| ຈາກຫ້ອງຮຽນພາສາລາວ ສູ່ຂົວເຊື່ອມມິດຕະພາບ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື ຫວຽດນາມ - ລາວ: ດຽນບຽນ ຈັດຊຸດບຳລຸງວິຊາສະເພາະ ໃຫ້ແກ່ ພະນັກງານ 14 ທ່ານ ຈາກ ອຸດົມໄຊ ແລະ ຜົ້ງສາລີ |
![]() |
| ຄະນະເຄື່ອນໄຫວເຮັດວຽກຂອງ ນະຄອນ ດານັງ ໂດຍແມ່ນ ທ່ານ ຫງວຽນດຶກຢຸງ , ຮອງເລຂາທະນາຄານນະຄອນ, ປະທານສະພາປະຊາຊົນນະຄອນ ເປັນຫົວໜ້າຄະນະ ໄດ້ເຂົ້າຢ້ຽມຢາມ ສູນພາສາຫວຽດນາມ ແຂວງ ອັດຕະປື (ລາວ). ໂຄງການດັ່ງກ່າວ ໄດ້ຮັບການຊ່ວຍເຫຼືອການກໍ່ສ້າງຈາກ ດານັງ ໃນປີ 2018 ດ້ວຍທຶນ 6 ຕື້ດົ່ງ, ປະຈຸບັນ ມີຂອບເຂດ 12 ຫ້ອງຮຽນ (ຕັ້ງແຕ່ ຂັ້ນ 1 ເຖິງ ຂັ້ນ 9) ໂດຍມີນັກຮຽນ 450 ຄົນ ແລະ ໄດ້ຖືກ ດານັງ ສົ່ງຄູອຸປະຖຳ 2 ທ່ານ ມາສິດສອນໃນແຕ່ລະປີ. ສູນ ໄດ້ຕອບສະໜອງດີ ຄວາມຕ້ອງການຮຽນພາສາຫວຽດນາມ ຂອງພະນັກງານ, ປະຊາຊົນລາວ ແລະ ສັງຄົມຄົນຫວຽດນາມ ຢູ່ທີ່ນີ້, ປະກອບສ່ວນປົກປັກຮັກສາວັດທະນະທຳ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບເປັນພິເສດ ຫວຽດນາມ - ລາວ. ຕີລາຄາສູງ ບັນດາຜົນງານທີ່ບັນລຸໄດ້, ທ່ານ ຫງວຽນ ດຶກ ຢຸງ ຫວັງວ່າ ສູນ ຈະສືບຕໍ່ຜັນຂະຫຍາຍ ບົດບາດເປັນຂົວຕໍ່ ເຊື່ອມໂຍງປະຊາຊົນສອງປະເທດ. ໃນໂອກາດນີ້, ຄະນະ ໄດ້ມອບທຶນຊ່ວຍເຫຼືອ 10 ລ້ານດົ່ງ ໃຫ້ແກ່ສູນ, ມອບຂອງຂວັນໃຫ້ຄູອຸປະຖຳ 2 ທ່ານ ແລະ ຊ່ວຍເຫຼືອ 100 ລ້ານດົ່ງ ໃຫ້ແກ່ ສະມາຄົມຄົນຫວຽດນາມ ປະຈຳ ແຂວງ ອັດຕະປື. |
ຍສໝ - ການແບ່ງປັນປະສົບການວຽກງານແນວໂຮມ, ເພີ່ມທະວີການພົວພັນແລກປ່ຽນລະຫວ່າງປະຊາຊົນ ແລະ ຊ່ວຍເຫຼືອຊຸມຊົນຂອງສອງປະເທດ ແມ່ນສາມຈຸດສຸມທີ່ໄດ້ຮັບການສະເໜີໃນການຮ່ວມມືລະຫວ່າງແນວໂຮມຮ່າໂນ້ຍ ແລະ ວຽງຈັນ ໄລຍະ 2026-2030. |
ຍສໝ - ຈາກບັນດາປະສົບການຕົວຈິງ, ຫວຽດນາມ ແລະ ລາວ ເປີດກວ້າງທິດທາງການຮ່ວມມືໃໝ່ໃນການພັດທະນາເຕັກໂນໂລຊີ, ຊັບພະຍາກອນມະນຸດ ແລະ ການເຊື່ອມໂຍງວິສາຫະກິດ. |
ແທັງຮັ່ງ
