ເຊື່ອມໂຍງເຍົາວະຊົນ ຫວຽດນາມ ຢູ່ຕ່າງປະເທດ ກັບທະເລ, ໝູເກາະ ບ້ານເກີດເມືອງນອນ

15:04 | 24/07/2026

ຍສໝ - ວັນທີ 23/7, 100 ເຍົາວະຊົນ, ນັກສຶກສາ ຫວຽດນາມ ຢູ່ຕ່າງປະເທດ ທີ່ດີເລີ່ມ ເຂົ້າຮ່ວມ ຄ້າຍຮ້ອນ ຫວຽດນາມ 2026 ໄດ້ມາຢ້ຽມຢາມ, ແລກປ່ຽນ ຢູ່ທີ່ ສະຖາບັນກອງທັບເຮືອ, ແຂວງ ແຄັງຮວ່າ.

ເຊື່ອມໂຍງປັນຍາຊົນ ຫວຽດນາມ ຢູ່ທີ່ ນູແວນເຊລັງ Plan International ຮ່ວມເດີນທາງກັບນັກຮຽນ ຢູ່ເຂດນ້ຳຖ້ວມ ລາຍເຈົາ
ເຊື່ອມໂຍງເຍົາວະຊົນ ຫວຽດນາມ ຢູ່ຕ່າງປະເທດ ກັບທະເລ, ໝູເກາະ ບ້ານເກີດເມືອງນອນ
ຄະນະ ໄດ້ເຂົ້າຮ່ວມພິທີໄຕ້ທູບ ຢູ່ທີ່ ອານຸສາວະລີ ທ່ານ ຕຣັນຮຶງດ້າວ; ຢ້ຽມຢາມ ຫ້ອງມູນເຊື້ອ ສະຖາບັນ; ຮັບຟັງຂໍ້ມູນ ກ່ຽວກັບສະພາບການທະເລ, ເກາະດອນ ຫວຽດນາມ ແລະ ແລກປ່ຽນກັບເຍົາວະຊົນ ສະຖາບັນກອງທັບເຮືອ. ກ່າວຄຳເຫັນ ຢູ່ທີ່ພິທີຕ້ອນຮັບຄະນະ, ທ່ານ ຮອງຜູ້ອຳນວຍການ ສະຖາບັນກອງທັບເຮືອ ຫງວຽນດິ້ງຈ່າງ ມຸ່ງຫວັງວ່າ ບັນດາເຍົາວະຊົນ ທີ່ເປັນປະຊາຊົນ ຫວຽດນາມ ຢູ່ຕ່າງປະເທດ ຈະກາຍເປັນບັນດາທູດວັດທະນະທຳ ໂຄສະນາວັດທະນະທຳ, ປະເທດຊາດ, ຄົນ ຫວຽດນາມ ໂດຍລວມ, ຮູບພາບ “ທະຫານລຸງໂຮ່ - ນັກຮົບກອງທັບເຮືອ” ໄລຍະໃໝ່ ໂດຍສະເພາະ ເຖິງເພື່ອນມິດ ຢູ່ທົ່ວໂລກ. ພ້ອມດຽວກັນນັ້ນ, ບັນດານັກສຶກສາ ກໍເພີ່ມທະວີການໂຄສະນາ, ຮ່ຳຮຽນ, ຍົກສູງຈິດໃຈ, ຄວາມຮັບຜິດຊອບ ຕໍ່ກັບພາລະກິດປົກປ້ອງອຳນາດອະທິປະໄຕ ທະເລ, ເກາະດອນ ຂອງມາຕຸພູມ ຂອງເຊັນຄົນໜຸ່ມ ຫວຽດນາມ ຢູ່ພາຍໃນປະເທດ ແລະ ຕ່າງປະເທດ ແລະ ເພີ່ມທະວີສາຍພົວພັນຕິດພັນ ລະຫວ່າງ ປະຊາຊົນ ຫວຽດນາມ ຢູ່ຕ່າງປະເທດ ກັບ ບ້ານເກີດເມືອງນອນ, ປະເທດຊາດ.
ສະຫຼອງວັນຊາດ ອີຢິບ ຄົບຮອບ 74 ປີ: ຫວຽດນາມ ຢັ້ງຢືນການໃຫ້ຄວາມສຳຄັນ ຕໍ່ສາຍພົວພັນສອງຝ່າຍ ສະຫຼອງວັນຊາດ ອີຢິບ ຄົບຮອບ 74 ປີ: ຫວຽດນາມ ຢັ້ງຢືນການໃຫ້ຄວາມສຳຄັນ ຕໍ່ສາຍພົວພັນສອງຝ່າຍ
ຍສໝ​ - ພາຍໃນຕອນຄ່ຳວັນທີ 23/7, ຢູ່ທີ່ ຮ່າໂນ້ຍ, ສະຖານທູດ ອີຢິບ ປະຈຳ ຫວຽດນາມ ໄດ້ຈັດຕັ້ງ ພິທີສະຫຼອງວັນຊາດ ອີຢິບ ຄົບຮອບ 74 ປີ (23/7/1952 - 23/7/2026) ຢ່າງສົມກຽດ, ທ່ານນາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຫງວຽນມິນຮັ່ງ ເຂົ້າຮ່ວມ ແລະ ກ່າວຄຳເຫັນ ຢູ່ທີ່ພິທີ.
ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການປະສານງານ, ການຮ່ວມມື ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການປະສານງານ, ການຮ່ວມມື
ຍສໝ - ວັນທີ 23/7, ຢູ່ທີ່ ສຳນັກງານໃຫຍ່ ກະຊວງການຕ່າງປະເທດ, ທ່ານນາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຮັ່ງ ໄດ້ຕ້ອນຮັບ ທ່ານນາງ ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Jennifer Wicks ພາຍໃນໂອກາດ ທ່ານນາງ ເອກອັກຄະລັດຖະທູດ ເລີ່ມຕົ້ນອາຍຸການປະຕິບັດງານ ຢູ່ທີ່ ຫວຽດນາມ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ