ການສະໜອງທຶນເພື່ອການພັດທະນາ ຈະບໍ່ບັນລຸຕາມແຜນ

15:54 | 27/06/2020

ການ​ສະໜອງ​ທຶນ​ເພື່ອ​ການ​ພັດທະນາ​ໃນ​ໄລຍະ 4 ປີ ຈະ​ບໍ່​ສາມາດ​ບັນລຸ​ໄດ້​ຕາມ​ແຜນທີ່​ວາງ​ໄວ້ ເນື່ອງ​ຈາກ​ວ່າ ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ (GDP) ອາດ​ຈະ​ຂະຫຍາຍຕົວ ໂດຍ​ສະເລ່ຍ ພຽງ​ແຕ່​ຢູ່​ໃນ​ລະດັບ 5,9% ຫຼຸດ​ແຜນການ​ທີ່​ວາງ​ໄວ້ 1,3% (ແຜນການ 7,2%).

ການສະໜອງທ ນເພ ອການພ ດທະນາ ຈະບ ບ ນລ ຕາມແຜນ ລາວ: ລັດຖະບານ ກຳນົດບາງມາດຕະການຈຸດສຸມ ໃນ 6 ເດືອນທ້າຍປີ 2020
ການສະໜອງທ ນເພ ອການພ ດທະນາ ຈະບ ບ ນລ ຕາມແຜນ

ທູດລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງພັກຄອມມູນິດຫວຽດນາມ

ການສະໜອງທ ນເພ ອການພ ດທະນາ ຈະບ ບ ນລ ຕາມແຜນ
ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ແຜນການ ແລະ ການ​ລົງທຶນ.

ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ແຜນການ ແລະ ການ​ລົງທຶນ ໄດ້​ຂຶ້ນ​ຊີ້​ແຈງ​ຕໍ່​ຄຳ​ຊັກ​ຖາມ​ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ນະໂຍບາຍ, ວິທີ​ການ ແລະ ມາດ​ຕະການ​ຊຸກຍູ້ ແລະ ສົ່ງເສີມ​ການ​ລົງທຶນ ເພື່ອ​ຮັບປະກັນ​ເຮັດ​ໃຫ້ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ແຫ່ງ​ຊາດ, ສາມາດ​ສືບຕໍ່​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ຕໍ່​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 25 ມິຖຸນານີ້, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານນາງ ປານີ ຢາ​ທໍ່​ຕູ້ ປະ ທານສະພາ​ແຫ່ງ​ຊາດ.

ທ່ານ ສອນ​ໄຊ ສີ​ພັນ​ດອນ ກ່າວ​ວ່າ: ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງເອົາ​ແຜນ​ດັດແກ້​ໂຕ​ເລກ​ມະຫາ​ພາກ ໃນໄລຍະ 4 ປີ (2017-2020) ຂອງ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ 5 ປີ ຄັ້ງ​ທີ VIII (2016-2020) ຕາມ​ມະຕິ 014/ສພຊ, ລົງ​ວັນ​ທີ 24/11/2016 ຊຶ່​ງຄາດໝາຍ GDP ຂະຫຍາຍຕົວ​ໃນ ລະດັບ ສະເລ່ຍ 7,2% ໃນ​ນັ້ນ ປີ 2017 ເທົ່າ​ກັບ 7%, ປີ 2018 ເທົ່າ​ກັບ 7%, ປີ 2019 ເທົ່າ​ກັບ 7,3% ແລະ ປີ 2020 ເທົ່າ​ກັບ 7,5%, ຄາດ​ຄະເນ​ຄວາມ​ຕ້ອງການ​ທຶນ ເພື່ອ​ການ​ພັດທະນາ ທັງ​ໝົດ 173.329 ຕື້​ກີບ ຫຼື 21,4 ຕື້ໂດ​ລາ​ ກວມ​ເອົາ 29% ຂອງ GDP, ໃນ​ນີ້ ການ​ລົງທຶນ​ຂອງ​ລັດ​ກວມ​ປະມານ 12-15% ຂອງ​ການ ລົງທຶນ​ລວມ​ທັງ​ໝົດ, ແຫຼ່ງ​ທຶນ​ຈາກ​ການ​ຊ່ວຍເຫຼືອ​ທາງ​ການ​ ເພື່ອ​ການ​ພັດທະນາ ກວມ​ປະມານ 15-24%, ການ​ລົງທຶນ ຂອງ​ເອກະ​ຊົນ​ພາຍ​ໃນ ແລະ ຕ່າງປະເທດ ກວມ​ປະມານ 40-49% ແລະ ການ​ລົງທຶນ​ຈາກ​ລະບົບ​ເງິນຕາ ກວມ​ປະມານ 21-23% ຂອງ​ທຶນ​ລວມ​ທັງ​ໝົດ. ຜ່ານ​ການຈັດຕັ້ງ​ປະຕິບັດ​ຕົວ​ຈິງ​ຄາດ​ວ່າ GDP ຈະ​ຂະຫຍາຍຕົວ ໂດຍ​ສະເລ່ຍ​ໃນ​ລະດັບ 5,9% ຫຼຸດ​ແຜນການ​ທີ່​ວາງ​ໄວ້ 1,3% (ແຜນການ 7,2%) ແລະ ການ​ສະໜອງ​ທຶນ​ເພື່ອ​ການ​ພັດທະນາ​ໃນ​ໄລຍະ 4 ປີ ກໍ​ຈະ​ບໍ່​ສາມາດ​ບັນລຸ​ໄດ້​ຕາມ​ແຜນທີ່​ວາງ​ໄວ້.

ທ່ານ ສອນ​ໄຊ ສີ​ພັນ​ດອນ ກ່າວ​ອີກ​ວ່າ: ລັດຖະບານ​ໄດ້​ເອົາໃຈໃສ່​ຂົນຂວາຍ, ດຶງ​ດູດ ແລະ ຄຸ້ມ​ຄອງ​ການຈັດຕັ້ງ​ປະຕິບັດ 4 ແຫຼ່ງ​ທຶນ ເພື່ອ​ການ​ພັດທະນາ​ໃຫ້​ມີ​ປະສິດ​ພາບ​ສູງ​ຂຶ້ນ ດ້ວຍ​ການ​ກໍາ​ນົດ​ນະໂຍບາຍ, ນິຕິ​ກໍາ ແລະ ມາດ​ຕະການ ໂດຍ​ສຸມ​ໃສ່​ບັນດາ​ວຽກ​ງານ​ຈຸດ​ສຸມ 6 ເດືອນ​ທ້າຍ​ປີ 2020 ໃນ 4 ແຫຼ່ງ​ທຶນ​ຕົ້ນຕໍ ຄື:

ການ​ລົງທຶນ​ຈາກ​ງົບປະ ມານ​ຂອງ​ລັດ

1.) ໃຫ້​ທຸກ​ພາກສ່ວນ​ສືບຕໍ່​ປະຕິບັດ​ກົດ ໝາຍ ວ່າ​ດ້ວຍ​ການ​ລົງທຶນ ​ຂອງ​ລັດ ແລະ ຄໍາ​ແນະ​ນໍາ ຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ດັ່ງກ່າວ ຢ່າງ​ເຄັ່ງ​ຄັດ.

2.) ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ລົງທຶນ​ຂອງ​ລັດ ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ໄປ​ແລ້ວ​ໃນ​ປີ 2020 ເພື່ອ​ສ້າງ​ເງື່ອນໄຂ ໃຫ້​ມີ​ການ​ຈ້າງ​ງານ, ການ​ຈັດ​ຊື້​ວັດ​ສະ​ດຸ ແລະ ການ​ຈັດ​ຈ້າງ​ຕ່າງໆ​ໃນ​ສັງຄົມ ຊຶ່ງ​ເປັນ​ການ​ຊຸກ​ດັນ​ໃຫ້​ເສດຖະກິດຂະຫຍາຍຕົວ ໃນ​ລະດັບ 3,6% ລວມ​ທັງ​ການ​ແກ້​ບັນຫາ​ໄພ​ວ່າງ​ງານ​ໃຫ້​ໄດ້​ໃນ​ລະດັບ​ໜຶ່ງ.

3.) ສືບຕໍ່​ກວດກາ​ໂຄງການ​ລົງທຶນ​ຂອງ​ລັດ​ທີ່​ມີ​ມູນ​ຄ່າ​ສູງ ປະຕິບັດ​ຕາມ​ແຈ້ງ​ການ​ເລກ​ທີ 130/ຫສນຍ, ລົງ​ວັນ​ທີ 22 ມັງກອນ 2019 ໃນ​ຂອບ​ເຂດ​ທົ່ວ​ປະເທດ ພ້ອມ​ທັງ​ຄົ້ນຄວ້າ​ເຈລະຈາ​ຄືນໃໝ່​ໃນ​ດ້ານ​ມູນ​ຄ່າ​ໂຄງການ​ໃຫ້​ສົມ​ເຫດສົມ​ຜົນ​ຂຶ້ນ​ຕື່ມ. ພາຍ​ຫຼັງ​ສໍາ​ເລັດ​ແລ້ວ​ຈະ​ໄດ້​ນໍາ​ສະເໜີ​ສະພາ​ແຫ່ງ​ຊາດ​ຮັບຮອງ​ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດໝາຍ ແລະ ລະບຽບ​ການ​ກ່ຽວຂ້ອງ​ໃນ​ການ​ຫັກ​ລົບ​ມູນ​ຄ່າ​ດັ່ງກ່າວ​ອອກ​ຈາກ​ແຜນການ​ລົງທຶນ​ຂອງ​ລັດ.

4.) ສືບຕໍ່​ປະຕິບັດ​ຕາມ​ນະໂຍບາຍ​ຂອງ​ລັດຖະບານ ໃນ​ການ​ແກ້​ໄຂ​ໜີ້​ສິນ​ໂຄງການ​ລົງທຶນ​ຂອງ​ລັດ ດ້ວຍ​ຮູບ​ການ ອວ່າຍ​ໜີ້ 3 ແຈ ແລະ ພັນທະບັດ ໃຫ້​ສໍາ​ເລັດ​ໃນ​ປີ 2020 ເພື່ອ​ສ້າງ​ສະພາບ​ຄ່ອງ​ໃຫ້​ແກ່​ລະບົບ​ທະນາຄານ ແລະ ຫົວໜ່ວຍ​ທຸລະ​ກິດ​ຜູ້​ປະກອບ​ສາມາດ​ເຄື່ອນ​ໄຫວ​ທຸລະ​ກິດ​ໄດ້​ໃນ​ລະດັບ​ໜຶ່ງ ຊຶ່ງ​ມາ​ເຖິງ​ປັດຈຸ​ບັນ​ຄະນະ​ແກ້​ໄຂ​ໜີ້​ສິນ​ລະດັບ​ຊາດ​ກໍາ​ລັງ​ຈັດ​ຕັ້ງ​ປະຕິ​ບັດ.

5.) ສໍາ​ລັບ​ບັນດາ​ໂຄງການ​ລົງທຶນ​ຂອງ​ລັດ​ທີ່​ຂະແໜງການ ແລະ ທ້ອງຖິ່ນ​ກູ້​ຢືມ​ໂດຍ​ກົງ ຫຼື ເປັນ​ຜູ້​ຄໍ້າ​ປະກັນ​ກັບ​ທະນາຄານ ຈະ​ໄດ້​ພິຈາລະນາ​ແກ້​ໄຂ​ເປັນ​ອັນ​ສະເພາະ​ໄປ​ໃນ​ແຕ່​ລະ​ກໍ​ລະ​ນີ.

ການ​ລະດົມ​ການ​ລົງທຶນ​ຈາກ​ການ​ຊ່ວຍເຫຼືອ​ ແລະ ກູ້​ຢືມ Official development assistance (ODA) ຫຼື​ ທຶນ​ຈາກ​ການ​ຊ່ວຍເຫຼືອ​ທາງ​ການ​ເພື່ອ​ການ​ພັດທະນາ

1.) ສຸມ​ໃສ່​ຈັດ​ຕັ້ງ​ປະຕິ​ບັດ​ດໍາ​ລັດ​ສະບັບ​ເລກ​ທີ 357/ລບ, ລົງ​ວັນ​ທີ 9 ຕຸລາ 2019 ໃນ​ການ​ຄຸ້ມ​ຄອງ ແລະ ນໍາ​ໃຊ້​ການ​ຊ່ວຍເຫຼືອ​ທາງ​ການ​ເພື່ອ​ການ​ພັດ​ທະ​ນາ.

2.) ສືບຕໍ່​ລະດົມ ແລະ ຊຸກຍູ້​ການຈັດຕັ້ງ​ປະຕິບັດ​ບັນດາ​ທຶນ​ຊ່ວຍເຫຼືອ​ຈາກ​ບັນດາ​ຄູ່​ຮ່ວມ​ພັດທະນາ ແລະ ບັນດາເພື່ອນ​ມິດ​ຍຸດທະສາດ​ໃຫ້​ສາ​ມາດ​ດໍາ​ເນີນ​ໄປ​ຕາມ​ແຜນທີ່​ວາງ​ໄວ້.

3.) ຮີບ​ຮ້ອນ​ຜັນ​ຂະຫຍາຍ​ຍຸດທະສາດ​ການ​ລະດົມ​ທຶນ​ການ​ຊ່ວຍເຫຼືອ​ ແລະ ກູ້​ຢືມ ເພື່ອ​ເປັນ​ບ່ອນ​ອີງ ໃນ​ການ​ລະດົມ​ທຶນ.

4.) ສໍາ​ລັບ​ເງິນ​ກູ້​ຢືມ​ຈະ​ຕ້ອງ​ໄດ້​ຄົ້ນຄວ້າ​ວິໄຈ​ລະອຽດ ແລະ ຄັດ​ເລືອກ​ໂຄງການ​ທີ່​ຈໍາ​ເປັນ​ຮີບ​ດ່ວນ, ມີ​ປະສິດ​ທິ​ຜົນ​ສູງ​ດ້ວຍ​ຮູບ​ແບບ​ດອກ​ເບ້ຍ​ຜ່ອນຜັນ, ໄລຍະ​ເວ​ລາ​ຊໍາ​ລະ​ຍາວ ແລະ ບໍ່​ມີ​ເງື່ອນໄຂ​ຜູກ​ມັດ.

5.) ເອົາໃຈໃສ່​ກວດກາ, ຕິດຕາມ ແລະ ປະ​ເມີນ​ຄືນ​ການຈັດຕັ້ງ​ປະຕິບັດ​ແຫຼ່ງ​ທຶນ​ຊ່ວຍເຫຼືອ​ທາງ​ການ​ເພື່ອ​ການ​ພັດທະນາ ໂດຍ​ຜ່ານ​ການ​ລາຍ​ງານ ແລະ ລົງ​ຕິດຕາມ​ກວດກາ​ໂຄງການ​ຕົວ​ຈິງ ຂອງ​ແຕ່​ລະ​ພາກສ່ວນ​ຢ່າງ​ເປັນ ປົກ​ກະ​ຕິ.

6.) ຈະ​ໄດ້​ເລື່ອນ​ກອງ​ປະຊຸມ​ໂຕະມົນ ປະ​ຈໍາ​ປີ 2020 ເນື່ອງ​ຈາກ​ຍັງ​ມີ​ຄວາມ​ສ່ຽງ​ສູງ ຈາກ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ 19 ໄປ​ຕົ້ນ​ປີ 2021.

ການ​ດຶງ​ດູດ​ການ​ລົງທຶນ​ພາກ​ເອກ​ກະ​ຊົນ​ພາຍ​ໃນ ແລະ ຕ່າງປະເທດ

1. ສືບຕໍ່​ປັບປຸງ​ຂັ້ນ​ຕອນ ແລະ ລະບຽບ​ການ​ໃນ​ການ​ສ້າງ ແລະ ດໍາ​ເນີນ​ທຸລະ​ກິດ ຕາມ 10 ຕົວ​ຊີ້​ວັດ ໃຫ້​ດີ​ຂຶ້ນ​ຕາມ​ຄໍາ​ສັ່ງ​ເລກ​ທີ 02/ນຍ ໃຫ້​ເປັນ​ຮູບ​ປະ​ທໍາ​ຈະແຈ້ງ ໂດຍ​ສະເພາະ​ຕົວ​ຊີ້​ວັດ​ທີ່​ຍັງ​ຄ້າງ ແລະ ສືບຕໍ່​ປັບປຸງ ວຽກ​ງານ​ການ​ປະສານ​ງານ​ປະຕູ​ດຽວ, ບໍລິການ​ອອກ​ໃບ​ອະນຸຍາດ​ລົງທຶນ ແລະ ການ​ອອກ​ໃບ​ອະນຸ​ຍາດ​ດໍາເນີນ​ທຸລະ​ກິດ​ໃນ​ຂອບ​ເຂດ​ທົ່ວ​ປະເທດ ສະບັບ​ເລກ​ທີ 03/ນຍ ໃຫ້​ມີ​ຄວາມ​ວ່ອງ​ໄວ.

2. ຄົ້ນຄວ້າ​ນະໂຍບາຍ​ຫຼຸດຜ່ອນ​ດ້ານ​ພາສີ​ອາກອນ ຂອງ​ຂະແໜງການ​ສົ່ງເສີມ​ການ​ລົງທຶນເຊັ່ນ: ຂະແໜງ​ກະ​ສິ​ກໍາ (ສຸມ​ໃສ​ພິເສດ​ໃນ​ການ​ສົ່ງເສີມ​ການ​ຜະລິດ​ກະ​ສິ​ກໍາ (ພືດ​-​ສັດ) ທີ່​ມີ​ຕະຫຼາດ​ຮອງ​ຮັບ​ແລ້ວ ແລະ ມີທ່າແຮງ​ໃນ​ການ​ຂະຫຍາຍ​ຕະຫຼາດ), ຂະແໜງ​ບໍລິການ (ທ່ອງ​ທ່ຽວ, ຂົນສົ່ງ, ທຸລະ​ກິດ​ທີ່​ຕິດ​ພັນ​ກັບ​ການສ້າງ​ສິ່ງ​ອໍາ​ນວຍ​ຄວາມ​ສະດວກ​ດ້ານ​ການທ່ອງທ່ຽວ ແລະ ທຸລະ​ກິດ​ທີ່​ຕິດ​ພັນ​ກັບ​ການ​ໂຄສະນາ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ), ຂະແໜງການ​ອຸດ​ສະ​ຫະ​ກໍາ​ປຸງ​ແຕ່ງຂະໜາດ​ນ້ອຍ ແລະ ຂະ​ໜາດ​ກາງ ແລະ ອື່ນໆ;

3. ຊຸກ​ຍູ້​ສົ່ງເສີມ​ການ​ລົງທຶນ​ໃນ​ເຂດ​ເສດຖະກິດ​ພິເສດ, ເຂດ ແລະ ນິຄົມ​ອຸດ​ສາ​ຫະ​ກໍາ, ໂດຍ​ເອົາໃຈໃສ່​ເລັ່ງ​ຄົ້ນຄວ້າ​ນະໂຍບາຍ​ຫຼຸດຜ່ອນ​ພາສີ​ອາກອນ​ຕ່າງໆ​ຕື່ມ​ອີກ, ເພື່ອ​ດຶງ​ດູດ​ການ​ລົງທຶນ​ຈາກ​ພາກ​ເອກະ​ຊົນ​ເຂົ້າ​ມາລົງທຶນ​ໃນ​ເຂດ​ດັ່ງກ່າວ ແລະ ເພື່ອ​ຮອງ​ຮັບ​ໃຫ້​ແຮງ​ງານ​ລາວ ທີ່​ກັບ​ມາ​ຈາກ​ຕ່າງປະເທດ​ທີ່​ມີ​ຜົນ​ກະທົບ​ທາງດ້ານ​ເສດຖະກິດ ໄດ້​ມີ​ວຽກ​ເຮັດ​ງານ​ທໍາ ໂດຍ​ສຸມ​ໃສ່​ເຂດ​ເສດຖະກິດ​ທີ່​ເປັນ​ທ່າແຮງເປັນຕົ້ນ ເຂດກວມ​ລວມ​ໄຊ​ເຊ​ດ​ຖາ, ສະ​ຫວັ​ນ-​ເຊ​ໂນ. ພ້ອມ​ນັ້ນ ກໍຊຸກ​ຍູ້​ການ​ອະນຸມັດ​ການ​ລົງທຶນ​ຂອງ​ບໍລິສັດ ອໍາ​ມະຕະ ໃຫ້​ເປັນ​ໄປ​ຕາມ​ແຜນການ​ລົງທຶນ;

4. ຊຸກຍູ້​ໃຫ້​ຂະແ​ໜງການ​ກ່ຽວຂ້ອງ ຄົ້ນຄວ້າ​ນະໂຍບາຍ​ຫຼຸດຜ່ອນ​ກ່ຽວ​ກັບ​ການ​ເກັບ​ອາ​ກອນ​ກໍາ​ໄລ ແລະ ເກັບ​ລາຍ​ໄດ້​ຈາກ​ອາກອນ​ປິ່ນ​ອ້ອມ​ອື່ນໆ ໃຫ້​ຂະ​ແໜງ​ການທ່ອງທ່ຽວ , ການ​ຜະລິດ​ ເພື່ອ​ສົ່ງ​ອອກ ຕາມ​ຄວາມ​ເ​ໝາະ​ສົມ.

5. ເມື່ອ​ສ້າງ​ເງື່ອນໄຂ​ຊຸກຍູ້ ແລະ ສືບຕໍ່​ເຮັດ​ໃຫ້​ບັນດາ​ຜູ້​ປະກອບ​ການ, ຫົວໜ່ວຍ​ວິ​ສາ​ຫະ​ກິດ ແລະ ໂຮງ​ຈັກ​ໂຮງງານ​ຕ່າງໆ ໃຫ້​ສາມາດ​ກັບ​ຄືນ​ມາ​ເຮັດ​ການ​ຜະລິດ​ທຸລະ​ກິດ​ໄດ້​ປົກກະຕິ, ມີ​ການ​ຈ້າງ​ງານ​ເກີດ​ຂຶ້ນ ດ້ວຍ ການ​ໃຫ້​ນະໂຍບາຍ​ດ້ານ​ອາ ກອນ​ທີ່​ຈິງ​ໃຈເຊັ່ນ: ການ​ຍົກ ເວັ້ນອາ​ກອນ​ກໍາ​ໄລ ໃນ​ກໍລະນີ​ມີ​ການ​ຂະຫຍາຍ​ການ​ຜະລິດ ຫຼື ວິ​ສາ​ຫະ​ກິດ​ມີ​ການ​ລົງທຶນ​ເພີ່ມ.

ການ​ລົງທຶນ​ຈາກ​ລະບົບ​ການ​ເງິນ​-​ເງິນຕາ

1) ສືບຕໍ່​ຊຸກຍູ້ ບັນດາ​ທະນາຄານ​ທຸລະ​ກິດ ໃຫ້​ເຂົ້າ​ຮ່ວມ​ໂຄງການ​ສິນ​ເຊື່ອ SME ຈໍາ​ນວນ 200 ຕື້​ກີບ ຊຶ່ງ​ອະ​ນຸ​ມັດ​ໃນ​ງວດ​ທໍາ​ອິດ 100 ຕື້​ກີບ ໃຫ້​ສາ​ມາດ​ດໍາ​ເນີນ​ການ​ໂດຍ​ໄວ ໂດຍ​ພິຈາລະນາ​ປ່ອຍ​ສິນ​ເຊື່ອ​ໃຫ້​ແກ່​ວິ​ສາ​ຫະ​ກິດ ຂະ​ໜາດ​ນ້ອຍ ແລະ ກາງ ຄື: ຂະແ​ໜງ​ປູກຝັງ ແລະ ລ້ຽງສັດ, ປຸງ​ແຕ່ງ​ກະ​ສິ​ກໍາ, ຫັດ​ຖະ​ກໍາ ແລະ ການທ່ອງທ່ຽວ ເພື່ອ​ຊຸກຍູ້​ການ​ຜະລິດ​ເພື່ອ​ທົດ​ແທນ​ການ​ນໍາ​ເຂົ້າ ແລະ ເພີ່ມ​ສິນຄ້າ​ເພື່ອ​ສົ່ງ​ອອກ​ໃຫ້​ຫຼາຍ​ຂຶ້ນ.

2) ສໍາ​ລັບ​ໂຄງການ​ເງິນ​ກູ້​ຈາກ​ທະນາຄານ​ພັດທະນາ​ແຫ່ງ​ຊາດ​ຈີນ (CDB) ຈໍາ​ນວນ 100 ລ້ານ​ໂດ​ລາ ໃນ​ງວດ​ທໍາ​ອິດ ໃນ 300 ລ້ານ​ໂດ​ລາ, ສະເໜີ​ໃຫ້​ທະນາຄານ​ແຫ່ງ ສ ປປ ລາວ ຮີບ​ຮ້ອນ​ເຈລະຈາ​ກັບ​ຝ່າຍ​ຈີນ (CDB) ເພື່ອ​ຂໍ​ຜ່ອນຜັນ​ເງື່ອນໄຂ​ເງິນ​ກູ້​ດັ່ງກ່າວ​ໃຫ້​ສໍາ​ເລັດ​ໂດຍ​ໄວ ເພື່ອ​ໃຫ້​ສາ​ມາດ​ນໍາ​ເອົາ​ເງິນ​ກູ້​ດັ່ງກ່າວ ປ່ອຍ​ໃຫ້​ພາກສ່ວນ​ທຸລະ​ກິດ ຕາມ​ຈຸດປະສົງ ແລະ ເປົ້າໝາຍ​ຂອງ​ເງິນ​ກູ້.

3) ສືບຕໍ່​ຄົ້ນ​ຄ້​ວາ, ປັບປຸງ ແລະ ພັດທະນາ​ນະໂຍບາຍ​ຄຸ້ມ​ຄອງ​ສິນ​ເຊື່ອ ເພື່ອ​ຊຸກຍູ້​ການ​ເຂົ້າ​ເຖິງ​ແຫຼ່ງ​ທຶນ​ຂອງ SME ໃຫ້​ມີ​ຄວາມ​ສະດວກ ແລະ ວ່ອງໄວ​ກວ່າ​ເກົ່າ, ສະໜອງ​ສິນ​ເຊື່ອ​ໃຫ້​ທະນາຄານ​ທຸລະ​ກິດ ໃນ​ອັດຕາ​ດອກ​ເບ້ຍ​ຕໍ່າ ເພື່ອ​ສົ່ງເສີມ SME ພາຍ​ໃນ ພ້ອມ​ດຽວ​ກັນ​ນັ້ນ, ສືບຕໍ່​ການຈັດຕັ້ງ​ປະຕິບັດ​ຂໍ້​ຕົກລົງ​ວ່າ​ດ້ວຍ​ນະໂຍບາຍ​ສິນ​ເຊື່ອ ເພື່ອ​ແກ້​ໄຂ​ຜົນ​ກະທົບ​ຈາກ​ການລະບາດພະຍາດ​ໂຄ​ວິດ-19 ໃນ​ການ​ແກ້​ໄຂ​ຜົນ​ກະທົບ​ທາງ​ດ້ານ​ເສດຖະກິດ ສປປ ລາວ ສະບັບ​ເລກ​ທີ 238/ທຫລ, ລົງ​ວັນ​ທີ 26 ມີນາ 2020 ແລະ ຂໍ້​ຕົກລົງ​ວ່າ​ດ້ວຍ​ໂຄງການ​ສິນ​ເຊື່ອ​ເພື່ອ​ຊຸກຍູ້ ການ​ຜະລິດ ແລະ ການ​ແກ້​ໄຂ​ຜົນ​ກະທົບ​ໂຄ​ວິດ-19 ສະບັບ​ເລກ​ທີ 318/ທຫລ, ລົງ​ວັນ​ທີ 19 ພຶດສະພາ 2020 ໃຫ້​ມີ​ປະສິດ​ທິ​ຜົນ.

ການສະໜອງທ ນເພ ອການພ ດທະນາ ຈະບ ບ ນລ ຕາມແຜນ ສື່ມວນຊົນລາວ ລົງຂ່າວຢ່າງຫຼວງຫຼາຍກ່ຽວກັບບັນດາກອງປະຊຸມຂອງອາຊຽນ

ທີ່ກອງປະຊຸມບໍ່ເປັນທາງການລັດຖະມົນຕີການຕ່າງປະເທດອາຊຽນ, ບັນດາລັດຖະມົນຕີໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການຂອງພາກພື້ນ ແລະ ໃນໂລກ.

ການສະໜອງທ ນເພ ອການພ ດທະນາ ຈະບ ບ ນລ ຕາມແຜນ ລາວຕີ​ລາ​ຄາ​ສູງ​ຫວຽດ​ນາມ​ໃນ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ

ຍ​ສ​ໝ - ທ່ານ ທອງ​ຜ່ານ ສະ​ຫວັນ​ເພັດ​ ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ​້​ການ​ນຳ​ພາ​ຂອງ​ຫວຽດ​ນາມ, ອາ​ຊຽນ​ຈະ​​ກ້າວ​ໄປ​ເຖິງ​ຜົນ​ສຳ​ເລັດ ແລະ ລາວ​ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ ແລະ ໜູນ​ຊ່ວຍ​ເພື່ອ​ໃຫ້​ຫວຽດ​ນາມ​ປະ​ຕິ​ບັດ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ​ໃຫ້​ສຳ​ລັດ​ຜົນ.

ການສະໜອງທ ນເພ ອການພ ດທະນາ ຈະບ ບ ນລ ຕາມແຜນ ນາຍົກລັດຖະມົນຕີ ຄາດປີນີ້ເສດຖະກິດລາວ ຈະຂະຫຍາຍຕົວລະດັບ 3,6%

ສຳລັບປັດໄຈທີ່ເຮັດໃຫ້ GDP ຂະຫຍາຍຕົວໃນລະດັບ 3,6% ໃນ 2020 ມີດັ່ງນີ້: ຂະແໜງກະສິກຳ: ຂະຫຍາຍຕົວ 2,3% ຫລຸດແຜນການ 0,4%, ເຖິງວ່າຈະບໍ່ບັນລຸຕາມແຜນການທີ່ວາງໄວ້ແຕ່ເຫັນວ່າປະຊາຊົນ ໄດ້ຫັນມາສູ່ການຜະລິດກະສິກໍາ ເພື່ອສະໜອງພາຍໃນເພີ່ມຂຶ້ນ ຕາມຄວາມຕ້ອງການຂອງຕະຫລາດຍ້ອນການຈໍາກັດການສົ່ງອອກສິນຄ້າກະສິກໍາ ຂອງປະເທດເພື່ອນບ້ານ ເຮັດໃຫ້ການບໍລິໂພກຜະລິດຕະພັນພາຍໃນຫລາຍຂຶ້ນ.

pasaxon.org.la

ເຫດການ
302 Found

Found

The document has moved here.