາງພວງມາລາ ທີ່ອານຸສາວະລີ ນັກຮົບນິລະນາມແລ້ວ, ບັນດາການນຳພັກ-ລັດ ໄດ້ສືບຕໍ່ໄປວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນ ປະທານໄກສອນ ພົມວິຫານ ອະດີດຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ທີ່ໄດ້ສຸມສະຕິປັນຍາເຂົ້າໃນ ການນຳພາຂະບວນການຕໍ່ສູ້ ຕ້ານການຮຸກຮານ ຂອງພວກຕ່າງດ້າວ ສາມາດຍາດ ໄດ້ໄຊຊະນະ ແລະ ນຳເອົາຄວາມຢູ່ເຢັນ ເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ, ເຊິ່ງຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ແມ່ນໄດ້ຈາລຶກ ໃນຄວາມຊົງຈຳ ຂອງປະຊາຊົນລາວບັນດາເຜົ່າ ຕະຫລອດກາລະນານ.
![]() | ເຊີດຊູແບບຢ່າງໄວໜຸ່ມດີເດັ່ນຫວຽດນາມ 10 ຄົນປີ 2020 ແມ່ນບັນດາແບບຢ່າງໄວໜຸ່ມດີເດັ່ນໃນບັນດາຂົງເຂດທີ່ເປັນຕົວແທນຂອງໄວໜຸ່ມໃນຍຸກສະໄໝໃໝ່. |
![]() | ຫວຽດນາມ ເພີ່ມຂຶ້ນ 4 ຂັ້ນໃນບົດລາຍງານຄວາມສຸກຂອງໂລກ 2021 ຕາມບົດລາຍງານກ່ຽວກັບຄວາມສຸກຂອງໂລກໂດຍສະຫະປະຊາຊາດ ປະກາດຫວ່າງແລ້ວນີ້, ຫວຽດນາມ ເພີ່ມຂຶ້ນ 4 ຂັ້ນຈາກອັນດັບທີ 83 ຂຶ້ນມາຢູ່ອັນດັບທີ 79 ໃນບັນຊີລາຍຊື່ 149 ປະເທດ, ໂດຍບໍ່ຫົວຊາຕໍ່ຜົນສະທ້ອນຈາກພະຍາດໂຄວິດ-19. |
![]() | ຫວຽດນາມ ສະເໜີທິດທາງການຮ່ວມມືລະຫວ່າງກອງທັບຂອງບັນດາປະເທດອາຊຽນ ຍສໝ - ກ່າວຄຳເຫັນທີ່ກອງປະຊຸມກອງບັນຊາການປ້ອງກັນປະເທດອາຊຽນຄັ້ງທີ 18, ທ່ານພົນໂທ ຫງວຽນເຟື່ອງນາມ ໃຫ້ຮູ້ວ່າ, ສະພາບການຢູ່ທະເລຕາເວັນອອກ, ເຖິງວ່າມີສະຖຽນລະພາບຂ້ອນຂ້າງກໍ່ຕາມ, ແຕ່ຍັງມີບັນດາການຜັນແປທີ່ສັບສົນ. |
kpl.gov.la