ຫວຽດນາມ ດຶງດູດທຶນຈາກຕ່າງປະເທດບັນລຸເກືອບ 20 ຕື້ໂດລາສະຫະລັດ

15:11 | 28/08/2020

ໂດຍຄິດໄລ່ ຮອດວັນທີ 20 ສິງຫາ ປີນີ້, ຍອດການລົງທະບຽນ ຂັ້ນໃໝ່, ການດັດແປງ ແລະ ປະກອບສ່ວນ ທຶນຊື້ຫຸ້ນຂອງ ນັກລົງທຶນ ຕ່າງປະເທດ ບັນລຸ 19,54 ຕື້ໂດລາ ສະຫະລັດ, ກວມເອົາ 86,3% ທຽບກັບ ໄລຍະດຽວກັນ ຂອງປີ 2019. 

ຫວຽດນາມ ດ ງດ ດທ ນຈາກຕ າງປະເທດບ ນລ ເກ ອບ 20 ຕ ໂດລາສະຫະລ ດ ເຮືອນຄົວກາງສະໜາມຫວຽດນາມ ຢູ່ Army Games ຍາມໃດກໍ່ດຶງດູດແຂກມາກິນເປັນຈໍານວນຫຼວງຫຼາຍ
ຫວຽດນາມ ດ ງດ ດທ ນຈາກຕ າງປະເທດບ ນລ ເກ ອບ 20 ຕ ໂດລາສະຫະລ ດ ຍີ່ປຸ່ນ - ແຂວງ ຮຶງ​ອຽນ ສສ.ຫວຽດນາມ ເພີ່ມທະວີໃນການ​​ຮ່ວມ​ມື​ລົງ​ທຶນ
ຫວຽດນາມ ດ ງດ ດທ ນຈາກຕ າງປະເທດບ ນລ ເກ ອບ 20 ຕ ໂດລາສະຫະລ ດ
ຍອດການ ລົງທະບຽນ 9,73 ຕື້ໂດລາ ສະຫະລັດ, ເພີ່ມຂື້ນ ບັນລຸ 6,6% ທຽບກັບ ໄລຍະດຽວກັນ. ພາບປະກອບ.

ອິງຕາມຕົວຈິງ ມີປະມານ 1.797 ໂຄງການ ການລົງທຶນ ຈາກຕ່າງ ປະເທດໃໝ່ ໄດ້ຮັບໃບຢັ້ງຢືນ ການລົງທະບຽນ ການລົງທຶນ, ຫລຸດລົງ 25,3% ທຽບກັບ ໄລຍະດຽວກັນ ຂອງປີກາຍ, ຍອດການ ລົງທະບຽນ 9,73 ຕື້ໂດລາ ສະຫະລັດ, ເພີ່ມຂື້ນ ບັນລຸ 6,6% ທຽບກັບ ໄລຍະດຽວກັນ. ທຶນການລົງທຶນ ເພີ່ມຂື້ນ ເປັນຕົ້ນແມ່ນ ເນື່ອງມາຈາກ ໂຄງການໄຟຟ້າອາຍແກັດທຳມະຊາດແຫລວ ແຂວງ ບາກລຽວ ໄດ້ຮັບໃບຢັ້ງຢືນ ການລົງທະບຽນ ການລົງທຶນ 4 ຕື້ໂດລາ ສະຫະລັດ, ກວມເອົາ 41,1% ຂອງຍອດການລົງທະບຽນໃໝ່. ໂດຍຄິດໄລ່ ຮອດວັນທີ 20 ສິງຫາ ປີນີ້, ຍອດການລົງທະບຽນ ຂັ້ນໃໝ່, ການດັດແປງ ແລະ ປະກອບສ່ວນ ທຶນຊື້ຫຸ້ນຂອງ ນັກລົງທຶນ ຕ່າງປະເທດ ບັນລຸ 19,54 ຕື້ໂດລາສະຫະລັດ, ກວມເອົາ 86,3% ທຽບກັບ ໄລຍະດຽວກັນ ຂອງປີ 2019.

ສະເພາະໃນເດືອນ ກໍລະກົດ 2020, ທົ່ວປະເທດດຶງດູດເງິນລົງທຶນຈົດທະບຽນໃໝ່, ດັດປັບ ແລະ ປະກອບທຶນຊື້ຮຸ້ນຂອງນັກລົງທຶນຕ່າງປະເທດໄດ້ 3,15 ຕື້ USD, ເພີ່ມຂຶ້ນ 79,8% ເມື່ອທຽບໃສ່ໄລຍະດຽວກັນປີ 2019 ແລະ ກວມເອົາ 16,7% ຍອດຈຳນວນເງິນລົງທຶນທີ່ດຶງດູດໄດ້ໃນ 7 ເດືອນ.

ກຸ່ມບໍລິສັດເຕັກໂນໂລຢີນາໆຊາດ Intel (ອາເມລິກາ) ໄດ້ຂຶ້ນແຜນສືບຕໍ່ລົງທຶນຕື່ມອີກເພື່ອເປີດກ້ວາງການຜະລິດຢູ່ຫວຽດນາມ. Intel Products ຫວຽດນາມ ບໍ່ເຜີຍຈຳນວນເງິນລົງທຶນໃນໄລຍະຈະມາເຖິງແຕ່ຕາມຄະນະຄຸ້ມຄອງເຂດເຕັກໂນໂລຢີສູງນະຄອນ ໂຮ່ຈີມິນ ແລ້ວ, ໃນໄລຍະຜ່ານມາບ້ວງເງິນລົງທຶນກ່ວາ 1 ຕື້ ໂດລາສະຫະລັດຂອງກຸ່ມບໍລິສັດເຕັກໂນໂລຢີນີ້ຫາກໍໍ່ໄດ້ນຳໃຊ້ເຄິ່ງໜຶ່ງຂອງເນື້ອທີ່ດິນທີ່ໄດ້ເຊົ່າ. ສະນັ້ນ, ການເປີດກ້ວາງການລົງທຶນຂອງ Intel ຢູ່ສະຖານທີ່ແຫ່ງນີ້ໃນໄລຍະຈະມາເຖິງແມ່ນມີຫຼັກຖານ. ໃນ 10 ປີ ຜ່ານມາ, ກຸ່ມບໍລິສັດ Intel ບັນລຸວົງເງິນການສົ່ງອອກສະເລ່ຍແມ່ນ 3,6 ຕື້ ໂດລາສະຫະລັດ/ປີ.

ທ່ານ ຫງວຽນດຶກແທັງ ທູດການຄ້າຫວຽດນາມ ປະຈຳອີຕາລີ ໄດ້ໃຫ້ຂໍ້ສັງເກດວ່າ ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) ມີຜົນສັກສິດໃນວັນທີ 1 ສິງຫາ ນັ້ນຈະສ້າງກາລະໂອກາດເປີດກ້ວາງໃຫ້ຫວຽດນາມໄດ້ສຳຜັດກັບຕະຫຼາດທີ່ມີປະຊາກອນ 450 ລ້ານຄົນ, ພ້ອມທັງເປີດກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ມີຄຸນນະພາບສູງຈາກ EU ເຂົ້າຫວຽດນາມ.

ໃນສະພາບການໂລກລະບາດ ຄືໃນປັດຈຸບັນ, ວົງການນັກໄຈ້ແຍກໄດ້ດັດປັບການຄາດຄະເນ ລະດັບເພີ່ມວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ EU ເມື່ອທຽບໃສ່ກັບໄລຍະກ່ອນເກີດໂລກລະບາດ , ຕາມນັ້ນແລ້ວ, ອາດຈະເພີ່ມຂຶ້ນພຽງແຕ່ປະມານ 5% ໃນປີ 2020 ແລະ ເລີ່ມເພີ່ມຂຶ້ນຄືນໃໝ່ນັບແຕ່ປີ 2021.

ຫວຽດນາມ ດ ງດ ດທ ນຈາກຕ າງປະເທດບ ນລ ເກ ອບ 20 ຕ ໂດລາສະຫະລ ດ ຫວຽດນາມ: ຍອດວົງເງິນການຄ້າສົ່ງອອກ - ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຄາດວ່າບັນລຸເກືອບ 46 ຕື້ ໂດລາສະຫະລັດ

ຍສໝ - ໃນ 8 ເດືອນຂອງປີ 2020, ຍອດວົງເງິນການຄ້າສົ່ງອອກ - ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຄາດວ່າບັນລຸເກືອບ 46 ຕື້ ໂດລາສະຫະລັດ.

ຫວຽດນາມ ດ ງດ ດທ ນຈາກຕ າງປະເທດບ ນລ ເກ ອບ 20 ຕ ໂດລາສະຫະລ ດ ບໍລິສັດ Intel ໄດ້ປາດຖະໜາຢາກເປີດກວ້າງການລົງທຶນຢູ່ຫວຽດນາມ

ຍສໝ - ຫລັງຈາກມີການລົງທືນ 1 ພັນລ້ານໂດລາ ໃນໂຮງງານແຫ່ງໜຶ່ງໃນປະເທດຫວຽດນາມ, ບໍລິສັດ Intel ກຳລັງວາງແຜນທີ່ຈະລົງທືນຫລາຍຂື້ນເຂົ້າໃນປະເທດວຽດນາມໃນຊຸມປີຕໍ່ໜ້າ.

ຫວຽດນາມ ດ ງດ ດທ ນຈາກຕ າງປະເທດບ ນລ ເກ ອບ 20 ຕ ໂດລາສະຫະລ ດ ກອງທຶນ Philip David Gray ໄດ້ມອບທຶນການສຶກສາໃຫ້ນັກຮຽນຫວຽດນາມທີ່ທຸກຍາກ ສຳລັບສົກຮຽນ 2020-2021

ຍສໝ - ການມອບທຶນການສຶກສາໃນປີນີ້ຈະໄດ້ນໍໍໍາໃຊ້ໃນການຈ່າຍຄ່າຮຽນເລີ່ມແຕ່ສົກຮຽນ 2020-2021.

ໄຊພອນ

ເຫດການ
302 Found

Found

The document has moved here.