ເຝິກຊ້ອມເທິງແຜນຮ່າງທາງໄກ ການປ້ອງກັນ ແລະ ສະກັດກັ້ກການລະບາດພະຍາດໂຄວິດ-19

06:30 | 05/06/2020

ເມື່ອບໍ່ດົນມານີ້, ທ່ານ ພັນເອກ ດຣ ສຸລິພັນ ເພັດຈັນທະລາ - ຫົວໜ້າອໍານວຍການໂຮງໝໍສູນກາງ 103 ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມການເຝິກຊ້ອມເທິງແຜນທີ່-ແຜນຮ່າງທາງໄກກ່ຽວກັບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ທີ່ກົມພົວພັນຕ່າງປະເທດ, ຫ້ອງວ່າການກະຊວງປ້ອງກັນປະເທດ.

ເຝ ກຊ ອມເທ ງແຜນຮ າງທາງໄກ ການປ ອງກ ນ ແລະ ສະກ ດກ ກການລະບາດພະຍາດໂຄວ ດ 19 ປະເທດລາວ ໄດ້ຜ່ອນຄາຍຂໍ້ຈຳກັດທາງສັງຄົມ, ສືບຕໍ່ຄວບຄຸມການເຂົ້າເມືອງຢ່າງເຂັ້ມງວດຈົນຮອດທ້າຍເດືອນມິຖຸນາ
ເຝ ກຊ ອມເທ ງແຜນຮ າງທາງໄກ ການປ ອງກ ນ ແລະ ສະກ ດກ ກການລະບາດພະຍາດໂຄວ ດ 19 ປະເທດລຸກຊຳບວກ ມອບອຸປະກອນການແພດມູນຄ່າ 2,36 ຕື້ກີບໃຫ້ປະເທດລາວ ເພື່ອຕ້ານ COVID-19

ເຊິ່ງການເຝິກຊ້ອມໃນຄັ້ງນີ້ແມ່ນໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ກະຊວງປ້ອງກັນປະເທດ ສສຫວຽດນາມ ແລະ ສູນແພດທະຫານອາຊຽນ ເພື່ອກຽມຄວາມພ້ອມ ແລະ ສົ່ງເສີມການຮ່ວມມືລະດັບພາກພື້ນໃນການຮັບມື ກັບການແຜ່ລະບາດຂອງພະຍາດ COVID-19 ໂດຍຜ່ານການຮ່ວມມືໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM).

ໃນການເຝິກຊ້ອມ ຄັ້ງນີ້ມີໜ່ວຍງານແພດທະຫານຈາກບັນດາປະເທດສະມາຊິກອາຊຽນ, ອາຊຽນ-ບວກ, ຜູ້ແທນຈາກກະຊວງສາທາລະນະສຸກ, ອົງການອະນາໄມໂລກ, ສູນປະ ສານງາໃຫ້ການຊ່ວຍເຫຼືອມະນຸດສະທໍາ ແລະ ຄຸ້ມຄອງໄພພິບັດ ອາຊຽນ (AHA Center) ແລະ ກອງເລຂາອາຊຽນເຂົ້າຮ່ວມການເຝິກຊ້ອມ ແລະ ທັງເຂົ້າຮ່ວມສັງເກດການ.

ເຝ ກຊ ອມເທ ງແຜນຮ າງທາງໄກ ການປ ອງກ ນ ແລະ ສະກ ດກ ກການລະບາດພະຍາດໂຄວ ດ 19
ປະເທດລາວ ເຂົ້າຮ່ວມການເຝິກຊ້ອມເທິງແຜນຮ່າງທາງໄກ ໃນການປ້ອງກັນ ແລະ ສະກັດກັ້ກພະຍາດ COVID-19. (ພາບ: kongthap.la)

ພິເສດທາງກະຊວງສາທາລະນະສຸກເຊິ່ງນໍາໂດຍ ທ່ານ ດຣ ລັດຕະນະໄຊເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ປອ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາແຫ່ງຊາດ ພ້ອມດ້ວຍພະນັກງານກອງເລຂາໄພພິບັດ, ກະຊວງສາທາລະນະສຸກ ກໍໄດ້ເຂົ້າຮ່ວມໃນການເຝິກຊ້ອມ ກັບໜ່ວຍງານແພດທະຫານຂອງ ກອງທັບໃນຄັ້ງນີ້ດ້ວຍ.

ການເຝິກຊ້ອມໃນຄັ້ງນີ້ໄດ້ຈໍາລອງສະຖານະການກ່ຽວກັບການ ແຜ່ລະບາດຂອງພະຍາດ COVID-19 ແລະ ໃຫ້ແຕ່ລະປະເທດປະ ເມີນວິເຄາະຫາແນວທາງຮັບມື ແລະ ແຜນການປະຕິບັດຕໍ່ກັບສະ ຖານະການທີ່ເກີດຂຶ້ນ.

ໃນຂະນະດຽວກັນໃນການເຝິກຊ້ອມຍັງມີ ການແລກປ່ຽນຂໍ້ມູນ ຫຼື ແນວທາງການປະຕິບັດຂອງແຕ່ລະປະເທດ ໃນສະຖານະການວິກິດ COVID-19 ທີ່ຜ່ານມາ. ໄດ້ຮັບຟັງການສະຫຼຸບລາຍງານຈາກຜູ້ບໍລິຫານ ຄວບຄຸມການເຝິກເຫັນວ່າໂດຍລວມແຕ່ລະປະເທດໄດ້ເອົາໃຈ ໃສ່ຕໍ່ມາດຕະການ ການສະກັດກັ້ນ ແລະ ຮັບມືກັບພະຍາດລະບາດ COVID-19 ໃນການເຝົ້າລະວັງຕິດຕາມສະຖານະການ, ອັບເດດຂໍ້ມູນຂ່າວສານຕໍ່ກັບມາດຕະການວິທີປ້ອງກັນ ແລະ ການຮັກສາໄລ ຍະຫ່າງທາງສັງຄົມໃຫ້ແກ່ປະຊາຊົນ.

ຫຼັງຈາກນັ້ນ, ບັນດາປະເທດສະມາຊິກອາຊຽນ ແລະ ຜູ້ເຂົ້າຮ່ວມ ເຝິກຈາກຝ່າຍພົນລະເຮືອນຍັງ ໄດ້ແລກປ່ຽນທັດສະນະກ່ຽວກັບ ປັດໄຈສໍາຄັນທີ່ໄດ້ຮັບຜົນສໍາເລັດ ກໍຄືບົດຮຽນທີ່ດີທີ່ສຸດໃນການຮັບມືກັບພະຍາດ COVID-19. ຕໍ່ກັບບັນຫາດັ່ງກ່າວ, ການເຝິກຊ້ອມ ສັງເກດເຫັນວ່າໃນແຕ່ລະປະເທດ ໄດ້ຈັດຕັ້ງຄະນະສະເພາະກິດແຫ່ງ ຊາດຂອງຕົນເພື່ອຕໍ່ສູ້ກັບພະຍາດ ລະບາດ COVID-19 ພາຍໃຕ້ການ ຊີ້ນໍາຂອງລັດຖະບານ ໂດຍມີໜ່ວຍງານອົງການທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນເຂົ້າມາມີສ່ວນຮ່ວມຕໍ່ກັບແຜນປະຕິບັດການຮັບມືກັບພະຍາດນີ້, ສິ່ງສໍາຄັນແມ່ນການສ້າງຄວາມເຂັ້ມແຂງໃນການສື່ສານໃນເວທີ ຕ່າງໆໂດຍຜ່ານກົນໄກການປະສານງານທີ່ກ່ຽວຂ້ອງ (ແຕ່ສູນກາງຈົນເຖິງທ້ອງຖິ່ນ), ການຕິດຕາມ ແລະ ເຝົ້າລະວັງສະຖານະການຢ່າງໃກ້ຊິດ, ເສີມສ້າງຄວາມເຂັ້ມແຂງທາງດ້ານປະສິດທິພາບໃນຫ້ອງທົດລອງ, ການບໍລິການທາງດ້ານການແພດ ແລະ ການນໍາໃຊ້ເຕັກໂນໂລຊີຕິດຕາມກຸ່ມສ່ຽງ.

ນອກຈາກນີ້, ທາງໜ່ວຍງານແພດທະຫານຈາກບັນດາປະເທດ ສະມາຊິກອາຊຽນກໍຍັງໄດ້ແລກ ປ່ຽນທັດສະນະຕໍ່ກັບໜ້າທີ່ ແລະ ຄວາມຮັບຜິດຊອບຂອງການບໍ ລິການທາງດ້ານການແພດໃນ ການແກ້ໄຂບັນຫາ COVID-19 ແລະ ຂົງເຂດກົນໄກການຮ່ວມມືລະຫວ່າງໜ່ວຍງານທີ່ກ່ຽວຂ້ອງ ກັບວຽກງານປ້ອງກັນຊາດອາ ຊຽນ. ໜ່ວຍງານແພດທະຫານ ໄດ້ປະສານສົມທົບຢ່າງໃກ້ຊິດ ກັບໜ່ວຍງານທີ່ກ່ຽວຂ້ອງຂອງ ພາກລັດໃນການແລກປ່ຽນຂໍ້ມູນ ຂ່າວສານ ແລະ ແລກປ່ຽນວິຊາການ.

ເຝ ກຊ ອມເທ ງແຜນຮ າງທາງໄກ ການປ ອງກ ນ ແລະ ສະກ ດກ ກການລະບາດພະຍາດໂຄວ ດ 19 ໂຮງຮຽນທັງໝົດໃນປະເທດລາວ ຈະໄດ້ເປີດໃໝ່ຕັ້ງແຕ່ວັນທີ 3 ມິຖຸນາ

ຍສໝ - ບັນດາສະຖາບັນການສຶກສາຕັ້ງແຕ່ຊັ້ນປະຖົມ ຈົນຮອດຂັ້ນມະຫາວິທະຍາໄລ ໃນປະເທດລາວ ແມ່ນໄດ້ອະນຸຍາດໃຫ້ເປີດໃໝ່ຕັ້ງແຕ່ວັນທີ 3 ມິຖຸນາ. ລະດັບອະນຸບານແມ່ນໄດ້ລໍຖ້າ ຈົນຮອດການໄຂສົກຮຽນໃໝ່.

ເຝ ກຊ ອມເທ ງແຜນຮ າງທາງໄກ ການປ ອງກ ນ ແລະ ສະກ ດກ ກການລະບາດພະຍາດໂຄວ ດ 19 ປະເທດລາວ ໄດ້ຜ່ອນຄາຍຂໍ້ຈຳກັດທາງສັງຄົມ, ສືບຕໍ່ຄວບຄຸມການເຂົ້າເມືອງຢ່າງເຂັ້ມງວດຈົນຮອດທ້າຍເດືອນມິຖຸນາ

ຍສໝ - ຫຼັງຈາກ 47 ມື້ຕິດຕໍ່ກັນທີ່ບໍ່ໄດ້ກວດພົບກໍລະນີໃໝ່ ທີ່ຕິດ​ເຊື້ອພະຍາດ COVID-19, ໃນຕອນບ່າຍຂອງວັນທີ 30 ພຶດສະພາ, ປະເທດລາວ ໄດ້ສືບຕໍ່ຜ່ອນຄາຍຂໍ້ຈຳກັດທາງດ້ານສັງຄົມບາງຢ່າງ, ພ້ອມກັນນັ້ນ ໄດ້ສືບຕໍ່ຄຸ້ມຄອງການເຂົ້າ-ອອກເມືອງຢ່າງເຂັ້ມງວດ.

ເຝ ກຊ ອມເທ ງແຜນຮ າງທາງໄກ ການປ ອງກ ນ ແລະ ສະກ ດກ ກການລະບາດພະຍາດໂຄວ ດ 19 ປະເທດລາວ ເລີ່ມຕົ້ົ້ນການຜະລິດ ຜ້າບັງປາກທາງການແພດ ດ້ວຍຕົນເອງເພື່ອຕ້ານ ພະຍາດ Covid-19

ຍສໝ - ລັດຖະບານລາວ ໄດ້ອະນຸມັດໂຄງການຜະລິດຜ້າບັງປາກ ໂດຍມີການເຂົ້າຮ່ວມຂອງຫຼາຍວິສາຫະກິດ.ຢຢ

kongthap.gov.la

ເຫດການ
302 Found

Found

The document has moved here.