ລາວ: ຫລາຍຄາດໝາຍຂອງລັດຖະບານມີຄວາມສ່ຽງ ຈະບໍ່ບັນລຸຕາມແຜນ

11:30 | 28/06/2020

ຜ່ານການຕິດຕາມກວດກາ ຂອງຄະນະປະຈຳສະພາແຫ່ງຊາດ ເຫັນວ່າຍັງມີຫລາຍຄາດໝາຍ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020 ມີຄວາມສ່ຽງ ຈະບໍ່ບັນລຸໄດ້ຕາມແຜນການ ເນື່ອງຈາກການຂະຫຍາຍຕົວຂອງບັນດາຂະແໜງການ ໃນໂຄງປະກອບເສດຖະກິດແຫ່ງຊາດ ຫລຸດລົງ ໂດຍສະເພາະຂະແໜງບໍລິການ ທີ່ໄດ້ຮັບຜົນກະທົບໜັກກວ່າໝູ່ ລວມທັງພາສີ-ອາກອນ ຊຶ່ງທັງໝົດນັ້ນ ຈະສົ່ງຜົນກະທົບ ຕໍ່ອັດຕາການເຕີບໂຕ ຂອງລວມຍອດຜະລິດຕະພັນພາຍໃນ ປີ 2020 ຈະບໍ່ບັນລຸໄດ້ຕາມແຜນ ກໍຄືຕາມມະຕິຂອງກອງປະຊຸມສະພາແຫ່ງຊາດຮັບຮອງໄວ້ 6,5%.

ລາວ ຫລາຍຄາດໝາຍຂອງລ ດຖະບານມ ຄວາມສ ຽງ ຈະບ ບ ນລ ຕາມແຜນ ພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ເສດຖະກິດປະເທດລາວ ຢ່າງໜັກ
ລາວ ຫລາຍຄາດໝາຍຂອງລ ດຖະບານມ ຄວາມສ ຽງ ຈະບ ບ ນລ ຕາມແຜນ ຮອງນາຍົກຊີ້ແຈງ ມາດຕະການ ຈັດເກັບລາຍຮັບ-ຈຳກັດລາຍຈ່າຍ
ລາວ ຫລາຍຄາດໝາຍຂອງລ ດຖະບານມ ຄວາມສ ຽງ ຈະບ ບ ນລ ຕາມແຜນ
ພາບປະກອບ

ການຜະລິດກະສິກຳ ແລະ ການຄ້ຳປະກັນສະບຽງອາຫານ ໂດຍລວມແລ້ວຍັງບໍ່ໄດ້ຕາມແຜນການທີ່ວາງໄວ້ ເປັນຕົ້ນ ການຜະລິດພືດ ສະບຽງ, ການຜະລິດເຂົ້າເປັນສິນຄ້າ ສົ່ງອອກໄປ ສປ ຈີນ ໂກຕາແມ່ນ 50 ພັນໂຕນ ສົ່ງອອກແລ້ວ 15 ພັນໂຕນ; ການສົ່ງອອກສັດລ້ຽງງົວ-ຄວາຍ ແຜນການປີແມ່ນ 1 ແສນໂຕ, ສົ່ງອອກແລ້ວ 1.680 ໂຕ. ສຳລັບການຈັດຕັ້ງປະຕິບັດບັນດາຄາດໝາຍ ໃນຂົງເຂດວັດທະນະທຳ-ສັງຄົມ ຫລາຍຄາດໝາຍ ຍັງບໍ່ບັນລຸຕາມແຜນການ ໂດຍສະເພາະ ອັດຕາການປະລະການຮຽນ ຂອງນັກຮຽນທຸກຊັ້ນຮຽນຍັງສູງ, ອັດຕາການເຂົ້າຮຽນລວມ ຊັ້ນມັດທະຍົມຕອນປາຍ ບໍ່ບັນລຸຕາມຄາດໝາຍ; ພ້ອມນີ້ ອັດຕາການເກີດລູກມີແພດຊ່ວຍ, ການຊົມໃຊ້ນ້ຳສະອາດ, ການຊົມໃຊ້ວິດຖ່າຍ, ການທ່ອງທ່ຽວ, ການສ້າງຄອບຄົວ ແລະ ບ້ານວັດທະນະທຳ, ການພັດທະນາສີມືແຮງງານ ເພື່ອສະໜອງໃຫ້ແກ່ຕະຫລາດແຮງງານ ແລະ ອື່ນໆ. ນອກນີ້, ການປະຕິບັດຄາດໝາຍວຽກງານພັດທະນາຊົນນະບົດ ໂດຍລວມແລ້ວ ຍັງບໍ່ທັນມີຄວາມຄືບໜ້າດີເທົ່າທີ່ຄວນ ເປັນຕົ້ນ ການຈັດຕັ້ງປະຕິບັດໂຄງການຕົວຈິງ ຢູ່ສອງເມືອງເປົ້າໝາຍລຶບລ້າງຄວາມທຸກຍາກ (ເມືອງຊອນ ແຂວງຫົວພັນ ແລະ ເມືອງນອງ ແຂວງສະຫວັນນະເຂດ) ລວມທັງບັນດາຈຸດສຸມຕ່າງໆ

ການລະດົມແຫລ່ງທຶນ ຈາກພາກເອກະຊົນພາຍ ແລະ ຕ່າງປະເທດ ຍັງບໍ່ໄດ້ຕາມແຜນການ ໂດຍສະເພາະແມ່ນ ການສຸມທຶນຮອນໃສ່ຂະແໜງການທີ່ເປັນເສົາຄໍ້າ ແລະ ຂັບເຄື່ອນເສດຖະກິດ ໃຫ້ຂະຫຍາຍຕົວ ເປັນຕົ້ນ ການກໍ່ສ້າງພື້ນຖານໂຄງລ່າງ ເຂດເສດຖະກິດ ຕາມແລວທາງລົດໄຟ ລາວ-ຈີນ ແລະ ການເຊື່ອມຈອດອະນຸພາກພື້ນ, ອຸດສາຫະກຳປຸງແຕ່ງ, ກະສິກຳສະອາດ ແລະ ອື່ນໆ. ສ່ວນການເກັບລາຍຮັບເຂົ້າງົບປະມານ ບັນລຸພຽງແຕ່ 27% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫລຸດລົງ 11%; ການປະຕິບັດລາຍຈ່າຍ ໂຄງການລົງທຶນຂອງລັດ ບໍ່ໄດ້ຕາມແຜນການ ທີ່ສະພາແຫ່ງຊາດຮັບຮອງ; ການຂາດດູນງົບປະມານເພີ່ມຂຶ້ນເກືອບເທົ່າຕົວ ເຊິ່ງເຫັນວ່າເປັນສິ່ງທ້າທາຍສູງ ຕໍ່ການຊອກແຫລ່ງທຶນ ເພື່ອມາດູນດ່ຽງງົບປະມານ, ການແກ້ໄຂໜີ້ສິນສາທາລະນະ ແລະ ໜີ້ສິນການລົງທຶນຂອງລັດຍັງມີຄວາມທ້າທາຍສູງ. ພ້ອມກັນນີ້, ການປະຕິບັດນະໂຍບາຍເງິນຕາ ມີບາງຄາດໝາຍກໍຍັງເປັນສິ່ງທ້າທາຍ ໂດຍສະເພາະແມ່ນອັດຕາເງິນເຟີ້ມີທ່າອ່ຽງເພີ່ມຂຶ້ນ, ອັດຕາແລກປ່ຽນມີຄວາມຜັນຜວນ, ເງິນກີບສືບຕໍ່ອ່ອນຄ່າ, ສະພາບຄ່ອງດ້ານເງິນຕາຍັງຝືດເຄືອງ, ການສະໜອງສິນເຊື່ອຈາກງົບປະມານແຫ່ງລັດ ແລະ ເງິນກູ້ຢືມຈາກຕ່າງປະເທດ ເພື່ອສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໝາດນ້ອຍ ແລະ ກາງ ຍັງບໍ່ທັນປະຕິບັດໄດ້ຕາມແຜນການກຳນົດ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບການ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນເຊົ້າຂອງວັນທີ 24 ມິຖຸນາ 2020 ກ່ຽວກັບການຂະຫຍາຍຕົວຂອງເສດຖະກິດວ່າ: ຍ້ອນມີຜົນກະທົບຈາກຫລາຍປັດໄຈ, ອີງໃສ່ການຄາດຄະເນຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ແລະ ສູນສະຖິຕິແຫ່ງຊາດ ໂດຍນຳໃຊ້ຂໍ້ມູນ 3 ເດືອນຄາດຄະເນໝົດປີ 2020 ເສດຖະກິດຂອງປະເທດເຮົາ (GDP) ຈະຂະຫຍາຍຕົວຢູ່ໃນລະດັບ 3,3% ຫາ 3,6% (ສະພາແຫ່ງຊາດຮັບຮອງ 6,5%), ໃນກໍລະນີ GDP ຂະຫຍາຍຕົວ 3,6% ຈະມີມູນຄ່າໃນປີປະມານ 175.720 ຕື້ກີບ.

ສຳລັບປັດໄຈທີ່ເຮັດໃຫ້ GDP ຂະຫຍາຍຕົວໃນລະດັບ 3,6% ໃນ 2020 ມີດັ່ງນີ້: ຂະແໜງກະສິກຳ: ຂະຫຍາຍຕົວ 2,3% ຫລຸດແຜນການ 0,4%, ເຖິງວ່າຈະບໍ່ບັນລຸຕາມແຜນການທີ່ວາງໄວ້ແຕ່ເຫັນວ່າປະຊາຊົນ ໄດ້ຫັນມາສູ່ການຜະລິດກະສິກໍາ ເພື່ອສະໜອງພາຍໃນເພີ່ມຂຶ້ນ ຕາມຄວາມຕ້ອງການຂອງຕະຫລາດຍ້ອນການຈໍາກັດການສົ່ງອອກສິນຄ້າກະສິກໍາ ຂອງປະເທດເພື່ອນບ້ານ ເຮັດໃຫ້ການບໍລິໂພກຜະລິດຕະພັນພາຍໃນຫລາຍຂຶ້ນ. ການປູກພືດ, ຜັກ ແລະ ໝາກໄມ້ຕ່າງໆ ສາມາດປະຕິບັດໄດ້ປະມານ 85.477 ເຮັກຕາ, ຄາດຄະເນຜົນຜະລິດ ຈະໄດ້ຮັບປະມານ 813.970 ກວ່າໂຕນ ເທົ່າກັບ 68% ຂອງແຜນການ; ການຜະລິດພືດລະດູແລ້ງ ປະຕິບັດໄດ້ໃນເນື້ອທີ່ 24.578 ກວ່າເຮັກຕາ; ສະເພາະການຜະລິດເຂົ້າສົ່ງອອກໄປ ສປ ຈີນ ບັນລຸໄດ້ 15.000 ໂຕນ.

ຂະແໜງອຸດສາຫະກຳ: ຂະຫຍາຍຕົວ 6,8% ຫລຸດແຜນການ 1,5%; ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ຄາດຄະເນ ປະຕິບັດໄດ້ 3.574 ຕື້ກີບ, ເທົ່າກັບ 24,44% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 10,20%, ຄາດຄະເນ 6 ເດືອນຕົົ້ນປີ ຈະປະຕິບັດໄດ້ 6.256 ຕື້ກີບ. ສ່ວນຂະແໜງບໍລິການ: ເຖິງແມ່ນວ່າ ລັດຖະບານ ໄດ້ເອົາໃຈໃສ່ຜັນຂະຫຍາຍມາດຕະການຕ່າງໆ ເພື່ອສົ່ງເສີມການທ່ອງທ່ຽວຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນ ການທ່ອງທ່ຽວລາວ-ຈີນ ແຕ່ການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ຂະແໜງການບໍລິການ ຢ່າງໜັກໜ່ວງ ຊຶ່ງເຫັນວ່າຈະສາມາດປະຕິບັດໄດ້ພຽງ 1,7% ຫລຸດແຜນການ 5,2% ແລະ ອາດຈະຫລຸດລົງເຖິງ -4,5%. ສັງລວມແລ້ວ ນັກທ່ອງທ່ຽວເຂົ້າມາປະເທດຂອງເຮົາ ໃນ 5 ເດືອນ ຕົົ້ນປີ 2020 ມີພຽງ 886.447 ເທື່ອຄົນ, ຫລຸດລົງ 17% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ຂະນະທີ່ ການຂົນສົ່ງທາງອາກາດ ແລະ ທາງບົກຜູ້ໂດຍ ສານຫລຸດລົງກວ່າ 90%.

ນອກຈາກນີ້, ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າ: ປະຕິບັດໄດ້ 39,78% ຂອງແຜນການປີ, ໃນນັ້ນການສົ່ງອອກຫລຸດລົງ 6,1%, ການນໍາເຂົ້າຫລຸດລົງ 8,1%. ຄາດວ່າໝົດປີຈະສາມາດປະຕິບັດ 91,7% ຂອງແຜນການປີ ຈະສູນເສຍລາຍຮັບຈາກການສົ່ງອອກ ປະມານ 483,3 ລ້ານໂດລາສະຫະລັດ ຫລື ປະມານ 8,4% ຂອງມູນຄ່າການສົ່ງອອກ ທຽບໃສ່ປີ 2019. ການຈໍລະຈອນສິນຄ້າພາຍໃນ ປະຕິບັດໄດ້ 29.290 ຕື້ກີບ ເທົ່າກັບ 40,47% ຂອງແຜນການ, ຄາດຄະເນ 6 ເດືອນທ້າຍປີ ຈະສາມາດບັນລຸໄດ້ 90,29% ຂອງແຜນການ. ລັດຖະບານ ໄດ້ຕິດຕາມ ແລະ ແກ້ໄຂຫລາຍບັນຫາ ທີ່ເກີດຂຶ້ນໃນໄລຍະປິດດ່ານຊາຍແດນ ເຮັດໃຫ້ການຂົນສົ່ງສິນຄ້າ ສາມາດດໍາເນີນໄປໄດ້ເປັນປົກກະຕິ; ໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ທີ່ຈໍາເປັນ ຢ່າງຕັ້ງໜ້າ. ສ່ວນຂະແໜງພະລັງງານ ແລະ ບໍ່ແຮ່: ການຜະລິດກະແສໄຟຟ້າ ປະຕິບັດໄດ້ 18.808 ລ້ານ ກິໂລວັດໂມງ, ມູນຄ່າ 9.792 ຕື້ກີບ ເທົ່າກັບ 46% ຂອງແຜນການປີ, ຄາດຄະເນໝົດປີ ຈະສາມາດປະຕິບັດໄດ້ 41.340 ລ້ານ ກິໂລວັດໂມງ ມີມູນຄ່າປະມານ 21.286 ຕື້ກີບ ຊຶ່ງເຫັນວ່າລື່ນແຜນເລັກຫນ້ອຍ.

ຢ່າງໃດກໍຕາມພາຍຫລັງທີ່ໄດ້ປະກາດນໍາໃຊ້ນະໂຍບາຍໂຄງສ້າງລາຄາໄຟຟ້າໃໝ່ ເຫັນວ່າມີຫາງສຽງສັງຄົມທີ່ຂັດຂ້ອງຈົ່ມວ່າຫລາຍສົມຄວນ. ດັ່ງນັ້ນ, ລັດຖະບານ ຈິ່ງໄດ້ຊີ້ນໍາໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຄົົ້ນຄວ້າປັບລາຄາກະແສໄຟຟ້າຄືນ ໃໝ່ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງ ຊຶ່ງລາຍລະອຽດຂະແໜງການກ່ຽວຂ້ອງຈະຊີ້ແຈງຕໍ່ກອງປະຊຸມຕື່ມ. ສໍາລັບດ້ານແຮ່ທາດ: ຜະລິດໄດ້5.181 ຕື້ກີບ ເທົ່າກັບ 47% ຂອງແຜນການ, ທຽບກັບໄລຍະດຽວກັນຂອງປີຜ່ານມາ ຫລຸດລົງ 8% ຍ້ອນບາງໂຄງການໄດ້ຢຸດການຜະລິດ, ຄາດຄະເນໝົດປີການຜະລິດແຮ່ທາດຈະສາມາດປະຕິບັດໄດ້ 10.851 ຕື້ກີບ ລື່ນແຜນການປະມານ 13%.

ລາວ ຫລາຍຄາດໝາຍຂອງລ ດຖະບານມ ຄວາມສ ຽງ ຈະບ ບ ນລ ຕາມແຜນ ການສະໜອງທຶນເພື່ອການພັດທະນາ ຈະບໍ່ບັນລຸຕາມແຜນ

ການ​ສະໜອງ​ທຶນ​ເພື່ອ​ການ​ພັດທະນາ​ໃນ​ໄລຍະ 4 ປີ ຈະ​ບໍ່​ສາມາດ​ບັນລຸ​ໄດ້​ຕາມ​ແຜນທີ່​ວາງ​ໄວ້ ເນື່ອງ​ຈາກ​ວ່າ ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ (GDP) ອາດ​ຈະ​ຂະຫຍາຍຕົວ ໂດຍ​ສະເລ່ຍ ພຽງ​ແຕ່​ຢູ່​ໃນ​ລະດັບ 5,9% ຫຼຸດ​ແຜນການ​ທີ່​ວາງ​ໄວ້ 1,3% (ແຜນການ 7,2%).

ລາວ ຫລາຍຄາດໝາຍຂອງລ ດຖະບານມ ຄວາມສ ຽງ ຈະບ ບ ນລ ຕາມແຜນ ລາວ: ລັດຖະບານ ກຳນົດບາງມາດຕະການຈຸດສຸມ ໃນ 6 ເດືອນທ້າຍປີ 2020

ລັດຖະບານ ຈະສຸມໃສ່ຈັດຕັ້ງປະຕິບັດມາດຕະການຈຸດສຸມຕ່າງໆ ໃນ 6 ເດືອນທ້າຍປີ 2020 ໂດຍຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ການຟື້ນຟູຂະແໜງການບໍລິການ ແລະ ການທ່ອງທ່ຽວ ເພືີ່ອຮັບປະກັນ ໃຫ້ແກ່ການ ຈັດຕັ້ງປະຕິບັດ ບັນດາຄາດໝາຍ ແລະ ວຽກງານຕ່າງໆ ແຕ່ນີ້ຫາທ້າຍປີ 2020 ໃຫ້ບັນລຸໄດ້ຕາມຄາດໝາຍ.

ລາວ ຫລາຍຄາດໝາຍຂອງລ ດຖະບານມ ຄວາມສ ຽງ ຈະບ ບ ນລ ຕາມແຜນ ທູດລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງພັກຄອມມູນິດຫວຽດນາມ

ວັນທີ 25 ມິຖຸນາ 2020, ທີ່ສຳນັກງານສູນກາງພັກຄອມມູນນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ເຈືອງທິມາຍ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນການພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງພັກຄອມມູນິດຫວຽດນາມ ...

ໄຊພອນ

ເຫດການ
302 Found

Found

The document has moved here.