ຍສໝ - ໂດຍກຳນົດພະລັງງານແມ່ນເສັ້ນເລືອດຂອງພື້ນຖານເສດຖະກິດ, ແມ່ນເສົາຄ້ຳຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຫວ່າງມໍ່ໆມານີ້ ຫວຽດນາມ ໄດ້ປະກາດໃຊ້ມະຕິສະບັບເລກທີ 70 – NQ/TW ຂອງສູນກາງ ວ່າດ້ວຍການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ ຮອດປີ 2030, ວິໄສທັດຮອດປີ 2045. ນີ້ແມ່ນບາດກ້າວຍຸດທະສາດ, ຕອບສະໜອງການຮັບປະກັນຄວາມໝັ້ນຄົງແບບໃໝ່ຂອງຍຸກສະໄໝຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ.
ຍສໝ - ໃນລະຫວ່າງວັນທີ 22-25 ກັນຍາ, ທ່ານ ຫງວຽນຈ້ອງເຫງ້ຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງ ໄປຢ້ຽມຢາມນິວຊີແລນ-ການຢ້ຽມຢາມຂັ້ນສູງຄັ້ງທໍາອິດ ພາຍຫຼັງທີ່ສອງປະເທດ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເປີດກວ້າງກາລະໂອກາດຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນຫຼາຍຂົງເຂດ.
ຍສໝ - ລາຍການສະແດງສິລະປະ “ນັກສຶກສາ ຫວຽດນາມ - ລາວ, ເອກອ້າງທະນົງໃຈສືບຕໍ່ກ້າວເດີນ” ໄດ້ດຳເນີນໃນຕອນຄ່ຳວັນທີ 20 ກັນຍາ, ຢູ່ສະໜາມຫຼວງ ຮູບປັ້ນ ໄຊຊະນະ ນຸ໊ຍບ່າ, ຕາແສງ ກາດຕຽນ, ແຂວງ ຢາຣາຍ.
ຍສໝ - ນີ້ແມ່ນຂໍ້ມູນໄດ້ຍົກອອກທີ່ພິທີປິດຊຸດອົບຮົມ “ວິທີສອນພາສາຫວຽດນາມ ໃຫ້ເດັກນ້ອຍຫວຽດນາມ ຢູ່ຕ່າງປະເທດ” ໂດຍກົງສູນໃຫຍ່ຫວຽດນາມ ປະຈຳ Fukuoka (ຍີ່ປຸ່ນ) ສົມທົບກັບເຄືອຂ່າຍສອນພາສາຫວຽດນາມ ແລະ ອະນຸລັກຮັກສາວັດທະນະທຳ ຫວຽດນາມ, ໂດຍມີການເຂົ້າຮ່ວມຂອງຄູອາຈານ 500 ກວ່າຄົນທີ່ມາຈາກ 30 ປະເທດ ແລະ ເຂດແຄວ້ນ.
ຍສໝ - Émilie Petitpas ແລະ Enora Richard-Mettay ສົມທົບກັບ ESI ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງຢູ່ ຝະລັ່ງ, ວາງອອກເປົ້າໝາຍລະດົມທຶນປະມານ 9.416 USD ແລະ ຈະໄດ້ສົ່ງໃຫ້ສູນເດັກກຳພ້າຢູ່ ຫວຽດນາມ.
ຍສໝ - ທ່ານເອກອັກຄະລັດຖະທູດ ບຸຍວັນຫງິ້ ຢືນຢັນວ່າ: ບຣາຊິນ ແມ່ນຄູ່ຮ່ວມມືໃຫຍ່ທີ່ສຸດຂອງຫວຽດນາມ ໃນ MERCOSUR ແລະ ການພົວພັນລະຫວ່າງ 2 ປະເທດໄດ້ມີບາດກ້າວທີ່ສຳຄັນຫຼາຍຢ່າງ.
ຍສໝ - ວັນທີ 17 ກັນຍາ 2025, ໃນພື້ນທີ່ສະໜິດສະໜົມ ແລະ ອົບອຸ່ນຢູ່ນະຄອນຫຼວງ Stockholm, ສະຖານທູດ ຫວຽດນາມ ປະຈຳ ຊູແອັດ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ດ້ວຍຫົວຂໍ້ວ່າ: “ມິດຕະພາບແບບຍືນຍົງ - ວັດທະນະທຳ ແລະ ອາຫານຫວຽດນາມ ປະການແຈ້ງ ຢູ່ຊູແອດ”.
ຍສໝ - ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອົດສະຕຣາລີ ຟ້າມຮຸງເຕີມ ແລ້ວ, ລາຍການເຄື່ອນໄຫວ 2024-2027 ລະຫວ່າງ ຫວຽດນາມ ແລະ ອົດສະຕຣາລີ ເພື່ອຜັນຂະຫຍາຍຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈະສຸມໃສ່ 6 ຂົງເຂດ.
ຍສໝ - ພິທີເປີດພາກຮຽນໃໝ່ທີ່ໂຮງຮຽນສອງພາສາ ລາວ–ຫວຽດນາມ ຫງວຽນຢູ ບໍ່ພຽງແຕ່ເປັນການໝາຍເຖິງການເລີ່ມຕົ້ນຂອງປີຮຽນໃໝ່, ແຕ່ຍັງເປັນສັນຍາລັກແຫ່ງມິດຕະພາບ, ຄວາມສາມັກຄີອັນພິເສດ, ຄວາມຮ່ວມມືຢ່າງຄົບຖ້ວນລະຫວ່າງສອງປະເທດ.
ຍສໝ - ກອງປະຊຸມສໍາມະນາ ແນໃສ່ຫັນບັນດາເປົ້າໝາຍທີ່ບັນລຸໄດ້ໃນກອງປະຊຸມຄັ້ງທີ 1 ຢູ່ ທ່າແຂກ (ຄຳມ່ວນ, ລາວ) ກ່ຽວກັບວິໄສທັດລວມ ແລະ 8 ເປົ້າໝາຍຮ່ວມມືຄຸ້ມຄອງຮອດປີ 2050 ໃຫ້ປະກົດຜົນເປັນຈິງ.
ຍສໝ - ວັນທີ 15 ກັນຍາ, ຢູ່ນະຄອນຫຼວງວຽງຈັນ (ລາວ), ທ່ານຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຫງວຽນຈຸງກ່ຽນ ພ້ອມກັບຄະນະປະຕິບັດງານໄດ້ເຮັດວຽກກັບສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ໄດ້ມີການພົບປະກັບປະຊາຄົມຊາວ ຫວຽດນາມ. ທ່ານເນັ້ນໜັກວ່າ ການພັດທະນາພາສາຫວຽດນາມ, ສຶກສາອົບຮົມລຸ້ນໜຸ່ມ ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີແມ່ນຈຸດສຸມໃນການສ້າງປະຊາຄົມເຂັ້ມແຂງ, ຕິດພັນກັບບ້ານເກີດເມືອງນອນ ແລະ ປະກອບສ່ວນເພີ່ມພູນຄູນສ້າງການພົວພັນແບບພິເສດຫວຽດນາມ - ລາວ.
ຍສໝ - ຄະນະປະຕິບັດງານສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ເລີມດົງ ຫາກໍ່ການຢ້ຽມຢາມ ແລະ ເຮັດວຽກ, ມອບຂອງຂວັນຢູ່ບັນດາແຂວງ ລາວ. ທ່ານ ຫງວຽນບ້ານ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ເລີມດົງ ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນ, ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສະມາຄົມໃນການປົກປັກຮັກສາ ແລະ ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອກັບບັນດາທ້ອງຖິ່ນຂອງລາວ.
ຍສໝ - ທ່ານຮອງລັດຖະມົນຕີການຕ່າງປະເທດ ເລແອງຕ໋ວນ ໄດ້ຕອບຄຳສຳພາດຕໍ່ນັກຂ່າວໃນໂອກາດການໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລະຫວ່າງລັດຖະສະພາ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 46 (AIPA-46) ແລະ ການຢ້ຽມຢາມມາເລເຊຍ ຢ່າງເປັນທາງການແຕ່ວັນທີ 16-20 ກັນຍາ 2025.
ຍສໝ - ຫໍພິພິທະພັນວິຈິດສິນ ຍີ່ປຸ່ນ ໄດ້ຈັດຕັ້ງງານວາງສະແດງ “ຫວຽດນາມ, ພູມສັນຖານແຫ່ງຄວາມຊົງຈຳ” ແຕ່ວັນທີ 13 ກັນຍາ ຫາວັນທີ 9 ພະຈິກ 2025 ຢູ່ນະຄອນ Fukuoka, ປະເທດ ຍີ່ປຸ່ນ.
ຍສໝ - ທ່ານເອກອັກຄະລັດຖະທູດ ເທບທະວອນ ໄດ້ເນັ້ນໜັກວ່າ ນັບແຕ່ໄດ້ຮັບໄຊຊະນະຂອງການປະຕິວັດເດືອນສິງຫາ ປີ 1945, ຫວຽດນາມ ໄດ້ກາຍເປັນປະເທດເອກະລາດ, ຜ່ານຜ່າຄວາມຫຍຸ້ງຍາກນັບມື້ນັບສະຫງ່າຜ່າເຜີຍ, ຮັກສາເອກະລາດ, ກ້າວເຂົ້າສູ່ຍຸກໃໝ່ຢ່າງບໍ່ຢຸດຢັ້ງ.
ຍສໝ - ການພົບປະແລກປ່ຽນມິດຕະພາບຫວຽດນາມ - ກູບາ: 65 ປີແຫ່ງຄວາມສາມັກຄີແບບພິເສດອ້າຍນ້ອງຕອນຄ່ຳວັນທີ 13 ກັນຍາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນຫຼວງ Caracas, ສະຖານທູດ ຫວຽດນາມ ແລະ ສະຖານທູດ ກູບາ ປະຈຳ ເວເນຊູເອລາ ໄດ້ສົມທົບກັນຈັດຕັ້ງການພົບປະ, ແລກປ່ຽນມິດຕະພາບ ເພື່ອສະເຫຼີມສະຫຼອງ “ປີມິດຕະພາບ ຫວຽດນາມ - ກູບາ”, ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (ວັນທີ 2 ທັນວາ 1960 – 25 ທັນວາ) ແລະ 52 ປີແຫ່ງການຢ້ຽມຢາມຫວຽດນາມຄັ້ງປະຫວັດສາດຂອງຜູ້ນຳປະຕິວັດກູບາ Fidel Castro (ເດືອນກັນຍາ 1973 ຫາເດືອນກັນຍາ 2025).
ຍສໝ - ທ່ານລັດຖະມົນຕີກະຊວງການຕ່າງປະເທດ ນາງ ເລທິທູຮັ່ງ ແລະ ຄະນະປະຕິບັດງານຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ມີການພົບປະກັບປະຊາຄົມຊາວຫວຽດນາມ ຢູ່ Malta.
ຍສໝ - ຮັກສາການຮອງລັດຖະມົນຕີການຕ່າງປະເທດ ຈີເລ ທ່ານ Rodrigo Olsen Olivares ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາວິລະຊົນປະຫວັດສາດຂອງຊາວ ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 11 ກັນຍາ, ທີ່ກອງປະຊຸມຂ່າວປະຈຳກະຊວງການຕ່າງປະເທດ, ທ່ານໂຄສົກກະຊວງການຕ່າງປະເທດ ນາງ ຟ້າມທູຮັ່ງ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຂອງຊາວ ຫວຽດນາມ ຢູ່ ເນປານ ໃນໄລຍະທີ່ສັບສົນຂອງການປະທ້ວງ ແລະ ຄວາມຮຸນແຮງຢູ່ປະເທດນີ້.
ຍສໝ - ຕອບສະໜອງວັນເຊີດຊູພາສາຫວຽດນາມ ຂອງຊຸມຊົນຊາວຫວຽດນາມທົ່ວໂລກ, ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ຂອນແກ່ນ (ປະເທດໄທ) ໄດ້ປະສານງານກັບ ມະຫາວິທະຍາໄລພະບໍລົມວົງສານຸວົງອຸດອນທານີ, ມະຫາວິທະຍາໄລສຶກສາສາດຮ່າໂນ້ຍ, ສະມາຄົມຄົນຫວຽດນາມແຂວງອຸດອນທານີ ແລະ ຫົວໜ່ວຍທີ່ກ່ຽວຂ້ອງ ໄດ້ຈັດງານ “ວັນເຊີດຊູພາສາຫວຽດນາມ ທີ່ພາກຕາເວັນອອກສຽງເໜືອຂອງປະເທດໄທ”.