ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມກອງປະຊຸມ ສະພາວັດທະນະທໍາອາຊີ ຄັ້ງທີ 2 ຜ່ານວີດີໂອທາງໄກ

17:25 | 28/03/2021

ໃນວັນທີ 19 ມີນາ 2021 ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະ ຊຸມສະພາ ວັດທະນະທຳອາຊີ (Asian Cultural Council ຫລື ACC) ຄັ້ງທີ 2, ເຊິ່ງຮ່ວມກັນຈັດຂຶ້ນໂດຍ ສະພາວັດ ທະນະທໍາອາຊີ ແລະ ອົງການພັກ ການເມືອງໃນອາຊີ (ICAPP ໄອແຄັບ).

ຄະນະຜ ແທນພ ກ ປປ ລາວ ເຂ າຮ ວມກອງປະຊ ມ ສະພາວ ດທະນະທ າອາຊ ຄ ງທ 2 ຜ ານວ ດ ໂອທາງໄກ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XI
ຄະນະຜ ແທນພ ກ ປປ ລາວ ເຂ າຮ ວມກອງປະຊ ມ ສະພາວ ດທະນະທ າອາຊ ຄ ງທ 2 ຜ ານວ ດ ໂອທາງໄກ ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ຕ່າງປະເທດອາຊຽນວົງແຄບ ແບບທາງໄກ
ຄະນະຜ ແທນພ ກ ປປ ລາວ ເຂ າຮ ວມກອງປະຊ ມ ສະພາວ ດທະນະທ າອາຊ ຄ ງທ 2 ຜ ານວ ດ ໂອທາງໄກ
ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມກອງປະຊຸມ ສະພາວັດທະນະທໍາອາຊີ ຄັ້ງທີ 2 ຜ່ານວີດີໂອທາງໄກ

ກອງປະຊຸມໃນຄັ້ງນີ້, ຈັດຂຶ້ນພາຍໃຕ້ຫົວຂໍ້ຕົ້ນຕໍ: “ການນຳໃຊ້ກຳລັງແຮງ ຂອງວັດທະນະທຳ ແລະ ນະວັດຕະກຳ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ ໃນໄລຍະໂຄວິດ-19 ແລະ ຫລັງໂຄວິດ-19” “Harnessing Culture and Innovation for Shared Prosperity During Covid-19 and Beyond” ແລະ 2 ຫົວຂໍ້ຍ່ອຍ ຄື: “ການລົງທຶນເຂົ້າ ໃນວັດທະນະທຳ ແລະ ຄວາມຄິດສ້າງສັນ ເພື່ອການເຕີບໂຕຮອບດ້ານ ແລະ “ການສົ່ງເສີມສາຍພົວພັນ ວັດທະນະທຳ-ນະວັດຕະກຳ”. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້, ມີຜູ້ແທນຈາກ 26 ພັກການເມືອງ ທີ່ມາຈາກ 19 ປະເທດໃນອາຊີ, ຜູ້ຕາງໜ້າ ຈາກອົງການອຸຍແນັດສະໂກ (UNESCO), ຫ້ອງການປະສານງານ ໂຄງການຂອງ ສປຊ (UNOPS) ແລະ ສະຖາບັນວິ ໄສທັດອາຊີ.

ໃນກອງປະຊຸມດັ່ງກ່າວ, ສະຫາຍ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະ ພົວພັນຕ່າງປະເທດ ສູນກາງພັກ, ຫົວໜ້າຄະນະຜູ້ແທນພັກ ປປ ລາວ ໄດ້ປະກອບຄຳເຫັນ ໂດຍໄດ້ຕີລາຄາສູງ ແລະ ຊົມ ເຊີຍຕໍ່ການເປັນເຈົ້າພາບ ຮ່ວມຈັດກອງປະຊຸມດັ່ງກ່າວ, ຂອງສະພາວັດທະນະທໍາອາຊີ ແລະ ອົງການພັກ ການເມືອງໃນອາຊີ (ICAPP ໄອແຄັບ) ແລະ ໄດ້ ຍົກໃຫ້ເຫັນເຖິງການ ໃຫ້ຄວາມສຳຄັນຂອງ ພັກ ປປ ລາວ ແລະ ລັດຖະບານ ສປປ ລາວ ຕໍ່ວຽກງານ ວັດທະນະທໍາ, ໂດຍໄດ້ຖືການພັດທະນາ ເສດຖະກິດ-ສັງຄົມ ຕ້ອງໄປຄຽງຄູ່ກັບ ການພັດທະນາການສຶກສາ, ວັດທະນະທໍາ-ສັງຄົມ; ການພັດ ທະນາດ້ານວັດຖຸ ໄປຄຽງຄູ່ກັບ ການພັດທະນາ ດ້ານຈິດໃຈ; ຖືເອົາວັດທະນະທໍາ ເປັນເປົ້າໝາຍ, ເປັນພະລັງແຮງ ຂອງການພັດທະນາ ຢ່າງກົມກຽມ ແລະ ຍືນຍົງ; ປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆທີ່ເໝາະສົມ ເພື່ອສົ່ງເສີມວັດທະນະທໍາ ອັນດີງາມຂອງປະຊາຊົນ ບັນດາເຜົ່າໃນທົ່ວປະເທດ ລວມທັງວິຖີຊີວິດ, ສະຖານທີ່ທາງວັດທະນະທໍາ, ສິ່ງປະດິດສ້າງ ທາງວັດທະນະທໍາ; ສຸມໃສ່ພັດທະນາ ວຽກງານຖະແຫລງຂ່າວ ແລະ ວັດທະນະທໍາ ໃຫ້ຮັບປະກັນທັງ ທາງດ້ານປະລິມານ ແລະ ຄຸນນະພາບ; ກໍ່ສ້າງບຸກຄະລາກອນ ທີ່ມີຄວາມຮູ້ຄວາມສາມາດ ທາງດ້ານວັດທະນະທໍາ ເພື່ອຖ່າຍທອດຄວາມຮູ້ ໃຫ້ແກ່ປະຊາຊົນຢ່າງເປັນລະບົບ; ປຸກລະດົມ ແລະ ຍົກສູງຄ່ານິຍົມ ຂອງສັງຄົມລາວ ຕໍ່ວັດທະນະທໍາຂອງຊາດ ແລະ ຖືເອົາວັດທະນະທໍາ ເປັນໜຶ່ງໃນປັດໄຈ ແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສັງຄົມ; ປັບປຸງດ້ານເນື້ອໃນ ສື່ໂຄສະນາ ຂ່າວສານໃຫ້ມີຄຸນນະພາບສູງຂຶ້ນ ແລະ ທັງມີ ຄວາມວ່ອງໄວກວ່າເກົ່າ ດ້ວຍການນໍາໃຊ້ສື່ສິ່ງພິມ, ສື່ອີເລັກໂຕຼນິກ ແລະ ສື່ອອນລາຍຕ່າງໆ. ພັກ ແລະ ລັດ ສປປ ລາວ ໄດ້ດຳເນີນໂຄງການ ສ້າງບ້ານວັດທະນະທໍາ ແລະ ຄອບຄົວວັດທະນະທໍາ ຢ່າງເປັນຂະບວນການ ແລະ ບັນລຸໝາກຜົນ ເບື້ອງຕົ້ນເປັນຢ່າງດີ ເຊິ່ງມາຮອດທ້າຍປີ 2020 ສາມາດບັນລຸໄດ້ 9 ແສນກວ່າຄອບ ຄົວວັດທະນະທໍາ ແລະ 6 ພັນກວ່າບ້ານວັດທະນະທໍາ. ນອກຈາກນີ້, ຍັງໄດ້ເອົາໃຈໃສ່ໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ ທາງວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດຢ່າງກົມກຽວ ເພື່ອການພັດທະນາ ຢ່າງຮອບດ້ານ ແລະ ຍືນຍົງ.

ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໄດ້ຮັບຮອງເອົາຖະແຫລງ ການພະນົມເປັນ ກ່ຽວກັບ ການຮ່ວມມືວັດທະນະທໍາ ແລະ ນະວັດຕະກໍາ ເພື່ອຄວາມຈະເລີນ ຮຸ່ງເຮືອງຮ່ວມກັນ ໃນໄລຍະໂຄວິດ-19 ແລະ ຫລັງໂຄວິດ-19, ເຊິ່ງມີເນື້ອໃນສໍາຄັນ ກ່ຽວກັບການສົ່ງເສີມ ການຮ່ວມມືສາກົນ ແລະ ການຮ່ວມມື ທີ່ເປັນຮູບປະທໍາ ໃນຂະແໜງ ການວັດທະນະທໍາ ເປັນຕົ້ນແມ່ນ ການເປັນຄູ່ຮ່ວມມື ລັດ-ເອກະຊົນ-ປະຊາຊົນ ກໍ່ຄື ການຮ່ວມມືໃນກອບສອງຝ່າຍ ແລະ ຫລາຍຝ່າຍ ກ່ຽວກັບວຽກງານ ວັດທະນະທໍາ ເພື່ອສົ່ງເສີມການພັດທະນາ ທີ່ອີງໃສ່ວັດທະນະທຳ, ການເຊື່ອມໂຍງ ລະຫວ່າງ ວັດທະນະທໍາ ແລະ ນະວັດຕະກຳ ແລະ ການພັດທະນາ ທີ່ຖືປະຊາຊາຊົນ ເປັນໃຈກາງ; ຮຽກຮ້ອງໃຫ້ທຸກພັກການເມືອງ, ລັດຖະບານ, ພາກລັດ ແລະ ເອກະຊົນ ແລະ ອົງການສັງຄົມ ພົນລະເຮືອນ ສົ່ງເສີມການຄົ້ນຄວ້າ ແລະ ນຳໃຊ້ນະວັດຕະກໍາ ເຂົ້າໃນຂົງເຂດວັດທະນະທໍາ ແລະ ບັນດາຂະແໜງອຸດສະຫະກໍາຢ່າງສ້າງ ສັນ, ກໍານົດມາດຕະຖານ ແລະ ວິທີປະຕິບັດຕົວຈິງ ເພື່ອເຮັດໃຫ້ ທົ່ວສັງຄົມມີສ່ວນຮ່ວມ, ມີການເຕີບໂຕຢ່າງຮອບດ້ານ ແລະ ຍືນຍົງ.

ຄະນະຜ ແທນພ ກ ປປ ລາວ ເຂ າຮ ວມກອງປະຊ ມ ສະພາວ ດທະນະທ າອາຊ ຄ ງທ 2 ຜ ານວ ດ ໂອທາງໄກ ກອງປະຊຸມທາງອອນລາຍລັດຖະມົນຕີກະຊວງການຕ່າງປະເທດ ປະຈຳປີ ລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ຄັ້ງທີ 2

ຍ​ສ​ໝ - ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມື, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາກົນໄກ, ເວທີປາໄສພາກພື້ນ ແລະ ສາກົນເປັນຕົ້ນແມ່ນ ສປຊ, ອາຊຽນ/ EAS, ອະນຸພາກພື້ນແມ່ນ້ຳຂອງ…

ຄະນະຜ ແທນພ ກ ປປ ລາວ ເຂ າຮ ວມກອງປະຊ ມ ສະພາວ ດທະນະທ າອາຊ ຄ ງທ 2 ຜ ານວ ດ ໂອທາງໄກ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມ ກ່ຽວກັບການປ່ອຍເງິນລົງທຶນ ODA

ຕອນເຊົ້າວັນທີ 29 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມທາງອອນລາຍທົ່ວປະເທດ ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ກ່ຽວກັບສະພາບການປະຕິບັດ, ການປ່ອຍເງິນລົງທຶນໃຫ້ແກ່ ບັນດາໂຄງການ, ລາຍການລົງທຶນຮ່ວມມືພັດທະນາຢ່າງເປັນທາງການ (ODA), ທຶນກູ້ຢຶມບຸລິມະສິດຈາກຕ່າງປະເທດ.

ຄະນະຜ ແທນພ ກ ປປ ລາວ ເຂ າຮ ວມກອງປະຊ ມ ສະພາວ ດທະນະທ າອາຊ ຄ ງທ 2 ຜ ານວ ດ ໂອທາງໄກ ຫວຽດນາມ ໜູນຊ່ວຍມຽນມາ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຄັ້ງທີ 2

ຍສໝ - ມຽນມາ ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລັດຖະບານ ຫວຽດນາມ ທີ່ໄດ້ໜູນຊ່ວຍ ມຽນມາ ຢ່າງທັນການໃນເວລາປະສົບກັບຄວາມຫຍຸ້ງຍາກຍ້ອນຂາດເຂີນອຸປະກອນການແພດ.

kpl.gov.la

ເຫດການ
302 Found

Found

The document has moved here.