ນະວັດຕະກຳການຕ່າງປະເທດປະຊາຊົນ, ສ້າງສັນພະລັງແຮງການທູດ ຫວຽດນາມ

ນະວັດຕະກຳການຕ່າງປະເທດປະຊາຊົນ, ສ້າງສັນພະລັງແຮງການທູດ ຫວຽດນາມ

ຍສໝ - ມຸ່ງໜ້າໄປເຖິງ ກອງປະຊຸມການທູດ ຄັ້ງທີ 33 ແລະ ກອງປະຊຸມການຕ່າງປະເທດທົ່ວປະເທດ ຄັ້ງທີ 22 ທີ່ກຳລັງຈະມາເຖິງ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂງເລວັນ ໄດ້ມີບົດຂຽນ ກ່ຽວກັບວຽກງານການຕ່າງປະເທດປະຊາຊົນ: "ນະວັດຕະກຳວຽກງານການຕ່າງປະເທດປະຊາຊົນ, ປະກອບສ່ວນສ້າງສັນພະລັງແຮງລວມ ຂອງພື້ນຖານການທູດ ຫວຽດນາມ".

ເຊື່ອມໂຍງເຍົາວະຊົນ ຫວຽດນາມ ຢູ່ຕ່າງປະເທດ ກັບທະເລ, ໝູເກາະ ບ້ານເກີດເມືອງນອນ

ເຊື່ອມໂຍງເຍົາວະຊົນ ຫວຽດນາມ ຢູ່ຕ່າງປະເທດ ກັບທະເລ, ໝູເກາະ ບ້ານເກີດເມືອງນອນ

ຍສໝ - ວັນທີ 23/7, 100 ເຍົາວະຊົນ, ນັກສຶກສາ ຫວຽດນາມ ຢູ່ຕ່າງປະເທດ ທີ່ດີເລີ່ມ ເຂົ້າຮ່ວມ ຄ້າຍຮ້ອນ ຫວຽດນາມ 2026 ໄດ້ມາຢ້ຽມຢາມ, ແລກປ່ຽນ ຢູ່ທີ່ ສະຖາບັນກອງທັບເຮືອ, ແຂວງ ແຄັງຮວ່າ.

Plan International ຮ່ວມເດີນທາງກັບນັກຮຽນ ຢູ່ເຂດນ້ຳຖ້ວມ ລາຍເຈົາ

Plan International ຮ່ວມເດີນທາງກັບນັກຮຽນ ຢູ່ເຂດນ້ຳຖ້ວມ ລາຍເຈົາ

ຍສໝ - Plan International ຫວຽດນາມ ຫາເກີດມີຄຳມັ້ນສັນຍາ ບ່ວງງົບປະມານສະໜັບສະໜູນສຸກເສີນ ມູນຄ່າ 350 ລ້ານດົ່ງ ໃຫ້ແກ່ນັກຮຽນ ໂຮງຮຽນປະຖົມ ຟຸກທານ ແລະ ໂຮງຮຽນລ້ຽງເດັກກ່ອນໄວຮຽນ ຟຸກທານ, ຕຳບົນ ເມືອງທານ, ແຂວງ ໄລເຈົາ, ພາຍຫຼັງເຫດການນ້ຳຊ່າມໄຫຼຊົ່ວຄາວ ສ້າງຄວາມເສຍຫາຍຢ່າງໜັກໜ່ວງ.

ເຊື່ອມໂຍງປັນຍາຊົນ ຫວຽດນາມ ຢູ່ທີ່ ນູແວນເຊລັງ

ເຊື່ອມໂຍງປັນຍາຊົນ ຫວຽດນາມ ຢູ່ທີ່ ນູແວນເຊລັງ

ຍສໝ - ວັນທີ 23/7, ຕາໜ່າງປັນຍາຊົນ ຫວຽດນາມ ຢູ່ທີ່ ນູແວນເຊລັງ (VietKnowledge NZ - VKNZ) ໄດ້ເປີດໂຕຢ່າງເປັນທາງການ ໂດຍມີການເຂົ້າຮ່ວມຂອງຕົວແທນ ບັນດາກຸ່ມຊຸມຊົນຄົນ ຫວຽດນາມ ພ້ອມດ້ວຍປະຊາຊົນ ຫວຽດນາມ ຢູ່ຕ່າງປະເທດ, ຜູ້ອອກແຮງງານ, ຊ່ຽວຊານ, ນັກວິຊາການ, ນັກທຸລະກິດ, ນັກສຶກສາປະລິນຍາໂທ-ເອກ ແລະ ນັກສຶກສາ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ປະຕິບັດງານ ຢູ່ທົ່ວ ນິວຊີແລນ ເປັນຈຳນວນຫຼາຍ.

ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການປະສານງານ, ການຮ່ວມມື

ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການປະສານງານ, ການຮ່ວມມື

ຍສໝ - ວັນທີ 23/7, ຢູ່ທີ່ ສຳນັກງານໃຫຍ່ ກະຊວງການຕ່າງປະເທດ, ທ່ານນາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຮັ່ງ ໄດ້ຕ້ອນຮັບ ທ່ານນາງ ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Jennifer Wicks ພາຍໃນໂອກາດ ທ່ານນາງ ເອກອັກຄະລັດຖະທູດ ເລີ່ມຕົ້ນອາຍຸການປະຕິບັດງານ ຢູ່ທີ່ ຫວຽດນາມ.

ສະຫຼອງວັນຊາດ ອີຢິບ ຄົບຮອບ 74 ປີ: ຫວຽດນາມ ຢັ້ງຢືນການໃຫ້ຄວາມສຳຄັນ ຕໍ່ສາຍພົວພັນສອງຝ່າຍ

ສະຫຼອງວັນຊາດ ອີຢິບ ຄົບຮອບ 74 ປີ: ຫວຽດນາມ ຢັ້ງຢືນການໃຫ້ຄວາມສຳຄັນ ຕໍ່ສາຍພົວພັນສອງຝ່າຍ

ຍສໝ​ - ພາຍໃນຕອນຄ່ຳວັນທີ 23/7, ຢູ່ທີ່ ຮ່າໂນ້ຍ, ສະຖານທູດ ອີຢິບ ປະຈຳ ຫວຽດນາມ ໄດ້ຈັດຕັ້ງ ພິທີສະຫຼອງວັນຊາດ ອີຢິບ ຄົບຮອບ 74 ປີ (23/7/1952 - 23/7/2026) ຢ່າງສົມກຽດ, ທ່ານນາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຫງວຽນມິນຮັ່ງ ເຂົ້າຮ່ວມ ແລະ ກ່າວຄຳເຫັນ ຢູ່ທີ່ພິທີ.

ຫວຽດນາມ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືສາກົນ ກ່ຽວກັບການຄຸ້ມຄອງຊັບພະຍາກອນ ທຳມະຊາດ

ຫວຽດນາມ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືສາກົນ ກ່ຽວກັບການຄຸ້ມຄອງຊັບພະຍາກອນ ທຳມະຊາດ

ຍສໝ​ - ວັນທີ 22/7, ຢູ່ທີ່ ສຳນັກງານໃຫຍ່ ອົງການສະຫະລັດຊາດ ຢູ່ທີ່ ນິວຢອກ, ສະພາຄວາມໝັ້ນຄົງ ອົງການສະຫະລັດຊາດ ໄດ້ຈັດຕັ້ງ ວາລະປຶກສາຫາລືເປີດ ຂັ້ນສູງ ດ້ວຍຫົວຂໍ້ "ການຄຸ້ມຄອງຊັບພະຍາກອນທຳມະຊາດ: ພື້ນຖານຂອງສັນຕິພາບ, ຄວາມສະຫງົບ ແລະ ຄວາມຈະເລີນຮຸ່ງເຮືອງ", ພາຍໃຕ້ການເປັນປະທານຂອງ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ ປະຊາທິປະໄຕ ກົງໂກ (ປະເທດປະທານສະພາຄວາມໝັ້ນຄົງ ປະຈຳເດືອນ 7/2026).

ທິດທາງການພັດທະນາ ສູນກາງການເງິນສາກົນ ຢູ່ທີ່ ຫວຽດນາມ ຮອດປີ 2035

ທິດທາງການພັດທະນາ ສູນກາງການເງິນສາກົນ ຢູ່ທີ່ ຫວຽດນາມ ຮອດປີ 2035

ຍສໝ​ - ທ່ານ ຮອງນາຍົກລັດຖະມົນຕີ - ປະທານສະພາຄະນະບໍລິຫານ ສູນກາງການເງິນສາກົນ ຢູ່ທີ່ ຫວຽດນາມ ເຫງວຽນວັນຖັງ ໄດ້ເຊັນຂໍ້ຕົກລົງ ເລກທີ 04/QĐ-HĐĐHTTTC ວັນທີ 22/7/2026 ອະນຸມັດຜ່ານ ແຜນການພັດທະນາ ສູນກາງນີ້ ຮອດປີ 2035 (ແຜນການ).

ງານມະໂຫລານດົນຕີ “ມໍລະດົກຕື່ນຕົວ” ເຮັດໃຫ້ ເຫ້ວ ຄຶກຄື້ນ

ງານມະໂຫລານດົນຕີ “ມໍລະດົກຕື່ນຕົວ” ເຮັດໃຫ້ ເຫ້ວ ຄຶກຄື້ນ

ຍສໝ - ງານບຸນມໍລະດົກ ແລະ ດົນຕີສາກົນ ເຫ້ວ - Huế Wonderverse Music Fest 2026 ບໍ່ພຽງແຕ່ແມ່ນເຫດການວັດທະນະທຳ - ບັນເທີງ ທີ່ມີຂະໜາດໃຫຍ່ ເທົ່ານັ້ນ ແຕ່ຍັງແມ່ນບາດກ້າວຍຸດທະສາດ ພາຍໃນການເດີນທາງຫັນເອົາຄາດໝາຍ ພັດທະນາອຸດສາຫະກຳວັດທະນະທຳ, ເສດຖະກິດປະດິດສ້າງ ແລະ ການໂຄສະນາຮູບພາບຂອງ ເມືອງເຫ້ວ ໃຫ້ກ້າວໄກໄປເຖິງລະດັບພູມິພາກ ແລະ ສາກົນ ໃຫ້ກາຍເປັນຈິງ.

ຫວຽດນາມ ຮຽກຮ້ອງໃຫ້ມີຄວາມອົດກັ້ນ, ເຄົາລົບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ມີຄວາມອົດກັ້ນ, ເຄົາລົບກົດໝາຍສາກົນ

ຍສໝ - ຢູ່ທີ່ການຖະແຫຼງຂ່າວຂອງ ກະຊວງການຕ່າງປະເທດ ພາຍໃນຕອນບ່າຍວັນທີ 23/7, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຜ່າມທູຮັ່ງ ໄດ້ຕອບຫຼາຍບັນຫາທີ່ສື່ມວນຊົນ ແລະ ຫາງສຽງໃຫ້ຄວາມສົນໃຈ.

ລັດຖະມົນຕີ ເລຮວ່າຍຈຸງ ແລະ ລັດຖະມົນຕີກະຊວງການຕ່າງປະເທດ Marco Rubio ແລກປ່ຽນກ່ຽວກັບສາຍພົວພັນ ຫວຽດນາມ - ອາເມລິກາ

ລັດຖະມົນຕີ ເລຮວ່າຍຈຸງ ແລະ ລັດຖະມົນຕີກະຊວງການຕ່າງປະເທດ Marco Rubio ແລກປ່ຽນກ່ຽວກັບສາຍພົວພັນ ຫວຽດນາມ - ອາເມລິກາ

ຍສໝ - ວັນທີ 23/7, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ມີການພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ Marco Rubio ຢູ່ທີ່ນອກກອງປະຊຸມ ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 59 (AMM-59) ຢູ່ທີ່ ມາໂນລາ, ຟີລິບປິນ.

ຫວຽດນາມ ຊຸກຍູ້ການຮ່ວມມືສາກົນ ກ່ຽວກັບການປົກປັກຮັກສາມໍລະດົກ, ເຊື່ອມໂຍງວັດທະນະທຳ ຢູ່ທີ່ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ

ຫວຽດນາມ ຊຸກຍູ້ການຮ່ວມມືສາກົນ ກ່ຽວກັບການປົກປັກຮັກສາມໍລະດົກ, ເຊື່ອມໂຍງວັດທະນະທຳ ຢູ່ທີ່ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ

ຍສໝ - ແຕ່ວັນທີ 19-29 ກໍລະກົດ, ຢູ່ທີ່ນະຄອນ ປູຊານ, ສ.ເກົາຫຼີ ໄດ້ຈັດກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ ໂດຍມີຜູ້ແທນເຂົ້າຮ່ວມເກືອບ 3.000 ທ່ານ ທີ່ມາຈາກ 21 ປະເທດສະມາຊິກຄະນະກຳມະການ ແລະ ຜູ້ສັງເກດການຫຼາຍກວ່າ 100 ທ່ານ. ທ່ານ ໂງ ເລ ວັນ (Ngô Lê Văn), ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ນຳພາຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ຂະຫຍາຍຕະຫຼາດ ຈີນ ໃຫ້ແກ່ຜະລິດຕະພັນກະສິກຳ ຫວຽດນາມ

ຂະຫຍາຍຕະຫຼາດ ຈີນ ໃຫ້ແກ່ຜະລິດຕະພັນກະສິກຳ ຫວຽດນາມ

ຍສໝ - ຢູ່ທີ່ການພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວ່າງອີ ໃນວັນທີ 22/7 ຢູ່ທີ່ ມາໂນລາ (ຟີລິບປິນ), ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ສະເໜີໃຫ້ ຈີນ ສືບຕໍ່ຂະຫຍາຍຕະຫຼາດໃຫ້ແກ່ສິນຄ້າ, ໂດຍສະເພາະແມ່ນ ຜະລິດຕະພັນກະສິກຳຂອງ ຫວຽດນາມ; ພ້ອມດຽວກັນນັ້ນກໍສ້າງເງື່ອນໄຂໃຫ້ ຫວຽດນາມ ເປັນປະເທດຫົວຂໍ້ຫຼັກຂອງເຄື່ອນໄຫວ "ແບ່ງປັນຕະຫຼາດໃຫຍ່: ສ່ງອອກໄປ ຈີນ".

ອົງການກາແດງຫວຽດນາມ ໃຫ້ການຊ່ວຍເຫຼືອປະຊາຊົນກວ່າ 52 ລ້ານເທື່ອຄົນ ພາຍໃນໄລຍະ 2022-2026

ອົງການກາແດງຫວຽດນາມ ໃຫ້ການຊ່ວຍເຫຼືອປະຊາຊົນກວ່າ 52 ລ້ານເທື່ອຄົນ ພາຍໃນໄລຍະ 2022-2026

ຍສໝ​ - ພາຍໃນໄລຍະຫຼາຍປີທີ່ຜ່ານມາ, ອົງການກາແດງຫວຽດນາມ ສືບຕໍ່ຢັ້ງຢືນບົດບາດເປັນອົງການມະນຸດສະທຳຮັບຜິດຊອບສະເພາະ, ເປັນແກນນຳ, ເປັນຂົວຕໍ່ ແລະ ປະສານງານ ພາຍໃນວຽກງານມະນຸດສະທຳ. ໂດຍຜ່ານນັ້ນ ໄດ້ລະດົມທຶນໄດ້ກວ່າ 21.000 ຕື້ດົ່ງ, ໃຫ້ການຊ່ວຍເຫຼືອປະຊາຊົນທີ່ມີເງື່ອນໄຂຫຍຸ້ງຍາກ ກວ່າ 52 ລ້ານເທື່ອຄົນ.

5 ບຸລິມະສິດສ້າງແຮງຍູ້ໃໝ່ ໃຫ້ແກ່ການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ

5 ບຸລິມະສິດສ້າງແຮງຍູ້ໃໝ່ ໃຫ້ແກ່ການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ

ຍສໝ - ຢູ່ທີ່ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 17 ໃນວັນທີ 22/7 ຢູ່ທີ່ ມາໂນລາ (ຟີລິບປິນ), ທ່ານ ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ສະເໜີເອົາຈິດໃຈ "ຮ່ວມກັນສ້າງສັນ" ເປັນທິດທາງ, ສຸມໃສ່ 5 ຂົງເຂດ ແຕ່ການເຊື່ອມໂຍງພື້ນຖານໂຄງລ່າງ, ຫ່ວງໂສ້ການສະໜອງ ຈົນເຖິງການຫັນເປັນດິຈິທັອນ, ການຄຸ້ມຄອງແຫຼ່ງນ້ຳ ແລະ ຄວາມໝັ້ນຄົງທາງໄຊເບີ.

ຂະຫຍາຍຊ່ອງທາງການຮ່ວມມືດ້ານການຄ້າ ເກີນເທີ - ປາກິດສະຖານ

ຂະຫຍາຍຊ່ອງທາງການຮ່ວມມືດ້ານການຄ້າ ເກີນເທີ - ປາກິດສະຖານ

ຍສໝ​ - ຫວ່າງເບື້ອງຕົ້ນນີ້, ຄະນະຜູ້ແທນ ໂດຍທ່ານ Kohdayar Marri ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ປະຈຳ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ນະຄອນ ເກີນເທີ, ແລກປ່ຽນກ່ຽວກັບທ່າແຮງການຊຸກຍູ້ການຮ່ວມມືດ້ານການຄ້າ ລະຫວ່າງ ສອງຝ່າຍ ພາຍໃນໄລຍະຈະມາເຖິງ.

ຫວຽດນາມ ແມ່ນຈຸດໝາຍປາຍທາງທີ່ໄດ້ຮັບຄວາມນິຍົມເປັນອັນດັບສອງ ຂອງນັກທ່ອງທ່ຽວ ສ.ເກົາຫຼີ

ຫວຽດນາມ ແມ່ນຈຸດໝາຍປາຍທາງທີ່ໄດ້ຮັບຄວາມນິຍົມເປັນອັນດັບສອງ ຂອງນັກທ່ອງທ່ຽວ ສ.ເກົາຫຼີ

ຍສໝ - ຕາມຕົວເລກຂໍ້ມູນ ໂດຍອົງການທ່ອງທ່ຽວ ສ.ເກົາຫຼີ (KTO) ປະກາດໃນເດືອນ 7/2026, ຫວຽດນາມ ຢືນຢູ່ອັນດັບທີສອງ ພາຍໃນລາຍຊື່ບັນດາຈຸດໝາຍປາຍທາງຢູ່ຕ່າງປະເທດ ທີ່ນັກທ່ອງທ່ຽວ ສ.ເກົາຫຼີ ເລືອກໃຊ້ບໍລິການ, ເປັນຮອງພຽງແຕ່ ຍີ່ປຸ່ນ ເທົ່ານັ້ນ.

ຫວຽດນາມ - ຍີ່ປຸ່ນ ເພີ່ມທະວີການຮ່ວມມື ລະຫວ່າງ ສອງພັກກຳອຳນາດ

ຫວຽດນາມ - ຍີ່ປຸ່ນ ເພີ່ມທະວີການຮ່ວມມື ລະຫວ່າງ ສອງພັກກຳອຳນາດ

ຍສໝ - ຫວ່າງເບື້ອງຕົ້ນນີ້, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການ ໄດ້ຕ້ອນຮັບຄະນະຜູ້ແທນ ພັກປະຊາທິປະໄຕ ເສລີ ຍີ່ປຸ່ນ (LDP) ໂດຍທ່ານ Hagiuda Koichi ຜູ້ຮັກສາການເລຂາທິການໃຫຍ່ ເປັນຫົວໜ້າຄະນະ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ຫວຽດນາມ ຕັ້ງແຕ່ວັນທີ 20-23 ກໍລະກົດ ປີ 2026.

ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຫວຽດນາມ - ສ.ເກົາຫຼີ ຈາກການແລກປ່ຽນປະຊາຊົນ

ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຫວຽດນາມ - ສ.ເກົາຫຼີ ຈາກການແລກປ່ຽນປະຊາຊົນ

ຍສໝ - ຕັ້ງແຕ່ວັນທີ 19-21 ກໍລະກົດ, ຄະນະຜູ້ແທນຂອງ ຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ໂດຍທ່ານ ຮວ່າງກົງຖຸຍ, ຮອງປະທານ ເປັນຫົວໜ້າຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ສ.ເກົາຫຼີ, ປະກອບສ່ວນຊຸກຍູ້ການຕ່າງປະເທດປະຊາຊົນ, ເພີ່ມທະວີການເຊື່ອມໂຍງຊຸມຊົນນັກທຸລະກິດ, ຜູ້ຊ່ຽວຊານ, ນັກປາດອາຈານ ຊາວຫວຽດນາມ ຢູ່ທີ່ ສ.ເກົາຫຼີ.

ຫາຍຟອງ: ດຶງດູດທຶນຊ່ວຍເຫຼືອຫຼາຍກວ່າ 1,36 ລ້ານໂດລາສະຫະລັດ ຈາກບັນດາອົງການຈັດຕັ້ງທີ່ບໍ່ແມ່ນລັດຖະບານຕ່າງປະເທດ

ຫາຍຟອງ: ດຶງດູດທຶນຊ່ວຍເຫຼືອຫຼາຍກວ່າ 1,36 ລ້ານໂດລາສະຫະລັດ ຈາກບັນດາອົງການຈັດຕັ້ງທີ່ບໍ່ແມ່ນລັດຖະບານຕ່າງປະເທດ

ຍສໝ - ໃນ 6 ເດືອນຕົ້ນປີ 2026, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ຫາຍຟອງ ໄດ້ລະດົມທຶນຊ່ວຍເຫຼືອຈາກບັນດາອົງການຈັດຕັ້ງທີ່ບໍ່ແມ່ນລັດຖະບານຕ່າງປະເທດ ໄດ້ຫຼາຍກວ່າ 1,36 ລ້ານໂດລາສະຫະລັດ, ໃນນັ້ນ ໄດ້ເບີກຈ່າຍຕົວຈິງແລ້ວຫຼາຍກວ່າ 1,1 ລ້ານໂດລາສະຫະລັດ. ໃນໄລຍະຕໍ່ໜ້ານີ້, ນະຄອນຈະໃຫ້ບຸລິມະສິດໃນການຂະຫຍາຍການຮ່ວມມື ທາງດ້ານການຮັບມືກັບການປ່ຽນແປງດິນຟ້າອາການ, ການລ້ຽງຊີບຢ່າງຍືນຍົງ, ການສຶກສາ, ສາທາລະນະສຸກ ແລະ ການຫັນເປັນດິຈິຕອນ.

|< < 1 2 3 4 5 > >|