ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານຊົມເຊີຍມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ

06:07 | 23/03/2021

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ (22-3-1955/22-3-2021), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານຊົມເຊີຍມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.

ຄະນະບ ລ ຫານງານສ ນກາງພ ກກອມມ ນ ດຫວຽດນາມ ໄດ ສ ງສານຊ ມເຊ ຍມາຍ ງຄະນະບ ລ ຫານງານສ ນກາງພ ກປະຊາຊ ນປະຕ ວ ດລາວ ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມສະພາວັດທະນະທຳອາຊີ
ຄະນະບ ລ ຫານງານສ ນກາງພ ກກອມມ ນ ດຫວຽດນາມ ໄດ ສ ງສານຊ ມເຊ ຍມາຍ ງຄະນະບ ລ ຫານງານສ ນກາງພ ກປະຊາຊ ນປະຕ ວ ດລາວ ຫວຽດ​ນາມ: ວັນທີ 22 ມີນາ ແມ່ນວັນທີ 4 ຢ່າງລຽດຕິດ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນ
ຄະນະບ ລ ຫານງານສ ນກາງພ ກກອມມ ນ ດຫວຽດນາມ ໄດ ສ ງສານຊ ມເຊ ຍມາຍ ງຄະນະບ ລ ຫານງານສ ນກາງພ ກປະຊາຊ ນປະຕ ວ ດລາວ
ທ່ານ ຫງວຽນຝູຈ້ອງ ແລະ ທ່ານ ທອງລຸນ ສີສຸລິດ. ພາບ:congly.vn

ເນື້ອໃນສານ ມີຕອນຂຽນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບພັກ, ລັດ ແລະ ປະຊາຊົນ ລາວ ອະນຸລັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ, ນຳມາເຊິ່ງສິດຜົນປະໂຫຍດໃຫ້ແກ່ປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ພັກກອມມູນິດຫວຽດນາມ ແລະປະຊາຊົນຫວຽດນາມ ມີຄວາມປິຕິຊົມຊື່ນທີ່ສຸດຕໍ່ບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ ເຊິ່ງ ພັກປະຊາຊົນປະຕິວັດ ລາວ ແລະປະຊາຊົນລາວ ອ້າຍນ້ອງຍາດມາໄດ້ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ກໍ່ຄືກິດຈະການປ່ຽນແປງໃໝ່, ປົກປັກຮັກສາ ແລະສ້າງສາປະເທດຊາດໃນປະຈຸບັນ. ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ເຄົາລົບນັບຖື ແລະຈົດຈຳການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລ້ຳຄ່າ, ສຸດຈິດສຸດໃຈ ແລະມີປະສິດທິຜົນ ເຊິ່ງ ພັກ, ລັດ ແລະປະຊາຊົນລາວ ອ້າຍນ້ອງໄດ້ສະຫງວນໃຫ້ພັກ, ລັດ ແລະປະຊາຊົນຫວຽດນາມ ໃນຕະຫຼອດໄລຍະຜ່ານມາ.

ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງແນວແນ່ວ່າ ໂດຍສືບທອດມູນເຊື້ອຂອງຮຸ້ນຕ່າງໆ, ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະເທດລາວ ແລະປະຊາຊົນລາວ ອ້າຍນ້ອງຈະສືບຕໍ່ຍາດໄດ້ບັນດາຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າໃນກິດຈະການປ່ຽນແປງໃໝ່, ປະຕິບັດບັນດາເປົ້າໝາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢ່າງມີໄຊ; ສ້າງສາປະເທດລາວ ແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນຕາມເປົ້າໝາຍສັງຄົມນິຍົມໃຫ້ປະສົບຜົນສຳເລັດ.

ເນື່ອງໃນໂອກາດນີ້, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ສົ່ງກະເຊົ້າດອກໄມ້ອວຍພອນທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ນາຍົກລັດຖະມົນຕີລາວ. ຄະນະພົວພັນຕ່າງປະເທດສູນກາງ ພັກກອມມູນິດ ຫວຽດນາມ ໄດ້ສົ່ງສານອວຍພອນໄປຍັງຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິບັດ ລາວ ແລະ ຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງ ພັກກອມມູນິດ ຫວຽດນາມ ກໍໄດ້ໄປອວຍພອນສະຖານທູດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ປະຈຳ ຫວຽດນາມ.

ຄະນະບ ລ ຫານງານສ ນກາງພ ກກອມມ ນ ດຫວຽດນາມ ໄດ ສ ງສານຊ ມເຊ ຍມາຍ ງຄະນະບ ລ ຫານງານສ ນກາງພ ກປະຊາຊ ນປະຕ ວ ດລາວ ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ແມ່ນຫຼັກຖານຕົວຈິງ, ປະກອບສ່ວນສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນທີ່ສະໜິດຕິດພັນລະຫວ່າງສອງປະເທດຫວຽດນາມ ແລະລາວ

ຍສໝ - ໂຄງການກໍ່ສ້າງຫໍສະພາແຫ່ງຊາດ ແມ່ນການສືບທອດມູນເຊື້ອມິດຕະພາບແບບພິເສດລະຫວ່າງຫວຽດນາມ ແລະລາວ ໃນໄລຍະໃໝ່, ໄລຍະກໍ່ສ້າງ ແລະພັດທະນາຂອງທັງສອງປະເທດ.

ຄະນະບ ລ ຫານງານສ ນກາງພ ກກອມມ ນ ດຫວຽດນາມ ໄດ ສ ງສານຊ ມເຊ ຍມາຍ ງຄະນະບ ລ ຫານງານສ ນກາງພ ກປະຊາຊ ນປະຕ ວ ດລາວ ພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 3 ກຽມພ້ອມທີ່ຈະເດີນທາງໄປປະຕິບັດໜ້າທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້

ຍສໝ - ການປະກອບສ່ວນຂອງຫວຽດນາມ ສຳລັບບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ໄດ້ຮັບການຕີລາຄາສູງຈາກປະຊາຄົມ ສາກົນ, ບັນດາຄະນະປະຕິບັດງານຂອງ ສປຊ ແລະບັນດາອົງການຈັດຕັ້ງສາກົນ...

ຄະນະບ ລ ຫານງານສ ນກາງພ ກກອມມ ນ ດຫວຽດນາມ ໄດ ສ ງສານຊ ມເຊ ຍມາຍ ງຄະນະບ ລ ຫານງານສ ນກາງພ ກປະຊາຊ ນປະຕ ວ ດລາວ ໃນເຄິ່ງຕົ້ນເດືອນມີນາ, ຍອດມູນຄ່າສົ່ງອອກ-ນໍາເຂົ້າສິນຄ້າຂອງຫວຽດນາມ ບັນລຸ 13,3 ຕື້ໂດລາສະຫະລັດ

ຍສໝ - ບາງປະເພດສິນຄ້າສົ່ງອອກທີ່ເພີ່ມຂຶ້ນແຮງເປັນຕົ້ນຄື: ເຄື່ອງຈັກ, ເຄື່ອງອາໄຫຼ່; ຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ ແລະເຄື່ອງອາໄຫຼ່.

ໄຊພອນ

ເຫດການ
302 Found

Found

The document has moved here.