ສະພາແຫ່ງຊາດ ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປີ 2020 ແລະ ທິດທາງແຜນການ ປີ 2021 ຂອງອົງການກວດສອບແຫ່ງລັດ

14:30 | 06/11/2020

​ໃນ​ວາລະ​ດຳ​ເນີນ ​ກອງ​ປະຊຸມສະ​ໄໝສາ​ມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໃນ​ວັນ​ທີ 6 ພະຈິກ 2020 ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່າ​ນ ບຸນ​ປອນ ບຸດ​ຕະນະ​ວົງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ສຸມ​ໃສ່​ປະກອບ​ ຄຳ​ຄິດ​ຄຳ​ເຫັນ ​ໃສ່​​ບົດ​ລາຍງານ ​ການ​ເຄື່ອນ​ໄຫວ​ວຽກ​ງານ ປະຈຳ​ປີ 2020 ​ແລະ ທິດ​ທາງ​​ແຜ​ນການ​ ປີ 2021 ຂອງອົງການ ກວ​ດສອບ​ແຫ່ງ​ລັດ ທີ່​ສະ​ເໜີ​​ໂດຍ ທ່ານ ນາງ​ ວຽງທອງ ສີ​ພັນ​ດອນ ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ ຫລັງ​ຈາກ​ນັ້ນ, ບັນດາ ສສຊ ​ໄດ້​ພ້ອມ​ກັນລົງ​ຄະ​ແນນ​ສຽງ ຮັບຮອງ​ເອົາ​ຮ່າງ​ບົດ​ລາຍ​ງານ​ດັ່ງ​ກ່າວ ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີ​ ເປັນ​ສ່ວນ​ຫລາຍ.

ສະພາແຫ ງຊາດ ຮ ບຮອງເອ າບ ດລາຍງານການເຄ ອນໄຫວວຽກງານ ປ 2020 ແລະ ທ ດທາງແຜນການ ປ 2021 ຂອງອ ງການກວດສອບແຫ ງລ ດ ກອງປະຊຸມສົ່ງເສີມການຄ້າ ICT ຫວຽດນາມ - ອາເມລິກາລາຕິນ ປີ 2020
ສະພາແຫ ງຊາດ ຮ ບຮອງເອ າບ ດລາຍງານການເຄ ອນໄຫວວຽກງານ ປ 2020 ແລະ ທ ດທາງແຜນການ ປ 2021 ຂອງອ ງການກວດສອບແຫ ງລ ດ ລັດຖະບານຊີ້ແຈງບາງບັນຫາ ກ່ຽວກັບແຜນງົບປະມານປີ 2021
ສະພາແຫ ງຊາດ ຮ ບຮອງເອ າບ ດລາຍງານການເຄ ອນໄຫວວຽກງານ ປ 2020 ແລະ ທ ດທາງແຜນການ ປ 2021 ຂອງອ ງການກວດສອບແຫ ງລ ດ
​ກອງ​ປະຊຸມສະ​ໄໝສາ​ມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໃນ​ວັນ​ທີ 6 ພະຈິກ 2020.

ກອງ​ປະຊຸມ ​ໄດ້ສະແດງຄວາມຊົມເຊີຍ ຕໍ່ອົງການກວດສອບແຫ່ງລັດ ທີ່ໄດ້ມີຄວາມພະຍາຍາມ ເອົາໃຈໃສ່ ສູ້ຊົນຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວຂອງຕົນ ໃນປີ 2020, ສາມາດປະຕິບັດ ການກວດ​ສອບ​ໄດ້ 136 ​ເປົ້າ​ໝາຍ, ​ເທົ່າ​ກັບ 100% ຂອງ​ຈຳນວນ​ເປົ້າ​ໝາຍ ​ດັດ​ແກ້​ທີ່​ໄດ້​ສະ​ເໜີ​ ໃຫ້ຄະນະ​ປະຈຳ ສ​ະພາ​ແຫ່ງ​ຊາດ​ຮັບຮ​ອງ ການ​ດັດ​ແກ້​ ຈາກ​ຈຳນວນ 166 ​ເປົ້າ​ໝາຍ, ​ໃນ​ນັ້ນ​ເປົ້າ​ໝາຍ​ຕົ້ນ​ຕໍ ຈຳນວນ 94 ​ເປົ້າ​ໝາຍ ​ແລະ ​​​ເປົ້າ​ໝາຍ​ແຍກ ​ເປັນ​ແຕ່​ລະກົມ ຈຳນວນ 42 ​ເປົ້າ​ໝາຍ. ພ້ອມ​ນັ້ນ, ຄະນະປະຈໍາສະພາແຫ່ງຊາດ ​ໄດ້ເຫັນດີເປັນເອກະພາບ ຕໍ່ກັບເນື້ອໃນບົດລາຍງານຂອງອົງການ ກວດສອບແຫ່ງລັດ ທີ່ໄດ້ຍົກໃຫ້ເຫັນຜົນສໍາເລັດ, ຂໍ້ຄົງຄ້າງ, ສາເຫດທີ່ພາ ໃຫ້ມີຜົນສໍາເລັດ ແລະ ບົດຮຽນທີ່ຖອດຖອນໄດ້​ ເພື່ອ​ນຳ​ໄປປັບປຸງແກ້ໄຂ ວຽກງານກວດສອບ ໃນຕໍ່ໜ້າໃຫ້ດີຂຶ້ນກ່ວາເກົ່າ. ພ້ອມ​ທັງເຫັນດີ ເປັນເອກະພາບ ຕໍ່ທິດທາງແຜນ ການເຄື່ອນໄຫວ ວຽກງານປະຈໍາປີ 2021 ຂອງອົງການກວດສອບແຫ່ງລັດ, ​ເຊິ່ງໄດ້ກໍານົດ 5 ທິດທາງ, 5 ຄາດໝາຍ, 4 ແຜນວຽກຈຸດສຸມ ແລະ 6 ມາດຕະ ການຈັດຕັ້ງປະຕິບັດ, ​ໂດຍ​ສະ​ເພາະ ໄດ້ກໍານົດແຜນການກວດສອບ ຈໍານວນ 137 ເປົ້າໝາຍ, ໃນນັ້ນ 30 ເປົ້າໝາຍ ແມ່ນເລື່ອນມາຈາກ ແຜນດັດແກ້ ປີ 2020, ​ເຊິ່ງ​ໄດ້ກຳນົດ​ໃຫ້​ອົງການ​ກວດ​ສອບ ​ປະຈຳ​ສູນ​ກາງ 90 ເປົ້າໝາຍ ແລະ ອົງການ​ກວດ​ສອບ ​ປະຈຳ​ພາກ 47 ເປົ້າໝາຍ.

ພ້ອມ​ກັນ​ນີ້, ເພື່ອເຮັດໃຫ້ການຈັດ ຕັ້ງປະຕິບັດແຜນການ ເຄື່ອນໄຫວປະຈໍາປີ 2021 ຂອງອົງການກວດສອບແຫ່ງລັດ ຖືກຈັດຕັ້ງປະຕິບັດ ໃຫ້ໄດ້ຕາມແຜນການ ແລະ ມີປະສິດທິຜົນ, ຮັບປະກັນການ ຄຸ້ມຄອງງົບປະມານ, ການເງິນ ແລະ ຊັບສິນຂອງລັດໃຫ້ເຂັ້ມແຂງ, ກອງ​ປະຊຸມ ສະເໜີ ບາງທັດສະນະ ໃຫ້ທີ່ປະຊຸມພິຈາລະນາ ຄື: ຕໍ່ລັດຖະບານ ​ໃຫ້​ຄົ້ນຄວ້າຈັດສັນ ງົບປະມານຢ່າງເໝາະສົມ ລວມທັງປະກອບເຄື່ອງມືອຸປະກອນ ໃນການກວດກາຄຸນນະພາບ, ເຕັກນິກ ແລະ ມາດຕະຖານຕ່າງໆ ໃຫ້ແກ່ອົງການກວດສອບແຫ່ງລັດ ເພື່ອອໍານວຍຄວາມສະດວກ ໃນການຈັດຕັ້ງ ປະຕິບັດໜ້າທີ່ ຂອງອົງການກວດສອບແຫ່ງລັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; ຕໍ່ອົງການກວດສອບແຫ່ງລັດ ​ໃຫ້ລົງເລິກຜົນການກວດສອບ ການຈັດຕັ້ງປະຕິບັດ ເປົ້າໝາຍການ ພັດທະນາແບບຍືນຍົງ (SDG), ໂຄງການທີ່ຕິດພັນກັບສິ່ງ ແວດລ້ອມ-ທໍາມະຊາດ, ໂຄງການກໍ່ສ້າງຕາຝັ່ງເຈື່ອນ ຕາມລໍາແມ່ນ້ຳຂອງ ແລະ ສາຂາ, ໂຄງການເຊົ່າ-ສໍາປະທານ ທີ່ດິນລັດ, ການສ້າງແຜນຊໍາລະໜີ້ສິນຂອງລັດ, ດ້ານລາຍຮັບພາສີ-ອາກອນ, ການປະຕິບັດມາດ ຕະການແກ້ໄຂ ຜົນການກວດສອບ ເພື່ອເກັບກູ້ຄືນລາຍຮັບ, ໜີ້ຕ້ອງຮັບທີ່ກວດເຫັນ, ການແກ້ໄຂການລະເມີດ ວິ​ໄນແຜນການ-ການເງິນ; ຍົກສູງຄຸນນະພາບ ການກວດສອບ ດ້ວຍການວິເຄາະ, ວິໄຈ, ແຍກໃຫ້ເຫັນດ້ານດີ ທີ່ຄວນສົ່ງເສີມ ແລະ ຍົກໃຫ້ເຫັນສາເຫດ ຂອງການລະເມີດ ເພື່ອມີມາດຕະການ ແກ້ໄຂຢ່າງຖືກຕ້ອງ ແລະ ທັນການ, ແຍກລະອຽດບັນຫາການ ລະເມີດທາງດ້ານບໍລິຫານ, ທາງແພ່ງ, ທາງອາຍາ ເພື່ອເປັນບ່ອນອີງໃຫ້ ຂະແໜງການກ່ຽວຂ້ອງ ໃນການແກ້ໄຂຜົນ ການກວດສອບ ໃຫ້ສອດຄ່ອງ ຕາມກົດໝາຍກ່ຽວຂ້ອງ; ຕໍ່ອົງການກວດກາລັດ ສືບຕໍ່ຈັດຕັ້ງປະຕິບັດ ການແກ້ໄຂ ຜົນການກວດກາ ຕາມຜົນການກວດສອບ ໃຫ້ຄົບຖ້ວນຕາມກົດໝາຍວ່າ ດ້ວຍການກວດກາລັດ ມາດຕາ 23 ແລະ 24 ໃຫ້ມີຜົນສັກສິດຫລາຍຂຶ້ນ; ຕໍ່ສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນ ຂັ້ນແຂວງຊຸດທີ່ II ​ໃຫ້ເກັບກໍາຄໍາຄິດຄໍາເຫັນ ຈາກປະຊາຊົນ, ການຈັດຕັ້ງ, ຜູ້ແທນປະຊາຊົນ ໃຫ້ເຫັນໄດ້ເປົ້າໝາຍ ທີ່ມີຄວາມສ່ຽງ ທີ່ຈະຕ້ອງໄດ້ມີການກວດສອບ ເພື່ອເປັນບ່ອນອີງໃຫ້ອົງ ການກວດສອບແຫ່ງລັດ ກໍານົດເປົ້າໝາຍ ແລະ ບັນຈຸເຂົ້າແຜນການກວດສອບ ຕາມກົດໝາຍວ່າດ້ວຍ ກວດສອບແຫ່ງລັດ ມາດຕາ 11.

ສະພາແຫ ງຊາດ ຮ ບຮອງເອ າບ ດລາຍງານການເຄ ອນໄຫວວຽກງານ ປ 2020 ແລະ ທ ດທາງແຜນການ ປ 2021 ຂອງອ ງການກວດສອບແຫ ງລ ດ ຊ່ວຍເຫລືອປະຊາຊົນພາກກາງ ສສ.ຫວຽດນາມ

ຍສໝ - ທ່ານ ດັ້ງມີງຄູຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວຫນ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຕາງຫນ້າໃຫ້ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດມອບເງິນຊ່ວຍເຫລືອປະຊາຊົນພາກກາງຫວຽດນາມທີ່ພວມຖືກເສຍຫາຍຢ່າງຫນັກຫນ່ວງຈາກໄພທຳມະຊາດ.

ສະພາແຫ ງຊາດ ຮ ບຮອງເອ າບ ດລາຍງານການເຄ ອນໄຫວວຽກງານ ປ 2020 ແລະ ທ ດທາງແຜນການ ປ 2021 ຂອງອ ງການກວດສອບແຫ ງລ ດ ຍູ້​ແຮງ​ຍຸດ​ທະ​ສາດ​ຕະຫຼ​າດ​ຜະ​ລິດ​ຕະ​ພັນ​ໃຫ້​ແກ່​ວິ​ສາ​ຫະ​ກິດ

ຕອນເຊົ້າວັນທີ 5 ພະຈິກ, ສະຖາບັນຄົ້ນຄ້ວາຍຸດທະສາດກ່ຽວກັບເຄື່ອງໝາຍການຄ້າ ແລະ ການແກ້ງແຍ້ງ ໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ຍູ້ແຮງຍຸດທະສາດຕະຫຼາດຜະລິດຕະພັນໃຫ້ແກ່ວິສາຫະກິດ ໃນທົດສະວັດ 2030 - 2030”.

ສະພາແຫ ງຊາດ ຮ ບຮອງເອ າບ ດລາຍງານການເຄ ອນໄຫວວຽກງານ ປ 2020 ແລະ ທ ດທາງແຜນການ ປ 2021 ຂອງອ ງການກວດສອບແຫ ງລ ດ ປະຊາຊົນພາກກາງ ຫວຽດນາມໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ປະ​ຊາ​ຄົມສາ​ກົນ​ເພື່ອ ແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກໜັກ, ນ້ຳຖ້ວມ

ຍ​ສ​ໝ - ລັດຖະບານລາຊະອານາຈັກ ໂຮນລັງ ຈະໜູນຊ່ວຍແກ້ໄຂໄພພິບັດທຳມະຊາດໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກພະຍຸພັດເຂົ້າພາກກາງ ຫວຽດນາມ ໃນໄລຍະຜ່ານມາ ດ້ວຍມູນຄ່າ 2 ລ້ານເອີໂຣ.

kpl.gov.la

ເຫດການ
302 Found

Found

The document has moved here.