ຄະນະກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ Army Games 2020

16:30 | 10/08/2020

ຍສໝ - ເຂົ້າຮ່ວມ Army Games 2020 ແມ່ນການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດທີ່ສໍາຄັນຂອງຫວຽດນາມ, ປະກອບສ່ວນໂຄສະນາຮູບພາບ, ປະເທດຊາດ, ຊາວຫວຽດນາມ ແລະກອງທັບປະຊາຊົນຫວຽດນາມ ຕໍ່ກັບເພື່ອນມິດສາກົນ.

ຄະນະກອງທ ບປະຊາຊ ນຫວຽດນາມ ເຂ າຮ ວມ army games 2020 ລັດຖະບານຫວຽດນາມ ຍັງຮັກສາເປົ້າໝາຍຄວບຄູ່ເພື່ອໃຫ້ບັນດານັກລົງທຶນອິນເດຍ ມີຄວາມອຸ່ນອ່ຽນໃຈສຳລັບກາລະໂອກາດທຳມາຫາກິນຢູ່ຫວຽດນາມ
ຄະນະກອງທ ບປະຊາຊ ນຫວຽດນາມ ເຂ າຮ ວມ army games 2020 ຄະນະຜູ້ແທນຫວຽດນາມ ປະຈໍາ ສະຫະປະຊາຊາດໄດ້ສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນຄົບຮອບ 53 ປີ
ຄະນະກອງທ ບປະຊາຊ ນຫວຽດນາມ ເຂ າຮ ວມ army games 2020
ຄະນະກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ Army Games 2020 (ພາບ: qdnd.vn)

ເພື່ອກະກຽມໃສ່ Army Games 2020, ບັນດາທີມ, ນັກກິລາຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ລະດົມກໍາລັງໃຈຈາກການນໍາ, ຜູ້ບັນຊາການທຸກຂັ້ນ, ໄດ້ຮັບຄວາມເຊື່ອໝັ້ນ, ຄວາມມຸ່ງຫວັງຈາກບັນດາອົງການ, ກົມກອງ ແລະພະນັກງານ, ນັກຮົບແຕ່ລະຄົນ. ນີ້ແມ່ນກໍໍາລັງຜັກດັນຢ່າງແຮງເພື່ອໃຫ້ບັນດາສະມາຊິກມີຄວາມສາມັກຄີ, ຜ່ານຜ່າທຸກຄວາມຫຍຸ້ງຍາກໃນການຝຶກຊ້ອມ, ກະກຽມຢ່າງລອບຄອບຖີ່ຖ້ວນໃຫ້ແກ່ການແຂ່ງຂັນກັບເພື່ອນມິດສາກົນ. ສິ່ງເຫຼົ່ານັ້ນໄດ້ສະແດງອອກໃນການຕັດສິນໃຈ ແລະການກະທໍາ, ວຽກງານຂອງບັນດາທີມ, ນັກກິລາຢູ່ສະໜາມຝຶກຊ້ອມຕ່າງໆໃນຫຼາຍເດືອນຜ່ານມາ.

ນອກຈາກບັນດາເນື້ອໃນຍິງປືນ, ໂຍນໝາກແຕກ, ຜ່ານຜ່າຮົ້ວກີດຂວາງແລ້ວ, ບັນດານັກກິລາຍັງຕ້ອງເຄື່ອນຍ້າຍທະຫານເສຍອົງຄະ, ນໍາສົ່ງທະຫານເສຍອົງຄະຜ່ານແມ່ນໍ້າ, ຮຳບາດແຜ, ປະຖົມພະຍາບານຢູ່ສະໜາມຮົບ... ຮຽກຮ້ອງທັງດ້ານວິຊາການສູງ ແລະກໍາລັງກາຍທີ່ດີ. ບັນດາສະມາຊິກໃນທີມໄດ້ມານະພະຍາຍາມທົບ 2 ເທົ່າ, 3 ເທົ່າເພື່ອປະຕິບັດໃຫ້ສໍາເລັດຄາດໝາຍບົດຝຶກຊ້ອມທີ່ວາງອອກ. ສຳລັບທີມເຄມີສາດແລ້ວ, ນອກຈາກຄວາມຕັດສິນໃຈສູງທາງດ້ານວິຊາການແລ້ວ, ພະນັກງານ, ນັກຮົບຍັງຕ້ອງຄົ້ນຄວ້າ, ມີຫຼາຍຂໍ້ລິເລີ່ມ, ປັບປຸງເຕັກນິກ ເພື່ອຮັບປະກັນການປະກອບຍຸດໂທປະກອນຂອງການແຂ່ງຂັນ; ໃນວິວັດການຝຶກຊ້ອມ, ທາງທີມຍັງໄດ້ສະເໜີເພີ່ມຄວາມຍາກຕື່ມອີກ ເພື່ອສ້າງສິ່ງທ້າທາຍຕໍ່ຕົນເອງ.

ຕອນບ່າຍວັນທີ 6 ສິງຫາ, ທີ່ມະຫາວິທະຍາໄລສິລະປະວັດທະນະທໍາກອງທັບ, ທ່ານພົນໂທ ຫງວຽນຈ້ອງເຫງຍ, ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງ ໄດ້ເປັນປະທານກອງປະຊຸມລາຍງານການກວດຜ່ານ ແລະມອບໜ້າທີ່ໃຫ້ທີມສິລະປະວັດທະນະທໍາໄປເຂົ້າຮ່ວມງານແຂ່ງຂັນການທະຫານສາກົນ (Army Games) 2020. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈ້ອງເຫງຍ ໄດ້ຍ້ອງຍໍຊົມເຊີຍຈິດໃຈເປັນເຈົ້າການ, ແກ້ໄຂຄວາມຫຍຸ້ງຍາກ, ມີຄວາມຮັບຜິດຊອບສູງຂອງບັນດາສະມາຊິກໃນທີມສິລະປະວັດທະນະທໍາ, ພ້ອມທັງເນັ້ນໜັກວ່າໜ້າທີ່ໄປເຂົ້າຮ່ວມ Army Games 2020 ທີ່ມີຄວາມໝາຍສໍາຄັນຍິ່ງ. ທ່ານພົນໂທ ຫງວຽນຈ້ອງເຫງຍ ຮຽກຮ້ອງໃຫ້ບັນດາສະມາຊິກໃນທີມປະຕິບັດວຽກງານກະກຽມໃນທຸກດ້ານໃຫ້ເປັນຢ່າງດີ, ຈັດຕັ້ງການເຂົ້າຮ່ວມງານມະໂຫລານ ແລະບັນດາການເຄື່ອນໄຫວພົບປະແລກປ່ຽນສິລະປະວັດທະນະທໍາໃຫ້ສົມກັບການພົວພັນຮ່ວມມືດ້ານປ້ອງກັນຊາດ, ສອດຄ່ອງກັບງານແຂ່ງຂັນການທະຫານ, ສ້າງຄວາມປະທັບໃຈອັນດີງາມກ່ຽວກັບຮູບພາບກອງທັບປະຊາຊົນຫວຽດນາມ ຕໍ່ເພື່ອນມິດສາກົນ.

ຕອນບ່າຍວັນທີ 7 ສິງຫາ, ກອງປະຊຸມຜັນຂະຫຍາຍໜ້າທີ່ໃຫ້ຄະນະກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມງານແຂ່ງຂັນການທະຫານສາກົນ (Army Games) ປີ 2020 ໂດຍສະຫະພັນລັດເຊຍ ຈັດຕັ້ງໄດ້ດໍາເນີນຢູ່ສູນຝຶກແອບການທະຫານມຽວມົນ (ຮ່າໂນ້ຍ). ທ່ານພົນຕີ ຫງວຽນວັນເຫງຍ ຮອງຫົວໜ້າກົມໃຫຍ່ເສນາທິການ ເຂົ້າຮ່ວມ ແລະກ່າວຄຳເຫັນຊີ້ນໍາທີ່ກອງປະຊຸມ. ທ່ານພົນຕີ ຫງວຽນວັນເຫງຍ ຕີລາຄາສູງການປະສານສົມທົບລະຫວ່າງບັນດາກົມກອງ; ຮຽກຮ້ອງບັນດາທີມປະຕິບັດວຽກງານກະກຽມທຸກດ້ານເປັນຢ່າງດີກ່ອນວັນອອກເດີນທາງເຂົ້າຮ່ວມ Army Games ກໍ່ຄືຮັກສາຄວາມປອດໄພໃຫ້ຄົນ ແລະວັດຖຸຢ່າງເດັດຂາດ. ທ່ານພົນຕີ ຫງວຽນວັນເຫງຍ ເນັ້ນໜັັກວ່າ ບັນດາສະມາຊິກຄວນປະສານສົມທົບກັນຢ່າງແໜ້ນແຟ້ນ, ສາມັກຄີ, ໜູນຊ່ວຍເຊິ່ງກັນ ແລະກັນ, ເປັນເຈົ້າການປະດິດສ້າງ, ຮັກສາສຸຂະພາບໃຫ້ດີເພື່ອປະຕິບັດບັນດາລາຍການແຂ່ງຂັນໃຫ້ບັນລຸຜົນງານສູງສຸດ.

ຄະນະກອງທ ບປະຊາຊ ນຫວຽດນາມ ເຂ າຮ ວມ army games 2020 ນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 270 ຄົນ ຈາກປະເທດ ໄຊປຣັດ ແລະ ອາຣັບບີ ຊາອູດິດ ກັບຄືນປະເທດຢ່າງປອດໄພ

ຍສໝ - ໃນລະຫວ່າງ ແຕ່ວັນທີ 8-9 ສິງຫາ, ອົງການທີ່ມີໜ້າທີ່, ສະຖານທູດຫວຽດນາມປະຈຳ ອີຕາລີ ພ້ອມກັນປະເທດ ໄຊປຣັດ, ສະຖານທູດຫວຽດນາມປະຈຳ ອາຣັບບີ ຊາອູດິດ ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບອົງການທີ່ມີໜ້າທີ່ຂອງປະເທດປະຈຳຖິ່ນ ເພື່ອນຳສົ່ງພົນລະເມືອງຫວຽດນາມຈຳນວນ 270 ຄົນ ກັບຄືນປະເທດຢ່າງປອດໄພ.

ຄະນະກອງທ ບປະຊາຊ ນຫວຽດນາມ ເຂ າຮ ວມ army games 2020 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ອາຊຽນ ແມ່ນກຳລັງຫຼັກແຫຼ່ງ ໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ

ຍສໝ - ໃນວັນທີ 8 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ອອກຖະແຫຼງການ ເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).

ຄະນະກອງທ ບປະຊາຊ ນຫວຽດນາມ ເຂ າຮ ວມ army games 2020 ອົງການ AMRO ຄາດຄະເນວ່າ, ເສດຖະກິດຫວຽດນາມຈະເຕີບໂຕທາງບວກໃນປີ 2020

ຍສໝ - ເມື່ອບໍ່ດົນມານີ້, ຫວຽດນາມ ໄດ້ຄາດວ່າຈະຢູ່ໃນກຸ່ມ 5 ປະເທດມີພື້ນຖານເສດຖະກິດ ຈະປະສົບກັບຄວາມເຕີບໂຕ, ຄຽງຄູ່ກັບບັນດາປະເທດ, ເຊັ່ນ: ຈີນ, ບຣູໄນ, ລາວ, ແລະ ມຽນມາ.

ໄຊພອນ

ເຫດການ
302 Found

Found

The document has moved here.