ອາເມລິກາໜູນຊ່ວຍບັນດາປະເທດອາຊຽນຮັບມືກັບໂລກລະບາດໂຄວິດ - 19

06:00 | 02/04/2020

ຍສໝ - ກະຊວງການຕ່າງປະເທດອາເມລິກາໄດ້ອອກຖະແຫຼງຂ່າວກ່ຽວກັບເລື່ອງອາເມລິກາໜູນຊ່ວຍບັນດາປະເທດອາຊຽນຮັບມືກັບໂລກລະບາດໂຄວິດ - 19.

ຍສໝ ອາເມລ ກາໜ ນຊ ວຍບ ນດາປະເທດອາຊຽນຮ ບມ ກ ບໂລກລະບາດໂຄວ ດ 19 ອາຊຽນ ເພີ່ມທະວີການຮ່ວມມືພາຍໃນກຸ່ມກ້ອນ ແລະບັນດາຄູ່ຮ່ວມມື ໃນການຮັບມືກັບເຊື້ອພະຍາດ COVID 19
ຍສໝ ອາເມລ ກາໜ ນຊ ວຍບ ນດາປະເທດອາຊຽນຮ ບມ ກ ບໂລກລະບາດໂຄວ ດ 19 ຫວຽດນາມ ອອກ​ຖະ​ແຫຼງການ​ປະທານ ກ່ຽວກັບ​​ເລື່ອງ ອາຊຽນ ຮ່ວມ​ກັນ​ຮັບ​ມື​ກັບ​ເຊື້ອ​ພະຍາດ​ອັກ​ເສບປອດ​ທີ່​ເກີດ​ຈາກ​ເຊື້ອ​ຈຸລະ​ໂລກ Covid -19
ຍສໝ ອາເມລ ກາໜ ນຊ ວຍບ ນດາປະເທດອາຊຽນຮ ບມ ກ ບໂລກລະບາດໂຄວ ດ 19
ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ.(ພາບ: BNG)

ກອງປະຊຸມອອນລາຍຂອງບັນດາເຈົ້າໜ້າທີ່ອາວຸໂສລະຫວ່າງຂະແໜງການອາຊຽນ - ອາເມລິກາກ່ຽວກັບບັນດາກໍລະນີສຸກເສີນທາງດ້ານສາທາລະນະສຸກໃນວົງຄະນະຍາດເພື່ອແນໃສ່ຊຸກຍູ້ການຮ່ວມມື ແລະ ປະສານສົມທົບລະຫວ່າງອາເມລິກາ ແລະອາຊຽນໃນການຮັບມືກັບໂລກລະບາດໂຄວິດ - 19.

ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫງວຽນກ໊ວກຢຸງ ເນັ້ນໜັກວ່າບັນດາຄວາມມານະພະຍາຍາມເປັນເຈົ້າການ ຮັບມືຢ່າງທັນການຂອງອາຊຽນ ນັບແຕ່ຫົວທີ ສາມາດບັນລຸໄດ້ບັນດາໝາກຜົນໃນເບື້ອງຕົ້ນ. ນະທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດຫງວຽນກ໊ວກຢຸງກໍໄດ້ສະເໜີບັນດາທິດທາງການຮ່ວມມືລະຫວ່າງອາຊຽນ ແລະ ອາເມລິກາ ໃນການຄວບຄຸມ, ສະກັດກັ້ນໂລກລະບາດກໍຄືການຮັບມືກັບບັນດາຜົນກະທົບທີ່ຫຍໍ້ທໍ້ກ່ຽວກັບເສດຖະກິດ - ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໃຫ້ເປັນປົກກະຕິ ແລະ ຢັ້ງຢືນວ່າ, ຫວຽດນາມຈະຕັ້ງໜ້າເສີມຂະຫຍາຍວຽກງານປະສານງານບັນດາຄວາມມານະພະຍາຍາມຂອງອາຊຽນ ເພື່ອຈຸດປະສົງນີ້.

ໃນບົດບາດປະທານກຸ່ມປະຕິບັດງານ ແລະຕາງໜ້າໃຫ້ຫວຽດນາມ, ທ່ານ ຫງວຽນກ໊ວກຢູງ ໄດ້ເນັ້ນໜັກວ່າ ອາຊຽນ ຕ້ອງກະທຳຢ່າງຂ້ຽວຂາດ ແລະຮຸນແຮງກວ່າອີກ, ຜັນຂະຫຍາຍບັນດາມາດຕະການຮ່ວມມືລະອຽດໃນການຮັບມືກັບເຊື້ອພະຍາດ Covid-19 ກໍ່ຄືຊຸກຍູ້ການແບ່ງປັນຂໍ້ມູນຂ່າວສານ, ສົມທົບກັນກ່ຽວກັບນະໂຍບາຍ ແລະສົມທົບກັນມີການກະທຳໃນການສະກັດກັ້ນ, ຄວບຄຸມການແຜ່ລະບາດ, ປິ່ນປົວບັນດາກໍລະນີຕິດພະຍາດກໍ່ຄືຫຼຸດຜ່ອນຜົນກະທົບຢ່າງຫຍໍ້ທໍ້ຂອງໂລກລະບາດຕໍ່ກັບຊີວິດເສດຖະກິດ-ສັງຄົມຂອງບັນດາປະເທດ.

ນັບແຕ່ເມື່ອໂລກລະບາດໄດ້ເກີດ ຂຶ້ນ, ອາເມລິກາ ໄດ້ສະໜອງຈໍານວນເງິນກວ່າ 18 ລ້ານ USD ເພື່ອໜູນຊ່ວຍມະນຸດສະທໍາ ແລະ ສາທາລະນະສຸກໂດຍດ່ວນໃຫ້ບັນດາປະເທດສະມາຊິກອາຊຽນ. ການໜູນຊ່ວຍຂອງ ອາເມລິກາທີ່ສະຫງວນໃຫ້ ບັນດາປະເທດ ອາຊຽນລວມມີ ກະກຽມບັນດາຫ້ອງວິໄຈເຊື້ອ SARS-CoV-2 ຂອບຂະໜາດໃຫຍ່, ຄວບຄຸມ ແລະ ປ້ອງກັນ, ສະກັດກັ້ນການຕິດແປດ, ຜັນຂະຫຍາຍບັນດາແຜນການໂດຍດ່ວນກ່ຽວກັບດ້ານສາທາລະນະສຸກໃນວົງຄະນະຍາດຢູ່ບັນດາສະຖານທີ່ຄວບຄຸມຊາຍແດນ ແລະ ອັບເດດເອກະສານຝຶກອົບຮົມໃຫ້ແກ່ພະນັກງານສາທາລະນະສຸກ.

ບັນດາປະເທດອາຊຽນ ແລະ ອາເມລິກາ ໃຫ້ຄໍາໝັ້ນສັນຍາວ່າຈະເພີ່ມທະວີການຮ່່ວມມື, ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບມືກັບໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ຮັບປະກັນຄວາມປອດໄພ ແລະສຸຂະພາບໃຫ້ແກ່ປະຊາຊົນ; ເຫັນດີຕັ້ງໜ້າແບ່ງປັນຂໍ້ມູນຂ່າວສານ, ປະສົບການ, ໜູນຊ່ວຍດ້ານເຕັກນິກໃນການຄວບຄຸມ, ສະກັດກັ້ນການແຜ່ລະບາດ ແລະປິ່ນປົວຜູ້ຕິດເຊື້ອ. ອາຊຽນ ແລະ ອາເມລິກາກໍຢັ້ງຢືນວ່າຈະຕັ້ງໜ້າສົມທົບກັນຊຸກຍູ້ບັນດາມາດຕະການ ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຕໍ່ພື້ນຖານເສດຖະກິດ - ສັງຄົມຈາກໂລກລະບາດໃຫ້ຢູ່ໃນລະດັບຕ່ຳສຸດ, ຮັກສາຕະຫຼາດເປີດ, ຮັກສາການແລກປ່ຽນການຄ້າ, ການບໍລິການ ແລະ ການລົງທຶນໃຫ້ເປັນປົກກະຕິ...

ຍສໝ ອາເມລ ກາໜ ນຊ ວຍບ ນດາປະເທດອາຊຽນຮ ບມ ກ ບໂລກລະບາດໂຄວ ດ 19 ຫວຽດນາມ - ອາເມລິກາ ຮ່ວມມືກັນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ການສ້າງສາ ແລະ ການປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ - ອາເມລິກາ

ຍສໝ - ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເປັນວຽກງານທີ່ໄດ້ຮັບຄວາມບູລິມະສິດທີສຸດໃນການຮ່ວມມືລະຫວ່າງສອງປະເທດ.

ຍສໝ ອາເມລ ກາໜ ນຊ ວຍບ ນດາປະເທດອາຊຽນຮ ບມ ກ ບໂລກລະບາດໂຄວ ດ 19 ກອງທັບເຮືອຫວຽດນາມ ເຂົ້າຮ່ວມການຊ້ອມຮົບທາງທະເລລະຫວ່າງ ອາຊຽນ - ອາເມລິກາ

ຍສໝ - ຕອນບ່າຍວັນທີ 1 ກັນຍາ, ກຳປັ່ນກອງທັບເຮືອ 18 - ກອງພົນ 171 - ກອງບັນຊາການທະຫານເຂດ 2 - ເຫຼົ່າທັບເຮືອ ໄດ້ອອກຈາກທ່າເຮືອ, ເລີ່ມເຂົ້າຮ່ວມຢ່າງເປັນທາງການໃນການຊ້ອມຮົບທາງທະເລອາຊຽນ - ສະຫະລັດອາເມລິກາແຕ່ວັນທີ 2 - 6 ກັນຍາ ຢູ່ອ່າວໄທ ແລະ ...

ຍສໝ ອາເມລ ກາໜ ນຊ ວຍບ ນດາປະເທດອາຊຽນຮ ບມ ກ ບໂລກລະບາດໂຄວ ດ 19 ກອງປະຊຸມຄັ້ງທີ 9 ຄະນະກຳມະການຮ່ວມມືລວມ ອາຊຽນ - ອາເມລິກາ

ນີ້ແມ່ນກອງປະຊຸມປະຈຳປີ ເພື່ອແນໃສ່ຕີລາຄາການພົວພັນ ອາຊຽນ - ອາເມລິກາ ກໍ່ຄືກວດກາຄືນຄວາມຄືບໜ້າຜັນຂະຫຍາຍບັນດາໂຄງການລະຫວ່າງ 2 ຝ່າຍ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.