ພາບລັກນະຄອນໂຮ່ຈີມິນ ໃນຮອບ 50 ປີ ປາກົດຢ່າງໂດດເດັ່ນໃຈກາງນະຄອນ Seoul

15:43 | 02/07/2026

ຍສໝ - ເນື່ອງໃນໂອກາດຄົບຮອບ 50 ປີ ວັນທີ່ນະຄອນໄຊງ່ອນ - ຢາດິ້ງ ໄດ້ຮັບກຽດຕັ້ງຊື່ຢ່າງເປັນທາງການຕາມປະທານ ໂຮ່ຈີມິນ (2/7/1976 - 2/7/2026), ພາບລັກຂອງນະຄອນໂຮ່ຈີມິນໄດ້ປາກົດຢູ່ເທິງຈໍອິເລັກໂຕຣນິກຂະໜາດໃຫຍ່ຫຼາຍແຫ່ງໃນໃຈກາງນະຄອນຫຼວງ Seoul ສ.ເກົາຫຼີ.

ໜຶ່ງປີແຫ່ງການເຄື່ອນໄຫວຮູບແບບໃໝ່: ສ້າງບາດກ້າວຫັນປ່ຽນທາງດ້ານຄຸນນະພາບ ພາຍໃນການບໍລິຫານຄຸ້ມຄອງປະເທດຊາດ ຕາມທິດທາງທັນສະໄໝ
50 ປີ ແຫ່ງນະຄອນທີ່ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານໂຮ່ຈີມິນ: ຈຸດເຕົ້າໂຮມຫຼວງຫຼາຍຄຸນຄ່າວັດທະນະທຳອັນເປັນເອກະລັກ
ພາບລັກນະຄອນໂຮ່ຈີມິນ ໃນຮອບ 50 ປີ ປາກົດຢ່າງໂດດເດັ່ນໃຈກາງນະຄອນໂຊລ
ພາບລະນຶກຄົບຮອບ 50 ປີ ຂອງນະຄອນທີ່ໃຊ້ຊື່ປະທານໂຮ່ຈີມິນ ໄດ້ຖືກສາຍສະແດງຢູ່ໃຈກາງນະຄອນ Seoul.

ກິດຈະກຳສາຍພາບດັ່ງກ່າວດຳເນີນຂຶ້ນໃນວັນທີ 1 ແລະ 2 ກໍລະກົດ, ຕັ້ງແຕ່ເວລາ 7 ໂມງ ຫາ 22 ໂມງ ຕາມເວລາທ້ອງຖິ່ນ.

ຕາມລາຍງານຂອງນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ Seoul, ກິດຈະກຳນີ້ໄດ້ຈັດຂຶ້ນບົນພື້ນຖານການປະສານຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ກັບບັນດາທ້ອງຖິ່ນສາກົນທີ່ມີສາຍພົວພັນມິດຕະພາບ ແລະ ເປັນເມືອງແຮກສ່ຽວກັນ, ໃນນັ້ນມີນະຄອນໂຊລ. ຜ່ານການສາຍພາບຄັ້ງນີ້, ພາບລັກຂອງນະຄອນໂຮ່ຈີມິນທີ່ມີການພັດທະນາຢ່າງຄຶກຄັກ, ທັນສະໄໝ, ເປີດກວ້າງການເຊື່ອມໂຍງສາກົນ ແລະ ອຸດົມດ້ວຍເອກະລັກວັດທະນະທຳຫວຽດນາມ ໄດ້ຖືກນຳສະເໜີໃຫ້ປະຊາຊົນ ສ.ເກົາຫຼີ ແລະ ນັກທ່ອງທ່ຽວສາກົນໄດ້ຮັບຊົມຢ່າງກວ້າງຂວາງ.

ເນື້ອໃນປະຊາສຳພັນໄດ້ຖືກນຳໄປສາຍຢູ່ຫຼາຍຈຸດທີ່ມີຜູ້ຄົນສັນຈອນຢ່າງໜາແໜ້ນ, ໂດຍສະເພາະເຂດ Gangnam ແລະ ຖະໜົນຄົນຍ່າງ Myeongdong ເຊິ່ງເປັນສອງສະຖານທີ່ມີຊື່ສຽງຂອງນະຄອນຫຼວງ Seoul. ກິດຈະກຳດັ່ງກ່າວບໍ່ພຽງແຕ່ຊ່ວຍເຜີຍແຜ່ພາບລັກຂອງຫວຽດນາມ ແລະ ນະຄອນໂຮ່ຈີມິນ, ເພີ່ມທະວີການແລກປ່ຽນລະຫວ່າງປະຊາຊົນເທົ່ານັ້ນ ແຕ່ຍັງປະກອບສ່ວນເຮັດໃຫ້ສາຍພົວພັນຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງ ສ.ເກົາຫຼີ ນັບມື້ນັບເລິກເຊິ່ງຍິ່ງຂຶ້ນ.

ຝຶກອົບຮົມ STEM Robotics ໃຫ້ແກ່ຄູອາຈານ ແລະ ນັກຮຽນ 30 ຄົນ ຂອງໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ ຝຶກອົບຮົມ STEM Robotics ໃຫ້ແກ່ຄູອາຈານ ແລະ ນັກຮຽນ 30 ຄົນ ຂອງໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ

ຍສໝ - ແຕ່ວັນທີ 27-28 ມິຖຸນາ 2026, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ປາກເຊ ໄດ້ສົມທົບກັບ ສະມາຄົມຊາວຫວຽດນາມ ແຂວງ ເຊກອງ, ໂຮງຮຽນ ມັດທະຍົມຕອນປາຍພອນສະຫວັນ ຈຳປາສັກ-ລຳດົ່ງ (ແຂວງ ຈຳປາສັກ) ແລະ ໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ ຈັດຕັ້ງໂຄງການຝຶກອົບຮົມ ...

ຂໍ້ສະຫຼຸບເລກທີ 57-KL/TW: ສຸມໃສ່ລະດັບສູງສຸດໃຫ້ແກ່ໜ້າທີ່ການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຕົວຕົນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຂໍ້ສະຫຼຸບເລກທີ 57-KL/TW: ສຸມໃສ່ລະດັບສູງສຸດໃຫ້ແກ່ໜ້າທີ່ການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຕົວຕົນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ

ຍສໝ - ຕາງໜ້າໃຫ້ຄະນະເລຂາທິການສູນກາງພັກ, ສະຫາຍ ເຈິ່ນເກີມຕູ້, ກຳມະການກົມການເມືອງ, ເສນາທິການຄະນະເລຂາທິການສູນກາງພັກ ໄດ້ລົງນາມປະກາດໃຊ້ ຂໍ້ສະຫຼຸບເລກທີ 57-KL/TW, ລົງວັນທີ 24 ມິຖຸນາ 2026 ກ່ຽວກັບການຈັດຕັ້ງບັນດາກິດຈະກຳ ເພື່ອມຸ່ງໄປສູ່ ວັນສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 - ...

ມີງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ