ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ລະຫວ່າງ ໄທ ແລະ ຫວຽດນາມ ພວມນັບມື້ນັບມີການພັດທະນາທີ່ເປັນໜ້າຊື່ນຊົມ. ເພື່ອບັນລຸໄດ້ສິ່ງດັ່ງກ່າວ, ຕ້ອງເວົ້າເຖິງການປະກອບສ່ວນຂອງວິສາຫະກິດຊາວ ຫວຽດນາມ ອາໄສ ຢູ່ ໄທ. ສະມາຄົມນັກທຸລະກິດ ໄທ - ຫວຽດ, ດ້ວຍບົດບາດເປັນບ່ອນອີງອັນໝັ້ນແກ່ນໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ປະຈຳ ໄທ ໄດ້ຈັດການເຄື່ອນໄຫວທີ່ແທດຈິງ, ມີຄວາມໝາຍຫຼາຍຢ່າງ ປະກອບສ່ວນເຂົ້າໃນການຕິດພັນວິສາຫະກິດສອງປະເທດ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວົງຄະນະຍາດຊຸມຊົນ.
ໃນໄລຍະເວລາສອງວັນ ແຕ່ວັນທີ 22 – 23 ຕຸລາ, ຜູ້ແທນ 65 ທ່ານ ເຊິ່ງເປັນຊາວໜຸ່ມ, ນັກສຶກສາຜູ້ດີເດັ່ນຂອງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ພ້ອມກັນແບ່ງປັນປະສົບການຕົວຈິງ, ແລກປ່ຽນ, ປຶກສາຫາລືກ່ຽວກັບ 3 ຫົວຂໍ້: ໄວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບ, ຄວາມສາມັກຄີ; ຊາວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ ປະຈັນບານ, ອາສາສະໝັກເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19, ເພື່ອການຊ່ວຍໜູນສັງຄົມ; ຍົກສູງກຳລັງຄວາມສາມາດນຳໃຊ້ເຕັກໂນໂລຢີດີຈີຕອນໃຫ້ແກ່ຊາວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ.
ການເປີດຕົວດ້ວຍຈຸດປະສົງຮັບເອົາຄຳເຫັນປະກອບໂດຍກົງຈາກຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ມີຕໍ່ແຜນນະໂຍບາຍ, ນະໂຍບາຍ, ກົດໝາຍ, ລະບຽບການບໍລິການ ທີ່ກ່ຽວຂ້ອງເຖິງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ
ການສະແດງຊຸດເສື້ອຍາວຂອງ ຫວຽດນາມ ແລະ ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງຫວຽດນາມ ຄື: ແພໄໝ, ເຄື່ອງສິລະປະຫັດຖະກຳ, ເຄື່ອງທີ່ລະນຶກ…ໄດ້ດູດດື່ມຄວາມສົນໃຈຈາກແຂກມາຢ້ຽມຊົມ.
ຍສໝ - ຮອດທ້າຍປີ 2021 ຫວຽດນາມ ມີສະຫະກອນກະສິກຳ 18.327 ແຫ່ງ ແລະ ສະຫະກອນເສດຖະກິດກະສິກຳ 79 ແຫ່ງ. ນີ້ແມ່ນກຳລັງອັນແຮງກ້າ ເພື່ອສ້າງໂຄງປະກອບກະສິກຳຄືນໃໝ່ໃນໄລຍະຈະມາເຖິງ…
ຍສໝ - ສະຫະສະມາຄົມນັກທຸລະກິດ ແລະ ການລົງທຶນ ຫວຽດນາມ - ສ.ເກົາຫຼີ (VKBIA) ແລະ ສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ລາຊະອານາຈັກ ອັງກິດ (VBUK) ເມື່ອບໍ່ດົນມານີ້ ໄດ້ຈັດຕັ້ງພິທີລົງນາມບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືຢ່າງຮອບດ້ານ ໂຄງການ “ສົມທົບກັນໂຄສະນາ, ດຶງດູດການລົງທຶນ, ຮ່ວມມືດຳເນີນທຸລະກິດ, ໜູນຊ່ວຍການຊົມໃຊ້ສິນຄ້າ ຫວຽດນາມ ຢູ່ຕ່າງປະເທດ”.
ຍສໝ - ຫວ່າງແລ້ວນີ້, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດຍິງ, ອຸປະທູດບັນດາອົງການທູຕານຸທູດຕ່າງປະເທດ ປະຈຳ ຫວຽດນາມ.
ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39 ໃນອາທິດຈະມາເຖິງນີ້, ການນຳຂັ້ນສູງພາກພື້ນ ຈະປຶກສາຫາລືກ່ຽວກັບ ແລວໄປ - ມາ ຢູ່ ອາຊຽນ ແລະ ຈະນຳໃຊ້ໃບຢັ້ງຢືນສັກວັກຊິນກັນພະຍາດໂຄວິດ - 19 ໃນທົ່ວພາກພື້ນ.
ຫວຽດນາມ ພວມຮັບຮອງເອົາ ປາດສະປໍ ດ້ານສຸຂະພາບ ຂອງ 72 ປະເທດ ແລະ ເຂດແຄວ້ນ ເປັນການຊົ່ວຄາວ ແລະ ກົງກັນຂ້າມ ກໍມີບາງປະເທດ, ເຂດແຄວ້ນຮັບຮອງເອົາໃບຢັ້ງຢືນການສັກວັກຊິນກັນພະຍາດໂຄວິດ - 19 ຫຼື ໃບຢັ້ງຢືນຜູ້ທີ່ຕິດເຊື້ອພະຍາດໂຄວິດ - 19 ແລະ ໄດ້ຮັບການປິ່ນປົວຫາຍດີໃນຂັ້ນຕອນການແຈ້ງໜັງສືຜ່ານແດນເຂົ້າເມືອງ.
ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ຊີ້ນຳທ້ອງຖິ່ນຕ່າງໆປະຕິບັດການຜ່ອນຜັນບາງຂໍ້ກຳນົດ, ເງື່ອນໄຂກ່ຽວກັບການອອກ, ຕໍ່ກຳນົດເວລາ, ຢັ້ງຢືນໃບອະນຸຍາດແຮງງານໃຫ້ແກ່ແຮງງານຕ່າງປະເທດທີ່ເຮັດວຽກຢູ່ ຫວຽດນາມ.
ຕາມຂໍ້ມູນຈາກກອງທຶນປົກປ້ອງເດັກ ຫວຽດນາມ ແລ້ວ, ໄລ່ຮອດວັນທີ 18 ຕຸລາ, ກອງທຶນໄດ້ຊ່ວຍເຫຼືອເງິນຈຳນວນເກືອບ 7,8 ຕື້ດົ່ງໃຫ້ແກ່ເດັກກຳພ້າກວ່າ 1500 ຄົນ ຍ້ອນໂລກລະບາດໂຄວິດ - 19; ຊ່ວຍເຫຼືອເງິນສົດ ແລະ ວັດຖຸໃຫ້ແກ່ເດັກ 12.800 ຄົນ ທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ດ້ວຍມູນຄ່າກວ່າ 7 ຕື້ດົ່ງ.
ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຈົ່ງກວດກາຄືນ, ປັບປຸງ ແລະ ເພີ່ມເຕີມ ຫຼື ປະກາດໃຊ້ຄຳແນະນຳໃໝ່ກ່ຽວກັບການກວດຫາເຊື້ອ, ແຍກຕົວ, ຕິດຕາມອາການສຸຂະພາບໂດຍດ່ວນ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ຊາວຫວຽດນາມ ທີ່ກັບຄືນມາປະເທດ; ນັກທຸລະກິດ, ນັກຊ່ຽວຊານ, ແຮງງານເຕັກນິກສູງ… ທີ່ເປັນຊາວຕ່າງປະເທດເຂົ້າເມືອງ ຫວຽດນາມ ຢ່າງສະດວກ ແລະ ປອດໄພ.
ປີ 2021 ແມ່ນປີ ຫວຽດນາມ ເລີ່ມປະຕິບັດຍຸດທະສາດຄວາມສະເຫມີພາບລະຫວ່າງ ຍິງ - ຊາຍ ຂອງໄລຍະໃຫມ່ (2021- 2026). ເຖິງວ່າ ຖືກຜົນສະທ້ອນຢ່າງຫນັກຫນ່ວງຈາກໂລກລະບາດໂຄວິດ -19 ກໍຕາມ ແຕ່ດ້ວຍຄວາມຕັດສິນໃຈຂອງລັດຖະບານ ແລະ ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆ, ການປະຕິບັດຍຸດທະສາດດັ່ງກ່າວໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງໃນທົ່ວປະເທດ ແລະ ບັນລຸໄດ້ໝາກຜົນຕັ້ງຫນ້າ, ຫນູນຊ່ວຍຢ່າງແຮງໃຫ້ແກ່ແມ່ຍິງ ແລະ ເດັກຍິງ ຜ່ານຜ່າໂລກລະບາດ.
ວັນທີ 19 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ລາວ, ສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ມອບເຂົ້າສານຈໍານວນ 5 ໂຕນ ພ້ອມດ້ວຍໝີ່ສຳເລັດຮູບ 500 ແກັດ ໃຫ້ແກ່ ອົງການພຸດທະສາສະໜາສຳພັນ ລາວ ຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດ.
ວັນທີ 19 ຕຸລາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ພ້ອມດ້ວຍທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ນີກາຣາກວາ Arlette Marenco ໄດ້ດຳເນີນກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີການຕ່າງປະເທດຄັ້ງທຳອິດ ດ້ວຍຮູບການທາງໄກ.
ຍສໝ - ພິທີມອບລາງວັນສອບເສັງຊອກຫາວິທີການຫັນເປັນດີຈີຕອນແຫ່ງຊາດ Viet Solutions 2021 ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 18 ຕຸລາຢູ່ຮ່າໂນ້ຍ. Viet Solutions 2021 ແມ່ນການສອບເສັງໂດຍກະຊວງຖະແຫຼງຂ່າວແລະສື່ສານອຸປະຖຳ, ກົມຫັນເປັນຄອມພິວເຕີແລະກຸ່ມບໍລິສັດ Viettel ສົມທົບກັນຈັດຕັ້ງ.
ຍສໝ - ງານມະຫາກຳຮູບເງົາວິທະຍາສາດຄັ້ງທີ 11 ຢູ່ຫວຽດນາມທີ່ມີຫົວຂໍ້ກ່ຽວກັບສຸຂະພາບຈະດຳເນີນໃນລະຫວ່າງວັນທີ 22 ຕຸລາ - 31 ທັນວາ 2021 ດ້ວຍຫຼາຍຮູບແບບປ່ຽນແປງໃໝ່ ແລະດຶງດູດໃຈ...
ຍສໝ - ບັ້ນຍຸດທະສາດ “ຜ້າອັດປາກດັງ N95 ກ່ວາ 100.000 ອັນໃຫ້ແກ່ໄຊງ່ອນ” ໂດຍໂຄງການຮ່ວມແຮງຮ່ວມໃຈເພື່ອຫວຽດນາມແລະ Stay Strong Saigon ໃນວັນທີ 27 ກໍລະກົດໄດ້ລະດົມຜ້າອັດປາກດັງກ່ວາ 100.000 ອັນທີ່ໄດ້ຂົນສົ່ງແຕ່ອາເມລິກາໄປ ສິງກະໂປມາຍັງ ນະຄອນໂຮ່ຈີມິນ.
ຍສໝ - ການເຄື່ອນໄຫວພົບປະແລກປ່ຽນໃນຫຼາຍຂົງເຂດລະຫວ່າງຫວຽດນາມແລະ Kanagawa ຈະມີບັນດາໝາກຜົນອັນດີງາມກ່ວາອີກ, ປະກອບສ່ວນເຂົ້າໃນການພົວພັນສະໜິດຕິດພັນ, ສະໜິດສະໜົມລະຫວ່າງສອງຝ່າຍ.
ຄະນະກຳມະການ ອາຊຽນ ປະຈຳ ນະຄອນຫຼວງ ວໍຊິງຕັນ, ອາເມລິກາ ຫາກໍເຮັດວຽກກັບທ່ານ Stephen Claeys - ຜູ້ອຳນວຍການຂັ້ນສູງກ່ຽວກັບນະໂຍບາຍການຄ້າຂອງPfizer, ກ່ຽວກັບການຮ່ວມມືລະຫວ່າງ Pfizer ກັບບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.