ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ການ​ປ້ອງ​ກັນ​ຊາດ​ຄັ້ງ​ທີ 13 ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ

09:51 | 14/01/2021

ຍ​ສ​ໝ - ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ການ​ຮ່ວມ​ມືຢ່າງ​ມີ​ປະ​ສິດ​ທິ​ຜົນ, ພິ​ເສດ​ແມ່ນ​ໃນ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ຂັ້ນ​ສູງ​ທາງ​ອອນ​ລາຍ​ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ປະ​ເທດ​ໃນ​ວັນ​ທີ 21 ທັນ​ວາ 2020.  

ກວດ​ກາ​ຄືນ​ວຽກ​ງານ​ກະ​ກ​ຽມ​ໃຫ້​ແກ່ກອງ​ປະ​ຊຸມ ADMM – 14 ແລະ ADMM+ ຄັ້ງ​ທີ 7
ເພີ​່ມ​ທະ​ວີ​ກາ​ນ່​ຮວມ​ມື​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່​ນ
ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ການ​ປ້ອງ​ກັນ​ຊາດ​ຄັ້ງ​ທີ 13 ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ
ການ​ໂອ້​ລົມ​ສົ​ນ​ທະ​ນາ​​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 13 ຕາມ​ຮູບ​ການ​ທາງ​ອອນ​ລາຍ ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ (ພາບ: TTXVN)

ວັນ​ທີ 12 ມັງ​ກອນ, ຕາມ​ຂໍ້​ຕົກ​ລົງ​ລະ​ຫວາງ​ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ​ສອງ​ປະ​ເທດ, ທ່ານ​ພົນ​ໂທ ຫງວຽນ​ຈິ​ວິ້ງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ທ່ານ Ajay Kumar ເລ​ຂາ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອິນ​ເດຍ ເປັນ​ປະ​ທານ​ຮ່ວມ​ການ​ໂອ້​ລົມ​ສົ​ນ​ທະ​ນາ​​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 13 ຕາມ​ຮູບ​ການ​ທາງ​ອອນ​ລາຍ.

ກ່ຽວ​ກັບ​ໝາກ​ຜົນ​ໃນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ສອງ​ຝ່າຍ, ສອງ​ຝ່າຍ​ຖື​ວ່າ, ເຖິງວ່າ​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແຕ່​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ​ສອງ​ປະ​ເທດ​ຍັງ​ຮັກ​ສາ ແລະ ພັດ​ທະ​ນາ.

ສອງ​ຝ່າຍ​ໄດ້​ປະ​ຕິ​ບັດ​ບັນ​ດາ​ເອ​ກະ​ສານ​ໄດ້​ລົງ​ນາມ​ແລ້ວກໍ່​ຄື​ບັນ​ດາ​ຂໍ້​ຕົກ​ລົງ​ຂອງ​ການ​ນຳ​ສອງ​ປະ​ເທດ, ກະ​ຊວງ​ປ້ອງ​ກັນ​ຊາດ​ສອງ​ປະ​ເທດ​ຢ່າງ​ເຂັ້ມ​ງວດ.

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ການ​ຮ່ວມ​ມືຢ່າງ​ມີ​ປະ​ສິດ​ທິ​ຜົນ, ພິ​ເສດ​ແມ່ນ​ໃນ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ຂັ້ນ​ສູງ​ທາງ​ອອນ​ລາຍ​ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ປະ​ເທດ​ໃນ​ວັນ​ທີ 21 ທັນ​ວາ 2020.

ສອງ​ຝ່າຍ​ໄດ້​ຕີ​ລາ​ຄາ​ສູງ​ການ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ແຜນ​ການ​ທີ່​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ ແລ​ກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຄື​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ໄລ​ຍະຫຼັງ​ໂລກ​ລະ​ບາດ​ໂຄວິດ - 19.

ກ່ຽວ​ກັບ​ທິດ​ນຳ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພິ​ເສດ​ແມ່ນ​ໝາກ​ຜົນ​ການ​ເຈ​ລະ​ຈາ​ທາງ​ອອນ​ລາຍ​ລະ​ຫວ່າງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ສອງ​ປະ​ເທດ​ໃນ​ວັນ​ທີ 21 ທັນ​ວາ 2020 ແລະ ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ​ໃນ​ວັນ​ທີ 27 ພະ​ຈິກ 2020, ເມື່ອ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ຮັບ​ກາ​ນ​ຄວບ​ຄຸມ, ສອງ​ຝ່າ​ຍ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ຄະ​ນະ​ຜູ້​ທຸກ​ຂັ້ນ, ບຳ​ລຸງ​ສ້າງ​ພະ​ນັກ​ງານ, ການ​ຮ່ວ​ມື​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ, ຮັກ​ສາ​ສັນ​ຕິ​ພາບ​ສ​ປ​ຊ, ການ​ຮ່ວມ​ມື​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ…

ກ່ອນ​ໜ້າ​ນັ້ນ, ທ່ານ​ພົນ​ໂທ ຫງວຽນ​ຈີ໊ວິງ ແລະ ອຸ​ປະ​ທຸດ​ຊົ່ວ​ຄາວ ສ​ະ​ຖານ​ທູດ​ອິນ​ເດຍ ປະ​ຈຳ​ຫວຽດ​ນາມ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ຕັດ​ຜ້າ​ແຖບ​ເປີດ​ສະຫຼອງ​ສູນ​ເຕັກ​ໂນ​ໂລ​ຢີ ຂໍ້​ມູນ​ຂ່າວ​ສານ ພາ​ສາ​ຕ່າງ​ປະ​ເທດ​ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ຖະ​ແຫຼງ​ຂ່າວ​ຕິດ​ຕໍ່​ພົວ​ພັນ ດ້ວຍ​ການ​ເປັນ​ສັກ​ຂີ​ພະ​ຍານ​ຂອງ​ທ່ານ​ເລ​ຂາ​ກະ​ຊວງ​ປ້ອງ​ກັ​ນ​ຊາດ ອິນ​ເດຍ ຕາມ​ຮູບ​ການ​ທາງ​ອອນ​ລາຍ.

ເພີ່ມ​ທະ​ວີ​ກຳ​ລັງ​ຄວບ​ຄຸມ, ປ້ອງ​ກັນ​ຊາຍ​ແດນ​ເພື່ອ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ​ໂຄ​ວິດ - 19

ຍ​ສ​ໝ - ພະ​ນັກ​ງານ, ຄູ່​ອາ​ຈານ, ນັກ​ສຳ​ມະ​ນາ​ກອນ​ຕ້ອງ​ປະ​ຕິ​ບັດ​ກົດ​ລະບຽບ, ກົດ​ໝາຍ, ຂໍ້​ກຳ​ນົດ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ວິ​ວັດ​ຂະ​ບວນ​ການ​ໃນ​ການ​ແກ້​ໄຂ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາ​ດ​ໂຄວິດ - 19 ຢ່າງ​ເຂັ້ມ​ງວດ, ຮັບ​ປະ​ກັນ​ຄວາມ​ປອ​ດ​ໄພ​ຢ່າງ​ສິ​ນ​ເຊິ່ງ​ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ໜ້າ​ທີ່ ແລະ ຕ້ອງ​ແມ່ນ​ຜູ້​ໂຄ​ສະ​ນາ​ທີ່​ດີ ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ກ່ຽວ​ກັບ​ຊາຍ​ແດນ, ຜືນ​ແຜ່ນ​ດິນ ແລະ ຜົ​ນ​ຮ້າຍ​ຈ​າກ​ໂລກ​ລະ​ບາດ​ໂຄວິດ - 19.

ມອບ​ໃບ​ຢັ້ງ​ຢືນ​ສຳ​ເລັດ​ຊຸດ​ຝຶກ​ອົບ​ຮົມ​ພາ​ສາ​ລາວ​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮຽນ​ວິ​ທະ​ຍາ​ຊາດ ​ທະ​ຫານປ້ອງ​ກັນ​ຊາຍ​ແດນ

ຍ​ສ​ໝ - ໃນ 30 ມື້, ບັນ​ດາ​ນັກ​ສຳ​ມະ​ນາ​ກອນ ບໍ່​ພຽງ​ແຕ່​ໄດ້ຮຽນ​ພາ​ສາ​ລາວ ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຊອກ​ຮູ້​​ຄວາມ​ຮູ້ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ສັງ​ຄົມ​ຂ​ອງ​ປະ​ເທດ​ລາວ. ຕາມ​ໝາກ​ຜົນ​ຂອງ​ການ​ເສັງ​ທ້າຍ​ຊຸດ​ຝຶກ​ອົບ​ຮົມ, ມີ ນັກ​ສຳ​ມະ​ນາ​ກອນ 43 ຄົນ​ລ້ວນ​ແຕ່​ໄດ້​ຮັບ​ໃບ​ຢ້ງ​ຢືນ​ໃນ​ນັ້ນ ມີ ນັກ​ສຳ​ມະ​ນາ​ກອນເກັ່ງ 5 ຄົນ.

ສານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ເນື່ອງ​ໃນ​ໂອ​ກາດ​ວັນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາ​ດ​ສາ​ກົນ

ຍສໝ - ຫວຽດນາມ ເຊື່ອໝັ້ນວ່າ, ປະຊາຄົມສາກົນ ຈະເສີມຂະຫຍາຍເຈດຈຳນົງ ແລະ ກຳລັງແຮງຂອງປະຊາຊົນແຕ່ລະປະເທດ ກໍຄືຄວາມສາມັກຄີ, ການຮ່ວມມືສາກົນຢ່າງແຮງ ເພື່ອພ້ອມກັນຜ່ານຜ່າສິ່ງທ້າທາຍ ແລະ ສ້າງອະນາຄົດອັນດີງາມກວ່າໃຫ້ແຕ່ລະປະເທດ ແລະ ປະຊາຊົນແຕ່ລະຄົນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.