| ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະ ບຣາຊິນ ໃນຂົງເຂດກະສິກຳ, ພະລັງງານຊີວະພາບ, ແລະ logistics ດາບປະທັບຂອງປະທານ ໂຮ່ຈີມິນ ໃນສາຍພົວພັນມິດຕະພາບ ຫວຽດນາມ – ບຣາຊິນ |
![]() |
| ທ່ານ ບຸ່ຍ ວັນ ຫງີ້, ເອກອັກຄະລັດຖະທູດຫວຽດນາມປະຈຳບຣາຊິນ ໄດ້ເດີນທາງໄປປະຕິບັດວຽກຢູ່ນະຄອນ Porto Alegre, ລັດ Rio Grande do Sul, ເພື່ອຂະຫຍາຍການຮ່ວມມືໃນບັນດາຂົງເຂດເຊັ່ນ ເຕັກໂນໂລຊີສານເຄິ່ງຕົວນຳ, ປັນຍາປະດິດ, ການຫັນປ່ຽນສູ່ດິຈິຕອນ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ. ຄະນະຜູ້ແທນໄດ້ເຮັດວຽກກັບອົງການທີ່ຮັບຜິດຊອບດ້ານການພັດທະນາເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີຂອງລັດ; ຢ້ຽມຢາມບັນດາສະຖາບັນຄົ້ນຄວ້າ, ວິສາຫະກິດ ແລະ ມະຫາວິທະຍາໄລ, ໃນນັ້ນມີ CEITEC, Instituto Caldeira ແລະ ມະຫາວິທະຍາໄລລັດຖະບານກາງ Rio Grande do Sul. ສອງຝ່າຍໄດ້ແລກປ່ຽນກ່ຽວກັບການຄົ້ນຄວ້າຮ່ວມກັນ, ການຝຶກອົບຮົມວິສະວະກອນ, ການແລກປ່ຽນຊ່ຽວຊານ, ການເຊື່ອມຕໍ່ບັນດາວິສາຫະກິດເຕັກໂນໂລຊີ ແລະ ການຮ່ວມມືດ້ານການສຶກສາ. ສະຖານທູດຫວຽດນາມຍັງໄດ້ປະສານສົມທົບຈັດເວທີປາໄສຫວຽດນາມ - ອາເມລິກາລາຕິນ ກ່ຽວກັບນະວັດຕະກຳ ແລະ ການຫັນປ່ຽນສູ່ດິຈິຕອນ. |
ຍສໝ - ກອງປະຊຸມໃຫຍ່ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ບຣາຊິນ ໄດ້ຈັດຕັ້ງພາຍຫຼັງທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ ຟ້າມມິງຈິງ ໄປຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະເທດທີ່ກຳລັງເຕີບໂຕ BRICS ແຕ່ວັນທີ 4-8 ກໍລະກົດ. ນີ້ແມ່ນເຫດການສຳຄັນ, ສືບທອດບັນດາຂີດໝາຍໃນການພົວພັນລະຫວ່າງ 2 ປະເທດ: ຫວຽດນາມ - ບຣາຊິນ ໄດ້ລົງນາມໃນສັນຍາຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ (ເດືອນພະຈິກ 2024); ບຣາຊິນ ໄດ້ຮັບຮູ້ຫວຽດນາມ ເປັນພື້ນຖານເສດຖະກິດຕະຫຼາດ ແລະ ການຢ້ຽມຢາມຫວຽດນາມ ຄັ້ງທີ 2 ຂອງທ່ານປະທານາທິບໍດີ Lula da Silva (ເດືອນມີນາ 2025). |
ຍສໝ - ວັນທີ 15 ກໍລະກົດນີ້, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ບຣາຊິນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 3 ອາຍຸການ 2025-2030. ທ່ານ ຫງວຽນຮ່ວາງຮ້ຽບ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມອາຍຸການໃໝ່. |
ດວງດີ
