ຄະນະພະນັກງານເມືອງຄໍາເກີດ, ແຂວງບໍລິຄຳໄຊ ໄດ້ມາຢ້ຽມຢາມ ແລະອວຍພອນບຸນເຕັດພະນັກງານ, ປະຊາຊົນເມືອງຫວູກວາງ, ແຂວງຮ່າຕິ້ງ

16:30 | 18/01/2020

ຍສໝ - ຫວ່າງແລ້ວນີ້, ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດປີຊວດ 2020, ຄະນະພະນັກງານເມືອງຄໍາເກີດ, ແຂວງບໍລິຄຳໄຊ ໄດ້ມາຢ້ຽມຢາມ ແລະອວຍພອນບຸນເຕັດພະນັກງານ, ປະຊາຊົນເມືອງຫວູກວາງ, ແຂວງຮ່າຕິ້ງ (ຫວຽດນາມ).

ຄະນະພະນັກງານເມືອງຄໍາເກີດ, ແຂວງບໍລິຄຳໄຊ ໄດ້ມາຢ້ຽມຢາມ ແລະອວຍພອນບຸນເຕັດພະນັກງານ, ປະຊາຊົນເມືອງຫວູກວາງ, ແຂວງຮ່າຕິ້ງ

ການນໍາເມືອງຫວູກວາງ ຮັບຂອງຂວັນຈາກພະນັກງານ, ປະຊາຊົນເມືອງຄໍາເກີດ.(ພາບ: baohatinh.vn)

ເນື່ອງໃນໂອກາດນີ້, ພະນັກງານ ແລະປະຊາຊົນບັນດາເຜົ່າເມືອງຄຳເກີດ ອວຍພອນພະນັກງານ ແລະປະຊາຊົນເມືອງຫວູກວາງ ຕ້ອນຮັບບຸນປີໃໝ່ປະຈໍາຊາດຢ່າງມ່ວນຊື່ນ, ອົບອຸ່ນ, ມີຄວາມຜາສຸກ ແລະຢູ່ດີມີແຮງຈະເລີນຮັ່ງມີ, ປະສົບຜົນສໍາເລັດໃໝ່. ອວຍພອນອົງຄະນະພັກເມືອງຫວູກວາງ ສືບຕໍ່ຊີ້ນໍາ, ນໍາພາການປະຕິບັດບັນດາເປົ້າໝາຍ, ໜ້າທີ່ປີ 2020 ຢ່າງມີໄຊ, ພິເສດແມ່ນຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກເມືອງຫວູກວາງ ຄັ້ງທີ V ສຳເລັດຜົນ.

ທ່ານນາງ ຫງວຽນທິຮ່າເຕິນ ເລຂາຄະນະພັກເມືອງຫວູກວາງ ສະແດງຄວາມຂອບອົກຂອບໃຈຕໍ່ອາລົມຈິດອັນດີງາມເຊິ່ງພະນັກງານ ແລະປະຊາຊົນບັນດາເຜົ່າເມືອງຄຳເກີດ ສະຫງວນໃຫ້ພະນັກງານ ແລະປະຊາຊົນເມືອງຫວູກວາງ, ພ້ອມທັງປາດຖະໜາວ່າສອງເມືອງຫວູກວາງ - ຄໍາເກີດ ນັບມື້ນັບຮັດແໜ້ນນໍ້າໃຈສາມັກຄີ...

(ໄຊພອນ)

ເຫດການ
302 Found

Found

The document has moved here.