ຫວຽດນາມ ມອບເຄື່ອງຊ່ວຍຫຼືອໃຫ້ແກ່ກໍາລັງປະກອບອາວຸດ ແລະປະຊາຊົນ ລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນໍ້າຖ້ວມ

11:30 | 25/11/2020

ຍສໝ - ຍ້ອນພາຍຸນໍ້າຖ້ວມແກ່ຍາວໃນໄລຍະຜ່ານມາ, ບັນດາບໍລິເວນຕິດກັບຊາຍແດນຂອງແຂວງສາລະວັນ ແລະເຊກອງ ສປປ.ລາວ ກໍ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງ. ເສັ້ນທາງຫຼາຍເສັ້ນຖືກເປ່ເພ, ການຈາລະຈອນຖືກຕັດຂາດ, ສະນັ້ນ, ການດໍາລົງຊີວິດຂອງປະຊາຊົນຈຶ່ງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

ຫວຽດນາມ ມອບເຄ ອງຊ ວຍຫ ອໃຫ ແກ ກ າລ ງປະກອບອາວ ດ ແລະປະຊາຊ ນ ລາວ ແກ ໄຂຜ ນຮ າຍຢ ອນຫ ງຈາກພາຍ ນ າຖ ວມ ການຮ່ວມມືລະຫວ່າງທະຫານຊາຍແດນ ຫວຽດນາມ-ລາວ ສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາ
ຫວຽດນາມ ມອບເຄ ອງຊ ວຍຫ ອໃຫ ແກ ກ າລ ງປະກອບອາວ ດ ແລະປະຊາຊ ນ ລາວ ແກ ໄຂຜ ນຮ າຍຢ ອນຫ ງຈາກພາຍ ນ າຖ ວມ ໂຄງການກໍ່ສ້າງສະຖານີວິທະຍຸ ແລະໂທລະພາບໄຊສົມບູນ - ໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານ ສສ ຫວຽດນາມ ສ້າງສຳເລັດແລ້ວ 80%
ຫວຽດນາມ ມອບເຄ ອງຊ ວຍຫ ອໃຫ ແກ ກ າລ ງປະກອບອາວ ດ ແລະປະຊາຊ ນ ລາວ ແກ ໄຂຜ ນຮ າຍຢ ອນຫ ງຈາກພາຍ ນ າຖ ວມ

ພິທີມອບເຄື່ອງຊ່ວຍຫຼືອໃຫ້ແກ່ກໍາລັງປະກອບອາວຸດ ແລະປະຊາຊົນຢູ່ບັນດາບ້ານຕິດກັບຊາຍແດນຂອງແຂວງສາລະວັນ ແລະເຊກອງ. ພາບ:bienphong.com.vn

ເມື່ອບໍ່ດົນມານີ້, ທີ່ດ່ານຊາຍແດນອາເດີດ-ຕາວ່າງ ແລະຮົ່ງເວິນ-ໂກຕ່າຍ, ເມືອງອາເລືອຍ, ແຂວງເທື່ອທຽນເຫວ້ ສສ.ຫວຽດນາມ ໄດ້ສົມທົບກັບກອງບັນຊາການທະຫານ ແລະກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫວ້ ຈັດຕັ້ງພິທີມອບເຄື່ອງຊ່ວຍຫຼືອໃຫ້ແກ່ກອງຮ້ອຍທະຫານຊາຍແດນ 511, 531, ຄ້າຍຕໍາຫຼວດຕາວ່າງ, ໂກຕ່າຍ ແລະປະຊາຊົນຢູ່ບ້ານກາໂລ, ເຊຊາບ, ໂກຕ່າຍ ຂອງແຂວງສາລະວັນ ແລະເຊກອງ ສປປ.ລາວ. ເຄື່ອງຊ່ວຍຫຼືອໃນຄັ້ງນີ້ປະກອບມີ: ເຂົ້າສານ 9 ໂຕນ, ໝີ່ສໍາເລັດຮູບ, ເກືອ, ນໍ້າມັນພືດ, ນໍ້າປາ, ອຸປະກອນການແພດຈໍານວນໜຶ່ງ.

ເມື່ອບໍ່ດົນມານີ້, ກອງບັນຊາການທະຫານຊາຍແດນແຂວງກວ້າງຈີ້ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນ, ກອງບັນຊາການທະຫານ, ກອງບັນຊາການ ປກສ ແຂວງສາລະວັນ ແລະກອງບັນຊາການທະຫານ, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ສປປ.ລາວ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນໍ້າຖ້ວມ. ທີ່ພິທີມອບຮັບ, ທ່ານພັນເອກ ຈັນທາ ແສນສຸລິຍະວົງ, ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນສະພາບການຢູ່ແຂວງກວ້າງຈີ້ ກໍຄືຫຼາຍແຂວງ, ນະຄອນອື່ນຂອງຫວຽດນາມ ພວມຖືກເສຍຫາຍຢ່າງໜັກໜ່ວງຈາກພາຍຸນໍ້າຖ້ວມນັ້ນ, ແຕ່ບົນຈິດໃຈຖານສະຫາຍອ້າຍນ້ອງ, ທາງກົມກອງຂອງຫວຽດນາມ ຍັງເອົາໃຈໃສ່ຊ່ວຍເຫຼືອພະນັກງານ ແລະປະຊາຊົນລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ, ຊ່ວຍໃຫ້ການດໍາລົງຊີວິດກັບຄືນສູ່ສະພາບປົກກະຕິ. ອາລົມຈິດຄວາມຮັກແພງອັນສັດຊື່ບໍລິສຸດຂອງພວກສະຫາຍອ້າຍນ້ອງກອງບັນຊາການທະຫານຊາຍແດນແຂວງກວ້າງຈີ້ ປຽບເໝືອນຕໍ່ກໍາລັງແຮງເພື່ອໃຫ້ບັນດາກໍາລັງປະກອບອາວຸດ, ອໍານາດການປົກຄອງ ແລະປະຊາຊົນລາວບັນດາເຜົ່າ ຜ່ານຜ່າຄວາມຫຍຸ້ງຍາກ, ເຮັດໃຫ້ຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະຮ່ວມແຮງຮ່ວມໃຈກໍ່ສ້າງຊາຍແດນຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

ຫວຽດນາມ ມອບເຄ ອງຊ ວຍຫ ອໃຫ ແກ ກ າລ ງປະກອບອາວ ດ ແລະປະຊາຊ ນ ລາວ ແກ ໄຂຜ ນຮ າຍຢ ອນຫ ງຈາກພາຍ ນ າຖ ວມ

ກອງບັນຊາການທະຫານຊາຍແດນແຂວງກວ້າງຈີ້ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນ, ກອງບັນຊາການທະຫານ, ກອງບັນຊາການ ປກສ ແຂວງສາລະວັນ ແລະກອງບັນຊາການທະຫານ, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນໍ້າຖ້ວມ. ພາບ: ມິງແຄ໊ງ.

ກ່ອນໜ້ານັ້ນ, ທີ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງພິທີມອບ-ຮັບສັນຍາລັກເຂົ້າສານ 1.000 ໂຕນແມ່ນຂອງຂວັນຂອງພັກ, ລັດ, ລັດຖະບານ ແລະປະຊາຊົນຫວຽດນາມ ທີ່ຝາກໃຫ້ປະຊາຊົນລາວ ເພື່ອໜູນຊ່ວຍປະເທດເພື່ອນມິດແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດຢ່າງໜັກໜ່ວງຢູ່ແຂວງສະຫວັນນະເຂດ. ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ພາຍຫຼັງໄດ້ຮັບຂ່າວທີ່ວ່າປະຊາຊົນຢູ່ແຂວງສະຫວັນນະເຂດ ແລະບັນດາແຂວງອ້ອມຂ້າງທີ່ຖືກເສຍຫາຍຢ່າງໜັກໜ່ວງຈາກຝົນຕົກນໍ້າຖ້ວມທີ່ເກີດຂື້ນໃນໄລຍະຜ່ານມາ, ບົນຈິດໃຈ “ເຂົ້າເມັດຫັກ, ຜັກເສັ້ນດ່ຽວກໍ່ແບ່ງປັນກັນ” ຂອງຄວາມສາມັກຄີແບບພິເສດຫວຽດນາມ-ລາວ, ພັກ, ລັດ, ລັດຖະບານ ແລະປະຊາຊົນຫວຽດນາມ ໄດ້ມອບເຂົ້າສານ 1.000 ໂຕນເພື່ອຊ່ວຍປະຊາຊົນລາວ, ແຂວງສະຫວັນນະເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ ແລະເຮັດໃຫ້ການດໍາລົງຊີວິດເປັນປົກກະຕິໂດຍໄວ.

ຫວຽດນາມ ມອບເຄ ອງຊ ວຍຫ ອໃຫ ແກ ກ າລ ງປະກອບອາວ ດ ແລະປະຊາຊ ນ ລາວ ແກ ໄຂຜ ນຮ າຍຢ ອນຫ ງຈາກພາຍ ນ າຖ ວມ ອົງການສະຫະປະຊາຊາດເພື່ອການພັດທະນາ ໜູນຊ່ວຍ ຫວຽດນາມ ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​

ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ສົມທົບກັບລັດຖະບານຫວຽດນາມ ແລະ ກອງທຶນອາກາດຂຽວ (GCF) ໜູນຊ່ວຍການປູກທີ່ປ່າຊາຍເລນໃໝ່ປະມານ 4.000 ເຮັກຕາ ຢູ່ບັນດາເຂດແຄມທະເລທີ່ຖືກກະທົບໄດ້ງ່າຍຈາກການປ່ຽນແປງຂອງດິນຟ້າອາກາດ ຢູ່ 5 ແຂວງຄື: ກວາງງ້າຍ, ແທັງຮ໊ວາ, ກວາງນາມ, ກ່າເມົາ ແລະ ນາມດິ້ງ.

ຫວຽດນາມ ມອບເຄ ອງຊ ວຍຫ ອໃຫ ແກ ກ າລ ງປະກອບອາວ ດ ແລະປະຊາຊ ນ ລາວ ແກ ໄຂຜ ນຮ າຍຢ ອນຫ ງຈາກພາຍ ນ າຖ ວມ ໄດ້ຕີລາຄາສູງເປັນພິເສດການຈັດກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 25 ປີຂອງການພົວພັນທາງການທູດຫວຽດນາມ - ອາເມລິກາ

ຍສໝ - ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດອາເມລິກາ, ທ່ານ Robert O'Brien ໄດ້ຕີລາຄາສູງເປັນພິເສດການຈັດກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 25 ປີຂອງການພົວພັນທາງການທູດຫວຽດນາມ - ອາເມລິກາ, ໃນສະພາບການຂອງການ ລະບາດ COVID-19 ສືບຕໍ່ມີການຜັນແປຢ່າງສັບສົນ.

ຫວຽດນາມ ມອບເຄ ອງຊ ວຍຫ ອໃຫ ແກ ກ າລ ງປະກອບອາວ ດ ແລະປະຊາຊ ນ ລາວ ແກ ໄຂຜ ນຮ າຍຢ ອນຫ ງຈາກພາຍ ນ າຖ ວມ ນຳສົ່ງພົນລະເມືອງຫວຽດນາມ 290 ຄົນ ຈາກສາທາລະນະລັດເຊັກ ກັບຄືນປະເທດ

ຍສໝ - ໃນສອງວັນ 21-22 ພະຈິກ 2020, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ອົງການຕາງໜ້າຫວຽດນາມ ປະຈຳຟີລິບປິນ ແລະ ບໍລິສັດການບິນ Bamboo Airways ໄດ້ຮ່ວມມືກັບບັນດາອົງການທີ່ມີໜ້າທີ່ສາທາລະນະລັດເຊັກ ເພື່ອສົ່ງພົນລະເມືອງຫວຽດນາມ ເກືອບ 290 ຄົນ ກັບຄືນບ້ານຢ່າງປອດໄພ.

ໄຊພອນ

ເຫດການ
302 Found

Found

The document has moved here.