ອົງການເດັກນ້ອຍມັງກອນຟ້າ ຊ່ວຍເຫຼືອກໍ່ສ້າງເຮືອນແຫ່ງຄວາມຮັກ 12 ຫຼັງຢູ່ເຫວ້
ຍສໝ - ສອງຄອບຄົວທີ່ມີຄວາມຫຍຸ້ງຍາກຢູ່ຕາແສງເຮືອງຈ່າ ໄດ້ຮັບທຶນຊ່ວຍເຫຼືອສ້າງເຮືອນ ໃນຂອບເຂດໂຄງການກໍ່ສ້າງ “ເຮືອນແຫ່ງຄວາມຮັກ” 12 ຫຼັງ ຢູ່ນະຄອນເຫວ້.
ຍສໝ - ສອງຄອບຄົວທີ່ມີຄວາມຫຍຸ້ງຍາກຢູ່ຕາແສງເຮືອງຈ່າ ໄດ້ຮັບທຶນຊ່ວຍເຫຼືອສ້າງເຮືອນ ໃນຂອບເຂດໂຄງການກໍ່ສ້າງ “ເຮືອນແຫ່ງຄວາມຮັກ” 12 ຫຼັງ ຢູ່ນະຄອນເຫວ້.
ຍສໝ - ເນື່ອງໃນໂອກາດກອງປະຊຸມການທູດ ຄັ້ງທີ 33 ແລະ ກອງປະຊຸມວຽກງານການຕ່າງປະເທດທົ່ວປະເທດ ຄັ້ງທີ 22, ປະຕູຂໍ້ມູນຂ່າວສານອິເລັກໂຕຣນິກ ຂອງກະຊວງການຕ່າງປະເທດ ໄດ້ເຜີຍແຜ່ບົດສຳພາດຂອງ ທ່ານ ຫງວຽນມິງຫວູ, ກຳມະການຄະນະກາງພັກ, ລັດຖະມົນຕີປະຈຳກະຊວງການຕ່າງປະເທດ ກ່ຽວກັບຜົນງານດ້ານວຽກງານຊາຍແດນ ແລະ ດິນແດນ, ພ້ອມທັງບັນດາບູລິມະສິດ ເພື່ອປົກປ້ອງອະທິປະໄຕຢ່າງໜັກແໜ້ນ, ຊຸກຍູ້ຜົນປະໂຫຍດແຫ່ງຊາດ, ເສີມສ້າງສັນຕິພາບ ແລະ ຂະຫຍາຍພື້ນທີ່ການຮ່ວມມື ແລະ ການພັດທະນາ.
ຍສໝ - ການຫັນເປັນດິຈິຕອນ ພວມກາຍເປັນແຮງຂັບເຄື່ອນສຳຄັນ ເພື່ອຍົກສູງຜະລິດຕະພາບ, ຄວາມໂປ່ງໃສຂອງຕ່ອງໂສ້ມູນຄ່າ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງສິນຄ້າກະສິກຳຫວຽດນາມ. ຢ່າງໃດກໍຕາມ, ເພື່ອໃຫ້ຂະບວນການນີ້ ບັນລຸຜົນຢ່າງແທ້ຈິງ ບໍ່ພຽງແຕ່ຕ້ອງການເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງຕ້ອງອາໄສການປະສານງານຢ່າງໃກ້ຊິດລະຫວ່າງລັດ, ວິສາຫະກິດ, ອົງການສາກົນ, ສະຖາບັນຄົ້ນຄວ້າ ແລະ ຊາວກະສິກອນ ເພື່ອສ້າງລະບົບນິເວດການຮ່ວມມືຈາກຫຼາຍຝ່າຍ ສຳລັບການພັດທະນາຢ່າງຍືນຍົງ.
ຍສໝ - ໃນລະດູແລ້ງ ປີ 2025-2026, ບັນດາຄະນະຄົ້ນຫາ ແລະ ກູ້ເອົາອັດຖິ ຂອງຫວຽດນາມ ໄດ້ຄົ້ນຫາ ແລະ ກູ້ເອົາອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຜູ້ເສຍສະລະຊີວິດຢູ່ ລາວ ໃນຊ່ວງສົງຄາມຕ່າງໆ ໄດ້ທັງໝົດ 173 ອັດຖິ.
ຍສໝ - ເນື່ອງໃນໂອກາດຄົບຮອບ 79 ປີ ວັນທະຫານຜູ້ບາດເຈັບ-ນັກຮົບຜູ້ເສຍສະລະຊີວິດເພື່ອຊາດ (27/7/1947-27/7/2026), ໃນຕອນເຊົ້າຂອງວັນທີ 26 ກໍລະກົດ, ຄະນະຜູ້ແທນຄະນະກຳມະການບໍລິຫານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ ແລະ ລັດຖະບານ ໄດ້ ຖະຫວາຍທູບທຽນ, ລະນຶກຄຸນບັນດານັກຮົບຜູ້ເສຍສະລະຊີວິດເພື່ອຊາດຢູ່ອະນຸສາວະລີລະນຶກບັນດາວີລະຊົນພົນສະຫຼະ ຖະໜົນ ບັກເຊີນ (ນະຄອນຮ່າໂນ້ຍ), ວາງພວງມາລາ ແລະ ເຂົ້າຄາລະວະສຸສານປະທານ ໂຮ່ຈີມິນ.
ຍສໝ - ໃນໄລຍະຜ່ານມາ, ຂະບວນການ 500 ວັນຄືນ ໄດ້ສຸມໃສ່ປະຕິບັດບັນດາໜ້າທີ່ຢ່າງສອດຄ່ອງ ທັງວຽກງານຄົ້ນຫາ ແລະ ເກັບກູ້ອັດຖິວີລະຊົນພົນສະຫຼະ; ການເກັບກຳ, ຮັກສາ ແລະ ກວດພິສູດ ADN; ການສ້າງຖານຂໍ້ມູນເພື່ອກວດສອບ ແລະ ປຽບທຽບຂໍ້ມູນ; ພ້ອມທັງດຳເນີນວຽກງານເກັບກູ້ລະເບີດ ແລະ ວັດຖຸລະເບີດ ຢູ່ບັນດາພື້ນທີ່ທີ່ຍັງມີຮ່ອງຮອຍສົງຄາມຈຳນວນຫຼາຍ ແລະ ບໍລິເວນທີ່ສົງໄສວ່າມີຫຼຸມຝັງສົບຂອງວີລະຊົນພົນສະຫຼະ.
ຍສໝ - ຄະນະຜູ້ແທນສະຫະພັນແຮງງານຫວຽດນາມ ໄດ້ຖະຫວາຍທູບທຽນ ເພື່ອລະນຶກເຖິງບັນດາວີລະຊົນພົນສະຫຼະ ຢູ່ສຸສານວີລະຊົນພົນສະຫຼະສາກົນ ຫວຽດນາມ - ລາວ.
ຍສໝ - ວັນທີ 25 ກໍລະກົດ, ເນື່ອງໃນໂອກາດລະນຶກຄົບຮອບ 79 ປີ ວັນທະຫານບາດເຈັບ ແລະ ວິລະຊົນເສຍສະຫຼະຊີວິດ, ຄະນະປະຕິບັດງານຂອງສູນກາງຊາວໜຸ່ມຄອມມູນິດໂຮ່ຈີມິນ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ຜູ້ມີຄຸນງາມຄວາມດີຕໍ່ຊາດຢູ່ແຂວງເງະອານ ແລະ ສະໜັບສະໜູນ 80 ລ້ານດົ່ງ ເພື່ອກໍ່ສ້າງເຮືອນບຸນຄຸນໃຫ້ຄອບຄົວອະດີດນັກຮົບ.
ຍສໝ - Plan International ຫວຽດນາມ ຫາເກີດມີຄຳມັ້ນສັນຍາ ບ່ວງງົບປະມານສະໜັບສະໜູນສຸກເສີນ ມູນຄ່າ 350 ລ້ານດົ່ງ ໃຫ້ແກ່ນັກຮຽນ ໂຮງຮຽນປະຖົມ ຟຸກທານ ແລະ ໂຮງຮຽນລ້ຽງເດັກກ່ອນໄວຮຽນ ຟຸກທານ, ຕຳບົນ ເມືອງທານ, ແຂວງ ໄລເຈົາ, ພາຍຫຼັງເຫດການນ້ຳຊ່າມໄຫຼຊົ່ວຄາວ ສ້າງຄວາມເສຍຫາຍຢ່າງໜັກໜ່ວງ.
ຍສໝ - ພາຍໃນໄລຍະຫຼາຍປີທີ່ຜ່ານມາ, ອົງການກາແດງຫວຽດນາມ ສືບຕໍ່ຢັ້ງຢືນບົດບາດເປັນອົງການມະນຸດສະທຳຮັບຜິດຊອບສະເພາະ, ເປັນແກນນຳ, ເປັນຂົວຕໍ່ ແລະ ປະສານງານ ພາຍໃນວຽກງານມະນຸດສະທຳ. ໂດຍຜ່ານນັ້ນ ໄດ້ລະດົມທຶນໄດ້ກວ່າ 21.000 ຕື້ດົ່ງ, ໃຫ້ການຊ່ວຍເຫຼືອປະຊາຊົນທີ່ມີເງື່ອນໄຂຫຍຸ້ງຍາກ ກວ່າ 52 ລ້ານເທື່ອຄົນ.
ຍສໝ - ວັນທີ 22 ກໍລະກົດ, ສຳນັກພິມການສຶກສາຫວຽດນາມ ໄດ້ປະສານສົມທົບກັບຫໍສະໝຸດກອງທັບ ແລະ ກອງທັບນ້ອຍ 15 ມອບປຶ້ມແບບຮຽນ ແລະ ປຶ້ມສຳລັບເດັກອະນຸບານຫຼາຍກວ່າ 5.400 ຫົວ ໃຫ້ແກ່ບັນດາສະຖານສຶກສາຢູ່ຕາແສງໂມໄຣ (ແຂວງຢາລາຍ), ເພື່ອຊ່ວຍນັກຮຽນເຂດຊາຍແດນກະກຽມຄວາມພ້ອມສຳລັບສົກຮຽນ 2026-2027.
ຍສໝ - ນັບຕັ້ງແຕ່ບັນດານະໂຍບາຍການເບິ່ງແຍງດູແລອັນແທດຕົວຈິງ ທີ່ສະຫງວນໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ຊາດ ຕະຫຼອດຮອດການເດີນທາງຄົ້ນຫາແລະຄືນຊື່ໃຫ້ແກ່ບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ໂດຍຜ່ານ "ບັ້ນຮົບ 500 ວັນແລະຄືນ", ວຽກງານ "ຕອບບຸນແທນຄຸນ" ພວມໄດ້ຮັບການຜັນຂະຫຍາຍຢ່າງເປັນລະບົບແລະຄົບຊຸດໃນທົ່ວປະເທດ, ສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນ ແລະ ຄວາມຮັບຜິດຊອບຂອງພັກ, ລັດ ກໍຄືທົ່ວສັງຄົມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 79 ປີ, ທັງມຸ່ງໄປສູ່ຂີດໝາຍຄົບຮອບ 80 ປີ ຂອງວັນບຸນແຫ່ງການລະນຶກຄຸນອັນພິເສດນີ້.
ຍສໝ - ເອກະສານຖອດລະຫັດນາມລັບຂອງກົມກອງ 962, ແຜນຜັງເຂດຝັງສົບນັກຮົບເສຍສະຫຼະຊີວິດ 21 ທ່ານ ຢູ່ໂຮງໝໍ K76A T7 ເຂດທະຫານ 7, ພ້ອມກັບເອກະສານ ແລະ ວັດຖຸພັນທີ່ລະນຶກ ທີ່ພົວພັນເຖິງສະໜາມຮົບພາກຕາເວັນອອກສ່ຽງໃຕ້ ໃນໄລຍະປີ 1966-1972... ຫາກໍໄດ້ຮັບການສົ່ງມອບຈາກໂຄງການ "ຄວາມຄິດລິເລີ່ມຊອກຫາຄົນຫວຽດນາມຫາຍສາບສູນໃນປາງສົງຄາມ" (VWAI) ໃຫ້ແກ່ພາກສ່ວນກ່ຽວຂ້ອງຂອງຫວຽດນາມ, ເພື່ອຮັບໃຊ້ເຂົ້າໃນການກຳນົດຂອບເຂດທີ່ຕັ້ງຂຸມຝັງສົບ, ຊອກຫາພີ່ນ້ອງຍາດຕິພີ່ນ້ອງ ແລະ ສົມທຽບ DNA ພາຍໃນບັ້ນຮົບ 500 ວັນແລະຄືນ.
ຍສໝ - ພາຍຫຼັງຜັນຂະຫຍາຍເປັນເວລາຫຼາຍກວ່າສີ່ເດືອນ, "ບັ້ນຮົບ 500 ວັນ ແລະ ຄືນ" ໄດ້ສ້າງບາດກ້າວຫັນປ່ຽນຢ່າງແຂງແຮງ ແລະ ຕັ້ງໜ້າທີ່ສຸດ ເທົ່າທີ່ເຄີຍມີມາ ພາຍໃນວຽກງານຊອກຫາ, ທ້ອນໂຮມ ແລະ ພິສູດເອກະລັກອັດຖິ ຂອງບັນດາທະຫານທີ່ເສຍສະຫຼະຊີວິດເພື່ອຊາດ.
ຍສໝ - ດ້ວຍຍອດງົບປະມານກວ່າ 3,74 ຕື້ດົ່ງ, ໂຄງການດັ່ງກ່າວແມ່ນໄດ້ຮັບການອຸປະຖຳໂດຍພັນທະມິດກູ້ໄພ ເຢຍລະມັນ (ADH) ໂດຍຜ່ານອົງການ World Vision ເພື່ອຊ່ວຍເຫຼືອ 376 ຄອບຄົວ ຢູ່ສອງຕາແສງ ນາມຈາໝີ ແລະ ຈາເວີນ ພາຍໃນການສ້ອມແປງເຮືອນຊານບ້ານຊ່ອງ, ຟື້ນຟູລະບົບນ້ຳສະອາດ, ວຽກງານສຸຂາພິບານ ແລະ ຟື້ນຟູຊີວິດການເປັນຢູ່ພາຍຫຼັງການເກີດໄພພິບັດທຳມະຊາດ.
ຍສໝ - ໂຄງການມູນຄ່າກວ່າ 3,74 ຕື້ດົ່ງ ໄດ້ຊ່ວຍເຫຼືອປະຊາຊົນຢູ່ນາມຈ່າມີ ແລະ ຈ່າເວິນ ໃນການສ້ອມແປງເຮືອນ, ຟື້ນຟູລະບົບນ້ຳສະອາດ, ສຸຂາພິບານ ແລະ ການດຳລົງຊີບພາຍຫຼັງໄພພິບັດທຳມະຊາດ.
ຍສໝ - ບັນດາຄະນະປະຕິບັດງານຂອງ ຄະນະຊີ້ນຳ 515 ແລະ ກອງທັບເຂດ 3 ໄດ້ລົງກວດກາການຜັນຂະຫຍາຍ “ແຜນງານ 500 ວັນ ແລະ ຄືນ” ພາຍໃນການຊອກຫາ, ທ້ອນໂຮມ ແລະ ກຳນົດຕົວຕົນອັດຖິຂອງນັກຮົບເສຍສະຫຼະຊີບເພື່ອຊາດ ຢູ່ຫຼາຍທ້ອງຖິ່ນ; ໃນຂະນະດຽວກັນ ກໍສືບຕໍ່ຄົ້ນພົບ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີບເພື່ອຊາດເພີ່ມເຕີມ ຢູ່ດານັງ ແລະ ກາວບັງ.
ຍສໝ - ວັນທີ 7 ກໍລະກົດ, ຢູ່ທີ່ນະຄອນດານັງ, ກອງທັບເຮືອປະຕິບັດກົດໝາຍທາງທະເລຫວຽດນາມ ໄດ້ຈັດພິທີເປີດແຜນງານແລກປ່ຽນນາຍທະຫານໜຸ່ມ ກອງທັບເຮືອປະຕິບັດກົດໝາຍທາງທະເລຫວຽດນາມ ແລະ ກຳລັງປ້ອງກັນຊາຍຝັ່ງຟີລິບປິນ ຄັ້ງທີໜຶ່ງ.
ຍສໝ - ກຳແໜ້ນຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ຢູ່ທີ່ພິທີ "ເດັດຂາດບໍ່ຢຸດເຊົາ ໃນເວລາທີ່ອັດຖິຂອງບັນດາທະຫານເສຍສະຫຼະຊີວິດເພື່ອຊາດ ຍັງບໍ່ທັນໄດ້ຮັບການເກັບໂຮມຢ່າງຄົບຖ້ວນ", ສູ້ຊົນບັນລຸ ແລະ ລື່ນກາຍຄາດໝາຍທີ່ວາງໄວ້ ຢູ່ທີ່ບັ້ນຮົບ 500 ວັນແລະຄືນ.
ຍສໝ - ວັນທີ 8 ກໍລະກົດ, ພາຍໃນຂອບເຂດໂຄງການແລກປ່ຽນມິດຕະພາບດ້ານປ້ອງກັນຊາດຫວຽດນາມ - ລາວ, ຄະນະແພດໝໍຈາກໂຮງໝໍທະຫານເລກ 4 ໄດ້ຈັດກິດຈະກຳກວດພະຍາດ, ໃຫ້ຄຳປຶກສາດ້ານສຸຂະພາບ ແລະ ແຈກຢາຟຣີໃຫ້ປະຊາຊົນຫຼາຍກວ່າ 700 ເທື່ອຄົນ ຢູ່ຕາແສງກິມບ໋າງ (ແຂວງເງະອານ), ປະກອບສ່ວນດູແລສຸຂະພາບປະຊາຊົນເຂດຊາຍແດນ.
ຍສໝ - ສີ່ຄອບຄົວທີ່ມີຍາດພີ່ນ້ອງໄດ້ຮັບຜົນກະທົບຈາກສານພິດເຄມີ ໄດ້ຮັບເຮືອນຫຼັງໃໝ່ ດ້ວຍການຊ່ວຍເຫຼືອດ້ານການກໍ່ສ້າງຈາກບັນດານາຍທະຫານ ແລະ ພົນທະຫານເຂດ 4 ກອງທັບເຮືອ.
ຍສໝ - ບາງທັດສະນະທີ່ເຜີຍແຜ່ຢູ່ເທິງອິນເຕີເນັດໄດ້ອາໄສຂໍ້ຫຍຸ້ງຍາກຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ເພື່ອສະເໜີວ່າ ການຫັນປ່ຽນດິຈິຕອນກຳລັງຂະຫຍາຍຊ່ອງຫວ່າງການພັດທະນາ, ເຮັດໃຫ້ປະຊາຊົນບໍ່ໄດ້ຮັບຜົນປະໂຫຍດຢ່າງຄົບຖ້ວນຈາກການປະຕິວັດອຸດສາຫະກຳຄັ້ງທີສີ່. ແຕ່ເມື່ອພິຈາລະນາທັງແນວທາງ, ນະໂຍບາຍ ແລະ ຜົນການດຳເນີນງານຕົວຈິງ, ຈະເຫັນວ່າທັດສະນະເຫຼົ່ານັ້ນບໍ່ໄດ້ສະທ້ອນຢ່າງຖືກຕ້ອງເຖິງທິດທາງການພັດທະນາຢ່າງທົ່ວເຖິງທີ່ຫວຽດນາມກຳລັງດຳເນີນຢູ່.
ຍສໝ - ລະບົບບັນດາສູນຫໍພິພິດທະພັນແຫ່ງຊາດ ພວມຊຸກຍູ້ການກວດກາ, ຂຸດຄົ້ນ ແລະ ຫັນເປັນດິຈິຕອນເທື່ອລະກ້າວ ຕໍ່ກັບແຫຼ່ງເອກະສານຫໍພິພິດທະພັນ ແນໃສ່ຮັບໃຊ້ໃຫ້ແກ່ມູນນິທິຂະບວນການ "500 ວັນ ແລະ ຄ່ຳຄືນ ຊຸກຍູ້ການປະຕິບັດການຊອກຄົ້ນ, ເກັບໂຮມ ແລະ ກຳນົດເອກະລັກອັດຖິສະຫາຍນັກຮົບເສຍສະຫຼະຊີວິດເພື່ອຊາດ". ຫຼາກຫຼາຍສຳນວນເອກະສານ, ເອກະສານຂໍ້ມູນທີ່ມີຄຸນຄ່າ ແມ່ນໄດ້ຮັບການຄົ້ນພົບ, ປະກອບສ່ວນເພີ່ມເຕີມເຂົ້າໃນຖານຂໍ້ມູນຮັບໃຊ້ການກວດສອບຂໍ້ມູນຂ່າວສານ, ພ້ອມທັງເປີດທິດທາງການປະຍຸກໃຊ້ນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ ປັນຍາປະດິດ (AI) ພາຍໃນຂົງເຂດຫໍພິພິດທະພັນ.
ຍສໝ - ພະນັກງານສະຖານທູດຫວຽດນາມປະຈຳເວເນຊູເອລາ ໄດ້ເຂົ້າຮ່ວມການບໍລິຈາກເລືອດເພື່ອມະນຸດສະທຳ, ເຜີຍແຜ່ຈິດໃຈແຫ່ງການແບ່ງປັນ ແລະ ຄວາມຮັບຜິດຊອບຕໍ່ຊຸມຊົນໃນປະເທດເຈົ້າພາບ ຜ່ານກິດຈະກຳທີ່ເປັນຮູບປະທຳ ແລະ ໃກ້ຊິດກັບປະຊາຊົນ.
ຍສໝ - ອົງການ Good Neighbors International (GNI) ໄດ້ໃຫ້ການຊ່ວຍເຫຼືອປັບປຸງສະພາບທີ່ຢູ່ອາໄສໃຫ້ເດັກນ້ອຍໃນໂຄງການອຸປະຖຳ 5 ຄົນ ຢູ່ແຂວງຕວຽນກວາງ, ແນໃສ່ສ້າງສະພາບແວດລ້ອມການດຳລົງຊີວິດທີ່ດີຂຶ້ນໃຫ້ແກ່ເດັກນ້ອຍ ແລະ ຄອບຄົວ.
ຍສໝ - ບັນດານາຍທະຫານ ແລະ ພົນທະຫານກອງທັບເຮືອ ໄດ້ປະສານສົມທົບດຳເນີນການເກັບຕົວຢ່າງຈາກອັດຖິຂອງວິລະຊົນຜູ້ເສຍສະລະຢູ່ແຂວງກວາງນິງ ເພື່ອຮັບໃຊ້ການກວດພິສູດ ADN ແລະ ການລະບຸຕົວຕົນ.
ຍສໝ - ຜູ້ແທນເດັກນ້ອຍ 27 ຄົນ ຈາກ 7 ປະເທດອາຊີຕາເວັນອອກ ໄດ້ເຂົ້າຮ່ວມຄ້າຍພັກແຮມຢູ່ນະຄອນດ່ານັງ, ແລກປ່ຽນຂໍ້ລິເລີ່ມກ່ຽວກັບການປ່ຽນແປງດິນຟ້າອາກາດ, ເຕັກໂນໂລຊີ ແລະ ການມີສ່ວນຮ່ວມຢ່າງທົ່ວເຖິງ, ຜ່ານນັ້ນ ໄດ້ນຳສຽງຂອງເດັກນ້ອຍເຂົ້າສູ່ບັນດາບັນຫາຮ່ວມຂອງພາກພື້ນ.
ຍສໝ - ອົງການ SAP-VN ໄດ້ມອບລົດຖີບ 100 ຄັນ ໃຫ້ແກ່ນັກຮຽນທີ່ມີສະພາບຄອບຄົວຫຍຸ້ງຍາກຢູ່ຕາແສງທັງຟູ, ນະຄອນດ່ານັງ, ເພື່ອຊ່ວຍເຫຼືອນ້ອງນັກຮຽນໃນການເດີນທາງໄປໂຮງຮຽນ ແລະ ເສີມສ້າງກຳລັງໃຈໃນການຮ່ຳຮຽນ.
ຍສໝ - ແຂວງອານຢາງ ວາງເປົ້າໝາຍເກັບຕົວຢ່າງອັດຖິວິລະຊົນທີ່ຍັງບໍ່ສາມາດລະບຸຕົວຕົນໄດ້ 15.747 ຕົວຢ່າງ ເພື່ອນຳໄປກວດພິສູດ ADN. ແຜນການນີ້ໄດ້ຮັບການຜັນຂະຫຍາຍໃນກອງປະຊຸມທາງໄກຂອງຄະນະຊີ້ນຳ 515 ແຂວງ ໃນຕອນບ່າຍວັນທີ 22 ມິຖຸນາ.
ຍສໝ - ໃຄ້າຍທະຫານຊາຍແດນດ່ານສາກົນ ຮົ່ງເວີນ, ສັງກັດຄະນະບັນຊາທະຫານຊາຍແດນ ນະຄອນເຫ້ວ (ຫວຽດນາມ) ໄດ້ຮ່ວມກັບກອງຮ້ອຍປ້ອງກັນຊາຍແດນ 514, ກອງບັນຊາການທະຫານແຂວງສາລະວັນ (ລາວ) ຈັດການລາດຕະເວນຮ່ວມສອງຝ່າຍ ຢູ່ຕາມແນວຊາຍແດນທີ່ທັງສອງກົມກອງຮັບຜິດຊອບຄຸ້ມຄອງ.