ກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ 2 ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​

15:43 | 09/03/2021

ຍ​ສ​ໝ - ກອງ​ປະ​ຊຸມ ໄດ້​ຮັດ​ໃຫ້​ແຈ້ງ​ບາງ​ບັນ​ຫາ​ເພື່ອ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ກາ​ນ​ຈັດ​ຕັ້ງ, ຊີ້​ນຳ​ປະ​ຕິ​ບັດ​ທີ່​ກ່ຽວ​ຂ້ອງ​ໂຄງ​ການ​ດຳ​ເນີນ​ງານ​ທົ່ວ​ອາ​ຍຸ​ການ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ການ​ພັກ​ຊ​ຸດ​ທີ 13 ແລະ ກ່ຽວ​ກັບ​ການ​ແນະ​ນຳ​ບຸກ​ຄະ​ລາ​ກອນ​ການ​ນຳ​ຂອງ​ອົງ​ການ​ແຫ່ງ​ລ​ັດ.

ກອງ ປະ ຊ ມ ໃຫຍ ຄ ງ ທ 2 ປະ ສ ບ ຜ ນ ສຳ ເລ ດ ຢ າງ ຈ ບ ງາມ ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 2 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII
ກອງ ປະ ຊ ມ ໃຫຍ ຄ ງ ທ 2 ປະ ສ ບ ຜ ນ ສຳ ເລ ດ ຢ າງ ຈ ບ ງາມ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ປະ​ທານກອງ​ປະ​ຊຸມ​ແລກ​ປ່ຽນ​ວຽກ​ງານ​ຍາມ​ຕົ້ນ​ປີ​ໃໝ່​ຂອງ ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ກ່ຽວ​ກັບ​ສະ​ພາບ​ການ​ບຸນ​ເຕັດ, ການ​ປ້ອງ​ກັນ
ກອງ ປະ ຊ ມ ໃຫຍ ຄ ງ ທ 2 ປະ ສ ບ ຜ ນ ສຳ ເລ ດ ຢ າງ ຈ ບ ງາມ
ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 2 ຂ​ອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII (ພາບ: VGP)

ພາຍຫຼັງ​ເຮັດ​ວຽກຢ່າງ​ຮີບ​ດ່ວນ​ ແລະ ເຄັ່ງ​ຂັດ ມາ​ເປັນ​ເວ​ລາ​ກ່​ວາ 1 ວັນ, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 2 ຂ​ອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII ໄດ້​ສຳ​ເລັດ​ທຸກ​ເນື້ອ​ໃນ, ໂຄງ​ການ ວາງ​ອອກ ແລະ ອັດ​ລົງ​ໃນ​ຕອນ​ເຊົ້າ​ວ​ັນ​ທີ 9 ມີ​ນາ.

ໂດຍ​ຕາງ​ໜ້າ​ກົມ​ການ​ເມືອງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝ​ຸ​ຈ້ອງ ໄດ້​ເນັ້ນ​ໜັກ​ວ່າ ບັນ​ດາ​ສະ​ຫາຍ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ຍົກ​ສູງ​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ, ເສີມ​ຂະ​ຫຍາຍ​ປະ​ຊາທິ​ປະ​ໄຕ, ປຶກ​ສາ​ຫາ​ລື​ຢ່າງ ກົງ​ໄປ​ກົງ​ມາ, ປະ​ກອບ​ຄຳ​ເຫັນ​ສຳ​ຄັນຫຼາຍ​ຢ່າງ​ເຂົ້າ​ບັນ​ດາ​ໃບ​ສະ​ເໜີ, ບົດ​ລາຍ​ງານ ແລະ ບັນ​ດາ​ເນື້ອ​ໃນ​ຂອງກອງ​ປະ​ຊຸມ. ກົມ​ການ​ເມືອງ​ໄດ້​ຮັບ​ຮູ້​ບັນ​ດາ​ຄຳ​ເຫັນ​ທີ່​ຊັດ​ເຈນ ແລະ ອະ​ທິ​ບາຍ​ບັນ​ດາ​ບັນ​ຫາ​ທີ່​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ. ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ການ​ພັກ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັບ​ຮອງ​ເອົາ​ມະ​ຕິ​ຂອງກອງ​ປະ​ຊຸມ​ໃຫຍ່.

ກອງ​ປະ​ຊຸມ ໄດ້​ເຮັດໃຫ້​​ບາງ​ບັນ​ຫາ​ທີ່ຈະແຈ້ງເພື່ອ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ກາ​ນ​ຈັດ​ຕັ້ງ, ຊີ້​ນຳ​ປະ​ຕິ​ບັດ​ທີ່​ກ່ຽວ​ຂ້ອງ​ໂຄງ​ການ​ດຳ​ເນີນ​ງານ​ທົ່ວ​ອາ​ຍຸ​ການ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ການ​ພັກ​ຊ​ຸດ​ທີ 13 ແລະ ກ່ຽວ​ກັບ​ການ​ແນະ​ນຳ​ບຸກ​ຄະ​ລາ​ກອນ​ການ​ນຳ​ຂອງ​ອົງ​ການ​ແຫ່ງ​ລ​ັດ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝ​ຸ​ຈ້ອງ ໃຫ້​ຮູ້​ວ່າ ຢູ່ກອງ​ປະ​ຊຸມ​ຄັ້ງ​ນີ້, ກົມ​ການ​ເມືອງ​ໄດ້​ລາຍ​ງານ​ຕໍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ບັນ​ດາ​ວຽກ​ງານ​ສຳ​ຄັນ​ເຊິ່ງ​ກົມ​ການ​ເມືອງ​ໄດ້​ແກ້​ໄຂ​ພາຍຫຼັງ​ກອງ​ປະ​ຊຸມ​ສູນ​ກາງ 1 ຮອດກອງ​ປະ​ຊຸມ​ສູນ​ກາງ 2.

ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຢັ້ງ​ຢືນ​ວ່າ​ໃນ​ໄລ​ຍະ​ເວ​ລາ​ກ່​ວາ 1 ເດືອນ ນັບ​ແຕ່ກອງ​ປະ​ຊຸມ​ສູນ​ກາງ​ຄັ້ງ​ທີ 1 ມາ​ຮອດ​ປັດ​ຈຸ​ບັນ, ກົມ​ການ​ເມືອງ​ໄດ້​ຕັ້ງ​ໜ້າ, ຮີບ​ດ່ວນ​ຜັນ​ຂະ​ຫຍາຍ​ວຽກ​ງານ​ສຳ​ຄັນຫຼາຍ​ຢ່າງ​ຕາມ​ເນື້ອ​ໃນ​ຂອງ​ມະ​ຕິ​ກອງ​ປະ​ຊຸມ​ຄັ້ງ​ທີ 13 ຂອງ​ພັກ, ໃນ​ນັ້ນ​ມີ​ການ​ກະ​ກຽມ​ຢ່າງ​ເຂັ້ມ​ງວດ, ລອ​ບ​ຄອບ​ຖີ່​ຖ້ວນ, ບັນ​ດາ​ເນື້ອ​ໃນ​ເພື່ອ​ຍືນ​ສະເໜີ​ຕໍ່​ກອງ​ປະ​ຊຸມ​ສູນ​ກາງ 2, ຮັບ​ປະ​ກັນ​ວ່າ ກອງ​ປະ​ຊຸມ​ຈະ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົ​ບ​ງາມ.

ຢ​ັ້ງ​ຢືນ​ວ່າ ດ້ວຍ​ບັນ​ດາໝາ​ກ​ຜົນ​ທີ່​ບັນ​ລຸ​ໄດ້, ກອງ​ປະ​ຊຸ​ມ​ໃຫຍ່​ຄັ້ງ​ທີ 2 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສຸນ​ກາງ​ພັກ​ຊຸດ​ທີ 13 ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ຫງວຽນ​ຝ​ຸ​ຈ້ອງ​ຊີ​້​ແຈ້ງວ່າ ກອງ​ປະ​ຊຸມນີ້, ພ້ອມ​ກັບ​ການ​ນຳ​ພາ​ປະ​ຕິ​ບັດ​ວຽກ​ງານ​ບຸກ​ຄະ​ລາ​ກອນຂັ້ນ​ສູງ​ໃຫ້​ເປັນ​ຢ່າງ​ດີຢູ່ກອງ​ປະ​ຊຸມ​ຄັ້ງ​ທີ 11, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14, ພວກ​ເຮົາ​ຈະ​ສືບ​ຕໍ່​ບູ​ລະ​ນະ​ການ​ນຳ​ຂອງ​ອົງ​ການ​ຂັ້ນ​ສູນ​ກາງ​ພັກ​ໃຫ້​ສຳ​ເລັດ.

ກອງ ປະ ຊ ມ ໃຫຍ ຄ ງ ທ 2 ປະ ສ ບ ຜ ນ ສຳ ເລ ດ ຢ າງ ຈ ບ ງາມ ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 2 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ກ່າວຄຳເຫັນໄຂກອງປະຊູມ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: ກອງປະຊຸມໄດ້ດຳເນີນໃນບັນຍາກາດທົ່ວປະເທດ ຫາກໍ່ຕ້ອນຮັບບຸນເຕັດ, ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນດີງາມຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ພວມຕັ້ງໜ້າຜັນຂະຫຍາຍ ການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ກອງ ປະ ຊ ມ ໃຫຍ ຄ ງ ທ 2 ປະ ສ ບ ຜ ນ ສຳ ເລ ດ ຢ າງ ຈ ບ ງາມ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ປະ​ທານກອງ​ປະ​ຊຸມ​ແລກ​ປ່ຽນ​ວຽກ​ງານ​ຍາມ​ຕົ້ນ​ປີ​ໃໝ່​ຂອງ ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ກ່ຽວ​ກັບ​ສະ​ພາບ​ການ​ບຸນ​ເຕັດ, ການ​ປ້ອງ​ກັນ

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ສະ​ເໜີ​ໃຫ້​ລັດ​ຖະ​ມົນ​ຕີ​ສາ​ທາ​ລະ​ນະ​ສຸກ​ກ່ຽວ​ກັບ​ສະ​ພາບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ບັນ​ດາ​ບັນ​ຫາ​ໃນ​ວຽກ​ງານ​ສຳ​ຄັນ​ນີ້, ໃນ​ນັ້ນ​ມີ​ແຜນ​ນະ​ໂຍ​ບາຍ​ຂອງ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ຢູ່ກອງ​ປະ​ຊຸມ​ຄັ້ງ​ກ່ອນ (ຕອ​ນ​ບ່າຍ​ວັນ​ທີ 4 ບຸນ​ເຕັດ) ກ່ຽ​ວ​ກັບ​ການ​ຊື້​ວັກ​ຊິນ​ເພື່ອ​ສັກ​ໃຫ້​ປະ​ຊາ​ຊົນ.

ກອງ ປະ ຊ ມ ໃຫຍ ຄ ງ ທ 2 ປະ ສ ບ ຜ ນ ສຳ ເລ ດ ຢ າງ ຈ ບ ງາມ ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ: ຊົມເຊີຍ ລະດູບານໃໝ່, ບັນຍາກາດໃໝ່, ໄຊຊະນະໃໝ່

ຍສໝ - ໃນປີທີ່ຜ່ານມາ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາ ໄດ້ເສີມຂະຫຍາຍນ້ຳໃຈຮັກຊາດຢ່າງເຕັມລົ້ມ, ເຈດຈຳນົງ, ຄວາມຕັດສິນໃຈ, ຄຸນນະທາດ, ຄວາມສາມັກຄີ, ຫົວຄິດປະດິດສ້າງ, ມານະພະຍາຍາມສູ້ຊົນບັນລຸໄດ້ບັນດາຜົນງານທີ່ສຳຄັນຍິ່ງ, ຮອບດ້ານພໍ ສົມຄວນ, ສ້າງບັນດາຂີດໝາຍທີ່ພົ້ນເດັ່ນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.