ຫວຽດນາມ ໄດ້ຮັບຄວາມເຊື່ອຖືເປັນຢ່າງສູງ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19

11:15 | 15/05/2020

ຍສໝ - ມີເຖິງ 94% ຈຳນວນປະຊາຊົນຫວຽດນາມ ກ່າວວ່າການຮັກສາຂໍ້ມູນທີ່ໂປ່ງໃສ ແລະ ຈະແຈ້ງ ກ່ຽວກັບສະພາບການລະບາດ ໄດ້ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນຢ່າງສົມບູນສຳຫຼັບລັດຖະບານ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.

ຫວຽດນາມ ໄດ ຮ ບຄວາມເຊ ອຖ ເປ ນຢ າງສ ງ ໃນການປ ອງກ ນ ແລະ ສະກ ດກ ນພະຍາດ covid 19 ຫວຽດນາມ - ສະວິດເຊີແລນ ປະສານສົມທົບໃນການສະໜັບສະໜູນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສຫຼາຍຝ່າຍ
ຫວຽດນາມ ໄດ ຮ ບຄວາມເຊ ອຖ ເປ ນຢ າງສ ງ ໃນການປ ອງກ ນ ແລະ ສະກ ດກ ນພະຍາດ covid 19 ສະຫະລັດອາເມລິກາ ໄດ້ຖືຫວຽດນາມເປັນ “ແບບຢ່າງໃນການສະກັດກັ້ນການລະບາດ ຂອງພະຍາດ COVID-19”

ອີງຕາມຜົນການສຳຫຼວດທົ່ວໂລກ ທີ່ປະຕິບັດໂດຍ Blackbox Research - ອົງການຄົ້ນຄວ້າສັງຄົມ ລະດັບແຖວໜ້າຂອງສິງກະໂປ ແລະ ບໍລິສັດ Toluna ເຊິ່ງເປັນອົງການຊ່ຽວຊານໃນການເກັບກຳຂໍ້ມູນການຄົ້ນຄວ້າທ້ອງຕະຫຼາດ ໃຫ້ຮູ້ວ່າ ຫວຽດນາມຢືນອັນດັບທີ 2 ໃນທົ່ວໂລກ ແລະ ເປັນອັນດັບທີ 1 ໃນອາຊີຕາເວັນອອກສ່ຽງໃຕ້ ວ່າດ້ວຍຄວາມພໍໃຈໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.

ການສຳຫຼວດດັ່ງກ່າວ ເພື່ອແນໃສ່ປະເມີນລະດັບຄວາມພໍໃຈຂອງປະຊາຊົນໃນ 23 ປະເທດ ແລະ ເຂດແຄ້ວນ ສຳລັບຄວາມພະຍາຍາມຂອງລັດຖະບານໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19.

ຫວຽດນາມ ໄດ ຮ ບຄວາມເຊ ອຖ ເປ ນຢ າງສ ງ ໃນການປ ອງກ ນ ແລະ ສະກ ດກ ນພະຍາດ covid 19
ມີເຖິງ 94% ຈຳນວນປະຊາຊົນຫວຽດນາມ ເຊື່ອໝັ້ນຢ່າງສົມບູນສຳຫຼັບລັດຖະບານ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19. (ພາບ: TTXVN)

ອີງຕາມຜົນການສຳຫຼວດດັ່ງກ່າວ, ດ້ວຍການກະກຽມຢ່າງລະອຽດຮອບຄອບ ແລະ ຕັ້ງໜ້າ, ເປັນເຈົ້າການແຕ່ຫົວທີຂອງລະບົບການເມືອງທັງໝົດ, ພ້ອມດ້ວຍທິດທາງທີ່ໜັກແໜ້ນຂອງພັກ ແລະ ລັດ, ປະຊາຊົນຫວຽດນາມສະແດງຄວາມພໍໃຈ ແລະ ເຊື່ອໝັ້ນບັນດາມາດຕະການຂອງລັດຖະບານ ໃນການປ້ອງກັນ ແລະ ຕ້ານຄຸມພະຍາດ COVID-19.

ມີເຖິງ 94% ຈຳນວນປະຊາຊົນຫວຽດນາມ ກ່າວວ່າການຮັກສາຂໍ້ມູນທີ່ໂປ່ງໃສ ແລະ ຈະແຈ້ງ ກ່ຽວກັບສະພາບການລະບາດ ໄດ້ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນຢ່າງສົມບູນສຳຫຼັບລັດຖະບານ.

ທ່ານ David Black - ຜູ້ກໍ່ຕັ້ງ ແລະ ຜູ້ອຳນວຍການໃຫຍ່ບໍລິສັດ Blackbox Research ໄດ້ຢືນຢັນວ່າ ຕົວເລກສະແດງທີ່ໜ້າປະທັບໃຈ ຂອງຫວຽດນາມ ໄດ້ສະແດງໃຫ້ເຫັນເຖິງປະສິດທິຜົນ ຂອງມາດຕະການທີ່ໜັກແໜ້ນ ແລະ ວ່ອງໄວຂອງລັດຖະບານຫວຽດນາມ ໃນການຄວບຄຸມການລະບາດ, ກໍ່ຄືການສະໜອງຂໍ້ມູນເປັນປະຈຳ ແລະ ຈະແຈ້ງໃຫ້ແກ່ປະຊາຊົນ ກ່ຽວກັບສະພາບພະຍາດ.

ຕາມທ່ານ David Black, ຜົນສຳເລັດຂອງຫວຽດນາມ ໃນການຄວບຄຸມການລະບາດພະຍາດ COVID-19 ໄດ້ເພີ່ມທະວີຄວາມຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອຖືຂອງປະຊາຊົນ ສຳຫຼັບການນຳພາຂອງພັກ ແລະ ລັດ. ທ່ານ David Black ເນັ້ນໜັກວ່າ: “ປະເທດຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດ ທີ່ຜ່ອນຜັນກົດລະບຽບແຍກອອກຫ່າງທາງສັງຄົມ.

ຫວຽດນາມ ໄດ ຮ ບຄວາມເຊ ອຖ ເປ ນຢ າງສ ງ ໃນການປ ອງກ ນ ແລະ ສະກ ດກ ນພະຍາດ covid 19 ໜັງສືພິມ Guardian (ອັງກິດ): ຄວາມທັນເວລາແມ່ນຄວາມຕ້ອງການທີ່ຊ່ວຍໃຫ້ ຫວຽດນາມ ຊະນະ COVID-19

ຍສໝ - ຫວ່າງມໍ່ໆນີ້ ໜັງສືພິມ The Guardian ໃຫ້ຮູ້ວ່າຄວາມທັນເວລາແມ່ນຄວາມຕ້ອງການທີ່ຊ່ວຍໃຫ້ ຫວຽດນາມ ຊະນະ COVID-19.

ຫວຽດນາມ ໄດ ຮ ບຄວາມເຊ ອຖ ເປ ນຢ າງສ ງ ໃນການປ ອງກ ນ ແລະ ສະກ ດກ ນພະຍາດ covid 19 ຫວຽດນາມ ແບ່ງປັນປະສົບການ ກັບສາກົນ ໃນການສະກັດກັ້ນການລະບາດຂອງພະຍາດ COVID-19

ຍສໝ​ - ວັນທີ 30 ເມສາ, ຫວຽດນາມໄດ້ຕາງໜ້າສຳນັກງານ ອົງການອະນາໄມໂລກ WHO ຢູ່ ເຂດທິດຕາເວັນຕົກປາຊີຟິກ ເຊິ່ງໄດ້ກ່າວບົດສະເໜີກ່ຽວກັບປະສົບການໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19, ກໍ່ຄື ອະທິບາຍສະແດງໃຫ້ເຫັນວ່າເປັນຫຍັງໃນ 14 ວັນທີ່ຜ່ານມາ, ຫວຽດນາມບໍ່ໄດ້ບັນທຶກກໍລະນີຕິດເຊື້ອຢູ່ໃນຊຸມຊົນ.

ຫວຽດນາມ ໄດ ຮ ບຄວາມເຊ ອຖ ເປ ນຢ າງສ ງ ໃນການປ ອງກ ນ ແລະ ສະກ ດກ ນພະຍາດ covid 19 ອົງການອະນາໄມໂລກ WHO ສະແດງຄວາມຂອບໃຈການຊ່ວຍເຫຼືອຂອງຫວຽດນາມ ໃນການຕໍ່ສູ້ກັບພະຍາດ Covid-19

ຍສໝ - ເມື່ອບໍ່ດົນມານີ້ , ຢູ່ Geneva, ທ່ານ Tedros Adhanom Ghebreyesus - ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ WHO ໄດ້ສະແດງຄວາມຂອບໃຈ ສຳຫຼັບການຊ່ວຍເຫຼືອຂອງຫວຽດນາມ, ບັນດາປະເທດ, ອົງການຈັດຕັ້ງ ແລະ ບຸກຄົນຕ່າງໆ ໃນແຜນຍຸດທະສາດການຕອບໂຕ້ ແລະ ການກະກຽມດ້ານຍຸດທະສາດຂອງ WHO ໃນການຕໍ່ສູ້ກັບການລະບາດຂອງພະຍາດ ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.