| ເພີ່ມພູນຄູນສ້າງສາຍມິດຕະພາບ ຜ່ານແຜນງານການແລກປ່ຽນນາຍທະຫານໜຸ່ມ ຊາຍແດນ ຫວຽດນາມ - ລາວ ນາຍທະຫານໜຸ່ມ ຫວຽດນາມ - ລາວ ພ້ອມກັນມີຄວາມເຊື່ອໝັ້ນ, ພ້ອມກັນພັດທະນາ |
ໃນວັນທີ 01 ສິງຫາ, ກຳລັງຄົ້ນຫາ, ເຕົ້າໂຮມອັດຖິທະຫານລົບຫຼວງລາດ ຂຶ້ນກັບ ກອງບັນຊາການທະຫານ ນະຄອນໂຮ່ຈີມິນ ໄດ້ສືບຕໍ່ຂະຫຍາຍຂອບເຂດການຂຸດຄົ້ນ ແລະ ໄດ້ຄົ້ນພົບອັດຖິທະຫານລົບຫຼວງລາດ ເພີ່ມອີກຈຳນວນນຶ່ງ. ຄືແນວນັ້ນ, ນັບແຕ່ວັນທີ 23 ມິຖຸນາ ຫາ 01 ສິງຫາ, ກຳລັງປະຕິບັດໜ້າທີ່ ໄດ້ຄົ້ນພົບ ແລະ ເຕົ້າໂຮມອັດຖິທະຫານລົບຫຼວງລາດ ໄດ້ທັງໝົດ 168 ອັດຖິ ຢູ່ທີ່ສວນສາທາລະນະ ເລທິຣຽງ.
![]() |
| ສືບຕໍ່ຂະຫຍາຍເຂດຄົ້ນຫາອັດຖິທະຫານລົບຫຼວງລາດ ຢູ່ທີ່ສວນສາທາລະນະ ເລ ທິ ຣຽງ. ພາບໂດຍ: ຕີຮວຽນ |
ຢູ່ທີ່ນີ້, ພວມຮັກສາ 5 ທີມຄົ້ນຫາ ຂຶ້ນກັບ ກອງບັນຊາການທະຫານ ນະຄອນໂຮ່ຈີມິນ ແລະ ເຂດທະຫານ 7. ຄຽງຄູ່ກັນນັ້ນ ຍັງມີກຳລັງຊ່ຽວຊານ ຈາກມະຫາວິທະຍາໄລວິທະຍາສາດທຳມະຊາດ, ມະຫາວິທະຍາໄລໂພລີເທັກນິກ ຂຶ້ນກັບ ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນ ແລະ ບັນດາພະຍານຫຼັກຖານ ເຂົ້າຮ່ວມຊ່ວຍເຫຼືອ.
ຕາມທ່ານ ຫງວຽນແມ້ງເກື່ອງ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ, ຫົວໜ້າຄະນະຊີ້ນຳການຄົ້ນຫາ, ເຕົ້າໂຮມ ແລະ ຢັ້ງຢືນຕົວຕົນອັດຖິທະຫານລົບຫຼວງລາດ ນະຄອນ, ວຽກງານການຄົ້ນຫາ, ເຕົ້າໂຮມ ແລະ ຢັ້ງຢືນຕົວຕົນອັດຖິທະຫານລົບຫຼວງລາດ ແມ່ນໜ້າທີ່ການເມືອງພິເສດທີ່ສຳຄັນ, ປົກກະຕິ ແລະ ຍາວນານ ຂອງຄະນະພັກ, ອຳນາດການປົກຄອງ, ກຳລັງປະໂລຫິດ ແລະ ປະຊາຊົນ ນະຄອນໂຮ່ຈີມິນ. ໜ້າທີ່ການຄົ້ນຫາ ຈະສືບຕໍ່ປະຕິບັດ ຈົນກວ່າຈະຢັ້ງຢືນ ແລະ ເຕົ້າໂຮມອັດຖິທະຫານລົບຫຼວງລາດ ທີ່ຍັງຄົງເຫຼືອຢູ່ໃຫ້ຄົບຖ້ວນ. ຜົນໄດ້ຮັບຢູ່ທີ່ສວນສາທາລະນະ ເລ ທິ ຣຽງ ກໍ່ແມ່ນບົດຮຽນປະສົບການ ເພື່ອນະຄອນ ຜັນຂະຫຍາຍບັນດາໜ້າທີ່ທີ່ຄ້າຍຄືກັນ ໃນໄລຍະຕໍ່ໜ້ານີ້.
ບັ້ນຮົບ 500 ວັນ ແລະ ຄ່ຳຄືນ: ເກັບຕົວຢ່າງ, ຫັນເປັນດິຈິຕອນຂໍ້ມູນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ 1.456 ທ່ານ ຍສໝ - ວັນທີ 16 ມິຖຸນາ, ຄະນະຊີ້ນຳການຊອກຫາ, ທ້ອນໂຮມ ແລະ ກຳນົດຕົວຕົນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ນະຄອນ ເຫ້ວ ໄດ້ປະສານງານຮ່ວມກັບ ຄະນະກຳມະການປະຊາຊົນຕາແສງ ອານກິວ (An Cựu) (ນະຄອນ ເຫ້ວ) ຈັດຕັ້ງການເກັບຕົວຢ່າງອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນສາມາດກຳນົດຕົວຕົນໄດ້ ເພື່ອຮັບໃຊ້ເຂົ້າໃສ່ວຽກງານການກວດພິສູດ DNA ຢູ່ທີ່ ປ່າຊ້າທະຫານເສຍສະຫຼະຊີວິດເພື່ອຊາດ ນະຄອນ ເຫ້ວ. |
ຫວຽດນາມ - ການາດາ ໄຂຊຸດອົບຮົມນາຍທະຫານເສນາທິການ ສປຊ ທີ່ບັນລຸມາດຕະຖານສາກົນ ຍສໝ - ວັນທີ 22 ມິຖຸນາ, ຢູ່ທີ່ສໍານັກງານກົມຮັກສາສັນຕິພາບຫວຽດນາມ (ກະຊວງປ້ອງກັນປະເທດ), ຊຸດອົບຮົມນາຍທະຫານເສນາທິການ ສປຊ (UNSOC) ໂດຍແມ່ນ ຫວຽດນາມ ແລະ ການາດາ ຮ່ວມກັນຈັດຕັ້ງ ໄດ້ໄຂຂຶ້ນຢ່າງເປັນທາງການ. ນີ້ແມ່ນຊຸດອົບຮົມທຳອິດ ທີ່ໄດ້ຮັບການຜັນຂະຫຍາຍ ພາຍຫຼັງທີ່ແຜນງານ UNSOC ຂອງຫວຽດນາມ ໄດ້ຮັບການຮັບຮອງຈາກ ສປຊ ວ່າບັນລຸມາດຕະຖານ ໃນເດືອນມີນາ 2026, ອັນເປັນການໝາຍບາດກ້າວຂະຫຍາຍຕົວໃໝ່ ພາຍໃດວຽກງານການກໍ່ສ້າງບຳລຸງສ້າງກຳລັງ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ. |
ແທັງຮັ່ງ
