ວິສາຫະກິດເຢຍລະມັນຕັ້ງຄວາມຫວັງຕໍ່ການຟື້ນຟູເສດຖະກິດໃນໄລຍະກາງຂອງຫວຽດນາມ

11:35 | 09/04/2020

ຍສໝ -  ວິສາຫະກິດເຢຍລະມັນ ໄດ້ສະແດງຄວາມວິຕົກກັງວົນ ຕໍ່ບັນດາຜົນກະທົບທີ່ຫຍໍ້ທໍ້ຂອງໂລກລະບາດທີ່ມີຕໍ່ສະພາບການຜະລິດ, ດຳເນີນທຸລະກິດຂອງເຂົາເຈົ້າ, ແຕ່ຍັງຕັ້ງຄວາມຫວັງຕໍ່ການຟື້ນຟູເສດຖະກິດໃນໄລຍະກາງຂອງຫວຽດນາມ.  

ວ ສາຫະກ ດເຢຍລະມ ນຕ ງຄວາມຫວ ງຕ ການຟ ນຟ ເສດຖະກ ດໃນໄລຍະກາງຂອງຫວຽດນາມ ໜູນຊ່ວຍ 200.000 USD ໃຫ້ແກ່ Startup ຫວຽດນາມ
ວ ສາຫະກ ດເຢຍລະມ ນຕ ງຄວາມຫວ ງຕ ການຟ ນຟ ເສດຖະກ ດໃນໄລຍະກາງຂອງຫວຽດນາມ ຍູ້ແຮງບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ກ່ຽວກັບສັນຍາການຄ້າເສລີ ລະຫວ່າງຫວຽດນາມ - ສະຫະພາບເອີຣົບ (EVFTA) ໃຫ້ແກ່ວິສາຫະກິດ
ວ ສາຫະກ ດເຢຍລະມ ນຕ ງຄວາມຫວ ງຕ ການຟ ນຟ ເສດຖະກ ດໃນໄລຍະກາງຂອງຫວຽດນາມ
ມີ 72% ຈຳນວນວິສາຫະກິດເຢຍລະມັນທີ່ເຂົ້າຮ່ວມການສຳຫຼວດໃຫ້ຮູ້ວ່າ, ຍັງສືບຕໍ່ລົງທຶນຢູ່ຫວຽດນາມ ແລະ ໃນຈຳນວນ 27% ແມ່ນຍັງຈະສືບຕໍ່ຮັບສະໝັກຄົນງານ.(ພາບປະກອບ:TTXVN)

ວັນທີ 07 ເມສາ, ສະຫະສະມາຄົມບັນດາຫ້ອງການອຸດສາຫະກຳ ແລະ ການຄ້າເຢຍລະມັນ (DIHK), ໄດ້ປະກາດໝາກຜົນການສຳຫຼວດ AHK World Business Outlook 2020, ຜົນການສຳຫຼວດໄດ້ຊີ້ໃຫ້ເຫັນວ່າ, ວິສາຫະກິດເຢຍລະມັນ ໄດ້ສະແດງຄວາມວິຕົກກັງວົນ ຕໍ່ບັນດາຜົນກະທົບທີ່ຫຍໍ້ທໍ້ຂອງໂລກລະບາດທີ່ມີຕໍ່ສະພາບການຜະລິດ, ດຳເນີນທຸລະກິດຂອງເຂົາເຈົ້າ, ແຕ່ຍັງຕັ້ງຄວາມຫວັງຕໍ່ການຟື້ນຟູເສດຖະກິດໃນໄລຍະກາງຂອງຫວຽດນາມ. ໃນໄລຍະກາງ, ມີ 72% ຈຳນວນວິສາຫະກິດເຢຍລະມັນທີ່ເຂົ້າຮ່ວມການສຳຫຼວດໃຫ້ຮູ້ວ່າ, ຍັງສືບຕໍ່ລົງທຶນຢູ່ຫວຽດນາມ ແລະ ໃນຈຳນວນ 27% ແມ່ນຍັງຈະສືບຕໍ່ຮັບສະໝັກຄົນງານ.

ຕາມການໄຈ້ແຍກລະອຽດຂອງ ADB ແລ້ວ, ລະດັບການເຕີບໂຕເສດຖະກິດ ຫວຽດນາມ ຖືກຫລຸດລົງໃນລະດັບ 3,8% ໃນໄຕມາດ 1 ປີ 2020, ເມື່ອທຽບໃສ່ລະດັບ 6,8% ຂອງໄລຍະດຽວກັນປີ 2019. ເລື່ອງຈຳກັດການໄປມາ ແມ່ນເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໄວຣັດ SARS-CoV-2 ໄດ້ເຮັດໃຫ້ການ ບໍລິໂພກອຸປະໂພກຢູ່ພາຍໃນປະເທດຊັກຊ້າລົງ. ການເຕີບໂຕຂອງຂົງເຂດການບໍລິການ, ແມ່ນຂົງເຂດຖືກຜົນກະທົບຫລາຍທີ່ສຸດ ຍ້ອນໂລກລະບາດ, ຫລຸດລົງເຫຼືອພຽງ 3,2% ໃນໄຕມາດ 1 ປີ 2020.

ADB ຄາດຄະເນວ່າ ຖ້າຫາກໂລກລະບາດໂຄວິດ 19 ໄດ້ຮັບການຄວບຄຸມໃນເຄິ່ງຕົ້ນປີ 2020, ພື້ນຖານເສດຖະກິດ ຫວຽດນາມ ຈະສາມາດຟື້ນຟູໄດ້ດ້ວຍລະດັບການເຕີບໂຕ 6,8% ໃນປີ 2021 ແລະ ຈະສືບຕໍ່ເຕີບໂຕຢ່າງແຮງໃນໄລຍະກາງ ແລະ ຍາວ. ຫວຽດນາມ ກໍ່ໄດ້ຮັບຜົນປະໂຫຍດຈາກເລື່ອງ ຈີນ ສາມາດຄວບຄຸມ ໂລກລະບາດໂຄວິດ 19 ໄດ້ແລ້ວ ແລະ ເລື່ອງຟື້ນຟູການເຕີບໂຕຂອງ ຈີນ ຈະປະກອບສ່ວນຟື້ນຟູລະບົບມູນຄ່າທົ່ວໂລກ.

ປະຈຸບັນ ບັນດາກະຊວງ, ຂະແຫນງການຂອງຫວຽດນາມ ພວມຕັ້ງຫນ້າກະກຽມຄວາມພ້ອມເມື່ອສັນຍາ EVFTA ມີຜົນສັກສິດ ຈະນຳເຂົ້າປະຕິບັດໃນຊີວິດໂດຍໄວ. ພ້ອມກັບການກະກຽມກົນໄກນະໂຍບາຍຈາກ ລັດຖະບານ, ປະຊາຄົມວິສາຫະກິດຫວຽດນາມ ໄດ້, ພວມຂຶ້ນແຜນການເປັນເຈົ້າການຮັບມືກັບເງື່ອນໄຂເຊື່ອມໂຍງໃຫມ່ ຈາກ EVFTA. ພື້ນຖານເສດຖະກິດ ຫວຽດນາມ ໄດ້ຮັບການຕີລາຄາວ່າພວມຢືນຢູ່ຕໍ່ຫນ້າກາລະໂອກາດດີສຸດເພື່ອຍົກລະດັບໃນບັນດາລະບົບມູນຄ່າທົ່ວໂລກ ເພາະວ່າ ເມື່ອສັນຍາສະບັບນີ້ມີຜົນສັກສິດ ຈະຍົກເລີກກວ່າ 99% ປະເພດສິນຄ້າ. ສິ່ງນີ້ ສ້າງຄວາມສະດວກໃຫ້ແກ່ບັນດາປະເພດສິນຄ້າມີທ່າແຮງສົ່ງອອກໄປຍັງຕະຫລາດ EU ປະຈຸບັນຂອງຫວຽດນາມ ແຕ່ກໍ່ເພີ່ມກຳລັງແກ້ງແຍ້ງຢູ່ຕະຫລາດພາຍໃນປະເທດ.

ພາຍຫລັງສັນຍາ EVFTA ມີຜົນສັກສິດ, EU ຈະຍົກເລີກພາສີນຳເຂົ້າໃຫ້ແກ່ 86% ປະເພດພາສີ ແລະ ກວ່າ 99% ປະເພດພາສີຂອງຫວຽດນາມ ໄດ້ຍົກເລີກພາຍຫລັງ 7 ປີ, 1% ທີ່ຍັງເຫລືອຈະໄດ້ຫັນເປັນເສລີຜ່ານ ໂຄ້ຕາພາສີ. ກົງກັນຂ້າມ ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາຍົກເລີກ 48,5% ປະເພດພາສີໃຫ້ແກ່ສິນຄ້າ EU ພາຍຫລັງ 7 ປີຍົກເລີກເກືອບ 92% ປະເພດພາສີ ແລະ ກວ່າ 98% ປະເພດພາສີ ພາຍຫລັງ 10 ປີ.
ວ ສາຫະກ ດເຢຍລະມ ນຕ ງຄວາມຫວ ງຕ ການຟ ນຟ ເສດຖະກ ດໃນໄລຍະກາງຂອງຫວຽດນາມ COVID - 19 ໄດ້ສົ່ງຜົນກະທົບເຖິງຊາວຄ້າຂາຍທົ່ວໄປ

COVID-19 ໄດ້ສົ່ງຜົນກະທົບເຖິງທຸກພາກສ່ວນວຽກງານແຕ່ລະຂະແໜງການລວມເຖິງຜູ້ປະກອບການທຸລະກິດຂະໜາດໜ້ອຍ, ຂະໜາດກາງ ແລະ ຊາວຄ້າຂາຍທົ່ວໄປ.

ວ ສາຫະກ ດເຢຍລະມ ນຕ ງຄວາມຫວ ງຕ ການຟ ນຟ ເສດຖະກ ດໃນໄລຍະກາງຂອງຫວຽດນາມ ຄາດຄະເນວ່າ ຂະບວນການເລີ່ມຕົ້ນທຸລະກິດຢູ່ ຫວຽດນາມ ຈະສືບຕໍ່ພັດທະນາ ແລະ ທະວີຄຸນຢ່າງກ້ວາງຂວາງ

ຍສໝ - ການເລີ່ມຕົ້ນທຸລະກິດ, ປ່ຽນແປງໃໝ່ປະດິດຄິດສ້າງແມ່ນໜຶ່ງໃນບັນດາກຳລັງໜູນການເຕີບໂຕຂອງບັນດາພື້ນຖານເສດຖະກິດໃນໄລຍະຍາວ, ພິເສດແມ່ນປະເທດພວມພັດທະນາຄື ຫວຽດນາມ.

ວ ສາຫະກ ດເຢຍລະມ ນຕ ງຄວາມຫວ ງຕ ການຟ ນຟ ເສດຖະກ ດໃນໄລຍະກາງຂອງຫວຽດນາມ ຫວຽດນາມ-ຄູ່ຮ່ວມມືດຳເນີນທຸລະກິດທີ່ໄວ້ເນື້ອເຊື່ອໃຈໃນສັງກາດດີຈີຕອນ

“ຫວຽດນາມ-ຄູ່ຮ່ວມມືດຳເນີນທຸລະກິດທີ່ໄວ້ເນື້ອເຊື່ອໃຈໃນສັງກາດດີຈີຕອນ” ນີ້ແມ່ນສານ ແລະ ກໍແມ່ນຫົວຂໍ້ຂອງກອງປະຊຸມດຳເນີນທຸລະກິດຫວຽດນາມປີ 2019 (VBS 2019) ຊຶ່ງຖືກຈັດຂຶ້ນໃນວັນທີ 16 ຕຸລາ ຢູ່ຮ່າໂນ້ຍ ໂດຍມີຜູ້ເຂົ້າຮ່ວມກວ່າ 800 ຄົນທັງຢູ່ພາຍໃນ ແລະ ສາກົນ.

ໄຊພອນ

ເຫດການ
302 Found

Found

The document has moved here.