| ຄວາມໄວ້ວາງໃຈ ແລະ ການເສີມຈຸດແຂງໃຫ້ແກ່ກັນ ຊຸກຍູ້ສາຍພົວພັນຫວຽດນາມ - ສະວິດ ຫວຽດນາມ - ສະວິດ ກຳນົດບັນດາບູລິມະສິດການຮ່ວມມືໃນໄລຍະໃໝ່ |
ກອງສຳມະນາດັ່ງກ່າວຈັດຂຶ້ນໂດຍສະຖາບັນຄົ້ນຄວ້າເອີຣົບ ແລະ ອາເມລິກາ, ສັງກັດສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ, ປະສານສົມທົບກັບມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລດ່ານັງ ແລະ ສະຖາບັນການຄຸ້ມຄອງ ແລະ ວິທະຍາສາດສະວິດ.
ນີ້ເປັນໂອກາດທົບທວນຄືນ 55 ປີແຫ່ງການສ້າງຕັ້ງ ແລະ ພັດທະນາການພົວພັນມິດຕະພາບ, ການຮ່ວມມືຫວຽດນາມ - ສະວິດ, ພ້ອມທັງແລກປ່ຽນກ່ຽວກັບໂອກາດ, ສິ່ງທ້າທາຍ ແລະ ທິດທາງພັດທະນາການພົວພັນສອງປະເທດໃນໄລຍະໃໝ່.
ເຂົ້າຮ່ວມກອງສຳມະນາມີ ຮອງສາດສະດາຈານ, ປະລິນຍາເອກ ຕ້າ ມິງ ຕ໊ວນ, ຮອງປະທານສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ; ຮອງສາດສະດາຈານ, ປະລິນຍາເອກ ຫງວຽນ ຈຽນ ຖັ້ງ, ຫົວໜ້າສະຖາບັນຄົ້ນຄວ້າເອີຣົບ ແລະ ອາເມລິກາ; ປະລິນຍາເອກ ຫງວຽນ ຫືວ ບິ່ງ, ຮອງອະທິການບໍດີມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລດ່ານັງ; ສາດສະດາຈານ, ປະລິນຍາເອກ Aleksandra Zajac, ອະທິການບໍດີສະຖາບັນການຄຸ້ມຄອງ ແລະ ວິທະຍາສາດສະວິດ ທີ່ເຂົ້າຮ່ວມທາງອອນລາຍ; ພ້ອມດ້ວຍນັກວິທະຍາສາດ, ຊ່ຽວຊານ ແລະ ຜູ້ແທນພາຍໃນ ແລະ ຕ່າງປະເທດຈຳນວນຫຼາຍ.
![]() |
| ບັນດາຜູ້ແທນທີ່ເປັນປະທານດຳເນີນກອງສຳມະນາ. |
ສົ່ງເສີມຈຸດແຂງທີ່ຊ່ວຍເສີມເຊິ່ງກັນ ແລະ ກັນຂອງສອງປະເທດ
ກ່າວຄຳເຫັນໃນກອງສຳມະນາ, ຮອງສາດສະດາຈານ, ປະລິນຍາເອກ ຕ້າ ມິງ ຕ໊ວນ ເນັ້ນໜັກວ່າ ເຖິງວ່າຈະມີຄວາມແຕກຕ່າງດ້ານພູມສາດ, ປະຫວັດສາດ ແລະ ລະດັບການພັດທະນາ, ຫວຽດນາມ ແລະ ສະວິດ ກໍໄດ້ຄ່ອຍໆ ສ້າງການພົວພັນມິດຕະພາບ, ຄວາມໄວ້ວາງໃຈ ແລະ ການຮ່ວມມືໃນຫຼາຍຂົງເຂດ.
ຕາມທ່ານ, ເມື່ອທົບທວນຄືນໄລຍະທາງກວ່າເຄິ່ງສະຕະວັດ, ຄຸນຄ່າທີ່ຍືນຍົງທີ່ສຸດຂອງການພົວພັນສອງປະເທດບໍ່ພຽງແຕ່ສະແດງອອກຜ່ານຜົນສຳເລັດການຮ່ວມມືເທົ່ານັ້ນ, ແຕ່ຍັງຢູ່ທີ່ຄວາມໄວ້ວາງໃຈ, ການເຄົາລົບເຊິ່ງກັນ ແລະ ກັນ ແລະ ຄວາມປາຖະໜາທີ່ຈະພັດທະນາຮ່ວມກັນ. ນີ້ແມ່ນພື້ນຖານສຳຄັນໃຫ້ຫວຽດນາມ ແລະ ສະວິດ ສືບຕໍ່ຂະຫຍາຍການຮ່ວມມືໃນສະພາບການທີ່ສະຖານະການໂລກປ່ຽນແປງຢ່າງວ່ອງໄວ ແລະ ຄາດຄະເນໄດ້ຍາກ.
ຮອງປະທານສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມເຫັນວ່າ ບັນດາການປ່ຽນແປງຢ່າງເລິກເຊິ່ງດ້ານພູມລັດຖະສາດ, ເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີ, ພ້ອມກັບການແຂ່ງຂັນເຊີງຍຸດທະສາດທີ່ເພີ່ມຂຶ້ນ, ກຳລັງວາງຂໍ້ຮຽກຮ້ອງໃໝ່ຕໍ່ການຮ່ວມມືສາກົນ. ຄຽງຄູ່ກັນນັ້ນຍັງມີບັນດາສິ່ງທ້າທາຍກ່ຽວກັບການປ່ຽນແປງດິນຟ້າອາກາດ, ຄວາມໝັ້ນຄົງທາງພະລັງງານ ແລະ ການພັດທະນາແບບຍືນຍົງ.
ໃນສະພາບການນີ້, ຫວຽດນາມ ແລະ ສະວິດ ມີທ່າແຮງຫຼາຍດ້ານທີ່ສາມາດຊ່ວຍເສີມເຊິ່ງກັນ ແລະ ກັນ. ສະວິດມີຈຸດແຂງດ້ານນະວັດຕະກຳ, ວິທະຍາສາດ ແລະ ເຕັກໂນໂລຊີ, ການສຶກສາ ແລະ ການບໍລິຫານການພັດທະນາ, ໃນຂະນະທີ່ຫວຽດນາມເປັນເສດຖະກິດທີ່ມີຄວາມຫ້າວຫັນ, ກຳລັງເລັ່ງລັດການຫັນປ່ຽນດິຈິຕອນ, ການຫັນປ່ຽນສີຂຽວ, ການພັດທະນາຊັບພະຍາກອນມະນຸດຄຸນນະພາບສູງ ແລະ ການເຊື່ອມໂຍງສາກົນຢ່າງກວ້າງຂວາງ ແລະ ເລິກເຊິ່ງ.
ຮອງສາດສະດາຈານ, ປະລິນຍາເອກ ຕ້າ ມິງ ຕ໊ວນ ປາຖະໜາໃຫ້ບັນດານັກວິທະຍາສາດ ແລະ ຊ່ຽວຊານທີ່ເຂົ້າຮ່ວມກອງສຳມະນາແລກປ່ຽນຄຳເຫັນຢ່າງກົງໄປກົງມາ, ພາວະວິໄສ ບົນພື້ນຖານຂໍ້ມູນທາງວິທະຍາສາດ ແລະ ພາກປະຕິບັດ, ຈາກນັ້ນສະເໜີຂໍ້ລິເລີ່ມ ແລະ ຂໍ້ແນະນຳດ້ານນະໂຍບາຍທີ່ມີຄຸນຄ່າ.
ມີທັດສະນະສອດຄ່ອງກັນ, ຮອງສາດສະດາຈານ, ປະລິນຍາເອກ ຫງວຽນ ຈຽນ ຖັ້ງ, ຫົວໜ້າສະຖາບັນຄົ້ນຄວ້າເອີຣົບ ແລະ ອາເມລິກາ ເຫັນວ່າ ປີ 2026 ແມ່ນຂີດໝາຍສຳຄັນໃຫ້ສອງປະເທດປະເມີນຜົນສຳເລັດພາຍຫຼັງ 55 ປີແຫ່ງການສ້າງຕັ້ງການພົວພັນ, ກຳນົດໂອກາດ, ສິ່ງທ້າທາຍ ແລະ ທິດທາງຮ່ວມມືໃນບັນດາທົດສະວັດຕໍ່ໄປ.
ຕາມທ່ານ, ສະວິດມີຈຸດໄດ້ປຽບດ້ານການເງິນ, ເຕັກໂນໂລຊີ, ນະວັດຕະກຳ, ການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການບໍລິຫານ. ໃນຂະນະດຽວກັນ, ຫວຽດນາມກຳລັງກ້າວເຂົ້າສູ່ໄລຍະພັດທະນາໃໝ່, ເຊິ່ງວາງຂໍ້ຮຽກຮ້ອງໃນການປ່ຽນໃໝ່ຮູບແບບການເຕີບໂຕ, ຍົກສູງຜະລິດຕະພາບ, ຄຸນນະພາບຊັບພະຍາກອນມະນຸດ, ພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ຫັນປ່ຽນດິຈິຕອນ ແລະ ຫັນປ່ຽນສີຂຽວ.
ບັນດາຈຸດໄດ້ປຽບເຫຼົ່ານີ້ສ້າງເງື່ອນໄຂໃຫ້ການພົວພັນຫວຽດນາມ - ສະວິດ ຫັນຈາກພື້ນຖານມິດຕະພາບດັ້ງເດີມໄປສູ່ໄລຍະຮ່ວມມືທີ່ກວ້າງຂວາງ, ເລິກເຊິ່ງ ແລະ ເປັນຮູບປະທຳຍິ່ງຂຶ້ນ, ມຸ່ງໄປສູ່ການພັດທະນາແບບຍືນຍົງ ແລະ ຄວາມຈະເລີນຮຸ່ງເຮືອງ.
ໃນນັ້ນ, ເສດຖະກິດ, ການຄ້າ ແລະ ການລົງທຶນ ສືບຕໍ່ເປັນເສົາຄ້ຳທີ່ສຳຄັນ. ສອງປະເທດຍັງມີທ່າແຮງການຮ່ວມມືອີກຫຼາຍໃນດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກຳ, ການສຶກສາ, ການຝຶກອົບຮົມຊັບພະຍາກອນມະນຸດຄຸນນະພາບສູງ, ການພັດທະນາເສດຖະກິດສີຂຽວ ແລະ ການຮັບມືກັບການປ່ຽນແປງດິນຟ້າອາກາດ.
ໂດຍສະເພາະ, ການຊຸກຍູ້ການຮ່ວມມືທາງການຄ້າລະຫວ່າງຫວຽດນາມ ແລະ ກຸ່ມສະມາຄົມການຄ້າເສລີເອີຣົບ (EFTA) ໄດ້ຮັບການຄາດຫວັງວ່າຈະສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ແກ່ການເຊື່ອມໂຍງວິສາຫະກິດ, ຂະຫຍາຍຕະຫຼາດ ແລະ ດຶງດູດກະແສເງິນທຶນລົງທຶນຄຸນນະພາບສູງ.
ຄຽງຄູ່ກັບການຮ່ວມມືລະຫວ່າງບັນດາອົງການລັດ ແລະ ອົງການເສດຖະກິດ, ຮອງສາດສະດາຈານ, ປະລິນຍາເອກ ຫງວຽນ ຈຽນ ຖັ້ງ ເນັ້ນໜັກເຖິງບົດບາດຂອງການຕ່າງປະເທດປະຊາຊົນ, ການແລກປ່ຽນວັດທະນະທຳ, ການສຶກສາ ແລະ ການເຊື່ອມໂຍງລະຫວ່າງບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ອົງການສັງຄົມ ແລະ ປະຊາຄົມວິສາຫະກິດ.
ຕາມທ່ານ, ສິ່ງເຫຼົ່ານີ້ແມ່ນພື້ນຖານທາງສັງຄົມທີ່ສຳຄັນ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ເສີມສ້າງຄວາມໄວ້ວາງໃຈ ແລະ ເຮັດໃຫ້ການພົວພັນສອງຝ່າຍມີຄວາມເລິກເຊິ່ງຍິ່ງຂຶ້ນ.
ດັ່ງນັ້ນ, ກອງສຳມະນາຈຶ່ງຖືກຈັດຂຶ້ນເປັນເວທີແລກປ່ຽນທາງວິຊາການຫຼາຍມິຕິ, ຊ່ວຍໃຫ້ບັນດາຊ່ຽວຊານປະເມີນຜົນການຮ່ວມມືໃນ 55 ປີຜ່ານມາຢ່າງຮອບດ້ານ, ພ້ອມທັງສະເໜີຂໍ້ລິເລີ່ມທີ່ເປັນຮູບປະທຳ, ສາມາດປະຕິບັດໄດ້ ແລະ ມີຄຸນຄ່າທາງພາກປະຕິບັດສຳລັບໄລຍະຕໍ່ໄປ.
ຂະຫຍາຍການເຊື່ອມໂຍງດ້ານການສຶກສາ, ການຄົ້ນຄວ້າ ແລະ ການຕ່າງປະເທດປະຊາຊົນ
ກ່າວເຖິງຂົງເຂດການສຶກສາ, ປະລິນຍາເອກ ຫງວຽນ ຫືວ ບິ່ງ, ຮອງອະທິການບໍດີມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລດ່ານັງ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງສະວິດໃນດ້ານການສຶກສາຂັ້ນສູງ, ການຝຶກອົບຮົມວິຊາຊີບ, ການຄົ້ນຄວ້າວິທະຍາສາດ, ນະວັດຕະກຳ ແລະ ການບໍລິຫານ.
ທ່ານສະແດງຄວາມປາຖະໜາໃຫ້ກອງສຳມະນາເປີດໂອກາດຮ່ວມມືເພີ່ມເຕີມລະຫວ່າງບັນດາສະຖາບັນການສຶກສາ, ສະຖາບັນຄົ້ນຄວ້າ ແລະ ອົງການຂອງສອງປະເທດ, ໂດຍສະເພາະໃນການຝຶກອົບຮົມຊັບພະຍາກອນມະນຸດຄຸນນະພາບສູງ, ການແລກປ່ຽນທາງວິຊາການ ແລະ ການຄົ້ນຄວ້າວິທະຍາສາດຂ້າມສາຂາວິຊາ.
ທິດທາງການຮ່ວມມືໜຶ່ງທີ່ໄດ້ຖືກກ່າວເຖິງແມ່ນການພັດທະນາເຄືອຂ່າຍເຊື່ອມໂຍງລະຫວ່າງບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດ, ຜ່ານນັ້ນເພີ່ມທະວີການເຊື່ອມໂຍງກິດຈະກຳການຝຶກອົບຮົມ ແລະ ການຄົ້ນຄວ້າກັບຄວາມຕ້ອງການຕົວຈິງ.
ໃນສານທາງອອນລາຍທີ່ສົ່ງເຖິງກອງສຳມະນາ, ສາດສະດາຈານ, ປະລິນຍາເອກ Aleksandra Zajac, ອະທິການບໍດີສະຖາບັນການຄຸ້ມຄອງ ແລະ ວິທະຍາສາດສະວິດ ຢືນຢັນວ່າ 55 ປີແຫ່ງການພົວພັນທາງການທູດແມ່ນຫຼັກຖານຢັ້ງຢືນເຖິງຄວາມຜູກພັນທີ່ນັບມື້ນັບເລິກເຊິ່ງລະຫວ່າງສອງປະເທດ.
ໂດຍເນັ້ນໜັກບົດບາດຂອງການສຶກສາໃນການເຊື່ອມໂຍງມິດຕະພາບ, ການຮ່ວມມື ແລະ ຄວາມຈະເລີນຮຸ່ງເຮືອງ, ທ່ານນາງຄາດຫວັງວ່າ ກອງສຳມະນາຈະປະກອບສ່ວນເພີ່ມທະວີການເຊື່ອມໂຍງລະຫວ່າງບັນດານັກຄົ້ນຄວ້າ, ນັກການສຶກສາ ແລະ ປະຊາຄົມວິສາຫະກິດ, ສ້າງພື້ນຖານໃຫ້ແກ່ການສ້າງຕັ້ງບັນດາແຜນງານຮ່ວມມືໃໝ່.
ໃນກອງສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືສອງກຸ່ມບັນຫາໃຫຍ່, ໂດຍເຊື່ອມໂຍງການປະເມີນພື້ນຖານການພົວພັນຫວຽດນາມ - ສະວິດ ກັບການກຳນົດທິດທາງຮ່ວມມືໃນອະນາຄົດ.
ວາລະທີໜຶ່ງມີຫົວຂໍ້ “ພື້ນຖານການພົວພັນຫວຽດນາມ - ສະວິດ: ການເມືອງ, ການທູດ, ວັດທະນະທຳ, ການສຶກສາ ແລະ ການຮ່ວມມືເພື່ອຄວາມຈະເລີນຮຸ່ງເຮືອງ”, ໂດຍສຸມໃສ່ສາມເນື້ອໃນຄື: ການຮ່ວມມືດ້ານການເມືອງ, ການທູດ ແລະ ການຮ່ວມມືເພື່ອການພັດທະນາ; ການຮ່ວມມືດ້ານການຄ້າ, ການລົງທຶນ ໃນສະພາບການປະຕິບັດສັນຍາການຄ້າເສລີຫວຽດນາມ - EFTA (VEFTA); ສະພາບຕົວຈິງ ແລະ ທ່າແຮງການຮ່ວມມືດ້ານວັດທະນະທຳ, ການສຶກສາ ແລະ ການຝຶກອົບຮົມ.
ວາລະທີສອງມີຫົວຂໍ້ “ກຳນົດຮູບແບບການເປັນຄູ່ຮ່ວມມືຮອບດ້ານຫວຽດນາມ - ສະວິດ: ນະວັດຕະກຳ, ເພື່ອສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ວິໄສທັດເຖິງປີ 2045”.
ໃນວາລະນີ້, ບັນດາຜູ້ແທນໄດ້ນຳສະເໜີບົດຄົ້ນຄວ້າສາມບົດກ່ຽວກັບທ່າແຮງດ້ານອາຊີບສຳລັບນັກສຶກສາຫວຽດນາມຢູ່ Zug (ສະວິດ); ບົດບາດຂອງການຕ່າງປະເທດປະຊາຊົນໃນການຊຸກຍູ້ການຮ່ວມມືເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງ; ການຄາດຄະເນການພົວພັນຫວຽດນາມ - ສະວິດ ເຖິງປີ 2030, ວິໄສທັດ 2045 ແລະ ບັນດາຂໍ້ລິເລີ່ມເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ.
ຜ່ານບັນດາວາລະປຶກສາຫາລື, ກອງສຳມະນາໄດ້ປະກອບສ່ວນເຮັດໃຫ້ເຫັນແຈ້ງບັນດາຈຸດໄດ້ປຽບທີ່ຊ່ວຍເສີມເຊິ່ງກັນ ແລະ ກັນຂອງສອງປະເທດ, ພ້ອມທັງກຳນົດທິດທາງຮ່ວມມືໃນຂົງເຂດເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີ, ການສຶກສາ ແລະ ການແລກປ່ຽນລະຫວ່າງປະຊາຊົນ, ສ້າງພື້ນຖານເພື່ອສືບຕໍ່ພັດທະນາການພົວພັນຫວຽດນາມ - ສະວິດ ໃນໄລຍະໃໝ່.
ຍສໝ - ຈາກຂະບວນການຄັດຄ້ານສົງຄາມໃນຊຸມປີ 1960-1970 ຈົນເຖິງບັນດາກິດຈະກຳຊ່ວຍເຫຼືອຜູ້ເຄາະຮ້າຍຈາກສານພິດສີສົ້ມ/ໄດອອກຊິນໃນປັດຈຸບັນ, ເພື່ອນມິດຊາວສະວິດຫຼາຍຄົນໄດ້ຜູກພັນກັບຫວຽດນາມມາເປັນເວລາຫຼາຍສິບປີ, ປະກອບສ່ວນທະນຸບຳລຸງຄວາມສາມັກຄີ ແລະ ມິດຕະພາບລະຫວ່າງປະຊາຊົນສອງປະເທດ. |
ຍສໝ - ຕອນບ່າຍວັນທີ 17/10, ຢູ່ຮ່າໂນ້ຍ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ເຈລະຈາກັບທ່ານ Guy Parmelin, ປະທານປະເທດສະວິດ, ໂດຍໄດ້ເຫັນດີຮ່ວມກັນກ່ຽວກັບບັນດາທິດທາງເພື່ອເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ ແລະ ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດນັບມື້ນັບເລິກເຊິ່ງຂຶ້ນ. |
ດວງດີ
