ຊ່ວຍເຫລືອປະຊາຊົນພາກກາງ ສສ.ຫວຽດນາມ

12:48 | 06/11/2020

ຍສໝ - ທ່ານ ດັ້ງມີງຄູຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວຫນ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຕາງຫນ້າໃຫ້ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດມອບເງິນຊ່ວຍເຫລືອປະຊາຊົນພາກກາງຫວຽດນາມທີ່ພວມຖືກເສຍຫາຍຢ່າງຫນັກຫນ່ວງຈາກໄພທຳມະຊາດ.   

ຊ ວຍເຫລ ອປະຊາຊ ນພາກກາງ ສສ ຫວຽດນາມ ກອງປະຊຸມທາງອອນລາຍລັດຖະມົນຕີກະຊວງການຕ່າງປະເທດ ປະຈຳປີ ລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ຄັ້ງທີ 2
ຊ ວຍເຫລ ອປະຊາຊ ນພາກກາງ ສສ ຫວຽດນາມ ວິສາຫະກິດຂອງຫວຽດນາມ ໄດ້ຊ່ວຍເຫຼືອປະຊາຊົນໃນພາກກາງຂອງລາວທີ່ຖືກຮັບຜົນກະທົບຈາກໄພນໍ້າຖ້ວມ
ຊ ວຍເຫລ ອປະຊາຊ ນພາກກາງ ສສ ຫວຽດນາມ
ທ່ານ ດັ້ງມີງຄູຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວຫນ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຕາງຫນ້າໃຫ້ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດມອບເງິນຊ່ວຍເຫລືອປະຊາຊົນພາກກາງຫວຽດນາມທີ່ພວມຖືກເສຍຫາຍຢ່າງຫນັກຫນ່ວງຈາກໄພທຳມະຊາດ. ພາບ:baophapluat.vn

ໃນວັນທີ 5 ພະຈິກປີ 2020, ຢູ່ສຳນັກງານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ທ່ານ ດັ້ງມີງຄູຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວຫນ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຕາງຫນ້າໃຫ້ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດມອບເງິນຊ່ວຍເຫລືອປະຊາຊົນພາກກາງຫວຽດນາມທີ່ພວມຖືກເສຍຫາຍຢ່າງຫນັກຫນ່ວງຈາກໄພທຳມະຊາດ. ຈຳນວນເງິນຊ່ວຍເຫລືອແມ່ນລວມມູນຄ່າ ກວ່າ 11 ຕື້ 800 ລ້ານດົ່ງ ໂດຍຮັບຈາກຊາວຫວຽດນາມອາໄສຢູ່ ໄທ, ເຊັກໂກ, ກຳປູເຈຍ, ສປປ.ລາວ, ເຢຍລະມັນ, ອົດສະຕາລີ,ຮຸງກາຣີ, ອາເມລິກາ,ສະວິດ,ຢູແກຼນ, ໂປໂລຍ.

ໃນວັນທີ 3 ພະຈິກ, ລາຊະອານາຈັກອັງກິດໄດ້ປະກາດບ້ວງເງິນໜູນຊ່ວຍທີ່ມີມູນຄ່າ ປະມານ 15 ຕື້ດົ່ງ ເພື່ອໜູນຊ່ວຍປະຊາຊົນ ຫວຽດນາມ ແກ້ໄຂຜົນສະທ້ອນຈາກພາຍຸ ແລະ ນ້ຳຖ້ວມໃນໄລຍະມໍ່ມານີ້. ບ້ວງເງິນໜູນຊ່ວຍດັ່ງກ່າວຖືກສົ່ງມາໃຫ້ສະຫະພັນກາແດງສາກົນຜ່ານທາງສາພາກະແດງ ອັງກິດ, ເຊິ່ງຊ່ວຍເປີດກ້ວາງການຈັດແຈ່ງບ່ອນຢູ່, ສະໜອງນ້ຳສະອາດ, ສະໜອງອາຫານ ແລະ ໜູນຊ່ວຍການຫາລ້ຽງຊີບໃຫ້ແກ່ປະຊາຊົນປະມານ 160.000 ຄົນທີ່ຖືກຜົນກະທົບຈາກໄພທຳມະຊາດ ຢູ່ ຫວຽດນາມ.

ຊ ວຍເຫລ ອປະຊາຊ ນພາກກາງ ສສ ຫວຽດນາມ
ພາບປະກອບ

ໃນວັນທີ 04 ພະຈິກ, ຜູ້ປະສານງານປະຈຳສະຫະປະຊາຊາດ ພ້ອມກັບຜູ້ອຳນວຍການແຫ່ງຊາດຂອງອົງການຊ່ວຍເຫຼືອເດັກນ້ອຍ, ກຸ່ມຄຸ້ມຄອງໄພພິບັດທຳມະຊາດ ໄດ້ຍົກອອກແຜນການຮັບມືກັບໄພນ້ຳແກ່ງນ້ຳຖ້ວມຢູ່ ຫວຽດນາມ ປີ 2020, ແນໃສ່ລະດົມເງິນຈຳນວນ 40 ລ້ານ ໂດລາສະຫະລັດ ເພື່ອໜູນຊ່ວຍປະຊາຊົນ 177.000 ຄົນທີ່ຢູ່ໃນກຸ່ມຄົນມີຄວາມສ່ຽງ ແລະ ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໄພນ້ຳແກ່ງນ້ຳຖ້ວມຢູ່ບັນດາແຂວງພາກກາງ ຫວຽດນາມ, ລວມມີ: ກ໋ວາງບີ່ງ, ກ໋ວາງຈິ, ເທື່ອທຽນເຫ້ວ, ກ໋ວາງນາມ ແລະ ກ໋ວາງຫງາຍ. ແຜນການດັ່ງກ່າວ ໄດ້ຮັບການສ້າງຂຶ້ນໃນໄລຍະເວລາ 6 ເດືອນ ແນໃສ່ແກ້ໄຂຄວາມຕ້ອງການມະນຸດສະທຳໃນທັນທີ, ພ້ອມທັງປະຕິບັດບາງການເຄື່ອນໄຫວຟື້ນຟູໂດຍໄວ.

ແລະ ກໍ່ໃນວັນທີ 04 ພະຈິກ, ທ່ານເອກອັກຄະລັດຖະທູດ ໂຮນລັງ ປະຈຳ ຫວຽດນາມ Elsbeth Akkerman ໄດ້ໃຫ້ຮູ້ວ່າ, ລັດຖະບານລາຊະອານາຈັກ ໂຮນລັງ ຈະໜູນຊ່ວຍແກ້ໄຂໄພພິບັດທຳມະຊາດໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກພະຍຸພັດເຂົ້າພາກກາງ ຫວຽດນາມ ໃນໄລຍະຜ່ານມາ ດ້ວຍມູນຄ່າ 2 ລ້ານເອີໂຣ.

ຊ ວຍເຫລ ອປະຊາຊ ນພາກກາງ ສສ ຫວຽດນາມ ຍູ້​ແຮງ​ຍຸດ​ທະ​ສາດ​ຕະຫຼ​າດ​ຜະ​ລິດ​ຕະ​ພັນ​ໃຫ້​ແກ່​ວິ​ສາ​ຫະ​ກິດ

ຕອນເຊົ້າວັນທີ 5 ພະຈິກ, ສະຖາບັນຄົ້ນຄ້ວາຍຸດທະສາດກ່ຽວກັບເຄື່ອງໝາຍການຄ້າ ແລະ ການແກ້ງແຍ້ງ ໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ຍູ້ແຮງຍຸດທະສາດຕະຫຼາດຜະລິດຕະພັນໃຫ້ແກ່ວິສາຫະກິດ ໃນທົດສະວັດ 2030 - 2030”.

ຊ ວຍເຫລ ອປະຊາຊ ນພາກກາງ ສສ ຫວຽດນາມ ປະຊາຊົນພາກກາງ ຫວຽດນາມໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ປະ​ຊາ​ຄົມສາ​ກົນ​ເພື່ອ ແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກໜັກ, ນ້ຳຖ້ວມ

ຍ​ສ​ໝ - ລັດຖະບານລາຊະອານາຈັກ ໂຮນລັງ ຈະໜູນຊ່ວຍແກ້ໄຂໄພພິບັດທຳມະຊາດໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກພະຍຸພັດເຂົ້າພາກກາງ ຫວຽດນາມ ໃນໄລຍະຜ່ານມາ ດ້ວຍມູນຄ່າ 2 ລ້ານເອີໂຣ.

ຊ ວຍເຫລ ອປະຊາຊ ນພາກກາງ ສສ ຫວຽດນາມ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຈະເປັນປະທານກອງປະຊຸມຂັ້ນສູງອາຊຽນຄັ້ງທີ 37 ດຳເນີນແຕ່ວັນທີ 12-15 ພະຈິກ

ຍສໝ - ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ,ທ່ານ ເຢືອງຮ່ວາຍນາມ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບວັນເວລາ ແລະຮູບການຈັດຕັ້ງກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 37.

ໄຊພອນ

ເຫດການ
302 Found

Found

The document has moved here.