ຍສໝ - ເນື່ອງໃນໂອກາດກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ, ຫຼາຍອົງການຈັດຕັ້ງປະຊາຊົນ ແລະ ສະມາຄົມມິດຕະພາບທີ່ເປັນເພື່ອນມິດ ແລະ ຄູ່ຮ່ວມງານຂອງສະຫະພັນອົງການມິດຕະພາບຫວຽດນາມ ໄດ້ສົ່ງຈົດໝາຍ, ໂທລະເລກ ແລະ ຂໍ້ຄວາມອວຍພອນເຖິງພັກ, ລັດ ແລະ ປະຊາຊົນຫວຽດນາມ.
ຍສໝ - ກ່ອນກອງປະຊຸມໃຫຍ່ກອງປະຊຸມໃຫຍ່ ຄັ້ງ XIV ຂອງພັກພັກກອມມູນິດຫວຽດນາມ (ກອງປະຊຸມໃຫຍ່ຄັ້ງທີ 14), ນັກຂ່າວ VNA ປະຈຳປະເທດຈີນໄດ້ສຳພາດທ່ານນາງປອ. ຟ້າມທິແທງລວານ, ຜູ້ອຳນວຍການໃຫຍ່ບໍລິສັດບໍລິການທ່ອງທ່ຽວ ແລະ ການຄ້າ ຫວຽດ - ຫວຽດ ກວາງຕຸ້ງ ອ້ອມຮອບເຫດການສຳຄັນນີ້ໃນຊີວິດການເມືອງຂອງຫວຽດນາມ ປະຈຸປັນ.
ຍສໝ - ໃນວັນທີ 7 ມັງກອນ, ທີ່ຮ່າໂນ້ຍ, ໂດຍໄດ້ຮັບອະນຸຍາດຈາກຄະນະກຳມະການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ເລຮວ່າຍຈຸງ, ເລຂາທິການສູນກາງ, ລັດຖະມົນຕີກະຊວງການຕ່າງປະເທດ; ທ່ານ ຫງວຽນແທງບິ່ງ, ຮອງຫົວໜ້າກົມຈັດຕັ້ງສູນກາງ; ແລະ ທ່ານ ຟານຊວນຖູຍ, ຮອງຫົວໜ້າກົມໂຄສະນາ ແລະ ລະດົມກຳລັງມະຫາຊົນສູນກາງ ໄດ້ເປັນປະທານຮ່ວມໃນການລາຍງານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ຕໍ່ຄະນະທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນປະຈຳຫວຽດນາມ.
ຍສໝ - ຕໍ່ກັບສະພາບການປ່ຽນແປງຂອງໂລກຢ່າງເລິກເຊິ່ງ, ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງ XIV ຂອງພັກດ້ວຍບັນດາຜົນງານສຳຄັນຫຼາຍຢ່າງກ່ຽວກັບສະຖຽນລະພາບດ້ານເສດຖະກິດ, ເພີ່ມທະວີການພົວພັນຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນ. ຕາມທັດສະນະຂອງເພື່ອນມິດສາກົນ ແລະ ບັນດານັກສຶກສາທີ່ມີຊື່ສຽງ, ຄວາມຄາດໝາຍອັນໃຫຍ່ຫຼວງແມ່ນໄດ້ວາງອອກໃນບັນດາການຕັດສິນໃຈນະໂຍບາຍທີ່ຈະຊ່ວຍໃຫ້ ຫວຽດນາມ ຫັນຈາກຈຸດໝາຍທີ່ດຶງດູດເຂົ້າເປັນຄູ່ຮ່ວມມືສ້າງຄຸນຄ່າ, ມຸ່ງໄປເຖິງຈຸດໝາຍປະເທດພັດທະນາທີ່ມີລາຍຮັບສູງໃນປີ 2045.
ຍສໝ - ກ່ຽວຂ້ອງເຖິງເປົ້າໝາຍບັນລຸລະດັບເຕີບໂຕສູງທີ່ໄດ້ປຶກສາຫາລືກ່ອນຈັດກອງປະຊຸມໃຫຍ່ ຄັ້ງທີ XIV, ທ່ານສາດສະດາຈານ ຊຸຍຊາງ ຖືວ່າ ເປົ້າໝາຍບັນລຸລະດັບເຕີບໂຕ 10% ແມ່ນມີຄວາມຫວັງຢ່າງສູງ, ແຕ່ບໍ່ແມ່ນບໍ່ມີພື້ນຖານ.
ຍສໝ - ວັນທີ 20 ທັນວາ, ຄະນະພັກ - ຕຳຫຼວດທະເລຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານຂອງຕຳຫຼວດທະເລໃນປີ 2025. ທີ່ກອງປະຊຸມຄັ້ງນີ້, ຕຳຫຼວດທະເລຫວຽດນາມຢືນຢັນວ່າ ການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU) ແມ່ນໜ້າທີ່ຫຼັກສຳລັບປີ 2026, ເພື່ອແນໃສ່ຮັກສາກົດລະບຽບຂອງກົດໝາຍໃນທະເລ ແລະ ປະກອບສ່ວນຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ (EC) ຕໍ່ກັບການຫາປາຂອງຫວຽດນາມ.
ຍສໝ - ທ່ານລັດຖະມົນຕີການຕ່າງປະເທດລາວ ໄດ້ແບ່ງປັນກ່ຽວກັບຜົນສຳເລັດໃນການພັດທະນາຂອງລາວ ແລະ ການປະກອບສ່ວນທີ່ສຳຄັນ, ຈິງໃຈ ແລະ ຈົງຮັກພັກດີຂອງຫວຽດນາມ ຕໍ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດລາວ.
ຍສໝ - ປະທານ ໂຮ່ຈີມິນ ໄດ້ສ້າງ ແລະ ຫັນການພົວພັນທາງການທູດລະຫວ່າງປະຊາຊົນກັບປະຊາຊົນໃຫ້ເປັນຊ່ອງທາງການພົວພັນຕ່າງປະເທດທີ່ພິເສດ ແລະ ສຳຄັນໃນປະຫວັດສາດການປະຕິວັດຂອງຫວຽດນາມ ເຖິງແມ່ນກ່ອນທີ່ປະເທດຂອງພວກເຮົາຈະມີຊ່ອງທາງການທູດຢ່າງເປັນທາງການກັບປະເທດອື່ນໆ.
ຍສໝ - ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ, ວັນຊາດ 2 ກັນຍາ ແລະ ວັນມູນເຊື້ອຂອງຂະແໜງການທາງການທູດ, ວັນທີ 20 ສິງຫາ, ການນຳຂອງພັກ, ລັດ, ແນວໂຮມ ແລະ ບັນດາກະຊວງ, ຄະນະ, ຂະແໜງການຂອງລາວ ໄດ້ມາອວຍພອນສະຖານທູດຫວຽດນາມ ປະຈຳ ລາວ. ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ສສ ຫວຽດນາມ ຫງວຽນແມິງເຕີມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຮູ້ບຸນຄຸນການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າ ແລະ ສຸດຈິດສຸດໃຈຂອງພັກ, ລັດ ແລະ ປະຊາຊົນລາວ.
ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ , ຕອນບ່າຍວັນທີ 19 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ຂອງຄະນະຜູ້ແທນຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໂດຍສະຫາຍ ຫງວຽນແທ່ງເຕີມ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະ ເປັນຫົວໜ້າຄະນະຜູ້ແທນ, ໄດ້ໂອ້ລົມສົນທະນາກັບຄະນະຜູ້ແທນຄະນະຈັດຕັ້ງສູນກາງພັກ ປະຊາຊົນປະຕິວັດລາວ ນຳໂດຍສະຫາຍ ບຸນສະດີ ທະນາມມວງ, ຄະນະກຳມະການສູນກາງພັກ, ຮອງຫົວໜ້າຄະນະ ເປັນຫົວໜ້າຄະນະຜູ້ແທນ. ພ້ອມກັບການເຂົ້າຮ່ວມມີທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕີມ.
ຍສໝ - ການປະຕິວັດເດືອນສິງຫາ ຫຼື ເອີ້ນວ່າ ການລຸກຮືຂຶ້ນເດືອນສິງຫາ ໄດ້ສະແດງໃຫ້ເຫັນເຖິງຄວາມກ້າຫານຂອງພັກກອມມູນິດອິນດູຈີນ ໃນສະໄໝນັ້ນ, ປະຈຸບັນນີ້ແມ່ນພັກກອມມູນິດຫວຽດນາມ, ຂອງປະທານ ໂຮ່ຈີມິນ ແລະ ບັນດາຜູ້ນຳອື່ນໆ.
ຍສໝ - ວັນທີ 16 ກໍລະກົດ, ຄ້າຍພັກແລ້ງຫວຽດນາມ 2025 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ ດັກລັກ. ຄ້າຍພັກແລ້ງ ແມ່ນເຫດການປະຈຳປີໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈັດຕັ້ງ ເພື່ອສ້າງໂອກາດໃຫ້ລຸ້ນໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ຳຮຽນກ່ຽວກັບກົກເຄົ້າເຫງົ້າກໍ ແລະ ເຊື່ອມຕໍ່ບ້ານເກີດເມືອງນອນ.
ຍສໝ - ວັນທີ 30 ມິຖຸນາ, ຄະນະພັກແນວໂຮມປະເທດຊາດ, ບັນດາອົງຄະນະສູນກາງໄດ້ຈັດຕັ້ງກອງປະຊຸມປະກາດໃຊ້ຂໍ້ຕົກລົງຂອງກົມການເມືອງກ່ຽວກັບວຽກງານພະນັກງານ. ທ່ານ ໂດ້ວັນຈ໋ຽນ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກແນວໂຮມປະເທດຊາດ, ບັດດາອົງຄະນະສູນກາງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນປະທານກອງປະຊຸມ.
ຍສໝ - ອົງຄະນະພັກສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຈະສືບຕໍ່ນະວັດຕະກໍາ, ຫັນເປັນມືອາຊີບ, ລະດົມທົ່ວສັງຄົມເຂົ້າຮ່ວມ ແລະ ສ້າງພື້ນຖານການທູດປະຊາຊົນທີ່ກ້າຫານ, ທັນສະໄໝ ແລະ ມີປະສິດທິຜົນໃນຍຸກໂລກາພິວັດ, ສະຫາຍ ຫງວຽນທິທູຮ່ວາ, ກຳມະການສູນກາງພັກ, ຮອງເລຂາທິການຜູ້ປະຈຳຄະນະພັກແນວໂຮມປະເທດຊາດ, ບັນດາອົງຄະນະສູນກາງ, ຮອງປະທານ - ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນເມື່ອກ່າວຄຳປາໄສຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກອົງຄະນະພັກສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ອາຍຸການ 2025 - 2030 ໃນວັນທີ 26 ມິຖຸນາ, ຢູ່ຮ່າໂນ້ຍ.
ຍສໝ - ອາຍຸການ 2020 – 2025 , ໃນສະພາບການໂລກ ແລະ ພາກພື້ນພວມມີການຜັນຂະຫຍາຍຢ່າງວ່ອງໄວ, ສັບສົນ ແລະ ບໍ່ສາມາດຄາດຄະເນໄດ້, ໂດຍປະເຊີນໜ້າກັບຄວາມຮຽກຮ້ອງຕ້ອງການຂອງການນຳພັກ ແລະ ລັດ, ອົງຄະນະພັກສະຫະພັນບັນດາອົງການມິດຕະພາບຫວຽດນາມໄດ້ກຳນົດ, ມານະພະຍາຍາມ, ນະວັດຕະກຳແນວຄິດ ແລະ ວິທີເຂົ້າເຖິງ ເພື່ອການນຳ, ຊີ້ນຳລະບົບສະຫະພັນບັນດາອົງການມິດຕະພາບຫວຽດນາມ ບັນລຸໄດ້ບັນດາຜົນງານ.
ຍສໝ - ກ່າວຄຳປາໄສທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ ໂຕເລິມ ຫວນຄືນ ແລະ ຕີລາຄາສູງເສັ້ນທາງ 100 ປີຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ ໃນການຮ່ວມເດີນທາງກັບຊົນຊາດ.
ຍສໝ - ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນສືບຕໍ່ເສີມຂະຫຍາຍຈິດໃຈເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມີໄຫວພິບ ແລະ ມີຈິດໃຈຮັບຜິດຊອບສູງຕໍ່ປະຊາຊົນ, ຕໍ່ປະເທດຊາດ, ຕ້ອງຮັບຟັງຄຳເຫັນຂອງປະຊາຊົນ, ຕິດແທດຕົວຈິງ, ເພີ່ມທະວີຕົວຈິງ, ມຸ່ງໄປເຖິງພື້ນຖານ, ສຳຜັດກັບຕົວຈິງຢ່າງຮອບດ້ານ.
ຍສໝ - ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງເລື່ອງຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ໃນໄລຍະຜ່ານມາໄດ້ສົມທົບກັບຫ້ອງວ່າການສູນກາງພັກ ຫວຽດນາມ ຢ່າງແໜ້ນແຟ້ນ ໃນການປະສານງານ
ຍສໝ - ຕາມກົມການທ່ອງທ່ຽວແຫ່ງຊາດແລ້ວ, ສ່ວນຫຼາຍບັນດາສະຖານທີ່ທ່ອງທ່ຽວຈຸດສຸມໃນທົ່ວປະເທດລ້ວນແຕ່ຮັບຮູ້ສັນຍານທີ່ຕັ້ງໜ້າດ້ວຍຈຳນວນແຂກທ່ອງທ່ຽວເພີ່ມຂຶ້ນຫຼາຍ, ນັບແຕ່ 50 ເຖິງ 100% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024.