ເຮືອນຄົວກາງສະໜາມຫວຽດນາມ ຢູ່ Army Games ຍາມໃດກໍ່ດຶງດູດແຂກມາກິນເປັນຈໍານວນຫຼວງຫຼາຍ

15:00 | 28/08/2020

ຍສໝ - ທີ່ສະໜາມຝຶກຊ້ອມ Alabino - ສະຖານທີ່ຈັດງານແຂ່ງຂັນເຮືອນຄົວກາງສະໜາມ, ຮ້ານອາຫານຂອງທີມເຮືອນຄົວກາງສະໜາມຂອງກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ດຶງດູດແຂກມາກິນເປັນຈໍານວນຫຼວງຫຼາຍ.

ເຮ ອນຄ ວກາງສະໜາມຫວຽດນາມ ຢ army games ຍາມໃດກ ດ ງດ ດແຂກມາກ ນເປ ນຈ ານວນຫ ວງຫ າຍ ຍີ່ປຸ່ນ - ແຂວງ ຮຶງ​ອຽນ ສສ.ຫວຽດນາມ ເພີ່ມທະວີໃນການ​​ຮ່ວມ​ມື​ລົງ​ທຶນ

ຍສໝ - ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ ຍີ່ປຸ່ນ ເປັນນັກລົງທຶນໃຫຍ່ທີ 2, ເປັນຄູ່ຮ່ວມມືດ້ານການຄ້າທີ 4, ເປັນຄູ່ຮ່ວມມືໃຫຍ່ທີ 3 ດ້ານການທ່ອງທ່ຽວ ຂອງ ຫວຽດນາມ.

ເຮ ອນຄ ວກາງສະໜາມຫວຽດນາມ ຢ army games ຍາມໃດກ ດ ງດ ດແຂກມາກ ນເປ ນຈ ານວນຫ ວງຫ າຍ ຫວຽດນາມ: ຍອດວົງເງິນການຄ້າສົ່ງອອກ - ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຄາດວ່າບັນລຸເກືອບ 46 ຕື້ ໂດລາສະຫະລັດ

ຍສໝ - ໃນ 8 ເດືອນຂອງປີ 2020, ຍອດວົງເງິນການຄ້າສົ່ງອອກ - ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຄາດວ່າບັນລຸເກືອບ 46 ຕື້ ໂດລາສະຫະລັດ.

ທ່ານ ພັນເອກພິເສດ ຟ້າມວັນຄາວ, ຫົວໜ້າທີມເຮືອນຄົວກາງສະໜາມ ໃຫ້ຮູ້ວ່າ ນອກຈາກຄະນະຈັດຕັ້ງການແຂ່ງຂັນໄດ້ມາຊີມອາຫານແລ້ວ, ຮ້ານອາຫານຂອງທີມຍັງຍິນດີຕ້ອນຮັບ pແຂກມາກິນ” ທີ່ມາຈາກບັນດາປະເທດອື່ນທີ່ເຂົ້າຮ່ວມການແຂ່ງຂັນໃນລາຍການເຮືອນຄົວກາງສະໜາມ, ບັນດາສະມາຊິກໃນທີມກໍາລັງຮັບໃຊ້ຢູ່ສະໜາມຝຶກຊ້ອມ Alabino ຫຼື ແຂກທ່ອງທ່ຽວລັດເຊຍ ອີກດ້ວຍ. ພິເສດ, ໃນມື້ໄຂງານແຂ່ງຂັນ Army Games 2020, ມີຊາວຫວຽດນາມ ເປັນຈໍານວນຫຼວງຫຼາຍທີ່ດໍາລົງຊີວິດ ແລະເຮັດວຽກຢູ່ລັດເຊຍ ກໍ່ໄດ້ມາຢ້ຽມຊົມຮ້ານອາຫານຂອງທີມ.

ເຮ ອນຄ ວກາງສະໜາມຫວຽດນາມ ຢ army games ຍາມໃດກ ດ ງດ ດແຂກມາກ ນເປ ນຈ ານວນຫ ວງຫ າຍ
ເຮືອນຄົວກາງສະໜາມຫວຽດນາມ ຢູ່ Army Games ຍາມໃດກໍ່ດຶງດູດແຂກມາກິນເປັນຈໍານວນຫຼວງຫຼາຍ.ພາບ:qdnd.

ພ້ອມກັນນັ້ນ, ທ່ານພັນເອກພິເສດ ຟ້າມວັນຄາວ ກໍ່ໄດ້ເນັ້ນໜັກວ່າ “ບັນດາອາລົມຈິດຄວາມຮັກແພງທີ່ແຂກມາຢ້ຽມຊົມໄດ້ສະຫງວນໃຫ້ທີມເຮືອນຄົວກາງສະໜາມກອງທັບປະຊາຊົນຫວຽດນາມ ນັ້ນ ໄດ້ເຮັດໃຫ້ພວກຂ້າພະເຈົ້າມີຄວາມເບີກບານມ່ວນຊື່ນ ແລະມີຄວາມພາກພູມໃຈຫຼາຍ.

ທີມເຮືອນຄົວກາງສະໜາມກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມລາຍການແຂ່ງຂັນແຕ່ງກິນຕາມເມນູເລືອກເອງ. ຜົນການແຂ່ງຂັນປະກົດວ່າ, ທີມເຮືອນຄົວກາງສະໜາມຫວຽດນາມ ຢືນອັນດັບທີ 5.

ໃນວັນທີ 25 ສິງຫາ, ທີມແພດທະຫານກອງທັບປະຊາຊົນຫວຽດນາມ ເລີ່ມຕົ້ນການແຂ່ງຂັນ “ຕໍ່ກໍາລັງແຮງແພດທະຫານ” ດ້ວຍລາຍການຍິງປືນ K59 ສໍາລັບທ່ານໝໍ, ຍິງປືນ AK74 ສໍາລັບແພດທະຫານຊັ້ນກາງ ແລະຜູ້ຂັບລົດຍານເກາະ. ລະອຽດແມ່ນ, ສໍາລັບທ່ານໝໍ, ສະຫາຍ ຫງວຽນເທ໊ຟອງ ຢືນອັນດັບທີ 5/10 ທ່ານໝໍເຂົ້າຮ່ວມແຂ່ງຂັນ. ສໍາລັບແພດທະຫານຊັ້ນກາງ, ຮ້ອຍໂທ ຫງວຽນຈີ້ຂາມ ຢືນອັນດັບທີ 8/21. ສໍາລັບຜູ້ຂັບລົດຍານເກາະ, ຮ້ອຍໂທ ດັ້ງວັນມິງ ຢືນອັນດັບທີ 1/12 ຜູ້ຂັບລົດ.

ເຮ ອນຄ ວກາງສະໜາມຫວຽດນາມ ຢ army games ຍາມໃດກ ດ ງດ ດແຂກມາກ ນເປ ນຈ ານວນຫ ວງຫ າຍ
ທ່ານພົນຕີ ໂງມຽນຕ໊ຽນ ແລະບັນດາສະມາຊິກຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ ຖ່າຍຮູບລວມກັບທີມກູ້ໄພກູ້ຊີບ. ພາບ: ຈວນເລ.

ວັນທີ 25 ສິງຫາ, ທີ່ສະໜາມຫັດແອບຢູ່ນະຄອນ Saratov (ສະຫະພັນລັດເຊຍ) ໄດ້ດໍາເນີນການແຂ່ງຂັນມື້ທໍາອິດ ໄລຍະ 1 “ການແຂ່ງຂັນສ່ວນບຸກຄົນ” ຂອງການແຂ່ງຂັນໝູ່ປືນໃຫຍ່ປືນຄົກ “ນັກຮົບປືນໃຫຍ່ເກັ່ງ”. ສິ້ນສຸດການແຂ່ງຂັນ, ທີມປືນໃຫຍ່ຫວຽດນາມ ຢືນອັນດັບທີ 3 ດ້ວຍຜົນງານ 15 ນາທີ 9 ວິນາທີ, ດັບສູນ 3/3 ເປົ້າໝາຍ, ຖັດຈາກທີມຂອງລັດເຊຍ ແລະເບລາຣຸດ.

ເນື່ອງໃນໂອກາດເຂົ້າຮ່ວມ Army Games 2020 ແລະເວທີປາໄສເຕັກນິກການທະຫານສາກົນ 2020 (Army 2020) ຢູ່ສະຫະພັນລັດເຊຍ, ໃນວັນທີ 25 ສິງຫາ, ທ່ານພົນຕີ ໂງມຽນຕ໊ຽນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ລົງຢ້ຽມຢາມ, ໃຫ້ກໍາລັງໃຈທີມກູ້ໄພກູ້ຊີບ ແລະທີມຝຶກແອບໝາວິຊາສະເພາະກອງທັບປະຊາຊົນຫວຽດນາມທີ່ເຂົ້າຮ່ວມ Army Games 2020.

ເຮ ອນຄ ວກາງສະໜາມຫວຽດນາມ ຢ army games ຍາມໃດກ ດ ງດ ດແຂກມາກ ນເປ ນຈ ານວນຫ ວງຫ າຍ ກອງທຶນ Philip David Gray ໄດ້ມອບທຶນການສຶກສາໃຫ້ນັກຮຽນຫວຽດນາມທີ່ທຸກຍາກ ສຳລັບສົກຮຽນ 2020-2021

ຍສໝ - ການມອບທຶນການສຶກສາໃນປີນີ້ຈະໄດ້ນໍໍໍາໃຊ້ໃນການຈ່າຍຄ່າຮຽນເລີ່ມແຕ່ສົກຮຽນ 2020-2021.

ເຮ ອນຄ ວກາງສະໜາມຫວຽດນາມ ຢ army games ຍາມໃດກ ດ ງດ ດແຂກມາກ ນເປ ນຈ ານວນຫ ວງຫ າຍ ບັນດາວິສາຫະກິດອັງກິດ ໄດ້ເພີ່ມຄວາມເອົາໃຈໃສ່ຕໍ່ທ້ອງຕະຫຼາດຫວຽດນາມ

ຍສໝ - ຜ່ານເຄືອຂ່າຍວິສາຫະກິດຫວຽດນາມ - ອັງກິດ, ມີວິສາຫະກິດອັງກິດຈຳນວນປະມານ 50 ແຫ່ງໄດ້ເຂົ້າຮ່ວມກອງປະຊຸມຖ່າຍທອດສົດ ເພື່ອຮັບຟັງທ່ານເຈີ່ນງອກອານ - ເອກອັກຄະລັດຖະທູດຫວຽດນາມປະຈຳອັງກິດ ກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມໃນໄລຍະຫວ່າງແລ້ວນີ້, ແລະ ຮັບຟັງຄຳ ເຫັນຈາກບັນດາວິສາຫະກິດອັງກິດ ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ.

ເຮ ອນຄ ວກາງສະໜາມຫວຽດນາມ ຢ army games ຍາມໃດກ ດ ງດ ດແຂກມາກ ນເປ ນຈ ານວນຫ ວງຫ າຍ ສັບປະດາພະລັງງານຜະລິດຄືນໃຫມ່ຢູ່ຫວຽດນາມປີ 2020

ພະລັງງານຜະລິດຄືນໃຫມ່ ປະຈຸບັນກວມເອົາປະມານ 10% ກຳລັງການຜະລິດຂອງທັງລະບົບໄຟຟ້າ.

ໄຊພອນ

ເຫດການ
302 Found

Found

The document has moved here.