ຫວຽດນາມ ສະເໜີທິດທາງການຮ່ວມມືລະຫວ່າງກອງທັບຂອງບັນດາປະເທດອາຊຽນ

16:30 | 28/03/2021

ຍສໝ - ກ່າວຄຳເຫັນທີ່ກອງປະຊຸມກອງບັນຊາການປ້ອງກັນປະເທດອາຊຽນຄັ້ງທີ 18, ທ່ານພົນໂທ ຫງວຽນເຟື່ອງນາມ ໃຫ້ຮູ້ວ່າ, ສະພາບການຢູ່ທະເລຕາເວັນອອກ, ເຖິງວ່າມີສະຖຽນລະພາບຂ້ອນຂ້າງກໍ່ຕາມ, ແຕ່ຍັງມີບັນດາການຜັນແປທີ່ສັບສົນ.

ຫວຽດນາມ ສະເໜ ທ ດທາງການຮ ວມມ ລະຫວ າງກອງທ ບຂອງບ ນດາປະເທດອາຊຽນ ເວທີປາໄສອາຊຽນ - ອົດສະຕາລີ ຄັ້ງທີ 33: ຮ່ວມມືເພື່ອການຟື້ນຟູ ແລະ ການເຕີບໂຕແບບຍືນຍົງ
ຫວຽດນາມ ສະເໜ ທ ດທາງການຮ ວມມ ລະຫວ າງກອງທ ບຂອງບ ນດາປະເທດອາຊຽນ ອາຊຽນ ແລະ ການາດາ ເພີ່ມທະວີການຮ່ວມມືຢ່າງຮອບດ້ານ

ຫວ່າງແລ້ວນີ້, ກອງປະຊຸມກອງບັນຊາການປ້ອງກັນປະເທດອາຊຽນຄັ້ງທີ 18 (ACDFM-18) ໄດ້ຈັດຂື້ນດ້ວຍທາງຖ່າຍທອດສົດ ພາຍໃຕ້ການເປັນເຈົ້າພາບຂອງປະເທດບຣູໄນ. ຄະນະຜູ້ແທນຫວຽດນາມ ນຳໜ້າໂດຍທ່ານພົນໂທ ຫງວຽນເຟື່ອງນາມ - ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນເຟື່ອງນາມ - ຫົວໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດ ໄດ້ຢືນຢັນວ່າ ໃນປີ 2021, ຫວຽດນາມ ຈະສືບຕໍ່ສະໜັບສະໜູນ, ຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດບຣູໄນ ແລະ ບັນດາປະເທດອາຊຽນ ເພື່ອສືບຕໍ່ບັນດາໝາກຜົນຂອງອາຊຽນບັນລຸໄດ້ໃນປີ 2020 ພ້ອມທັງ ປະຕິບັດເປົ້າໝາຍທີ່ວາງໄວ້ສຳລັບອາຊຽນປີ 2021. ພ້ອມດຽວກັນນີ້, ອາຊຽນ ຕ້ອງໄດ້ສົ່ງເສີມຄວາມສາມັກຄີ ເພື່ອຕອບສະໜອງກັບສິ່ງທ້າທາຍທົ່ວໄປຂອງພາກພື້ນ ແລະ ທົ່ວໂລກ, ໂດຍສະເພາະແມ່ນການລະບາດຂອງ COVID-19.

ຫວຽດນາມ ສະເໜ ທ ດທາງການຮ ວມມ ລະຫວ າງກອງທ ບຂອງບ ນດາປະເທດອາຊຽນ
ທ່ານພົນໂທ ຫງວຽນເຟື່ອງນາມ - ຫົວໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດ. (ພາບ: VOV)

ທີ່ກອງປະຊຸມ, ຫົວໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໄດ້ແບ່ງປັນກັບບັນດາຄູ່ຮ່ວມມືອາຊຽນ ກ່ຽວກັບສະພາບການໂລກ ແລະ ພາກພື້ນ, ເນັ້ນໜັກວ່າ ໃນຍຸກປັດຈຸບັນ, ການຮັກສາສະພາບແວດລ້ອມທະເລທີ່ປອດໄພ ແລະ ເສລີແມ່ນມີຜົນປະໂຫຍດບໍ່ພຽງແຕ່ຂອງບັນດາປະເທດແຄມທະເລເທົ່ານັ້ນ. ເພື່ອບັນລຸໄດ້ສິ່ງດັ່ງກ່າວ, ບັນດາປະເທດຕ້ອງຍູ້ແຮງການຮ່ວມມືສາກົນ ແລະ ການປະພຶດລະຫວ່າງສອງຝ່າຍຕາມກົດໝາຍສາກົນ.

ຫົວໜ້າຄະນະຜູ້ແທນຫວຽດນາມ ໄດ້ສະເໜີບັນດາທິດທາງການຮ່ວມມືລະຫວ່າງກອງທັບບັນດາປະເທດອາຊຽນ ໃນໄລຍະຈະມາເຖິງ, ເນັ້ນໜັກເຖິງຄວາມຈຳເປັນຕ້ອງຮັກສາບົດບາດເປັນໃຈກາງຂອງອາຊຽນ; ສືບຕໍ່ປັບປຸງຄວາມຮູ້ຂອງທະຫານ, ໂດຍສະເພາະແມ່ນນາຍທະຫານໜຸ່ມ, ກ່ຽວກັບການຮ່ວມມືອາຊຽນໂດຍຜ່ານການເຄື່ອນໄຫວຮ່ວມ; ຢັ້ງຢືນຫຼັກໝັ້ນຂອງຫວຽດນາມ ໃນການເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບ ໃນການເຄື່ອນໄຫວຮ່ວມມືລະຫວ່າງກອງທັບຂອງບັນດາປະເທດອາຊຽນ.

ທ່ານພົນໂທ ຫງວຽນເຟື່ອງນາມ ກໍ່ຢັ້ງຢືນກ່ຽວກັບ ຄຳໝັ້ນສັນຍາຂອງບັນດາປະເທດອາຊຽນ ໃນການສືບຕໍ່ຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ເສລີພາບໃນການເດີນທະເລ ແລະ ການໄປມາຫາສູ່ກັນໃນທະເລຕາເວັນອອກ, ພ້ອມດຽວກັນນັ້ນ ກໍ່ເພີ່ມທະວີການສ້າງຄວາມເຊື່ອໝັ້ນ, ການປະຕິບັດຢ່າງເຕັມທີ່ ແລະ ປະສິດທິຜົນຂອງຖະແຫຼງການວ່າດ້ວຍການປະພຶດຂອງຝ່າຍຕ່າງໆ ໃນທະເລຕາເວັນອອກ (DOC) ແລະ ສຳເລັດກົດລະບຽບການປະພຶດໃນທະເລຕາເວັນອອກ (COC) ໂດຍໄວ, ມີປະສິທິຜົນ, ສອດຄ່ອງກັບກົດໝາຍສາກົນ, ລວມທັງ ສົນທິສັນຍາກົດໝາຍສະຫະປະຊາຊາດກ່ຽວກັບທະເລປີ 1982.

ຫວຽດນາມ ສະເໜ ທ ດທາງການຮ ວມມ ລະຫວ າງກອງທ ບຂອງບ ນດາປະເທດອາຊຽນ ເວທີປາໄສອາຊຽນ - ອົດສະຕາລີ ຄັ້ງທີ 33: ຮ່ວມມືເພື່ອການຟື້ນຟູ ແລະ ການເຕີບໂຕແບບຍືນຍົງ

ຍສໝ - ຫວ່າງແລ້ວນີ້, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ທ່ານ ຫງວຽນກວກຢູ້ງ, ຫົວໜ້າ SOM ອາຊຽນ ຫວຽດນາມ ພ້ອມກັບບັນດາຫົວໜ້າ SOM ອາຊຽນ, ແລະ ທ່ານ Justin Hayhurst ຮອງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ ເຂົ້າຮ່ວມເວທີປາໄສ ອາຊຽນ - ອົດສະຕາລີ ຄັ້ງທີ 33 ...

ຫວຽດນາມ ສະເໜ ທ ດທາງການຮ ວມມ ລະຫວ າງກອງທ ບຂອງບ ນດາປະເທດອາຊຽນ ອາຊຽນ ຈັດຕັ້ງກອງປະຊຸມຄູ່ຮ່ວມມືກ່ຽວກັບການຟື້ນຟູພາຍຫຼັງໄລຍະເກີດໂລກລະບາດໂຄວິດ - 19

ມີ 15 ອົງການຂະແໜງການຂອງ ປະຊາຄົມ ວັດທະນະທຳ - ສັງຄົມ ອາຊຽນ ໄດ້ສະເໜີກ່ຽວກັບບັນດາຂົງເຂດບຸລິມະສິດຂອງຕົນ ແລະ ກຳນົດບັນດາການເຄື່ອນໄຫວທີ່ໄດ້ຂຶ້ນແຜນໃຫ້ແກ່ໄລຍະ 5 ປີ ຈະມາເຖິງ.

ຫວຽດນາມ ສະເໜ ທ ດທາງການຮ ວມມ ລະຫວ າງກອງທ ບຂອງບ ນດາປະເທດອາຊຽນ ເພີ່ມທະວີການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ ຜ່ານບັນດາການເຄື່ອນໄຫວລວມຂອງກອງທັບບັນດາປະເທດອາຊຽນ

ຍສໝ - ໃນໄລຍະຈະມາເຖິງ ດ້ວຍບົດບາດເປັນອົງການສ້າງແຜນການໃຫ້ແກ່ການເຄື່ອນໄຫວດ້ານການທະຫານ, ກົມສູ້ຮົບກອງທັບບັນດາປະເທດອາຊຽນ ຄວນໃຫ້ບຸລິມະສິດແກ່ການຮັກສາບົດບາດໃຈກາງຂອງອາຊຽນ, ສືບຕໍ່ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງກອງທັບບັນດາປະເທດອາຊຽນ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.