Vietjet ພົບບັນຫາຢ່າງຕໍ່ເນື່ອງ ຜູ້ແທນສະພາແຫ່ງຊາດ ສະເໜີ “ ບໍ່ແມ່ນຍ້ອນແຕ່ຜົນກຳໄລ ບໍ່ໃສ່ໃຈຕໍ່ຄວາມປອດໄພ”

09:44 | 31/05/2019

ຍສໝ - ຕອນບ່າຍວັນທີ 30 ພຶດສະພາ, ຜູ້ແທນສະພາ ສືບຕໍ່ການປຶກສາຫາລື ກ່ຽວກັບສະພາບການເສດຖະກິດ-ສັງຄົມ. ຜູ້ແທນສະພາ ແຂວງອາຢາງ ສະຫາຍ ໂດນ ຕ໋ວນ ຟອງ ສະແດງຄວາມເປັນຫ່ວງ ກ່ຽກັບບັນຫາ ຄວາມປອດໄພ ຂອງສາຍການບິນໃນປະຈຸບັນ ພາຍຫຼັງພົບຄວວາມຂັດຂໍ້ຢ່າງຕໍ່ເນື່ອງ, ພິເສດແມ່ນ ສາຍການບິນ Vietjet

Vietjet ພົບບັນຫາຢ່າງຕໍ່ເນື່ອງ ຜູ້ແທນສະພາແຫ່ງຊາດ ສະເໜີ “ ບໍ່ແມ່ນຍ້ອນແຕ່ຜົນກຳໄລ ບໍ່ໃສ່ໃຈຕໍ່ຄວາມປອດໄພ”

ຕົນຍົນ Vietjet ຕົກອອກຈາກຍົນ ວັນທີ 29 ພະຈິກ ຢູ່ ສະໜາມບິນ ບວນມາທ້ວດ.

ສະຫາຍ ໂດນ ຕ໋ວນ ຟອງ ໄດ້ກ່າວວ່າ: ໃນເມື່ອມໍ່ໆມານີ້ ມີບັນຫາດ້ານຄວາມປອດໄພສາຍການບິນ ເປັນຕົ້ນແມ່ນ ຕີນຍົນຫຼຸດ ແລະ ລົງຈອດແບບບໍ່ມີລໍ້; ຍົນລົງຈອດໃນເສັ້ນທາງບິນທີ່ບໍ່ທັນແລ້ວ; ຍົນຕີນແຕກ; ຍົນປີກຫຫຼຸດ, ເກີດຂື້ນ ແລະ ມີຄວາມຖີ່ເພີ່ມຂື້ນ.

ຜູ້ແທນແຂວງອາຢາງ ໄດ້ຍົກຂື້ນມາຈຳນວນ 7 ເຫດການທີ່ພົບບັນຫາຂອງ ສາຍການບິນ Vietjet ໃນໄລຍະເວລາ 3 ເດືອນ ທ້າຍປີ 2018. ພາຍຫັຼງ ລັດຖະບານຊີ້ນຳ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ເຂັ້ມງວດ, ຕັກເຕືອນ ສາຍການບິນ Vietjet ທີ່ປະໃຫ້ເກີດເຫດການທີ່ເປັນອັນຕະລາຍຕໍ່ຄວາມປອດໄພຂອງການບິນ, ພ້ອມກັນນັ້ນ ກໍ່ຮຽກຮ້ອງໄປເຖິງ ກົມການບິນ ນຳໃຊ້ກົດລະບຽບການຄຸ້ມຄອງພິເສດຕໍ່ກັບ ບໍລິສັດນີ້.

Vietjet ພົບບັນຫາຢ່າງຕໍ່ເນື່ອງ ຜູ້ແທນສະພາແຫ່ງຊາດ ສະເໜີ “ ບໍ່ແມ່ນຍ້ອນແຕ່ຜົນກຳໄລ ບໍ່ໃສ່ໃຈຕໍ່ຄວາມປອດໄພ”

ຜູ້ແທນສະພາ ໂດນ ຕ໋ວນ ຟອງ ທີ່ຫ້ອງປະຊຸມ.

“ແຕ່ເຖິງຢ່າງໃດກໍ່ຕາມ, ນັບແຕ່ນັ້ນມາຮອດປະຈຸບັນ VietJet ຍັງຄົງພົບບັນຫາຢູ່, ເມື່ອມໍ່ໆມານີ້ແມ່ນພົບບັນຫາຄືປີກຍົນເປ່ເພ ພາຍຫຼັງຍົນລົງຈອດ ຢູ່ ສະໜາມບິນ ກ໋າດບີ ໃນວັນທີ 25 ເມສາ 2019. ໂຊກດີທີ່ບໍ່ມີໃຜເປັນຫຍັງ, ແຕ່ໃນກໍລະນີທີ່ຍົນລົງຈອດແບບບໍ່ມີຕີນລໍ້ ຢູ່ສະໜາມບິນ ບວນມາທ້ວດ, ຜູ້ໂດຍສານຫຼາຍຄົນມີຄວາມຕົກໂມກຕົກໃຈ, ມີຫຼາຍຄົນໄດ້ຮັບບາດເຈັບ” ທ່ານ ຟອງ ກ່າວ.

ລະອຽດແມ່ນ, ກ່ອນໜ້ານີ້ ວັນທີ 25 ເມສາ ຖ້ຽວບິ ນ VJ722 ຈາກ ດ່າໜັງ ໄປ ຫ໋າຍຟ່ອງ ພາຍຫຼັງຍົນລົງຈອດ ຢູ່ ສະໜາມບິນ ກ໋າດບີ, ນັກບິນປະກົດເຫັນ ແລະ ຮຽກຮ້ອງໃຫ້ຊ່າງຍົນກວດກາເຕັກນິກປີກຍິນເບື້ອງຊ້າຍ. ພາຍຫຼັງການກວດກາ, ຊ່າງຍິນພົບວ່າຝາອັດປີກຊ້າຍ ເລກທີ 575AT ຊຳລຸດເສຍຫາຍ.

ວັນທີ 29 ພະຈິກ 2018, ຢູ່ ສະໜາມບິນ ບວນມາທ້ວດ ເຮືອບິນ ເລກທີ VJ356 ຈາກ ນະຄອນໂຮ່ຈີ໋ມິງ ບັນທຸກຜູ້ໂດຍສານ 207 ຄົນ ລົງຈອດໃນສະພາບທີ່ຍົນຂາດຄວາມສະຖຽນ, ເກີດສຽງດັງ. ການນຳຂອງກົມການບິນໄດ້ໃຫ້ຮູ້ວ່າ: ຕີນໜ້າຍົນຫຼຸດອອກຫ່າງຈາກເສັ້ນທາງບິນ 100 ມ. ຍົນໄຫຼໄປຕາມເສັ້ນທາງບິນຕື່ມອີກ 60-70ມ ໃນສະພາບທີຂາຄຳ້ໜ້າໄຖໄປກັບພື້ນ. ເຫັນການດັ່ງກ່າວ ເຮັດໃຫ້ຜູ້ໂດຍສານ ບາດເຈັບຕ້ອງໄດ້ຖຶກນຳຕົວສົ່ງໂຮງໝໍ.

ຜູ້ແທນຄິດວ່າ ບາງເຫດການອາດຈະທຳມະດາ, ແຕ່ບາງເຫດການແມ່ນມີຄວາມຮຸນແຮງ ອາດຈະຍ້ອນຄວາມຜິດພາດຂອງຄົນ ຫຼື ຍ້ອນຂັ້ນຕອນເຕັກນິກ.

“ສາຍການບິນລາຄາຖຶກໄດ້ສ້າງເງື່ອນໄຂເຂົ້າເຖິງໃຫ້ແກ່ປະຊາຊົນທົ່ວໄປຫຼາຍຂື້ນ, ແຕ່ບໍ່ແມ່ນຍ້ອນຜົນກຳໄລ ຈະປະລະຄວາມປອດໄພຕໍ່ກັບຜູ້ໂດຍສານບໍ່ໄດ້ຮັບຄວາມເອົາໃຈໃສ່ເທົ່າທີ່ຄວນ” ທ່ານ ຟອງ ເນັ້ນໜັກ.

ຕໍ່ກັບສະພາບການດັ່ງກ່າວນີ້, ຜູ້ແທນ ໂດນ ຕ໋ວນ ຟອງ ສະເໜີໃຫ້ລັດຖະບານ, ກະຊວງ ຄົມມະນາຄົມ ແລະ ຂົນສົ່ງເອົາໃຈໃສ່, ເພີ່ມທະວີ ກວດກາຄຸ້ມຄອງຄວາມປອດໄພການບິນເວົ້າລວມ ແລະ ບັນດາສາຍການບິນທີ່ກໍ່ໃຫ້ເກີດ ເຫດການອຸບັດຕິເຫດ ນາບຂູ່ຕໍ່ຄວາມປອດໄພການບິນ.

“ຖ້າບໍ່ຮັບປະກັນຄວາມປອດໄພ ແລະ ເກີດອຸປະຕິເຫດຕະຫຼອດ, ສະເໜີໃຫ້ມີມາດຕະການໜັກ ເພື່ອຕັກເຕືອນ, ກຳຫຼາບ, ເປີດເຜີຍຕໍ່ສັງຄົມ” ທ່ານ ຟອງ ໄດ້ປາໄສ.

Vietjet ພົບບັນຫາຢ່າງຕໍ່ເນື່ອງ ຜູ້ແທນສະພາແຫ່ງຊາດ ສະເໜີ “ ບໍ່ແມ່ນຍ້ອນແຕ່ຜົນກຳໄລ ບໍ່ໃສ່ໃຈຕໍ່ຄວາມປອດໄພ”

ດ່ານເກັບຄ່າທາງ BOT T2.

ຕ້ອງໄດ້ມີມາດຕະການແກ້ໄຂ ດ່ານເກັບຄ່າທາງ BOT T2

ສະຫາຍ ໂດນ ຕ໋ວນ ຟອງ ໄດ້ຍົກຄຳເຫັນກ່ຽວກັບ ດ່ານເກັບເງິນຄ່າທາງ (BOT) T2 ຕາມເສັ້ນທາງຫຼວງ 91. ທ່ານ ຟອງ ໄດ້ກ່າວວ່າ ການລົງທືນເປີດກວ້າງ ເສັ້ນທາງ 91 ແມ່ນມີຄວາມຈຳເປັນທີ່ສຸດ. ແຕ່ຕໍ່ກັບຄວາມຫຍຸ້ງຍາກຂອງ ດ່ານເກັບຄ່າທາງດັ່ງກ່າວນີ້, ທ່ານ ຟອງ ສະເໜີ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຕັ້ງໜ້າ ແລະ ຄົ້ນຄ້ວາວິທີການແກ້ໄຂຢ່າງເຂັ້ມງວດ.

ທ່ານ ຟອງ ສະເໜີ 2 ວິທີການແກ້ໄຂ: ໜຶ່ງ ພະຫະນະໃຊ້ບໍລິການຫຼາຍເທົ່າໃດກໍ່ຈ່າຍເງິນຊຳ່ນັ້ນ, ບໍ່ຈ່າຍເມື່ອບໍ່ໄດ້ໃຊ້ບໍລິການ ຫຼື ຈ່າຍຫຼາຍກວ່າລາຄາຄ່າບໍລິການ. ສອງ ແມ່ນຍ້າຍດ່ານເກັບຄ່າທາງ. “ຫ້ອງການ, ອົງການ, ວິສາຫະກິດ ໃດຕົກລົງຕິດຕັ້ງບໍ່ຖືກບ່ອນຕ້ອງໄດ້ຮັບຜິດຊອບ, ນັບທັງຄ່າເສຍຫາຍໃນການຍົກຍ້າຍ” ທ່ານ ຟອງ ກ່າວ.

ເຫດການ
302 Found

Found

The document has moved here.