| ສະຫຼອງວັນຊາດ ອີຢິບ ຄົບຮອບ 74 ປີ: ຫວຽດນາມ ຢັ້ງຢືນການໃຫ້ຄວາມສຳຄັນ ຕໍ່ສາຍພົວພັນສອງຝ່າຍ ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການປະສານງານ, ການຮ່ວມມື |
![]() |
| ຕາໜ່າງປັນຍາຊົນ ຫວຽດນາມ ຢູ່ທີ່ ນູແວນເຊລັງ ໄດ້ເປີດໂຕຢ່າງເປັນທາງການ. |
ເຫດການ ໄດ້ດຳເນີນຮ່ອງຮອຍການສ້າງຕັ້ງ ຂອງຕາໜ່າງເຊື່ອມໂຍງປັນຍາຊົນ ຄົນ ຫວຽດນາມ ທຳອິດ ທີ່ເຄື່ອນໄຫວ ພາຍໃນຂອບເຂດທົ່ວ ນູແວນເຊລັງ. VKNZ ໄດ້ຮັບການສ້າງຕັ້ງຂຶ້ນ ແນ່ງໃສ່ເຊື່ອມໂຍງ ແລະ ເສີມຂະຫຍາຍແຫຼ່ງກຳລັງສະຕິປັນຍາ ຂອງຊຸມຊົນຄົນ ຫວຽດນາມ, ເພີ່ມທະວີຄວາມແໜ້ນແຟ້ນ ຂອງຊຸມຊົນ, ຊຸກຍູ້ສາຍພົວພັນການຮ່ວມມືປະຊາຊົນ ກໍຄື ສາຍພົວພັນການຮ່ວມມື ລະຫວ່າງ ສອງປະເທດ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາລວມ ຂອງ ຫວຽດນາມ ແລະ ນູແວນເຊລັງ.
ດ້ວຍການອຸປະຖຳ ແລະ ການຮ່ວມເດີນທາງ ຂອງສະຖານທູດ ຫວຽດນາມ ປະຈຳ ນູແວນເຊລັງ, ຕາໜ່າງປັນຍາຊົນ ຫວຽດນາມ ຢູ່ທີ່ ນູແວນເຊລັງ ມຸ່ງໜ້າໄປເຖິງການສ້າງສັນ ຊຸມຊົນທີ່ສາມັກຄີ, ຄຶກຄື້ນ ແລະ ມີພະລັງກະຈາຍ; ສ້າງພື້ນທີ່ ເພື່ອໃຫ້ບັນດາສະມາຊິກ ແບ່ງປັນຄວາມຮູ້, ບົດຮຽນ ແລະ ບັນດາຂໍ້ລິເລີ່ມ; ພ້ອມດຽວກັນນັ້ນ ກໍກາຍເປັນຂົວຕໍ່ ຊຸກຍູ້ການຮ່ວມມືດ້ານວິຊາສະເພາະ, ການພັດທະນາຊຸມຊົນ ແລະ ການແລກປ່ຽນປະຊາຊົນ ລະຫວ່າງ ຫວຽດນາມ ແລະ ນູແວນເຊລັງ.
ກ່າວຄຳເຫັນ ຕີລາຄາສູງຕໍ່ຄວາມໝາຍ ແລະ ຄວາມສຳຄັນ ຂອງຂໍ້ລິເລີ່ມສ້າງຕັ້ງ ຕາໜ່າງ VKNZ, ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນູແວນເຊລັງ ຟານມິນຈ່າງ ເນັ້ນໜັກວ່າ, ພາຍໃນສະພາບການທີ່ຊຸມຊົນຄົນ ຫວຽດນາມ ຢູ່ທີ່ ນູແວນເຊລັງ ນັບມື້ນັບພັດທະນາ ທັງດ້ານຈຳນວນ ແລະ ຄຸນນະພາບ, ຕາໜ່າງ VKNZ ໄດ້ຮັບການສ້າງຕັ້ງຂຶ້ນ ແມ່ນເພື່ອຄົນ ຫວຽດນາມ, ຂອງຄົນ ຫວຽດນາມ ແລະ ໃຫ້ແກ່ຄົນ ຫວຽດນາມ ຢູ່ທີ່ ນູແວນເຊລັງ.
ປະກອບຄຳເຫັນ ກຳນົດທິດທາງການພັດທະນາ ຕາໜ່າງ ພາຍໃນໄລຍະຕໍ່ໄປ, ທ່ານ ເອກອັກຄະລັດຖະທູດ ໄດ້ຝາກຂໍ້ຄວາມ “3 ຍົກ/ຖະນອມ”, ລວມມີ ຖະນອມ, ເບິ່ງແຍງຄົນ ຫວຽດນາມ, ສາມັກຄີກັນພັດທະນາ, ຍົກສູງຮູບພາບ ຫວຽດ, ຮັກສາ, ເສີມຂະຫຍາຍເອກະລັກ ຫວຽດ ແລະ ຍົກລະດັບທີ່ຕັ້ງ ຫວຽດ ຢູ່ທີ່ ນູແວນເຊລັງ.
ປັດຈຸບັນ VKNZ ມີສະມາຊິກເກືອບ 100 ທ່ານ, ລວມມີ ຊ່ຽວຊານ, ນັກວິຊາການ, ນັກທຸລະກິດ, ນັກສຶກສາປະລິນຍາໂທ-ເອກ, ນັກສຶກສາ ແລະ ຜູ້ອອກແຮງງານ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ປະຕິບັດງານ ຢູ່ທົ່ວ ນູແວນເຊລັງ.
ໜຶ່ງໃນບັນດາຈຸດໂດດເດັ່ນ ຂອງ VKNZ ແມ່ນວິທີການເຂົ້າເຖິງ ທີ່ກວ້າງຂວາງ ຕໍ່ກັບນິຍາມ “ປັນຍາຊົນ/ຄວາມຮູ້”. ຄວາມຮູ້ ບໍ່ພຽງແຕ່ຈຳກັດ ພາຍໃນຂົງເຂດວິຊາການ ຫຼື ການຄົ້ນຄວ້າ ເທົ່ານັ້ນ ແຕ່ຍັງລວມມີ ວິຊາສະເພາະອາຊີບ, ທັກສະຊີວິດ, ບົດຮຽນຕົວຈິງ ແລະ ບັນດາບົດຮຽນ ທີ່ໄດ້ຮັບການສັ່ງສົມ ພາຍໃນຂະບວນການຮ່ຳຮຽນ, ປະຕິບັດງານ ແລະ ການອຸທິດຕົນ.
ດ້ວຍຈິດໃຈນັ້ນ, VKNZ ຕ້ອນຮັບ ຄົນ ຫວຽດນາມ ທຸກຄົນ ຢູ່ທີ່ ນູແວນເຊລັງ ທີ່ມຸ່ງຫວັງ ຢາກເຊື່ອມໂຍງ, ແບ່ງປັນ ແລະ ປະກອບສ່ວນ, ໂດຍບໍ່ແຍກຂະແໜງອາຊີບ, ຂົງເຂດການເຄື່ອນໄຫວ ຫຼື ລະດັບການສຶກສາ.
ປັດຈຸບັນ ມີຄົນ ຫວຽດນາມ ປະມານເກືອບ 15.000 ຄົນ ພວມດຳລົງຊີວິດ ຢູ່ທີ່ ນູແວນເຊລັງ. ການເປີດໂຕ ຕາໜ່າງປັນຍາຊົນ ຫວຽດນາມ ຢູ່ທີ່ ນູແວນເຊລັງ ບໍ່ພຽງແຕ່ແມ່ນເວທີປຶກສາຫາລື ເຊື່ອມໂຍງຊຸມຊົນ ເທົ່ານັ້ນ, VKNZ ຍັງໄດ້ຮັບຄວາມຫວັງ ທີ່ຈະກາຍເປັນຂົວຕໍ່ ຊຸກຍູ້ການຮ່ວມມື, ກະຈາຍຄວາມຮູ້ ແລະ ເພີ່ມທະວີການແລກປ່ຽນປະຊາຊົນ, ປະກອບສ່ວນສ້າງສັນ ຊຸມຊົນຄົນ ຫວຽດນາມ ທີ່ສາມັກຄີ, ເຊື່ອມໂຍງ ແລະ ພັດທະນາຢ່າງຍືນຍົງ ຢູ່ທີ່ ນູແວນເຊລັງ.
ບັນດາສະມາຊິກ ຈະໄດ້ຮັບການເຊື່ອມໂຍງ ໂດຍຜ່ານກຸ່ມຊຸມຊົນ: https://www.facebook.com/Vietknowledgenz.
ຍສໝ - ທ່ານ ຮອງນາຍົກລັດຖະມົນຕີ - ປະທານສະພາຄະນະບໍລິຫານ ສູນກາງການເງິນສາກົນ ຢູ່ທີ່ ຫວຽດນາມ ເຫງວຽນວັນຖັງ ໄດ້ເຊັນຂໍ້ຕົກລົງ ເລກທີ 04/QĐ-HĐĐHTTTC ວັນທີ 22/7/2026 ອະນຸມັດຜ່ານ ແຜນການພັດທະນາ ສູນກາງນີ້ ຮອດປີ 2035 (ແຜນການ). |
ຍສໝ - ວັນທີ 22/7, ຢູ່ທີ່ ສຳນັກງານໃຫຍ່ ອົງການສະຫະລັດຊາດ ຢູ່ທີ່ ນິວຢອກ, ສະພາຄວາມໝັ້ນຄົງ ອົງການສະຫະລັດຊາດ ໄດ້ຈັດຕັ້ງ ວາລະປຶກສາຫາລືເປີດ ຂັ້ນສູງ ດ້ວຍຫົວຂໍ້ “ການຄຸ້ມຄອງຊັບພະຍາກອນທຳມະຊາດ: ພື້ນຖານຂອງສັນຕິພາບ, ຄວາມສະຫງົບ ແລະ ຄວາມຈະເລີນຮຸ່ງເຮືອງ”, ພາຍໃຕ້ການເປັນປະທານຂອງ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ ປະຊາທິປະໄຕ ກົງໂກ (ປະເທດປະທານສະພາຄວາມໝັ້ນຄົງ ປະຈຳເດືອນ 7/2026). |
ມີງດຶກ
