ກອງທັບເຮືອຫວຽດນາມ ເຂົ້າຮ່ວມການຊ້ອມຮົບທາງທະເລລະຫວ່າງ ອາຊຽນ - ອາເມລິກາ

16:54 | 03/09/2019

ຍສໝ - ຕອນບ່າຍວັນທີ 1 ກັນຍາ, ກຳປັ່ນກອງທັບເຮືອ 18 - ກອງພົນ 171 - ກອງບັນຊາການທະຫານເຂດ 2 - ເຫຼົ່າທັບເຮືອ ໄດ້ອອກຈາກທ່າເຮືອ, ເລີ່ມເຂົ້າຮ່ວມຢ່າງເປັນທາງການໃນການຊ້ອມຮົບທາງທະເລອາຊຽນ - ສະຫະລັດອາເມລິກາແຕ່ວັນທີ 2 - 6 ກັນຍາ ຢູ່ອ່າວໄທ ແລະ ເຂດທະເລໃຕ້ຂອງ ກາເມົາ.

ໃນໄລຍະຊ້ອມຮົບຄັ້ງນີ້, ກຳປັ່ນກອງທັບເຮືອ 18 ຈະລາດຕະເວນຢູ່ທະເລທາງໃຕ້, ການຝຶກຊ້ອມໄປທາງໄກ, ກວດກາສະພາບອາວຸດ ແລະ ອຸປະກອນເພື່ອຍົກສູງ ກຳລັງຄວາມສາມາດບັນຊາ ແລະ ກຽມພ້ອມສູ້ຮົບຢູ່ທະເລ. ນອກຈາກນັ້ນ, ຍັງແລກປ່ຽນ, ຮຽນຮູ້ປະສົບການ ເພື່ອປັບປຸງຄວາມສາມາດໃນການປະສານງານກິດຈະກຳ ກັບກອງທັບເຮືອຂອງປະເທດອື່ນ. ການຊ້ອມຮົບເທື່ອນີ້ລວມມີ ກຳປັ່ນຮົບ ຈຳນວນ 8 ລຳ ແລະ ເຮືອບິນການທະຫານ ຈຳນວນ4 ລຳ ຈາກ 7 ປະເທດ ແລະ ທະຫານອາເມລິກາ ຈຳນວນ 1,250 ຄົນ ແລະ ທັງໝົດ 10 ປະເທດອາຊຽນ.

ກອງທັບເຮືອຫວຽດນາມ ເຂົ້າຮ່ວມການຊ້ອມຮົບທາງທະເລລະຫວ່າງ ອາຊຽນ - ອາເມລິກາ

ພິທີເປີດ ການຊ້ອມຮົບທາງທະເລລະຫວ່າງ ອາຊຽນ - ອາເມລິກາ. (ພາບ: dantri.com.vn)

ພາຍຫຼັງມາ ວັນທີ 2 ກັນຍາ, ຢູ່ຖານທີ່ໝັ້ນກອງທັບເຮືອ ສັດຕະຫີບ ໄທ, ພິທີໄຂການຊ້ອມຮົບທາງທະເລຮ່ວມຄັ້ງທຳອິດລະຫວ່າງ ກອງທັບເຮືອອາເມລິກາ ແລະ ກອງທັບເຮືອ ອາຊຽນ (AUMX) ໄດ້ດຳເນີນໄປພາຍໃຕ້ການເປັນປະທານຂອງທ່ານພົນເຮືອໂທໄທ ຈະເລິນ ພົນຄຸ້ມຣາສີ ແລະ ທ່ານ ພົນເຮືອຕີ ອາເມລິກາ Kenneth Whitesell, ຮອງຜູ້ບັນຊາການກອງທັບເຮືອປະຈຳ ປາຊີຟິກ

ການຊ້ອມຮົບທາງທະເລລະຫວ່າງ ອາຊຽນ - ອາເມລິກາ ໄດ້ດຳເນີນລະຫວ່າງ ວັນທີ 2 – 6 ກັນຍາ ຢູ່ເຂດທະເລອ່າວໄທ ແລະ ຢູ່ເຂດທະເລແຫຼມກ່າເໝົາ, ຫວຽດນາມ, ດ້ວຍຫົວຂໍ້ວ່າ: “ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ກຳລັງຄວາມສາມາດໃນການສູ້ຮົບທາງທະເລແບບປະສົມ” ເພື່ອແນໃສ່ຊຸກຍູ້ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ, ຄວາມເສລີການເດີນເຮືອ, ການບິນ ແລະ ບັນດາການເຄື່ອນໄຫວການຄ້າທີ່ບໍ່ຖືກສະກັດກັ້ນຕາມຫຼັກການທີ່ ສາກົນໄດ້ຮັບຮອງເອົາ. ທຸກໆປະເທດສະມາຊິກຂອງອາຊຽນ, ໃນນັ້ນມີ ຫວຽດນາມ ລ້ວນແຕ່ສົ່ງກຳລັງເຂົ້າຮ່ວມການຊ້ອມຮົບດັ່ງກ່າວ.

ກອງທັບເຮືອຫວຽດນາມ ເຂົ້າຮ່ວມການຊ້ອມຮົບທາງທະເລລະຫວ່າງ ອາຊຽນ - ອາເມລິກາ

ທ່ານ ພົນເຮືອຕີ ອາເມລິກາ Kenneth Whitesell, ຮອງຜູ້ບັນຊາການກອງທັບເຮືອປະຈຳ ປາຊີຟິກ ໄດ້ກ່າວຄຳປາໄສໃນພິທີ. (ພາບ: dantri.com.vn)

ບັນດາເຈົ້າໜ້າທີ່ກອງທັບເຮືອຫວັງວ່າ ການຊ້ອມຮົບຈະຊ່ວຍເພີ່ມທະວີການຮ່ວມມືດ້ານກອງທັບເຮືອລະຫວ່າງ ອາເມລິກາ ແລະ ອາຊຽນ, ໃນນັ້ນ ມີການແລກປ່ຽນຂໍ້ມູນຂ່າວສານເພື່ອແນໃສ່ປ້ອງກັນເຂດອາຊີຕາເວັນອອກສ່ຽງໃຕ້ເພື່ອຫຼີກລ້ຽງຈາກບັນດາການນາບຂູ່ຢູ່ທະເລ. ນີ້ແມ່ນການຊ້ອມຮົບຮ່ວມຄັ້ງທຳອິດ ໃນປະຫວັດສາດຂອງບັນດາປະເທດ, ເພື່ອແນໃສ່ເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ເຂດທະເລອາຊຽນ ແລະ ຄວາມໝັ້ນຄົງທາງທະເລ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.