ການຮ່ວມມືລະຫວ່າງທະຫານຊາຍແດນ ຫວຽດນາມ-ລາວ ສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາ

10:40 | 25/11/2020

ຍສໝ - ໃນວຽກງານຄຸ້ມຄອງຊາຍແດນ, ກໍາລັງປ້ອງກັນຊາຍແດນສອງປະເທດຫວຽດນາມ-ລາວ ໄດ້ເປັນເຈົ້າການປະຕິບັດບັນດາສັນຍາກ່ຽວກັບຊາຍແດນຢ່າງເຂັ້ມງວດ. ສອງຝ່າຍກໍ່ສົມທົບກັນໃນການເຄື່ອນໄຫວປັກຫຼັກໝາຍຖີ່, ບູລະນະລະບົບຫຼັກໝາຍຊາຍແດນ; ຜັນຂະຫຍາຍການທົດລອງຮູບແບບ “ໜຶ່ງປະຕູ, ໜຶ່ງຄັ້ງຢຸດ”, ຕອບສະໜອງຄວາມຮຽກຮ້ອງຕ້ອງການປະຕິຮູບລະບຽບການບໍລິຫານດ່ານຊາຍແດນຕາມທິດເຊື່ອມໂຍງ ແລະທັນສະໄໝ. 

ການຮ ວມມ ລະຫວ າງທະຫານຊາຍແດນ ຫວຽດນາມ ລາວ ສ ບຕ ໄດ ຮ ບການປ ບປ ງ ແລະພ ດທະນາ ໂຄງການກໍ່ສ້າງສະຖານີວິທະຍຸ ແລະໂທລະພາບໄຊສົມບູນ - ໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານ ສສ ຫວຽດນາມ ສ້າງສຳເລັດແລ້ວ 80%
ການຮ ວມມ ລະຫວ າງທະຫານຊາຍແດນ ຫວຽດນາມ ລາວ ສ ບຕ ໄດ ຮ ບການປ ບປ ງ ແລະພ ດທະນາ ອົງການສະຫະປະຊາຊາດເພື່ອການພັດທະນາ ໜູນຊ່ວຍ ຫວຽດນາມ ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​
ການຮ ວມມ ລະຫວ າງທະຫານຊາຍແດນ ຫວຽດນາມ ລາວ ສ ບຕ ໄດ ຮ ບການປ ບປ ງ ແລະພ ດທະນາ
ພາບປະກອບ

ເພື່ອແນໃສ່ເພີ່ມທະວີການສ້າງສາຍພົວພັນທີ່ເປັນມູນເຊື້ອມາແຕ່ດົນນານ, ໝັ້ນຄົງລະຫວ່າງປະຊາຊົນ ແລະກໍາລັງປ້ອງກັນຊາຍແດນແຂວງກອນຕູມ (ຫວຽດນາມ) ແລະແຂວງເຊກອງ (ລາວ), ໃນຫຼາຍປີມານີ້, ແຂວງກອນຕູມ ແລະແຂວງເຊກອງ ໄດ້ຍູ້ແຮງລາຍການແຮກສ່ຽວລະຫວ່າງໝູ່ບ້ານ, ອໍານາດການປົກຄອງ, ຮາກຖານ ແລະກໍາລັງປ້ອງກັນຊາຍແດນສອງປະເທດໄດ້ປະຕິບັດວຽກງານໂຄສະນາໃຫ້ປະຊາຊົນສອງຟາກຊາຍແດນມີຄວາມເຂົ້າໃຈກ່ຽວກັບບັນດາສັນຍາ, ກົດລະບຽບຊາຍແດນ, ສົມທົບກັນແກ້ໄຂ, ໜູນຊ່ວຍ - ຊ່ວຍເຫຼືອເຊິ່ງກັນ ແລະກັນເປັນຢ່າງດີ.

ໃນຊຸມປີຜ່ານມາທະຫານຊາຍແດນແຂວງກອນຕູມ ໄດ້ເປັນເສນາທິການໃຫ້ຄະນະກໍາມະການປະຊາຊົນແຂວງກອນຕູມ ກ່ຽວກັບການຈັດຕັ້ງຂະບວນການແຮກສ່ຽວລະຫວ່າງຊຸມຊົນຢູ່ສອງຟາກຊາຍແດນ. ຄະນະກໍາມະການປະຊາຊົນແຂວງໄດ້ມອບໃຫ້ທະຫານຊາຍແດນແຂວງກອນຕູມ ສ້າງລາຍການແຮກສ່ຽວກຸ່ມໝູ່ບ້ານຢູ່ສອງຟາກຊາຍແດນ, ຈາກນັ້ນໂຄສະນາໃຫ້ປະຊາຊົນສອງຟາກຊາຍແດນມີຄວາມເຂົ້າໃຈກ່ຽວກັບບັນດາສັນຍາ, ກົດລະບຽບຊາຍແດນ, ເພື່ອໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າໃຈຄວາມສໍາຄັນໃນການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ຊາຍແດນຂອງແຕ່ລະປະເທດ.

ໃນຊຸມປີຜ່ານມາ, ປ້ອມທະຫານຊາຍແດນ ດັກເບີໂລ ແລະປ້ອມທະຫານ ຊາຍແດນດັກຍອງ ຍາມໃດກໍ່ປະຕິບັດວຽກງານຂົນຂວາຍປະຊາຊົນເປັນ ຢ່າງດີແຕ່ເນື້ອໃນສອງບ້ານໄດ້ລົງນາມ, ພະນັກງານ, ນັກຮົບກໍ່ຄືທຸກຂັ້ນຮາກຖານໄດ້ສ້າງເງື່ອນໄຂໃຫ້ປະຊາຊົນສອງຟາກຊາຍແດນໄດ້ໄປ - ມາຫາສູ່, ຢ້ຽມຢາມຖາມຂ່າວກັນ, ຈັດຕັ້ງບັນດາລາຍການຕິດພັນກັບບັນດາການເຄື່ອນໄຫວທີ່ມີຄວາມໝາຍຄື: ກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນບ້ານດັກບາ, ບຣົງນ້ອຍ (ລາວ) ເປັນປະຈໍາ.

ການຮ ວມມ ລະຫວ າງທະຫານຊາຍແດນ ຫວຽດນາມ ລາວ ສ ບຕ ໄດ ຮ ບການປ ບປ ງ ແລະພ ດທະນາ
ໃນວຽກງານຄຸ້ມຄອງຊາຍແດນ, ກໍາລັງປ້ອງກັນຊາຍແດນສອງປະເທດຫວຽດນາມ-ລາວ ໄດ້ເປັນເຈົ້າການປະຕິບັດບັນດາສັນຍາກ່ຽວກັບຊາຍແດນຢ່າງເຂັ້ມງວດ.ພາບປະກອບ

ໃນຊຸມປີຜ່ານມາ, ປ້ອມປ້ອງກັນຊາຍແດນກາຣີ ໄດ້ຊ່ວຍເຫຼືອປະຊາຊົນບ້ານອາບືນ ທັງດ້ານວັດຖຸ ແລະຈິດໃຈເປັນປະຈຳ. ສາຍພົວພັນອັນສະໜິດສະໜົມລະຫວ່າງປ້ອມປ້ອງກັນຊາຍແດນກາຣີ ແລະປະຊາຊົນບ້ານອາບືນແມ່ນແບບຢ່າງທີ່ພົ້ນເດັ່ນໃຫ້ແກ່ສາຍພົວພັນມິດຕະພາບລະຫວ່າງກໍາລັງປ້ອງກັນຊາຍແດນ ແລະປະຊາຊົນຢູ່ລຽບຕາມເສັ້ນຊາຍແດນຫວຽດນາມ-ລາວ.

ໃນວຽກງານຄຸ້ມຄອງຊາຍແດນ, ກໍາລັງປ້ອງກັນຊາຍແດນສອງປະເທດຫວຽດນາມ-ລາວ ໄດ້ເປັນເຈົ້າການປະຕິບັດບັນດາສັນຍາກ່ຽວກັບຊາຍແດນຢ່າງເຂັ້ມງວດ. ສອງຝ່າຍກໍ່ສົມທົບກັນໃນການເຄື່ອນໄຫວປັກຫຼັກໝາຍຖີ່, ບູລະນະລະບົບຫຼັກໝາຍຊາຍແດນ; ຜັນຂະຫຍາຍການທົດລອງຮູບແບບ “ໜຶ່ງປະຕູ, ໜຶ່ງຄັ້ງຢຸດ”, ຕອບສະໜອງຄວາມຮຽກຮ້ອງຕ້ອງການປະຕິຮູບລະບຽບການບໍລິຫານດ່ານຊາຍແດນຕາມທິດເຊື່ອມໂຍງ ແລະທັນສະໄໝ. ໃນຂົງເຂດຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກໍາ, ກໍາລັງສອງຝ່າຍໄດ້ສົມທົບກັນທໍາລາຍນັບຮ້ອຍຄະດີ ແລະກຸ່ມອາດຊະຍາກໍາຂ້າມຊາດ.

ການຮ ວມມ ລະຫວ າງທະຫານຊາຍແດນ ຫວຽດນາມ ລາວ ສ ບຕ ໄດ ຮ ບການປ ບປ ງ ແລະພ ດທະນາ ໄດ້ຕີລາຄາສູງເປັນພິເສດການຈັດກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 25 ປີຂອງການພົວພັນທາງການທູດຫວຽດນາມ - ອາເມລິກາ

ຍສໝ - ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດອາເມລິກາ, ທ່ານ Robert O'Brien ໄດ້ຕີລາຄາສູງເປັນພິເສດການຈັດກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 25 ປີຂອງການພົວພັນທາງການທູດຫວຽດນາມ - ອາເມລິກາ, ໃນສະພາບການຂອງການ ລະບາດ COVID-19 ສືບຕໍ່ມີການຜັນແປຢ່າງສັບສົນ.

ການຮ ວມມ ລະຫວ າງທະຫານຊາຍແດນ ຫວຽດນາມ ລາວ ສ ບຕ ໄດ ຮ ບການປ ບປ ງ ແລະພ ດທະນາ ນຳສົ່ງພົນລະເມືອງຫວຽດນາມ 290 ຄົນ ຈາກສາທາລະນະລັດເຊັກ ກັບຄືນປະເທດ

ຍສໝ - ໃນສອງວັນ 21-22 ພະຈິກ 2020, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ອົງການຕາງໜ້າຫວຽດນາມ ປະຈຳຟີລິບປິນ ແລະ ບໍລິສັດການບິນ Bamboo Airways ໄດ້ຮ່ວມມືກັບບັນດາອົງການທີ່ມີໜ້າທີ່ສາທາລະນະລັດເຊັກ ເພື່ອສົ່ງພົນລະເມືອງຫວຽດນາມ ເກືອບ 290 ຄົນ ກັບຄືນບ້ານຢ່າງປອດໄພ.

ການຮ ວມມ ລະຫວ າງທະຫານຊາຍແດນ ຫວຽດນາມ ລາວ ສ ບຕ ໄດ ຮ ບການປ ບປ ງ ແລະພ ດທະນາ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ຕ້ອງເພີ່ມທະວີການສົມທົບນະໂຍບາຍທົ່ວໂລກ, ສາມັກຄີກັນກະທຳ ແລະ ຍົກສູງການຮ່ວມມືຫຼາຍຝ່າຍ ເພື່ອຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ໃນນັ້ນຕີລາຄາສູງບັນດາໝາກຜົນສຳຄັນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງບັນດາປະເທດ G20, ເປັນຕົ້ນແມ່ນການຊຸກຍູ້ການສົມທົບນະໂຍບາຍມະຫາພາກໃນການຟື້ນຟູເສດຖະກິດ.

ໄຊພອນ

ເຫດການ
302 Found

Found

The document has moved here.