ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມະການປະຈຳ ICAPP ຄັ້ງທີ 34

17:01 | 27/11/2020

ຍສໝ - ຄະນະຜູ້ແທນພັກກອມມູນິດຫວຽດນາມ ໄດ້ນຳພາໂດຍທ່ານ ຫງວຽນແມັ້ງເກືອງ - ຮອງຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງ, ກຳມະການຄະນະປະຈຳ ICAPP ທີ່ໄດ້ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກອງປະຊຸມ.

ຫວຽດນາມ ໄດ ເຂ າຮ ວມກອງປະຊ ມຄະນະກຳມະການປະຈຳ icapp ຄ ງທ 34 ຫວຽດນາມ - ສະຫະລັດອາເມລິກາ: ການເຈລະຈານະໂຍບາຍປ້ອງກັນຊາດ
ຫວຽດນາມ ໄດ ເຂ າຮ ວມກອງປະຊ ມຄະນະກຳມະການປະຈຳ icapp ຄ ງທ 34 ໂມຊຳບິກ ໄດ້ສະແດງຄວາມຍ້ອງຍໍຫວຽດນາມ ເປັນສະມາຊິກບໍ່ປະຈໍາການຂອງສະພາຄວາມໝັ້ນຄົງ

ໃນວັນທີ 25 ພະຈິກ, ຄະນະກຳມະການປະຈຳ ຂອງກອງປະຊຸມສາກົນບັນດາພັກການເມືອງອາຊີ (ICAPP) ໄດ້ຈັດກອງປະຊຸມຄັ້ງທີ 34 ດ້ວຍຮູບແບບຖ່າຍທອດສົດ ໂດຍມີການເຂົ້າຮ່ວມຂອງ 30 ພັກການເມືອງຈາກບັນດາປະເທດອາຊີ.

ຫວຽດນາມ ໄດ ເຂ າຮ ວມກອງປະຊ ມຄະນະກຳມະການປະຈຳ icapp ຄ ງທ 34
ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມະການປະຈຳ ICAPP ຄັ້ງທີ 34. (ພາບ: vietnamplus)

ກອງປະຊຸມ ໄດ້ຕີລາຄາສູງບັນດາກິດຈະກຳຂອງ ICAPP ໃນປີ 2020 ໄດ້ປະກອບສ່ວນເຂົ້າ ໃນການສົ່ງເສີມຄວາມສາມັກຄີ, ການຮ່ວມມື, ແລະ ການແລກປ່ຽນປະສົບການລະຫວ່າງບັນດາພັກການເມືອງ ໃນການຕອບໂຕ້ຕໍ່ການລະບາດຂອງພະຍາດ COVID-19; ສຸມໃສ່ປຶກສາຫາລືແນວທາງບັນດາການເຄື່ອນໄຫວໃຫຍ່ ຂອງ ICAPP ໃນໄລຍະຈະມາເຖິງ, ໂດຍສະເພາະ ແມ່ນການກະກຽມໃຫ້ແກ່ກອງປະຊຸມຄົບຄະນະຄັ້ງທີ 11 ຂອງ ICAPP; ພິທີສະເຫຼີມສະຫຼອງຄົບຮອບ 20 ປີຂອງວັນສ້າງຕັ້ງ ICAPP, ການຮ່ວມມືປ້ອງກັນການລະບາດຂອງພະຍາດ COVID-19 ແລະ ການເປີດກວ້າງການຮ່ວມມື ລະຫວ່າງບັນດາພັກການເມືອງອາຊີ ແລະ ພັກການເມືອງຕ່າງໆໃນເອີຣົບ, ອາເມລິກາເໜືອ, ອາເມລິກາລາຕິນ ແລະ ອາຟຣິກາ.

ຄະນະຜູ້ແທນພັກກອມມູນິດຫວຽດນາມ ໄດ້ນຳພາໂດຍທ່ານ ຫງວຽນແມັ້ງເກືອງ - ຮອງຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງ, ກຳມະການຄະນະປະຈຳ ICAPP ທີ່ໄດ້ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກອງປະຊຸມ.

ກອງປະຊຸມສາກົນບັນດາພັກການເມືອງອາຊີ ໄດ້ຮັບການສ້າງຕັ້ງຂື້ນ ໃນເດືອນກັນຍາປີ 2000 ໂດຍມີຈຸດປະສົງ ເພື່ອຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືລະຫວ່າງບັນດາພັກການເມືອງຕ່າງໆໃນອາຊີ ທີ່ມີແນວຄິດອຸດົມການແຕກຕ່າງກັນ.

ພາຍຫຼັງ 20 ປີແຫ່ງການສ້າງຕັ້ງ, ICAPP ນັບມື້ນັບຢືນຢັນບົດບາດຂອງຕົນ ໃນການຊຸກຍູ້ການຮ່ວມມືໃນພາກພື້ນ ໂດຍຜ່ານບົດບາດພິເສດຂອງບັນດາພັກການເມືອງ.

ຫວຽດນາມ ໄດ ເຂ າຮ ວມກອງປະຊ ມຄະນະກຳມະການປະຈຳ icapp ຄ ງທ 34 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ໂອ້ລົມທາງໂທລະສັບ ກັບທ່ານລັດຖະມົນຕີການຕ່າງປະເທດ ສາທາລະນະລັດອັງໂກລາ

ຍສໝ - ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບ ທ່ານ Téte António - ລັດຖະມົນຕີການຕ່າງປະເທດອັງໂກລາ ເພື່ອປຶກສາຫາລືກ່ຽວກັບການຮ່ວມມື ແລະ ການປະສານງານສອງຝ່າຍໃນບັນດາເວທີປາໄສຫຼາຍຝ່າຍ.

ຫວຽດນາມ ໄດ ເຂ າຮ ວມກອງປະຊ ມຄະນະກຳມະການປະຈຳ icapp ຄ ງທ 34 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໂອ້ລົມກັບ ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen

ຍສໝ - ນາຍົກລັດຖະມົນຕີສອງທ່ານ ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ບັນດາບາດກ້າວທີ່ຕັ້ງໜ້າ ໃນການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ກຳປູເຈຍ ໃນຊຸມປີຜ່ານມາ.

ຫວຽດນາມ ໄດ ເຂ າຮ ວມກອງປະຊ ມຄະນະກຳມະການປະຈຳ icapp ຄ ງທ 34 VUFO ໄດ້ມອບຫຼຽນກາລະນຶກໃຫ້ແກ່ ທ່ານນາງ Lianys Torres Rivera ເອກອັກຄະລັດຖະທູດ ກູບາ ປະຈຳຫວຽດນາມ

ຍສໝ - ທ່ານນາງ ຫງວຽນເຟືອງງາ ໄດ້ຫວັງວ່າ ບໍ່ວ່າໃນຖານະຕຳແໜ່ງໃດກໍ່ຕາມ, ທ່ານນາງເອກອັກຄະລັດຖະທູດ Lianys Torres Rivera ກໍ່ມີການປະກອບສ່ວນຢ່າງຕັ້ງໜ້າ ຕໍ່ການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສອງປະເທດຫວຽດນາມ ແລະ ກູບາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.