ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ນັບມື້ນັບພັດທະນາໃນທຸກຂົງເຂດ

10:39 | 09/07/2020

ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະ ຄະນະຜູ້ແທນລັດຖະບານລາວ ໄດ້ໄປຢ້ຽມຊົມບັບດາຮູບແບບດຶງດູດການລົງທຶນ, ກໍ່ສ້າງເຂດອຸດສາຫະກຳຂອງຫວຽດນາມ; ທາບທາມບົດຮຽນຂອງຫວຽດນາມ ໃນການຟື້ນຟູການຜະລິດ-ດຳເນີນທຸລະກິດ, ການທ່ອງທ່ຽວ...

ການຮ ວມມ ຮອບດ ານລະຫວ າງຫວຽດນາມ ລາວ ນ ບມ ນ ບພ ດທະນາໃນທ ກຂ ງເຂດ ຍີ່​ປຸ່ນ ແລະ ຫວຽດ​ນາມ ​ຈະ​ຮ່ວມ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແມ່​ນ້ຳ​ຂອງ - ຍີ່​ປຸ່ນ​ຄັ້ງ​ທີ 13
ການຮ ວມມ ຮອບດ ານລະຫວ າງຫວຽດນາມ ລາວ ນ ບມ ນ ບພ ດທະນາໃນທ ກຂ ງເຂດ ຊາວຫວຽດນາມຢູ່ເຢຍລະມັນ ມອບຜ້າອັດປາກ 900 ອັນ ເພື່ອຊ່ວຍເຫຼືອປະຊາຊົນນະຄອນ Berlin ຕ້ານ COVID-19
ການຮ ວມມ ຮອບດ ານລະຫວ າງຫວຽດນາມ ລາວ ນ ບມ ນ ບພ ດທະນາໃນທ ກຂ ງເຂດ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ກ່າວຄຳເຫັນທີ່ການເຮັດວຽກຢູ່ເຂດອຸດສາຫະກຳດ້ຽນນາມ-ດ້ຽນງອັກ ຢູ່ແຂວງກວາງນາມ. (ພາບ: TTXVN)

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະຄະນະຜູ້ແທນລັດຖະບານລາວ ໄດ້ຢ້ຽມຢາມເຂດອຸດສາຫະກຳດ້ຽນນາມ-ດ້ຽນງອັກ ຢູ່ແຂວງກວາງນາມ, ທາບທາມບົດຮຽນຮູບແບບພັດທະນາເສດຖະກິດ, ສັງຄົມຢູ່ໂຮ້ຍອານ. ຝ່າຍ ລາວ ເອົາໃຈໃສ່ທີ່ສຸດເຖິງການຊອກຮູ້ບົດຮຽນຂອງຫວຽດນາມ ກ່ຽວກັບການດຶງດູດການລົງທຶນຈາກຕ່າງປະເທດ; ເນັ້ນໜັກຄວາມສຳຄັນຂອງການຮ່ວມມືທ້ອງຖິ່ນ ແລະບັນດາທ້ອງຖິ່ນຂອງສອງປະເທດຄວນສືບຕໍ່ຮັກສາ ແລະເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນກວ່າອີກ, ໜູນຊ່ວຍເຊິ່ງກັນ ແລະກັນໃນທຸກດ້ານ.

ໃນ ວັນທີ 6 ກໍລະກົດ, ທ່ານ ຫງວຽນແທງຟອງ, ກໍາມະການສູນກາງພັກ, ຮອງເລຂາຄະນະພັກນະຄອນ, ປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ຕ້ອນຮັບຄະນະຜູ້ແທນສະຖານທູດ ລາວ ນໍາໂດຍທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາຫວຽດນາມ ເນື່ອງໃນໂອກາດໄປຢ້ຽມຢາມນະຄອນ ໂຮ່ຈີມິນ. ທີ່ການຕ້ອນຮັບ, ທ່ານ ຫງວຽນແທງຟອງ ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ນັບມື້ນັບພັດທະນາໃນທຸກຂົງເຂດ. ຫວຽດນາມ ແມ່ນໜຶ່ງໃນ 3 ນັກລົງທຶນໃຫຍ່ສຸດຢູ່ ລາວ, ເຊິ່ງໄດ້ປະກອບສ່ວນຊຸກຍູ້ການພົວພັນເສດຖະກິດ, ການຄ້າລະຫວ່າງສອງປະເທດ.

ການຮ ວມມ ຮອບດ ານລະຫວ າງຫວຽດນາມ ລາວ ນ ບມ ນ ບພ ດທະນາໃນທ ກຂ ງເຂດ
ທ່ານ ຫງວຽນແທງຟອງ ປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ລາວ ປະຈໍາຫວຽດນາມ. (ພາບ: ຢຸ້ງເຟືອງ)

ໃນໄລຍະຈະມາເຖິງນະຄອນໂຮ່ຈີມິນ ຈະຜັນຂະຫຍາຍບັນດາໂຄງການຮ່ວມມືກັບບັນດາທ້ອງຖິ່ນຂອງລາວຕື່ມອີກ ຄື ໂຄງການລ້ຽງງົວໃຫ້ຊີ້ນຂອງນະຄອນຫຼວງວຽງຈັນ, ຈັດຕັ້ງງານຕະຫຼາດນັດການຄ້າ-ການທ່ອງທ່ຽວ; ນອກຈາກນັ້ນ, ພະແນກພົວພັນຕ່າງປະເທດນະຄອນໂຮ່ຈີມິນ ກໍາລັງກະກຽມບັນດາໂຄງການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ ໃນໄລຍະ 2021-2025, ພິເສດແມ່ນບັນດາທ້ອງຖິ່ນແຮກສ່ຽວກັບນະຄອນໂຮ່ຈີມິນ ຄື ຈໍາປາສັກ ແລະວຽງຈັນ.

ສ່ວນ ທ່ານ ແສງເພັດ ຮຸ່ງບຸນຍວງ ໃຫ້ຮູ້ວ່າສອງປະເທດຈະສືບຕໍ່ຜັນຂະຫຍາຍບັນດາໂຄງການຂອງຄະນະກໍາມະການລະຫວ່າງລັດຖະບານລາວ - ຫວຽດນາມ ຢູ່ກອງປະຊຸມຄັ້ງທີ 42, ໃນນັ້ນມີການຮ່ວມມືຕ້ານພະຍາດໂຄວິດ-19, ເປີດດ່ານສາກົນ ແລະບັນດາຖ້ຽວບິນລະຫວ່າງ ລາວ - ຫວຽດນາມ ຍິ່ງໄວກໍ່ຍິ່ງດີ, ຕອບສະໜອງຄວາມຕ້ອງການຂອງປະຊາຊົນສອງປະເທດ, ນໍາມາເຊິ່ງຜົນປະໂຫຍດທາງດ້ານການລົງທຶນ ແລະການຄ້າກໍຄື ວັດທະນະທໍາ, ການສຶກສາ.

ການຮ ວມມ ຮອບດ ານລະຫວ າງຫວຽດນາມ ລາວ ນ ບມ ນ ບພ ດທະນາໃນທ ກຂ ງເຂດ
ທ່ານ ເຈິ່ນວັນນາມ ເລຂາພັກແຂວງບິ່ງເຢືອງ ຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດລາວ ປະຈໍາຫວຽດນາມ.(ພາບ: binhduong.gov.vn)

ໃນວັນທີ 7 ກໍລະກົດ, ຢູ່ແຂວງບິ່ງເຢືອງ, ທ່ານ ເຈິ່ນວັນນາມ, ເລຂາພັກແຂວງບິ່ງເຢືອງ ໄດ້ໃຫ້ການຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາຫວຽດນາມ. ທີ່ການຕ້ອນຮັບ, ສອງຝ່າຍໄດ້ຜັນຂະຫຍາຍບັນດາໂຄງການລົງທຶນປູກຕົ້ນຢາງພາລາ, ກໍ່ສ້າງລະບົບໂຮງງານປຸງແຕ່ງຢາງພາລາ. ຄຽງຂ້າງນັ້ນ, ແຂວງບິ່ງເຢືອງຍັງຕັ້ງໜ້າເຂົ້າຮ່ວມກິດຈະກໍາເຄື່ອນໄຫວທາງສັງຄົມຢູ່ແຂວງຈໍາປາສັກ ແລະບັນດາແຂວງໃກ້ຄຽງຕື່ມອີກ. ແຕ່ລະປີ, ແຂວງບິ່ງເຢືອງ ກໍ່ຈັດຕັ້ງການບໍາລຸງສ້າງ ແລະສະໜອງທຶນການສຶກສາໃຫ້ແກ່ນັກສຶກສາຂອງແຂວງຈໍາປາສັກ.

ແຂວງຄຳມ່ວນຂອງລາວ ພວມສົມທົບກັບແຂວງຮ່າຕີ໋ງ ຍູ້ໄວການກະກຽມເພື່ອລົງມືກໍ່ສ້າງໂຄງການກໍ່ສ້າງລະບົບຊົນລະປະທານຢູ່ເມືອງໜອງບົກ ເຊິ່ງແມ່ນເຂດດິນແດນທີ່ປະທານໂຮ່ຈີມິນ ເຄີຍມີການເຄື່ອນໄຫວປະຕິວັດໃນຊຸມປີໄປຊອກຫາເສັ້ນທາງກູ້ຊາດ. ໂຄງການ “ກໍ່ສ້າງລະບົບຊົນລະປະທານຢູ່ເມືອງໜອງບົກ, ແຂວງຄຳມ່ວນ” ໂດຍແຂວງຮ່າຕີ໋ງ ເປັນເຈົ້າຂອງລົງທຶນດ້ວຍແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ ທີ່ສະຫງວນໃຫ້ລັດຖະບານລາວ.

ການຮ ວມມ ຮອບດ ານລະຫວ າງຫວຽດນາມ ລາວ ນ ບມ ນ ບພ ດທະນາໃນທ ກຂ ງເຂດ
ການນໍາແຂວງຮ່າຕີ໋ງ ກວດກາການອອກແບບໂຄງການກໍ່ສ້າງຊົນລະປະທານຢູ່ເມືອງໜອງບົກ, ລາວ.(ພາບ: vov.vn)

ໂຄງການລວມມີກິດຈະກຳຕົ້ນຕໍຄື ປ້ອມສູບນໍ້າ, ລະບົບຄອງເໝືອງ, ສົມທົບກັບລະບົບກັນເຈື່ອນຕອນຝັ່ງແມ່ນ້ຳຂອງໄຫຼຜ່ານບ້ານຊຽງວາງ, ເມືອງໜອງບົກ, ດ້ວຍຍອດເງິນລົງທຶນທັງໝົດເກືອບ 300 ຕື້ດົ່ງ. ໂຄງການກໍ່ສ້າງດັ່ງກ່າວໄດ້ຮັບຄວາມຫວັງວ່າຈະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຫຼາຍພໍສົມຄວນ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ.

ການຮ ວມມ ຮອບດ ານລະຫວ າງຫວຽດນາມ ລາວ ນ ບມ ນ ບພ ດທະນາໃນທ ກຂ ງເຂດ ຫວຽດນາມ ໄດ້ຊ່ວຍເຫຼືອປະເທດລາວ ກໍ່ສ້າງສູນປ້ອງກັນ ແລະ ສະກັດກັ້ນພະຍາດໄຂ້ຍຸງ

ຍສໝ - ເມື່ອບໍ່ດົນມານີ້, ທ່ານຫງວຽນດັ່ງຮຸ່ງ - ກົງສຸນໃຫຍ່ຫວຽດນາມປະຈຳແຂວງຫຼວງພະບາງ ແລະ ທ່ານເພັດທະວອນ ໂພນສະຫວັນ - ເລຂາ, ເຈົ້າແຂວງຫຼວງນ້ຳທາ ໄດ້ເປັນສັກຂີພະຍານພິທີເຊັນສັນຍາໂຄງການຮ່ວມມືກໍ່ສ້າງສູນປ້ອງກັນ ແລະ ປິ່ນປົວພະຍາດໄຂ້ຍຸງທີ່ໂຮງໝໍແຂວງຫຼວງນ້ຳທາ.

ການຮ ວມມ ຮອບດ ານລະຫວ າງຫວຽດນາມ ລາວ ນ ບມ ນ ບພ ດທະນາໃນທ ກຂ ງເຂດ ໂລກໄດ້ຢັ້ງຢືນມີຈຳນວນຜູ້ຕິດເຊື້ອພະຍາດ Covid - 19 ກ່ວາ 11,7 ລ້ານຄົນ, ໃນນັ້ນມີ 540.000 ຄົນເສຍຊີວິດ

ຍສໝ - ອາເມລິກາແມ່ນປະເທດຖືກຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 3 ລ້ານຄົນ ແລະ ມີ ກ່ວາ 132.000 ຄົນເສຍຊີວິດ.ມາ​ຮອດວັນ​ທີ 7 ກໍລະກົດ 2020 ນີ້, ລາວ ຍັງ​ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ເພີ່ມ​ຂຶ້ນ​ເປັນ​ມື້​ທີ 86 ຂະ​ນະ​ທີ່​ໃນ​ບັນດາກຸ່ມ​ປະ​ເທດ​ອາຊຽນ ມີ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ທັງໝົດ 162.966 ຄົນ ​ແລະ ​ເສຍ​ຊີວິດ 4.640 ...

ການຮ ວມມ ຮອບດ ານລະຫວ າງຫວຽດນາມ ລາວ ນ ບມ ນ ບພ ດທະນາໃນທ ກຂ ງເຂດ ທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວ

ຍສໝ - ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍຄໍາຊີ້ນໍາເປີດດ່ານຊາຍແດນຄືນໃໝ່...

ໄຊພອນ

ເຫດການ
302 Found

Found

The document has moved here.