ຮ່ຳ​ຮຽນ, ໂຄ​ສະ​ນາ, ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ

14:08 | 28/03/2021

ເພື່ອຜັນຂະຫຍາຍການປະຕິບັດບັນລຸຜົນສຳເລັດ, ກົມການເມືອງໄດ້ຮຽກຮ້ອງໃຫ້ອົງຄະນະພັກທຸກຂັ້ນ, ອົງການຈັດຕັ້ງຂອງພັກ ຖືການຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊືມ, ເຜີຍແຜ່ ແລະ ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XIII ຂອງພັກ ແມ່ນວຽກງານປະຈຳ, ຕ້ອງປະຕິບັດຢ່າງເຂັ້ມງວດ, ມີແບບມີແຜນ ແລະ ມີວິທະຍາສາດໃນຕະຫຼອດໄລຍະຂອງທັງອາຍຸການ.

ຮ ຳ ຮຽນ ໂຄ ສະ ນາ ຜ ນ ຂະ ຫຍາຍ ມະ ຕ ກອງ ປະ ຊ ມ ໃຫຍ ຄ ງ ທ xiii ຂອງ ພ ກ ຜັນ​ຂະ​ຫຍາຍ​ການ​ນຳ​ມະ​ຕິ​ກອງ​ປະ​ຊຸມ​ໃຫ່​ຍ​ຄັ້ງ​ທີ 13 ຂອງ​ພັກ​ເຂົ້າ​ສູ່​ຊີ​ວິດ
ຮ ຳ ຮຽນ ໂຄ ສະ ນາ ຜ ນ ຂະ ຫຍາຍ ມະ ຕ ກອງ ປະ ຊ ມ ໃຫຍ ຄ ງ ທ xiii ຂອງ ພ ກ ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 2 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII
ຮ ຳ ຮຽນ ໂຄ ສະ ນາ ຜ ນ ຂະ ຫຍາຍ ມະ ຕ ກອງ ປະ ຊ ມ ໃຫຍ ຄ ງ ທ xiii ຂອງ ພ ກ
ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ (ພາບ: baoquocte.vn)

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ ຫາກໍ່ຕາງໜ້າໃຫ້ກົມການເມືອງລົງລາຍເຊັນປະກາດໃຊ້ມະຕິກ່ຽວກັບການຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊືມ, ເຜີຍແຜ່ ແລະ ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ມະຕິໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແມ່ນການສະຫຼຸບ ທິດສະດີ ແລະ ພຶດຕິກຳຕົວຈິງຢ່າງເລິກເຊິ່ງ, ເຕົ້າໂຮມພູມປັນຍາ, ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງທົ່ວພັກ, ທົ່ວບວງຊົນ ແລະ ທົ່ວກອງທັບ, ວາງອອກທິດທາງ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025…

ເພື່ອຜັນຂະຫຍາຍການປະຕິບັດບັນລຸຜົນສຳເລັດ, ກົມການເມືອງໄດ້ຮຽກຮ້ອງໃຫ້ອົງຄະນະພັກທຸກຂັ້ນ, ອົງການຈັດຕັ້ງຂອງພັກ ຖືການຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊືມ, ເຜີຍແຜ່ ແລະ ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XIII ຂອງພັກ ແມ່ນວຽກງານປະຈຳ, ຕ້ອງປະຕິບັດຢ່າງເຂັ້ມງວດ, ມີແບບມີແຜນ ແລະ ມີວິທະຍາສາດໃນຕະຫຼອດໄລຍະຂອງທັງອາຍຸການ.

ຕາມກົມການເມືອງແລ້ວ, ນີ້ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງປີ 2021 ແມ່ນການດຳລົງຊີວິດດ້ານການເມືອງຢ່າງເລິກເຊິ່ງ ເພື່ອໃຫ້ພະນັກງານ, ສະມາຊິກພັກແຕ່ລະຄົນລ້ວນແຕ່ກຳແໜ້ນ ແລະ ປະຕິບັດມະຕິຂອງພັກຢ່າງຖືກຕ້ອງ ແລະ ມີຫົວຄິດປະດິດສ້າງ .

ກົມການເມືອງກໍ່ເນັ້ນໜັກວ່າ ວຽກງານຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊືມມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ຕ້ອງໄດ້ຮັບການດຳເນີນຢ່າງຮີບດ່ວນ, ເຂັ້ມງວດ, ມີຄຸນນະພາບ, ສົມທົບລະຫວ່າງ ການຄົ້ນຄ້ວາດ້ວຍເອງ ກັບການຮັບຟັງການເຜີຍແຜ່, ເຊື່ອມຊືມ, ເນັ້ນໜັກເຖິງການເຮັດ ບັນດາບັນຫາໃໝ່, ຫຼັກແຫຼ່ງໃຫ້ຈະແຈ້ງ, ຍົກສູງບົດບາດຄວາມຮັບຜິດຊອບຂອງນັກລາຍງານ, ຜູ້ນຳໜ້າອົງຄະນະພັກໃນບົດລາຍງານຖ່າຍທອດມະຕິ.

ຮ ຳ ຮຽນ ໂຄ ສະ ນາ ຜ ນ ຂະ ຫຍາຍ ມະ ຕ ກອງ ປະ ຊ ມ ໃຫຍ ຄ ງ ທ xiii ຂອງ ພ ກ ຜັນ​ຂະ​ຫຍາຍ​ການ​ນຳ​ມະ​ຕິ​ກອງ​ປະ​ຊຸມ​ໃຫ່​ຍ​ຄັ້ງ​ທີ 13 ຂອງ​ພັກ​ເຂົ້າ​ສູ່​ຊີ​ວິດ

ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນວຽດທົງ ເລຂານຸການໃຫ່ຍສະພາທິດສະດີສູນກາງ, ກຳມະການປະຈຳໜ່ວຍບັນນາທິການເອກະສານກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກເປັນຜູ້ບັນລະຍາຍການໂອ້ລົມທີ່ມີຫົວເລື່ອງ “ຈຸດສຸມໂຄສະນາກ່ຽວກັບມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກ”

ຮ ຳ ຮຽນ ໂຄ ສະ ນາ ຜ ນ ຂະ ຫຍາຍ ມະ ຕ ກອງ ປະ ຊ ມ ໃຫຍ ຄ ງ ທ xiii ຂອງ ພ ກ ກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ 2 ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​

ຍ​ສ​ໝ - ກອງ​ປະ​ຊຸມ ໄດ້​ຮັດ​ໃຫ້​ແຈ້ງ​ບາງ​ບັນ​ຫາ​ເພື່ອ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ກາ​ນ​ຈັດ​ຕັ້ງ, ຊີ້​ນຳ​ປະ​ຕິ​ບັດ​ທີ່​ກ່ຽວ​ຂ້ອງ​ໂຄງ​ການ​ດຳ​ເນີນ​ງານ​ທົ່ວ​ອາ​ຍຸ​ການ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ການ​ພັກ​ຊ​ຸດ​ທີ 13 ແລະ ກ່ຽວ​ກັບ​ການ​ແນະ​ນຳ​ບຸກ​ຄະ​ລາ​ກອນ​ການ​ນຳ​ຂອງ​ອົງ​ການ​ແຫ່ງ​ລ​ັດ.

ຮ ຳ ຮຽນ ໂຄ ສະ ນາ ຜ ນ ຂະ ຫຍາຍ ມະ ຕ ກອງ ປະ ຊ ມ ໃຫຍ ຄ ງ ທ xiii ຂອງ ພ ກ ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 2 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ກ່າວຄຳເຫັນໄຂກອງປະຊູມ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: ກອງປະຊຸມໄດ້ດຳເນີນໃນບັນຍາກາດທົ່ວປະເທດ ຫາກໍ່ຕ້ອນຮັບບຸນເຕັດ, ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນດີງາມຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ພວມຕັ້ງໜ້າຜັນຂະຫຍາຍ ການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

vovworld.vn

ເຫດການ
302 Found

Found

The document has moved here.