ທ່ານນາງ Ann Mawe, ເອກອັກຄະລັດຖະທູດ ຊູແອັດ: ໃນໄລຍະທີ່ຫຍຸ້ງຍາກ ຈຶ່ງຮູ້ວ່າໃຜແມ່ນໝູ່ເພື່ອນຂອງຕົນ

16:30 | 20/04/2020

ຍສໝ - ເມື່ອບໍ່ດົນມານີ້, ໃນ Facebook ຂອງ ທ່ານນາງ Ann Mawe, ເອກອັກຄະລັດຖະທູດ ຊູແອັດ ປະຈຳຫວຽດນາມ, ໄດ້ລົງບົດແບ່ງປັນຄວາມຈິງໃຈ ເນື່ອງໃນໂອກາດທີ່ ຫວຽດນາມ ໄດ້ມອບຜ້າບັງປາກ 100,000 ແຜ່ນ ເພື່ອຊ່ວຍເຫຼືອ ຊູແອັດ ໃນການຕໍ່ສູ້ກັບພະຍາດ COVID-19.

ທ ານນາງ ann mawe ເອກອ ກຄະລ ດຖະທ ດ ຊ ແອ ດ ໃນໄລຍະທ ຫຍ ງຍາກ ຈ ງຮ ວ າໃຜແມ ນໝ ເພ ອນຂອງຕ ນ ສື່ສັງຄົມເຢຍລະມັນ: ການແຍກຫ່າງໃນສັງຄົມເປັນປັດໃຈສໍາຄັນ ເພື່ອຊ່ວຍໃຫ້ ຫວຽດນາມ ຄວບຄຸມພະຍາດ Covid-19 ໄດ້ມີປະສິດທິຜົນ
ທ ານນາງ ann mawe ເອກອ ກຄະລ ດຖະທ ດ ຊ ແອ ດ ໃນໄລຍະທ ຫຍ ງຍາກ ຈ ງຮ ວ າໃຜແມ ນໝ ເພ ອນຂອງຕ ນ ຫວຽດນາມ ໄດ້ມອບເຄື່ອງຊ່ວຍເຫຼືອປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ໃຫ້ແກ່ລັດຖະບານ ແລະ ປະຊາຊົນຊູແອັດ
ທ ານນາງ ann mawe ເອກອ ກຄະລ ດຖະທ ດ ຊ ແອ ດ ໃນໄລຍະທ ຫຍ ງຍາກ ຈ ງຮ ວ າໃຜແມ ນໝ ເພ ອນຂອງຕ ນ
ທ່ານນາງ Ann Mawe, ເອກອັກຄະລັດຖະທູດ ຊູແອັດ ປະຈຳຫວຽດນາມ. (ພາບ: thoidai.com.vn)

ບົດຂຽນຂອງທ່ານນາງ Ann Mawe, ເອກອັກຄະລັດຖະທູດ ຊູແອັດ ປະຈຳຫວຽດນາມ ມີຫົວຂໍ້ວ່າ:“A friend in need is a friend indeed” (ຖືກແປວ່າ: ໃນໄລຍະທີ່ຫຍຸ້ງຍາກ ຈຶ່ງຮູ້ວ່າໃຜແມ່ນໝູ່ເພື່ອນຂອງຕົນ). ວາລະສານ ຍຸກສະໄໝ ຂໍແບ່ງປັນເນື້ອໃນບົດຂຽນຂອງທ່ານນາງ Ann Mawe ຄືດັ່ງຕໍ່ໄປນີ້:

ຂ້າພະເຈົ້າມີກຽດເປັນຕົວແທນໃຫ້ປະເທດຊູແອັດ ໄດ້ຮັບຂອງຂວັນທີ່ມີຄວາມໝາຍຫຼາຍຢ່າງ ຈາກປະເທດຫວຽດນາມ, ເຊິ່ງເປັນຜ້າບັງປາກ 100.000 ແຜ່ນ ເຊິ່ງໄດ້ມອບໂດຍທ່ານ ໂຕແອັງຢູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃນມື້ວານນີ້.

ປະເທດຊູແອັດ ແລະ ປະເທດຫວຽດນາມ ມີປະຫວັດຄວາມສຳພັນອັນຍາວນານ. ເມື່ອປະເທດຫວຽດນາມ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ປະເທດຊູແອັດ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ສະແດງເປັນໝູ່ເພື່ອນທີ່ໃຈດີ. ໃນເວລາຫລາຍປີ, ພວກເຮົາໄດ້ສະໜັບສະໜູນ ລະບົບການຮັກສາສຸຂະພາບຢູ່ຫວຽດນາມ ໂດຍຜ່ານການກໍ່ສ້າງໂຮງໝໍ ແລະ ໃນໄລຍະປ່ຽນໃໝ່, ຊູແອັດ ໄດ້ຊ່ວຍຝຶກອົບຮົມ ແລະ ຍົກສູງຄວາມສາມາດຂອງແພດໝໍ ແລະ ຜູ້ຊ່ຽວຊານດ້ານສາທາລະນະສຸກ ຂອງຫວຽດນາມ. ການຮ່ວມມືດັ່ງກ່າວນີ້ ໄດ້ຮັບການຮັກສາໄວ້ ໂດຍບັນດາແພດໝໍ, ພະຍາບານ ແລະ ພະນັກງານສາທາລະນະສຸກຫລາຍລຸ້ນຄົນ ດ້ວຍການແລກປ່ຽນດ້ານວິຊາຊີບ ແລະ ການຮ່ວມມືລະຫວ່າງສອງປະເທດຂອງພວກເຮົາ.

ທ ານນາງ ann mawe ເອກອ ກຄະລ ດຖະທ ດ ຊ ແອ ດ ໃນໄລຍະທ ຫຍ ງຍາກ ຈ ງຮ ວ າໃຜແມ ນໝ ເພ ອນຂອງຕ ນ
ທ່ານເອກອັກຄະລັດຖະທູດ Ann Mawe ຕາງໜ້າໃຫ້ປະເທດຊູແອັດ ໄດ້ຮັບຂອງຂວັນຈາກລັດຖະບານ ແລະ ປະຊາຊົນຫວຽດນາມ (ພາບ: Baoquocte)

ປະຈຸບັນ, ປະເທດຊູແອັດ ກຳລັງປະສົບກັບຄວາມຫຍຸ້ງຍາກ. ໂຮງໝໍຂອງພວກເຮົາທັງໝົດ ກໍ່ເຮັດວຽກຕະຫຼອດຄືນ ແລະ ມີຄວາມຕ້ອງການຢ່າງຮີບດ່ວນ ສຳລັບອຸປະກອນການແພດ ແລະ ອຸປະກອນການປ້ອງກັນໃນ Stockholm.

ຂ້າພະເຈົ້າ ໄດ້ດີໃຈທີ່ເວົ້າວ່າ ເມື່ອຊູແອັດມີຄວາມຕ້ອງການຫຼາຍທີ່ສຸດ, ຫວຽດນາມ ໄດ້ສະແດງເປັນຄູ່ຮ່ວມມືທີ່ໜ້າເຊື່ອຖື ແລະ ເປັນເພື່ອນທີ່ຈິງໃຈ.

ທ ານນາງ ann mawe ເອກອ ກຄະລ ດຖະທ ດ ຊ ແອ ດ ໃນໄລຍະທ ຫຍ ງຍາກ ຈ ງຮ ວ າໃຜແມ ນໝ ເພ ອນຂອງຕ ນ ຫວຽດນາມ ໄດ້ມອບເຄື່ອງຊ່ວຍເຫຼືອປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ໃຫ້ແກ່ລັດຖະບານ ແລະ ປະຊາຊົນຊູແອັດ

ຍສໝ - ເມື່ອບໍ່ດົນມານີ້, ທ່ານ ໂຕແອງຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມອບເຄື່ອງຊ່ວຍເຫຼືອປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ຂອງລັດຖະບານ ແລະປະຊາຊົນຫວຽດນາມ ໃຫ້ແກ່ລັດຖະບານ ແລະປະຊາຊົນຊູແອັດ.

ທ ານນາງ ann mawe ເອກອ ກຄະລ ດຖະທ ດ ຊ ແອ ດ ໃນໄລຍະທ ຫຍ ງຍາກ ຈ ງຮ ວ າໃຜແມ ນໝ ເພ ອນຂອງຕ ນ ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນ ໃນການປ້ອງກັນການລະບາດພະຍາດ Covid-19

ຍສໝ - ໃນຕອນບ່າຍຂອງວັນທີ 17 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບ ທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດກູບາປະຈຳ ຫວຽດນາມ.

ທ ານນາງ ann mawe ເອກອ ກຄະລ ດຖະທ ດ ຊ ແອ ດ ໃນໄລຍະທ ຫຍ ງຍາກ ຈ ງຮ ວ າໃຜແມ ນໝ ເພ ອນຂອງຕ ນ ຫວຽດນາມ ພ້ອມແລ້ວທີ່ຈະສະໜອງບັນດາເຄື່ອງອຸປະກອນການແພດ ທີ່ຜະລິດຢູ່ປະເທດຫວຽດນາມ, ເພື່ອຮ່ວມມືກັບທົ່ວໂລກ ໃນການປ້ອງກັນການລະບາດພະຍາດ COVID-19

ຍສໝ - ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນວ່າ, ໃນຄວາມສາມາດຂອງຕົນ, ຫວຽດນາມ ຈະປະກອບສ່ວນເຂົ້າໃນຄວາມພະຍາຍາມ ແລະ ພ້ອມແລ້ວທີ່ຈະສະໜອງບັນດາເຄື່ອງອຸປະກອນການແພດ ທີ່ຜະລິດຢູ່ປະເທດຫວຽດນາມ, ເພື່ອຮ່ວມມືກັບທົ່ວໂລກ ໃນການປ້ອງກັນການລະບາດພະຍາດ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.