| ເລີ່ມສັກວັກຊິນກັນໂຄວິດ - 19 ຊະນິດທີ 2 ຂອງ ຫວຽດນາມ | |
| ລອງອານມອບເງິນ ແລະ ວັດຖຸປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ແກ່ແຂວງ Prey Veng (ປະເທດ ກຳປູເຈຍ) |
ຕອນເຊົ້າວັນທີ 17 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານຕີລາຄາໝາກຜົນວຽກງານການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນຮອບເວລາ 1 ປີຜ່ານມາ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, ພາຍຫຼັງພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ຄົນທຳອິດ, ນາຍົກລັດຖະມົນຕີໄດ້ເປັນປະທານຈັດກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ.
![]() |
| ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານຕີລາຄາໝາກຜົນວຽກງານການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. (ພາບ: TTXVN) |
ພາຍໃຕ້ການຊີ້ນຳໂດຍກົງຂອງລັດຖະບານ, ຈິດໃຈປ້ອງກັນ, ສະກັດກັ້ນໂລກລະບາດ “ໄວ, ໄວກວ່າອີກ”, ເດັດດຽວ “ຕ້ານໂລກລະບາດຄືຕ້ານສັດຕູ” ເຊິ່ງຂະແໜງສາທາລະນະສຸກ, ບັນດາທ້ອງຖິ່ນສຸມໃສ່ປະຕິບັດ. ປະຊາຊົນກໍ່ປະຕິບັດບັນດາການແນະນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດເປັນຢ່າງດີ. ຍ້ອນບັນດາສິ່ງດັ່ງກ່າວໄດ້ຊ່ວຍໃຫ້ຫວຽດນາມ ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນນັບທັງ 3 ຄັ້ງໃນຮອບເວລາ 14 ເດືອນຜ່ານມາ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາສະມາຊິກເຂົ້າຮ່ວມກອງປະຊຸມຕ້ອງຖອດຖອນບົດຮຽນ, ບັນດາການຄາດຄະເນ, ມາດຕະການແກ້ໄຂໃນໄລຍະຈະມາເຖິງ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນກວ່າ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຍົກໃຫ້ເຫັນບັນດາບົດຮຽນທີ່ຖອດຖອນມາໄດ້.
“ທີໜຶ່ງແມ່ນການຊີ້ນຳ, ນຳພາທີ່ຖືກຕ້ອງ, ຂ້ຽວຂາດ, ທັນການຂອງພັກ, ລັດ, ຄວາມມານະພະຍາຍາມຂອງລະບົບການເມືອງ. ທີ່ສອງແມ່ນ, ດ້ວຍທັດສະນະຮັກສາສຸຂະພາບ, ປົກປ້ອງຊີວິດອິນຊີຂອງປະຊາຊົນ ແມ່ນວຽກງານສຳຄັນແຖວໜ້າ ໄດ້ເປັນປະຖົມປັດໄຈແກ່ຄວາມມານະພະຍາຍາມສ້າງຄວາມເຫັນດີເຫັນພ້ອມ ແລະ ລະດົມແຫຼ່ງກຳລັງໃນພຳສັງຄົມ. ທີສາມແມ່ນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າການ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສາມັກຄີກັນເປັນຈິດໜຶ່ງໃຈດຽວ. ທີສີ່ແມ່ນ, ຫວຽດນາມ ເປັນປະເທດທີ່ມີປະຊາທິປະໄຕ, ບົດບາດຂອງຄວາມເປີດເຜີຍ, ໂປ່ງໃສໃນການປ້ອງກັນ, ສະກັດກັ້ນໂລກລະບາດ.”
| ຫວຽດນາມ ເລີ່ມສັກວັກຊິນກັນພະຍາດໂຄວິດ - 19 ນັບແຕ່ວັນທີ 8 ມີນາ 2021, ຫວຽດນາມ ເລີ່ມສັກວັກຊິນກັນພະຍາດໂຄວິດ - 19 ຢູ່ 13 ແຂວງ, ນະຄອນ ໃນນັ້ນ ມີນະຄອນໂຮ່ຈີມິນ, ນະຄອນຫຼວງຮ່າໂນ້ຍ ແລະ ແຂວງ ຫາຍເຢືອງ. |
| ຫວຽດນາມ ເພີ່ມຂຶ້ນ 3 ລຳດັບກ່ຽວກັບສິດອຳນາດອ່ອນທົ່ວໂລກ ຍ້ອນຜົນກະທົບຈາກການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຍສໝ - ບັນດາປະເທດ ແລະ ເຂດແຄ້ວນໄດ້ຕີລາຄາອີ່ງໃສ່ບັນດາປັດໄຈຄື ຄວາມຮັບຮູ້, ຜົນສະທ້ອນ, ອິດທິພົນຊື່ສຽງທົ່ວໂລກ, ການສະແດງໃນບັນດາຂົງເຂດຫຼັກແຫຼ່ງຄື ການຄ້າ, ການບໍລິຫານ, ວັດທະນະທຳ ແລະ ມໍລະດົກ, ການສື່ສານ, ການສຶກສາ ແລະ ວິທະຍາສາດ, ມະນຸດ ແລະ ມູນຄ່າ. |
| ໂຄວິດ - 19 ກໍ່ຜົນກະທົບຢ່າງຮ້າຍແຮງຕໍ່ນັກສຶກສາຫວຽດນາມໄປຮຽນຢູ່ຕ່າງປະເທດ ຍສໝ - ຕາມຕົວເລກສະຖິຕິຂອງກົມຮ່ວມມືສາກົນ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມແລ້ວ, ປັດຈຸບັນ ຫວຽດນາມ ມີນັກສຶກສາ ປະມານ 190.000 ຄົນທີ່ພວມຮ່ຳຮຽນ, ຄົ້ນຄ້ວາ ຢູ່ຕ່າງປະເທດ. ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19. |
vovworld.vn
ຂ່າວທີ່ກ່ຽວຂ້ອງ
ສ້າງບາດກ້າວບຸກທະລຸໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃນໄລຍະໃໝ່
ທ່ານນາງ ນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ສິ້ນສຸດບົດຢ້ຽມຢາມຢ່າງເປັນທາງການ ຢູ່ ຫວຽດນາມ
ສ້າງກຳລັງຊຸກຍູ້ໃໝ່ໃຫ້ແກ່ສາຍພົວພັນ ຫວຽດນາມ - ອິນເດຍ
ທ່ານອາດຈະມັກ
ຮ່ວມແຮງຮ່ວມໃຈສ້າງອະນາຄົດຮຸ່ງເຮືອງເຫຼືອງເຫຼື້ອມໃຫ້ແກ່ປະເທດຊາດ
ບັນດາຜູ້ນຳພັກ, ລັດ ເຂົ້າວາງພວງມາລາ ຢ້ຽມຂໍ່ານັບ ສຸສານ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 51 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.
ພິທີເອົາທຸງຂຶ້ນເສົາ “ທ້ອນໂຮມປະເທດຊາດເປັນເອກະພາບ” ຢູ່ແຂວງ ກວາງຈິ
ການນຳພັກ, ລັດ ເຂົ້າວາງພວງມາລາ ແລະ ໄປຖະຫວາຍທູບທຽນ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 51 ປີ
ວັນປົດປ່ອຍພາກໃຕ້ (30 ເມສາ): ວັນແຫ່ງໄຊຊະນະອັນສົມບູນ – ຈຸດຢືນທາງດ້ານຈິດໃຈໃຫ້ແກ່ຄວາມມຸ່ງມາດປາດຖະໜາຂອງ ຫວຽດນາມ
