ລາວ -ຫວຽດນາມ ຮ່ວມມືດ້ານ ກໍ່ສ້າງຊັບພະຍາກອນມະນຸດ ໃນຂົງເຂດການຄົ້ນຄວ້າ

00:54 | 13/05/2019

ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາວ ໃນການເຂົ້າຮ່ວມກອງປະຊຸມ ເຈລະຈາ ຂັ້ນສູງລະຫວ່າງ ສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີ໋ມິງ ແລະ ສະຖາບັນ ການເມືອງການປົກຄອງແຫ່ງຊາດ ລາວ, ວັນທີ 15 ມັງກອນ ຢູ່ ນະຄອນຫຼວງວຽງຈັນ ເລຂາທິການໃຫຍ່ ປະທານປະເທດ ທ່ານບຸນຍັງ ວໍລະຈິດ ໄດ້ຕ້ອນຮັບຄະນະຜູ້ແທນ ຂອງສະຖາບັນການເມືອງແຫ່ງຊາດໂຮ່ຈີ໋ມິງ, ໂດຍທ່ານ ສຈ.ປອ ຫງວ໋ຽນ ຊົນຖັງ ກຳມະການສູນກາງພັກ, ປະທານສະພາທິດສະດີສູນກາງ, ອຳນວຍການສະຖາບັນ ເປັນຜູ້ນຳຄະນະ.

ລາວ -ຫວຽດນາມ ຮ່ວມມືດ້ານ ກໍ່ສ້າງຊັບພະຍາກອນມະນຸດ ໃນຂົງເຂດການຄົ້ນຄວ້າ

ທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຕ້ອນຮັບ ທ່ານ ຫງວ໋ຽນ ຊົນຖັງ ກຳມະການສູນກາງພັກ ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈິ໋ມິງ. (ພາບ: ສຳນັກຂ່າວຫວຽດນາມ)

ທ່ານ ຫງວ໋ຽນ ຊົນຖັງ ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີ້ມິງ ໄດ້ກ່າວລາຍງານ ໃຫ້ທ່ານເລຂາທິການໃຫຍ່ ແລະ ປະທານປະເທດລາວ ເຖິງເປົ້າໝາຍຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ແມ່ນເພື່ອເຂົ້າຮ່ວມການເຈລະຈາ ຂັ້ນສູງ ລະຫວ່າງ ສະຖາບັນການເມືອງແຫ່ງຊາດໂຮ່ຈີ໋ມິງ ແລະ ສະຖາບັນການເມືອງການປົກຄອງ ແຫ່ງຊາດ ລາວ ໃນການສະຫຼຸບຜົນສຳເລັດຂອການຮ່ວມມືລະຫວ່າງ ສອງສະຖາບັນ ໄລຍະ 2014-2018.

ການຢ້ຽມຢາມຍັງມີເປົ້າໝາຍໃນການແລກປ່ຽນວຽກງານການກໍ່ສ້າງ ແລະ ບຳລຸງສ້າງພະນັກງານ,ວຽກງານການຮ່ວມມືສາກົນລະຫວ່າງສອງສະຖາບັນ; ແລກປ່ຽນກ່ຽວກັບໂຄງການແປ ຜົນງານປະພັນຂອງທ່ານປະທານ ໂຮ່ຈີ໋ມິງ ຈາກພາສາຫວຽດ ເປັນພາສາລາວ; ເປີດໂຕປື້ມບົດປະພັນ ໂຮ່ຈີ໋ມິງ ແປແຕ່ພາສາຫວຽດ ເປັນພາສາລາວ, ພາກ 5,7 ແລະ 8 ແລະ ເນື້ອໃນບົດບັນທືກຊ່ວຍຈຳໄລຍະ 2019-2023.

ທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຕີລາຄາສູງຜົນການຮ່ວມມື ລະຫວ່າງ ສອງສະຖາບັນ ໃນໄລຍະຜ່ານມາ; ທ່ານໄດ້ຊົມເຊີຍໝາກຜົນຂອງການເຮັດວຽກຂອງຄະນະຫວຽດນາມ ກັບສະຖາບັນຕ່າງໆຂອງລາວ.

ພະນະທ່ານເລຂາທິການໃຫຍ່ ປະທານປະເທດລາວ ໄດ້ກ່າວຕື່ມອີກວ່າ: ປະເທດລາວຍັງຂາດເຂີນດ້ານຊັບພະຍາກອນມະນຸດໃນຂົງເຂດຄົ້ນຄວ້າທິດສະດີ ແລະ ວິທະຍາສາດ, ເປັນແນວນັ້ນ ພະນະທ່ານໄດ້ສະເໜີໃຫ້ຝ່າຍຫວຽດນາມ ສືບຕໍ່ໃນການຊ່ວຍເຫຼືອ ລາວໃນບັນຫາດັ່ງກ່າວ, ພ້ອມກັນນັ້ນກໍ່ຫວັງເປັນຢ່າງຍິ່ງວ່າ ທັງສອງຝ່າຍຈະຜັນຂະຫຍາຍວຽກງານທີ່ໄດ້ຮ່ວມກັນປືກສາຫາລື ໃຫ້ປະສົບຜົນສຳເລັດສູງສຸດ.

ກ່ຽວກັບໂຄງການແປຜົນງານ ປະທານໂຮ່ຈີ໋ມິງ ຈາກພາສາຫວຽດ ມາເປັນພາສາລາວ, ພະນະທ່ານເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະເໜີໃຫ້ນັກແປພາສາ ຕ້ອງໄດ້ຍົກສູງຄວາມສາມາດໃນການແປ ເພື່ອເຮັດແນວໃດເຮັດໃຫ້ຜູ້ອ່ານ-ອ່ານແລ້ວເຂົ້າໃຈ ແລະ ຈື່ງ່າຍ.

ໂອກາດນີ້ພະນະທ່ານ ບຸນຍັງ ວໍລະຈິດ ໄດ້ຝາກຄຳອວຍພອນອັນຈົບງາມ ເຖິງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ຍາມໃດກໍ່ມອບຄວາມຊ່ວຍເຫຼືອອັນຈິງໃຈ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ ໃນພາລະກິດການປະຕິວັດຂອງລາວ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.