ຄະນະເອກອັກຄະລັດຖະທູດ,ຫົວໜ້າບັນດາອົງການຜູ້ຕາງໜ້າຫວຽດນາມປະຈຳຕ່າງປະເທດເຮັດວຽກຢູ່ແຂວງ ທ໊າຍງວຽນ

10:50 | 05/08/2020

ຍສໝ - ວັນທີ 04 ສິງຫາ, ຄະນະເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດອາຍຸການ 2020 – 2023 ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງ ທ໊າຍຫງວຽນ ກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ, ບັນດາບັນຫາຮ່ວມມືສາກົນຂອງທ້ອງຖິ່ນ. 

ຄະນະເອກອ ກຄະລ ດຖະທ ດ ຫ ວໜ າບ ນດາອ ງການຜ ຕາງໜ າຫວຽດນາມປະຈຳຕ າງປະເທດເຮ ດວຽກຢ ແຂວງ ທ າຍງວຽນ EVFTA ຈະນຳມາໃຫ້ບັນດາບໍລິສັດຂອງເອີລົບບັນດາໂອກາດສໍາຜັດກັບຕະຫຼາດຫາກໍ່ເກີດຂຶ້ນໃໝ່ ແລະສ້າງວຽກເຮັດງານທໍາໃຫ້ແກ່ຊາວເອີລົບ
ຄະນະເອກອ ກຄະລ ດຖະທ ດ ຫ ວໜ າບ ນດາອ ງການຜ ຕາງໜ າຫວຽດນາມປະຈຳຕ າງປະເທດເຮ ດວຽກຢ ແຂວງ ທ າຍງວຽນ ລາວ ຈະສືບຕໍ່ຄຽງບ່າຄຽງໄຫຼ່ພ້ອມກັບຫວຽດນາມ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະພັດທະນາການພົວພັນ ລາວ - ຫວຽດນາມ
ຄະນະເອກອ ກຄະລ ດຖະທ ດ ຫ ວໜ າບ ນດາອ ງການຜ ຕາງໜ າຫວຽດນາມປະຈຳຕ າງປະເທດເຮ ດວຽກຢ ແຂວງ ທ າຍງວຽນ
ທີ່ການເຮັດວຽກກັບການນຳແຂວງ ທ໊າຍຫງວຽນ.(ພາບ:ປະຕູເອເລັກໂຕຣນິກແຂວງ ທ໊າຍງວຽນ)

ປະຈຸບັນແຂວງ ທ໊າຍງວຽນ ກຳລັງສ້າງຕັ້ງ ແລະ ຮັກສາການພົວພັນທາງການທູດກັບບາງທ້ອງຖິ່ນໃນປະເທດຕ່າງໆທົ່ວໂລກເຊັ່ນ: ແຂວງ Gyeongsangbukdo (ສ.ເກົາຫຼີ), ແຂວງຫຼວງພະບາງ (ສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ, ນະຄອນ Linkoping (ປະເທດສະວີເດັນ). ໃນຊຸມປີມໍ່ໆມານີ້, ແຂວງດັ່ງກ່າວຍາມໃດກໍ່ສົ່ງເສີມບັນດາການເຄື່ອນໄຫວຂອງສະຫະພັນບັນດາອົງການມິດຕະພາບແຂວງ ທ໊າຍງວຽນ ແລະ ບັນດາສະມາຄົມມິດຕະພາບຊິກຄື: ຫວຽດນາມ - ລາວ, ຫວຽດນາມ - ສ.ເກົາຫຼີ, ຫວຽດນາມ - ລັດເຊຍ…; ຜ່ານນັ້ນຊຸກຍູ້ການເຊື່ອມຕໍ່, ການຮ່ວມມື, ການລົງທຶນພັດທະນາ, ການແລກປ່ຽນວັດທະນະທຳ, ໄດ້ຮັບຄວາມກ້າວໜ້າດ້ານວິທະຍາສາດ ແລະ ເຕັກນິກ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.

ໃນຂົງເຂດດຶງດູດການລົງທຶນຈາກຕ່າງປະເທດ, ໃນໄລຍະປີ 2016 - 2020, ແຂວງ ທ໊າຍງວຽນ ມີອົງການຈັດຕັ້ງ 43 ອົງການ ແລະບຸກຄົນຕ່າງປະເທດ ລົງທຶນໃນຮູບແບບການປະກອບທຶນ, ການຊື້ຫຸ້ນໃນວິສາຫະກິດ FDI ແລະ ວິສາຫະກິດພາຍໃນເຂດແຂວງ. ມາຮອດປະຈຸບັນ, ແຂວງມີ 155 ໂຄງການ FDI ດ້ວຍຍອດຈຳນວນທຶນຈົດທະບຽນຫຼາຍກ່ວາ 8,2 ຕື້ໂດລາສະຫະລັດ. ນອກຈາກນີ້, ປະຈຸບັນມີ 57 ອົງການທີ່ບໍ່ຂຶ້ນກັບລັດຖະບານທີ່ດຳເນີນງານໃນຂົງເຂດການພັດທະນາເສດຖະກິດ - ສັງຄົມ ສັງລວມ, ການກະສິກຳ ແລະ ການພັດທະນາຊົນນະບົດ, ການສຶກສາ, ການຮັກສາສຸຂະພາບ ແລະ ການປົກປ້ອງສັງຄົມ.

ແຂວງ ທ໊າຍງວຽນ ຮຽກຮ້ອງໃຫ້ກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ ແລະ ຫົວໜ້າບັນດາອົງການຜູ້ຕາງ ໜ້າຫວຽດນາມຢູ່ຕ່າງປະເທດ ມີການສະໜັບສະໜູນຢ່າງຕັ້ງໜ້າໃຫ້ແກ່ບັນດາວິສາຫະກິດຢູ່ແຂວງ ທ໊າຍງວຽນ ໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ, ຄົ້ນຄ້ວາຕະຫລາດ, ຊອກຫາຄູ່ຮ່ວມມື, ເປີດກວ້າງຕະຫລາດສົ່ງອອກສຳລັບສິນຄ້າທີ່ມີທ່າແຂງຂອງແຂວງເຊັ່ນຜະລິດຕະພັນຊາ, ໂລຫະ, ແຮ່ທາດ ແລະ ເຄື່ອງນຸ່ງ.

ທີ່ກອງປະຊຸມ, ບັນດາເອກອັກຄະລັດຖະທູດ, ຫົວໜ້າບັນດາອົງການຜູ້ຕາງໜ້າຫວຽດນາມປະຈຳຕ່າງປະເທດ ແລະ ຜູ້ຕາງໜ້າບັນດາພະແນກ, ຂະແໜງການ, ສະມາຄົມນັກທຸລະກິດຂອງແຂວງ ທ໊າຍຫງວຽນ ໄດ້ແລກປ່ຽນບັນດາບັນຫາຄື: ການເຊື່ອມຕໍ່ເພື່ອດຶງດູດການລົງທຶນ, ການຮ່ວມມືສາກົນລະຫວ່າງ ທ໊າຍຫງວຽນ ແລະ ປະເທດອື່ນໆ; ຊຸກຍູ້, ສົ່ງເສີມບັນດາໂຄງການທີ່ພວມປະຕິບັດຢູ່ ທ໊າຍຫງວຽນ; ດຶງດູດການລົງທຶນເຂົ້າໃນຂົງເຂດກະສິກຳ ເຕັກໂນໂລຢີສູງ ແລະ ການຮ່ວມມືດ້ານການສຶກສາ ແລະ ບໍາລຸງກໍ່ສ້າງ…

ຄະນະເອກອ ກຄະລ ດຖະທ ດ ຫ ວໜ າບ ນດາອ ງການຜ ຕາງໜ າຫວຽດນາມປະຈຳຕ າງປະເທດເຮ ດວຽກຢ ແຂວງ ທ າຍງວຽນ ຫວຽດນາມ ແມ່ນ “ດິນແດນແຫ່ງຄວາມຫວັງ” ສໍາລັບບັນດາວິສາຫະກິດຕ່າງປະເທດ

ຍສໝ - ບໍລິສັດສະໜອງບັນດາການບໍລິການຮັບສະໝັກບຸກຄະລາກອນລະດັບສູງຢູ່ຫວຽດນາມ ເນັ້ນໜັກວ່າ ເຖິງວ່າຕ້ອງຮັກສາກົງຈັກການຈັດຕັ້ງ, ບຸກຄະລາກອນໄວ້ຈົນສຸດຄວາມສາມາດຂອງຕົນກໍ່ຕາມ, ແຕ່ບັນດາວິສາຫະກິດຍີ່ປຸ່ນ ຍັງເລືອກເອົາຫວຽດນາມ ແມ່ນ “ດິນແດນແຫ່ງຄວາມຫວັງ”.

ຄະນະເອກອ ກຄະລ ດຖະທ ດ ຫ ວໜ າບ ນດາອ ງການຜ ຕາງໜ າຫວຽດນາມປະຈຳຕ າງປະເທດເຮ ດວຽກຢ ແຂວງ ທ າຍງວຽນ ນໍາສົ່ງພົນລະເມືອງຫວຽດນາມ ຈຳນວນເກືອບ 280 ຄົນຈາກເອີຣົບ ກັບຄືນປະເທດຢ່າງປອດໄພ

ຍສໝ - ໃນລະຫວ່າງແຕ່ວັນທີ 1 - 2 ສິງຫາ, ສະຖານທູດຫວຽດນາມ ປະຈຳ ຝລັ່ງ ໄດ້ປະສານສົມທົບກັບບັນດາອົງການຕົວແທນຂອງຫວຽດນາມຢູ່ເອີຣົບ ແລະ ອາຟຼິກກາ, ບັນດາອົງການທີ່ມີໜ້າທີ່ພາຍໃນປະເທດ, ສາຍການບິນແຫ່ງຊາດຫວຽດນາມ, ບັນດາອົງການທີ່ກ່ຽວຂ້ອງຂອງຝຣັ່ງ ໄດ້ຈັດຕັ້ງຖ້ຽວບິນດັ່ງກ່າວເພື່ອນຳເອົາພົນລະເມືອງຫວຽດນາມຈຳນວນ 280 ຄົນຈາກ 24 ປະເທດໃນເອີຣົບ ແລະ ອາຟຣິກກາກັບຄືນປະເທດຢ່າງປອດໄພ.

ຄະນະເອກອ ກຄະລ ດຖະທ ດ ຫ ວໜ າບ ນດາອ ງການຜ ຕາງໜ າຫວຽດນາມປະຈຳຕ າງປະເທດເຮ ດວຽກຢ ແຂວງ ທ າຍງວຽນ ສະຖານທູດຫວຽດນາມປະຈຳ ກຳປູເຈຍ ຢ້ຽມຢາມບັນດາຄອບຄົວຊາວຫວຽດນາມ ປະສົບສະພາບການທີ່ຫຍຸ້ງຍາກ

ຍສໝ - ຜູ້ຕາງໜ້າສະຖານທູດໄດ້ມອບອາຫານທີ່ຈຳເປັນໃຫ້ແກ່ພໍ່ແມ່ປະຊາຊົນ; ພ້ອມດຽວກັນນັ້ນກໍ່ໄດ້ແຈ້ງການມາໃຫ້ແກ່ພໍ່ແມ່ປະຊາຊົນກ່ຽວກັບການຕິດຕໍ່ພົວພັນກັບສາຂາສະມາຄົມໃນທ້ອງຖິ່ນ ແລະ ສະຖານທູດ ເພື່ອຂໍຄວາມຊ່ວຍເຫລືອໃນການປ່ຽນອາຊີບ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.