ຄາດຄະເນວ່າ ຂະບວນການເລີ່ມຕົ້ນທຸລະກິດຢູ່ ຫວຽດນາມ ຈະສືບຕໍ່ພັດທະນາ ແລະ ທະວີຄຸນຢ່າງກ້ວາງຂວາງ

11:30 | 30/01/2020

ຍສໝ - ການເລີ່ມຕົ້ນທຸລະກິດ, ປ່ຽນແປງໃໝ່ປະດິດຄິດສ້າງແມ່ນໜຶ່ງໃນບັນດາກຳລັງໜູນການເຕີບໂຕຂອງບັນດາພື້ນຖານເສດຖະກິດໃນໄລຍະຍາວ, ພິເສດແມ່ນປະເທດພວມພັດທະນາຄື ຫວຽດນາມ.

ຄາດຄະເນວ່າ ຂະບວນການເລີ່ມຕົ້ນທຸລະກິດຢູ່ ຫວຽດນາມ ຈະສືບຕໍ່ພັດທະນາ ແລະ ທະວີຄຸນຢ່າງກ້ວາງຂວາງ

ພາບປະກອບ

ປີ 2020, ບັນດາການເຄື່ອນໄຫວເລີ່ມຕົ້ນທຸລະກິດຈະສືບຕໍ່ໄດ້ຮັບຜົນປະໂຫຍດຈາກບັນດານະໂຍບາຍໜູນຊ່ວຍ startup ຂອງລັດຖະບານ ຫວຽດນາມ, ພິເສດແມ່ນແຜນຮ່າງ ໜູນຊ່ວຍນັກຮຽນ, ນັກສຶກສາເລີ່ມຕົ້ນທຸລະກິດຮອດປີ 2025 ຫຼື ຂໍ້ຕົກລົງເລກທີ 844 ຂອງນາຍົກລັດຖະມົນຕີກ່ຽວກັບການເຊັນອະນຸມັດແຜນຮ່າງ ໜູນຊ່ວຍລະບົບເລີ່ມດຳເນີນທຸລະກິດປ່ຽນແປງໃໝ່ປະດິດຄິດສ້າງລະດັບຊາດຮອດປີ 2025. ສຳລັບໂຄງການເລີ່ມຕົ້ນທຸລະກິດລະດັບຊາດ, ປີ 2020 ແມ່ນປີບານພັບ ເພື່ອສືບຕໍ່ປະຕິບັດບັນດານະໂຍບາຍດັ່ງກ່າວຕາມລວງເລິກ, ລະອຽດກ່ວາ, ຈາກນັ້ນ ມີການຮ່ວມສຳພັນທາງດ້ານຈິດໃຈເລີ່ມຕົ້ນທຸລະກິດຢ່າງແຮງກ່ວາອີກ, ນຳປະເທດ ຫວຽດນາມ ກາຍເປັນປະເທດເລີ່ມຕົ້ນທຸລະກິດ, ມຸ່ງໄປເຖິງການສ້າງຕັ້ງຕາໜ່າງເລີ່ມຕົ້ນທຸລະກິດຂອງພາກພື້ນ ອາຊີ ແລະ ອອກສູ່ໂລກຢ່າງກ້ວາງຂວາງ.

ລັດຖະບານ ຫວຽດນາມໄດ້ວາງອອກບັນດານະໂຍບາຍກ່ຽວກັບການໜູນຊ່ວຍເລີ່ມຕົ້ນທຸລະກິດ, ສະນັ້ນ, ປີ 2020 ຈະຕ້ອງຍູ້ແຮງ ແລະ ຫັນບັນດານະໂຍບາຍນີ້ໃຫ້ປະກົດຜົນເປັນຈິງ. ຍິ່ງໄປກ່ວານັ້ນ, ພື້ນຖານເສດຖະກິດພາຍໃນປະເທດ ພວມພັດທະນາຢ່າງຂະຫຍັນຂັນເຄື່ອນ, ຕົວເລກດັດຊະນີກ່ຽວກັບການຜະລິດ, ສົ່ງອອກ, ເຕັກໂນໂລຢີຈະກາຍເປັນກຳລັງໜູນສຳຄັນໃຫ້ແກ່ບັນດາ startup ພັດທະນາ. ໄປຄຽງຄູ່ກັບການຮັກສາບັນດາການເຄື່ອນໄຫວເລີ່ມຕົ້ນທຸລະກິດປະຈຳປີນັ້ນ, ການເຄື່ອນໄຫວເລີ່ມຕົ້ນທຸລະກິດລະດັບຊາດ ຈະຍູ້ແຮງການແລກປ່ຽນ, ຖອດຖອນບົດຮຽນເລີ່ມຕົ້ນທຸລະກິດລະຫວ່າງບັນດາປະເທດ ອາຊຽນ ຍ້ອນວ່າ ປັດຈຸບັນ, ອາຊຽນ ແມ່ນພາກພື້ນມີປະຊາກອນຂະຫຍັນຂັນເຄື່ອນ, ດ້ວຍປະຊາກອນໃນເກັນອາຍຸຕ່ຳກ່ວາ 35 ປີກວມເອົາກ່ວາ 60%, ດັ່ງນັ້ນ, ລະດັບປະດິດຄິດສ້າງ ແລະ ເລີ່ມຕົ້ນທຸລະກິດໝາຍໝັ້ນຈະມີຄວາມສາມາດບົ່ມຊ້ອນຫລາຍຢ່າງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.