ຫວຽດນາມ - ເຢຍລະມັນ ຂະຫຍາຍການຮ່ວມມືໃນບັນດາຂົງເຂດບູລິມະສິດ

21:05 | 19/08/2026

ຍສໝ - ວັນທີ 18 ສິງຫາ ຢູ່ຮ່າໂນ້ຍ, ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Rolf Mutzenich, ສະມາຊິກສະພາຜູ້ແທນລາຊະດອນແຫ່ງລັດຖະບານກາງເຢຍລະມັນ, ກຳມະການຄະນະກຳມະການການຕ່າງປະເທດຂອງສະພາຜູ້ແທນລາຊະດອນເຢຍລະມັນ. ສອງຝ່າຍໄດ້ປຶກສາຫາລືບັນດາມາດຕະການຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດ, ໂດຍເນັ້ນໃສ່ການລົງທຶນ, ການສຶກສາ - ຝຶກອົບຮົມ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການພັດທະນາຊັບພະຍາກອນມະນຸດຄຸນນະພາບສູງ.

ການເຄື່ອນໄຫວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ ທຶນ​ການ​ສຶກສາ 77 ທຶນ​ຈາກ​ລັດ Hessen ​ໄດ້​ມອບ​ໃຫ້​ນັກຮຽນ​ທີ່​ດ້ອຍ​ໂອກາດ​ໃນ​ແຂວງ ອານຢາງ

ໃນການຕ້ອນຮັບ, ທ່ານນາງ ເລ ທິ ທູ ຮັ່ງ ຢືນຢັນວ່າ ຫວຽດນາມຖືເອົາເຢຍລະມັນເປັນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະ ປາດຖະໜາຢາກເຮັດໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດນັບມື້ນັບເລິກເຊິ່ງຂຶ້ນ.

ໃນການແນະນຳທິດທາງການພັດທະນາຂອງຫວຽດນາມ, ທ່ານຮອງລັດຖະມົນຕີໃຫ້ຮູ້ວ່າ ຫວຽດນາມວາງເປົ້າໝາຍຮັກສາອັດຕາການເຕີບໂຕທາງເສດຖະກິດໃນລະດັບສອງຕົວເລກ, ປະຕິບັດສອງເປົ້າໝາຍ 100 ປີ, ມຸ່ງສູ່ການກາຍເປັນປະເທດພັດທະນາທີ່ມີລາຍຮັບສູງໃນປີ 2045. ໃນນັ້ນ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນດິຈິຕອນ ແລະ ເສດຖະກິດພາກເອກະຊົນ ໄດ້ຖືກກຳນົດເປັນບັນດາກຳລັງຂັບເຄື່ອນທີ່ສຳຄັນ.

ຫວຽດນາມ - ເຢຍລະມັນ ຂະຫຍາຍການຮ່ວມມືໃນບັນດາຂົງເຂດບູລິມະສິດ
ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ປຶກສາຫາລືກັບທ່ານ Rolf Mutzenich, ສະມາຊິກສະພາເຢຍລະມັນ, ກ່ຽວກັບບັນດາມາດຕະການເພີ່ມທະວີສາຍພົວພັນຄູ່ຮ່ວມຍຸດທະສາດຫວຽດນາມ - ເຢຍລະມັນ.

ຫວຽດນາມຍິນດີຕ້ອນຮັບບັນດາວິສາຫະກິດເຢຍລະມັນຂະຫຍາຍການລົງທຶນ ແລະ ດຳເນີນທຸລະກິດໃນບັນດາຂົງເຂດໂຄງລ່າງພື້ນຖານ, ທ່າເຮືອອັດສະລິຍະ, ພະລັງງານທົດແທນ, ທາງລົດໄຟຄວາມໄວສູງ, ວິທະຍາສາດ - ເຕັກໂນໂລຊີ ແລະ ການຝຶກອົບຮົມຊັບພະຍາກອນມະນຸດຄຸນນະພາບສູງ.

ທ່ານ Rolf Mutzenich ຕີລາຄາສູງຕໍ່ບັນດາຜົນສຳເລັດດ້ານການພັດທະນາຂອງຫວຽດນາມ, ຢືນຢັນວ່າ ສະພາຜູ້ແທນລາຊະດອນເຢຍລະມັນໃຫ້ຄວາມສົນໃຈຊຸກຍູ້ສາຍພົວພັນສອງຝ່າຍໃຫ້ສົມຄູ່ກັບຂອບເຂດສາຍພົວພັນຄູ່ຮ່ວມຍຸດທະສາດ. ທ່ານສະເໜີໃຫ້ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ເສີມສ້າງຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ຂະຫຍາຍການຮ່ວມມືລະຫວ່າງລັດຖະສະພາ.

ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ສາຍພົວພັນລະຫວ່າງພັກຄອມມູນິດຫວຽດນາມ ແລະ ພັກສັງຄົມປະຊາທິປະໄຕເຢຍລະມັນ (SPD), ພ້ອມທັງແລກປ່ຽນປະສົບການດ້ານການສ້າງກົດໝາຍ ແລະ ການກວດກາຕິດຕາມລະຫວ່າງບັນດາສະມາຊິກສະພາ ແລະ ຄະນະກຳມະການວິຊາສະເພາະ.

ພ້ອມກັນນັ້ນ, ທ່ານນາງ ເລ ທິ ທູ ຮັ່ງ ຍັງສະເໜີໃຫ້ລັດຖະສະພາເຢຍລະມັນສືບຕໍ່ໃຫ້ຄວາມສົນໃຈ ແລະ ສ້າງເງື່ອນໄຂອັນສະດວກໃຫ້ແກ່ຊາວຫວຽດນາມຫຼາຍກວ່າ 200.000 ຄົນ ທີ່ກຳລັງດຳລົງຊີວິດ, ສຶກສາ ແລະ ເຮັດວຽກຢູ່ເຢຍລະມັນ.

ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືດ້ານການສຶກສາ - ຝຶກອົບຮົມ, ການແລກປ່ຽນນັກສຶກສາ ແລະ ນັກຄົ້ນຄວ້າລະດັບຫຼັງປະລິນຍາ, ການພັດທະນາຊັບພະຍາກອນມະນຸດຄຸນນະພາບສູງ; ຂະຫຍາຍການຮ່ວມມືດ້ານແຮງງານ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການແລກປ່ຽນລະຫວ່າງລັດຖະສະພາ.

ກ່ຽວກັບການຮ່ວມມືຫຼາຍຝ່າຍ, ຫວຽດນາມ ແລະ ເຢຍລະມັນ ເຫັນດີຈະສືບຕໍ່ປະສານສົມທົບກັນເພື່ອຊຸກຍູ້ສາຍພົວພັນຫວຽດນາມ - ສະຫະພາບເອີຣົບ (EU) ແລະ ເຢຍລະມັນ - ອາຊຽນ.

ໃນການແລກປ່ຽນກ່ຽວກັບສະຖານະການສາກົນ, ສອງຝ່າຍໄດ້ເນັ້ນໜັກເຖິງບົດບາດຂອງການສົນທະນາ, ການສ້າງຄວາມໄວ້ເນື້ອເຊື່ອໃຈ, ການສະໜັບສະໜູນລະບົບຫຼາຍຝ່າຍ ໂດຍມີສະຫະປະຊາຊາດເປັນໃຈກາງ; ຢືນຢັນຄວາມສຳຄັນຂອງສັນຕິພາບ, ຄວາມໝັ້ນຄົງ, ເສລີພາບໃນການເດີນເຮືອ ແລະ ການບິນຜ່ານທະເລຕາເວັນອອກ, ພ້ອມທັງການແກ້ໄຂຂໍ້ຂັດແຍ່ງດ້ວຍວິທີການສັນຕິ, ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະອະນຸສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ ປີ 1982 (UNCLOS 1982).

ຂີດໝາຍວັນບຸນຊຸດເສື້ອຍາວຂອງສະຫະພັນແມ່ຍິງ ຫວຽດນາມ ປະຈຳ ເຢຍລະມັນ ຂີດໝາຍວັນບຸນຊຸດເສື້ອຍາວຂອງສະຫະພັນແມ່ຍິງ ຫວຽດນາມ ປະຈຳ ເຢຍລະມັນ
ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ສະຫະພັນ​ແມ່ຍິງ ​ຫວຽດນາມ ປະຈຳ ສາທາລະນະລັດສະຫະພັນ ເຢຍລະ​ມັນ ​ໄດ້​ຈັດ​ວັນບຸນຊຸດເສື້ອຍາວໃຫ້ແກ່​ເອື້ອຍນ້ອງແມ່ຍິງ ດ້ວຍ​ຫົວ​ຂໍ້​ວ່າ “ອ່ອນໂຍນສີສັນລະດູ​ບານໃໝ່ 2024”.
ປຸກລະດົມການປະກວດອອກແບບໂລໂກ້ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢລະມັນ ປຸກລະດົມການປະກວດອອກແບບໂລໂກ້ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢລະມັນ
ຍສໝ - ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ​ເຢລະ​ມັນ (ວັນທີ 23 ກັນຍາ ປີ 1975 – ວັນທີ 23 ກັນຍາ ປີ 2025), ສະຖານທູດ​ເຢລະ​ມັນ ປະຈຳ ຫວຽດນາມ ​ໄດ້​ເປີດ​ງານ​ແຂ່ງຂັນ​ອອກແບບ​ໂລ​ໂກ້​ ສຳລັບ​ຜູ້ເຂົ້າຮ່ວມທີ່ເປັນມືອາ​ຊີບ ​ແລະ ສະໝັກຫຼິ້ນ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ