ຍສໝ - ການຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 5-6/8 ຂອງທ່ານ Dato’ Seri Mohamed Khaled Bin Nordin, ລັດຖະມົນຕີກະຊວງປ້ອງກັນຊາດມາເລເຊຍ ໄດ້ປະກອບສ່ວນເສີມສ້າງຄວາມໄວ້ເນື້ອເຊື່ອໃຈທາງການເມືອງ, ຂະຫຍາຍບັນດາຂົງເຂດການຮ່ວມມື ແລະ ຊຸກຍູ້ການພົວພັນດ້ານປ້ອງກັນຊາດຫວຽດນາມ - ມາເລເຊຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງ.
ຍສໝ - ວັນທີ 6/8, ງານວາງສະແດງ “ສານສາຍໃຍມິດຕະພາບ: ເຊີດຊູ 50 ປີແຫ່ງສາຍພົວພັນການທູດ ຫວຽດນາມ - ໄທ” ໄດ້ໄຂຂຶ້ນຢູ່ ຮ່າໂນ້ຍ, ແນະນຳເຄື່ອງນຸ່ງປະເພນີ ແລະ ຈຸດຄ້າຍຄືກັນດ້ານວັດທະນະທຳລະຫວ່າງສອງປະເທດ. ເຫດການຍັງເນັ້ນໜັກບົດບາດຂອງການແລກປ່ຽນປະຊາຊົນໃນເສັ້ນທາງເຄິ່ງສະຕະວັດແຫ່ງສາຍພົວພັນສອງຝ່າຍ.
ຍສໝ - ວັນທີ 5/8, ຢູ່ນະຄອນຫຼວງ ນິວເດລີ ຂອງ ອິນເດຍ, ສະພາວຽກງານໂລກແຫ່ງ ອິນເດຍ (ICWA) ແລະ ສະພາບັນດິດວິທະຍາສາດສັງຄົມ ຫວຽດນາມ (VASS) ໄດ້ຈັດການສົນທະນາ ICWA - VASS ຄັ້ງທີ 6, ແລກປ່ຽນບັນດາທິດທາງການຮ່ວມມືຍຸດທະສາດ ແລະ ສະເໜີຂໍ້ແນະນຳດ້ານນະໂຍບາຍ ເພື່ອຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ເສີມຂະຫຍາຍ ຫວຽດນາມ - ອິນເດຍ.
ຍສໝ - ນັກສຶກສາລະດັບປະລິນຍາຕີສາຂາການບຳບັດພາສາ ຮຸ່ນທີສອງ ຂອງມະຫາວິທະຍາໄລເຕັກນິກການແພດ - ການຢາ ດ່ານັງ ສຳເລັດການສຶກສາໃນທ້າຍເດືອນ 5/2026, ເປັນຂີດໝາຍບາດກ້າວທີ່ໝັ້ນຄົງໃນການສ້າງແຫຼ່ງບຸກຄະລາກອນຄຸນນະພາບສູງໃຫ້ແກ່ສາຂາວິຊາໃໝ່ຢູ່ ຫວຽດນາມ.
ຍສໝ - ເນື່ອງໃນໂອກາດຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ (6/8/1976 - 6/8/2026), ທ່ານ ຟ້າມຫວຽດຮຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ເນັ້ນໜັກວ່າ ບັນດາການຢ້ຽມຢາມຂັ້ນສູງຢ່າງຕໍ່ເນື່ອງ, ໃນນັ້ນມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານ Sophon Zaram, ປະທານລັດຖະສະພາ ຄວບຕຳແໜ່ງປະທານສະພາຕ່ຳ ໄທ, ໄດ້ສ້າງແຮງຊຸກຍູ້ໃໝ່ໃຫ້ແກ່ສາຍພົວພັນສອງປະເທດ.
ຍສໝ - ໃນ 7 ເດືອນຕົ້ນປີ 2026, ມູນຄ່າການຄ້າຂາອອກ-ຂາເຂົ້າລວມບັນລຸ 659,58 ຕື້ USD, ເພີ່ມຂຶ້ນ 28,1% ທຽບກັບໄລຍະດຽວກັນຂອງປີກ່ອນ. ການນຳກົມພາສີຮຽກຮ້ອງໃຫ້ທົ່ວຂະແໜງເລັ່ງຊຸກຍູ້ການປະຕິຮູບ, ການຫັນປ່ຽນດິຈິຕອນ, ສ້າງຄວາມສະດວກດ້ານການຄ້າ ແລະ ເພີ່ມທະວີການຕ້ານການລັກລອບຄ້າຂາຍ ແລະ ການສໍ້ໂກງທາງການຄ້າ.
ຍສໝ - ມະຕິເລກທີ 10 ໄດ້ຮັບການຕີລາຄາຈາກປະຊາຄົມວິສາຫະກິດເອີຣົບວ່າ ເປັນບາດກ້າວສຳຄັນໃນແນວຄິດດຶງດູດການລົງທຶນຂອງ ຫວຽດນາມ, ຫັນຈາກເປົ້າໝາຍດຶງດູດທຶນ ໄປສູ່ການສ້າງລະບົບນິເວດ FDI ທີ່ມີຄຸນນະພາບສູງ. ທ່ານ Bruno Jaspaert, ປະທານ EuroCham ສະມາຄົມວິສາຫະກິດເອີຣົບປະຈຳ ຫວຽດນາມ, ໄດ້ແບ່ງປັນທັດສະນະກ່ຽວກັບໂອກາດທີ່ມະຕິດັ່ງກ່າວເປີດອອກໃຫ້ແກ່ວິສາຫະກິດເອີຣົບ, ພ້ອມທັງບັນດາປັດໄຈທີ່ ຫວຽດນາມ ຕ້ອງສືບຕໍ່ປັບປຸງ ເພື່ອກາຍເປັນຈຸດໝາຍປາຍທາງຂອງກະແສທຶນດ້ານເຕັກໂນໂລຊີສູງ, ນະວັດຕະກຳ ແລະ ການລົງທຶນສີຂຽວ.
ຍສໝ - ຕອນເຊົ້າວັນທີ 5 ສິງຫາ, ທີ່ຮ່າໂນ້ຍ, ໃນຂອບເຂດກອງປະຊຸມການທູດ ຄັ້ງທີ 33, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມໃຫຍ່ກ່ຽວກັບວຽກງານການຕ່າງປະເທດຂອງພັກ ແລະ ວຽກງານການຕ່າງປະເທດປະຊາຊົນ ໃນຮູບແບບປະຊຸມໂດຍກົງຄວບຄູ່ກັບການປະຊຸມຜ່ານລະບົບອອນລາຍ ເຊື່ອມຕໍ່ກັບ 34 ແຂວງ, ນະຄອນ ທົ່ວປະເທດ ແລະ ບັນດາອົງການຜູ້ແທນ ຫວຽດນາມ ປະຈຳຕ່າງປະເທດ.
ຍສໝ - ໃນໂອກາດຢ້ຽມຢາມ ລາວ ຢ່າງເປັນທາງການ ໃນວັນທີ 5 ສິງຫາ, ການນຳກອງທັບຂອງສອງປະເທດ ຢືນຢັນຈະສືບຕໍ່ເພີ່ມທະວີການປະສານງານດ້ານວຽກງານພັກ, ວຽກງານການເມືອງ, ການຝຶກອົບຮົມພະນັກງານ, ການຄຸ້ມຄອງຊາຍແດນ ແລະ ການຊອກຫາ, ເກັບກຳອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບພິເສດ ຫວຽດນາມ - ລາວ ນັບມື້ນັບເລິກເຊິ່ງຍິ່ງຂຶ້ນ.
ຍສໝ - ການທູດດ້ານວິທະຍາສາດ - ເຕັກໂນໂລຊີ ຈຳເປັນຕ້ອງຫັນປ່ຽນຢ່າງແຂງແຮງ ຈາກການສ້າງການເຊື່ອມໂຍງ ໄປສູ່ການສ້າງການພັດທະນາ, ຈາກການລົງນາມສັນຍາ ໄປສູ່ການຈັດຕັ້ງປະຕິບັດ, ຈາກການລະດົມແຫຼ່ງກຳລັງຈາກພາຍນອກ ໄປສູ່ການສ້າງຂີດຄວາມສາມາດພາຍໃນ, ຜ່ານນັ້ນປະກອບສ່ວນເຮັດໃຫ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນ ກາຍເປັນແຮງຂັບເຄື່ອນການພັດທະນາປະເທດຊາດ.
ຍສໝ - ເວທີປາໄສໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “Uganda: The Pearl of Africa - Your Gateway to Africa” (ອູການດາ - ໄຂ່ມຸກແຫ່ງ ອາຟຣິກາ: ປະຕູເຊື່ອມໂຍງສູ່ ອາຟຣິກາ) ແລະ ເປັນຂໍ້ລິເລີ່ມສຳຄັນໃນຍຸດທະສາດການທູດດ້ານເສດຖະກິດ ແລະ ການຄ້າຂອງ ອູການດາ.
ຍສໝ - ຊຸມຊົນຊາວ ຫວຽດນາມ ຢູ່ຕ່າງປະເທດ ໄດ້ຝາກຄວາມຄາດຫວັງຫຼາຍປະການໄວ້ກັບບັນດາທິດທາງໃໝ່ຂອງກອງປະຊຸມການທູດຄັ້ງທີ 33, ດ້ວຍຈິດໃຈສົ່ງເສີມບົດບາດນຳໜ້າ ແລະ ປະຕິບັດພາລະກິດອັນສຳຄັນ, ເປັນປະຈຳຂອງວຽກງານການຕ່າງປະເທດ ຫວຽດນາມ ໃນຍຸກໃໝ່.
ຍສໝ - ໃນເສັ້ນທາງສູ່ເປົ້າໝາຍການເປັນປະເທດພັດທະນາ, ສິ່ງທີ່ ຫວຽດນາມ ຕ້ອງການແມ່ນບັນດາວິສາຫະກິດທີ່ສາມາດສ້າງຂີດຄວາມສາມາດໃໝ່ໃຫ້ແກ່ເສດຖະກິດ. ທ່ານ ປອ. ຫງວຽນສີຢຸງ, ອະດີດຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ໄດ້ແບ່ງປັນທັດສະນະກ່ຽວກັບບົດບາດຂອງ “ວິສາຫະກິດຜູ້ສ້າງສັນ”.
ຍສໝ - ໃນໄລຍະ 7 ເດືອນຕົ້ນປີ 2026, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 14 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 14% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ແລະ ບັນລຸປະມານ 56% ຂອງເປົ້າໝາຍຕະຫຼອດປີ.
ຍສໝ - ຕອນບ່າຍວັນທີ 4 ສິງຫາ, ກົມການສຶກສາ ແລະ ບຳລຸງສ້າງນະຄອນ ຮ່າໂນ້ຍ ໄດ້ຈັດພິທີຕ້ອນຮັບຄະນະຄູອາຈານ ແລະ ນັກຮຽນຈາກບັນດາໂຮງຮຽນມັດທະຍົມປາຍ ແຂວງ Fukuoka (ຍີ່ປຸ່ນ) ທີ່ເດີນທາງມາຮຽນຮູ້ ແລະ ຊອກຮູ້ວັດທະນະທຳ ແລະ ຮີດຄອງປະເພນີຂອງ ຫວຽດນາມ.
ຍສໝ - ຜົນໄດ້ຮັບຢູ່ທີ່ສວນສາທາລະນະ ເລ ທິ ຣຽງ ກໍ່ແມ່ນບົດຮຽນປະສົບການ ເພື່ອນະຄອນ ຜັນຂະຫຍາຍບັນດານະໂຍບາຍ ແລະ ໜ້າທີ່ທີ່ຄ້າຍຄືກັນ ໃນໄລຍະຕໍ່ໜ້ານີ້.
ຍສໝ - ວັນທີ 4 ສິງຫາ, ທີ່ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ປະຈຳທຳນຽບປະທານປະເທດ (ຮ່າໂນ້ຍ), ໄດ້ຈັດພິທີໄຂຊຸດກິດຈະກຳພິເສດຫົວຂໍ້ “ປະທານ ໂຮ່ຈີມິນ - ຜູ້ບັນຊາການສູງສຸດ Fidel Castro: ມິດຕະພາບອັນໝັ້ນຄົງພິເສດ” ເນື່ອງໃນໂອກາດຄົບຮອບ 100 ປີ ວັນເກີດຂອງຜູ້ນຳການປະຕິວັດ ກູບາ. ໂຄງການນີ້ຈັດຂຶ້ນໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່ວມກັບ ສະຖານທູດ ກູບາ ປະຈຳ ຫວຽດນາມ.
ຍສໝ - ວັນທີ 4 ສິງຫາ, ສະຫະພັນບັນດາອົງການມິດຕະພາບນະຄອນ ເກີນເທີ, ສະມາຄົມມິດຕະພາບ ຫວຽດນາມ - ໄທ ນະຄອນ ເກີນເທີ ຮ່ວມກັບ ສະຖານກົງສຸນໃຫຍ່ ລາຊະອານາຈັກ ໄທ ປະຈຳນະຄອນ ໂຮ່ຈີມິນ ໄດ້ຈັດພິທີພົບປະເພື່ອສະຫຼອງຄົບຮອບ 50 ປີ ການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ (1976-2026). ໃນໂອກາດນີ້, ໂດຍເນັ້ນຢ້ຳບົດບາດຂອງການແລກປ່ຽນປະຊາຊົນ, ກົງສຸນໃຫຍ່ ໄທ ກ່າວວ່າ ກິດຈະກຳແລກປ່ຽນດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ອາຫານ, ສິລະປະ ແລະ ການແລກປ່ຽນຊາວໜຸ່ມ ໄດ້ປະກອບສ່ວນເຮັດໃຫ້ສາຍພົວພັນ ໄທ - ຫວຽດນາມ ນັບມື້ນັບແໜ້ນແຟ້ນ ແລະ ໃກ້ຊິດຍິ່ງຂຶ້ນ.
ຍສໝ - ແຕ່ວັນທີ 02-07 ສິງຫາ 2026, ຄະນະຜູ້ແທນຈາກຄະນະກຳມະການສັນຕິພາບ ຫວຽດນາມ ແລະ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມໂລກຕ້ານລະເບີດປະລະມະນູ ແລະ ລະເບີດໄຮໂດຣເຈນ ປີ 2026 ທີ່ນະຄອນ Hiroshima, ປະເທດ ຍີ່ປຸ່ນ, ສືບຕໍ່ຢືນຢັນຄວາມມຸ່ງໝັ້ນໃນການຮ່ວມເຄີຍຂ້າງຂະບວນການສັນຕິພາບຂອງປະຊາຊົນ ຍີ່ປຸ່ນ ແລະ ຂອງໂລກ ເພື່ອສະໜັບສະໜູນການປົດອາວຸດນິວເຄຼຍຂອງ ຫວຽດນາມ.
ຍສໝ - ທ່ານ ຫງວຽນຊວນຟອງ, ອະດີດຫົວໜ້າກົມອາເມລິກາ (ກະຊວງການຕ່າງປະເທດ), ເດີນທາງໄປ ກູບາ ໃນປີ 1963 ແລະ ໄດ້ຕິດຕາມໂດຍກົງ ພ້ອມທັງປະສານວຽກດ້ານການແປພາສາ ໃນໂອກາດທີ່ປະທານ Fidel Castro ເດີນທາງຢ້ຽມຢາມເຂດປົດປ່ອຍ ກວາງຈິ ໃນປີ 1973. ທ່ານໄດ້ເລົ່າຄືນເຖິງບັນດາພາບຈຳທີ່ບໍ່ເຄີຍຈາງຫາຍ ກ່ຽວກັບມິດສະຫາຍຜູ້ຍິ່ງໃຫຍ່ ຜູ້ຊື່ສັດ ແລະ ອຸທິດຕົນເພື່ອປະຊາຊົນ ຫວຽດນາມ.