ADB ຈະໃຫ້ການໜູນຊ່ວຍດ້ານການເງິນ ແລະ ໃຫ້ຄໍາປຶກສາດ້ານນະໂຍບາຍ ຊ່ວຍລັດຖະບານຫວຽດນາມສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19

12:52 | 26/03/2020

ຍສໝ- ໂດຍຕີລາຄາສູງຕໍ່ເລື່ອງລັດຖະບານຫວຽດນາມ ໄດ້ມີບັນດາການກະທໍາທີ່ທັນການ ແລະ ມີປະສິດທິຜົນ ເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19.

ADB ຈະໃຫ້ການໜູນຊ່ວຍດ້ານການເງິນ ແລະ ໃຫ້ຄໍາປຶກສາດ້ານນະໂຍບາຍ ຊ່ວຍລັດຖະບານຫວຽດນາມສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19

ພາບປະກອບ

ທ່ານ Masatsugu Asakawa, ປະທານທະນາຄານພັດທະນາ ອາຊີ ຢັ້ງຢືນວ່າ: ທະນາຄານພັດທະນາອາຊີ ພ້ອມແລ້ວທີ່ຈະໃຫ້ການໜູນຊ່ວຍດ້ານການເງິນ ແລະ ໃຫ້ຄໍາປຶກສາດ້ານນະໂຍບາຍ ຊ່ວຍລັດຖະບານຫວຽດນາມສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19. ທ່ານ Masatsugu Asakawa ໄດ້ຕີລາຄາສູງເລື່ອງລັດຖະບານຫວຽດນາມ ໄດ້ມີບັນດາການກະທໍາຢ່າງທັນການ ແລະມີປະສິດທິຜົນເພື່ອສະກັດກັ້ນໂລກພະຍາດ. ທ່ານຊົມເຊີຍເລື່ອງລັດຖະບານຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດເຖິງການຮັກສາຄວາມໝັ້ນຄົງດ້ານເສດຖະກິດ, ການເຕີບໂຕໃນໄລຍະກາງ ແລະໄລຍະຍາວ, ລວມມີການເປີດກວ້າງການລົງທຶນພາກລັດ ແລະເພີ່ມທະວີບັນດາເຄືອຂ່າຍສະຫວັດດີການສັງຄົມໃຫ້ແກ່ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກທີ່ມີຄວາມສ່ຽງໄພສູງກວ່າ.

ສື່ມວນຊົນຕ່າງປະເທດໄດ້ມີບົດຂຽນຫລາຍບົດທີ່ສ່ອງແສງລະອຽດ ແລະ ຕີລາຄາສູງບັນດາມາດຕະການຂອງລັດຖະບານ ຫວຽດນາມ ໃນການຄວບຄຸມ, ສະກັດກັ້ນການແຜ່ລະບາດຂອງໄວຣັດ SARS-CoV-2. ເວັບໄຊ Asia Times ໄດ້ຄັດສະເໜີບົດວິເຄາະຂອງນັກຂ່າວ David Hutts, ໃນນັ້ນໃຫ້ຂໍ້ສັງເກດວ່າ “ພັກກອມມູນິດ ຫວຽດນາມ ໄດ້ຮັບການຊົມເຊີຍ” ຢູ່ທັງພາຍໃນປະເທດ ແລະ ຕ່າງປະເທດ ເມື່ອມີບັນດາລັດຖະນະໂຍບາຍທີ່ວ່ອງໄວ, ມີປະສິດທິຜົນ ແລະ ກະຈ່າງແຈ້ງ ເພື່ອຄວບຄຸມ, ສະກັດກັ້ນໂລກລະບາດ Covid-19. ບັນດາມາດຕະການທີ່ຂ້ຽວຂາດຂອງ ຫວຽດນາມ ໄດ້ຮັບການປະຕິບັດດ້ວຍຄວາມຕັດສິນໃຈຢ່າງສູງ ແລະ ຄວາມຮ່ວມແຮງຮ່ວມໃຈຂອງປະຊາຊົນໃນທົ່ວປະເທດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.