ຍສໝ - ເມື່ອບໍ່ດົນມານີ້, ສະມາຄົມມິດຕະພາບຫວຽດນາມ - ຝະລັ່ງ ຢູ່ ຮ່າໂນ້ຍ ນໍາໂດຍ ທ່ານ ຫງວຽນເລີນຈູງ ເປັນຫົວໜ້າຄະນະ ໄດ້ໄປຍັງຄະນະກຳມະການແນວໂຮມປະເທດຊາດຫວຽດນາມນະຄອນຮ່າໂນ້ຍ ເພື່ອມອບຜ້າອັດປາກດ້ານການແພດ 10.000 ອັນ ເພື່ອຊ່ວຍການປ້ອງກັນ ແລະ ຕ້ານການລະບາດຂອງ COVID-19.
ຍສໝ - ຕອນບ່າຍວັນທີ 29 ເມສາ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ສົມທົບກັບສະມາຄົມມິດຕະພາບຫວຽດນາມ - ຝລັ່ງ ນະຄອນໂຮ່ຈິມິນ ໄດ້ມອບເຄື່ອງມືອຸປະກອນການແພດ ເຊິ່ງເປັນຜ້າບັງປາກຈຳນວນ 23.000 ແຜ່ນ ແລະ ນໍ້າຢາຂ້າເຊື້ອ 100 ລິດ ໃຫ້ປະຊາຊົນຝຣັ່ງ ເພື່ອຮ່ວມມືຕໍ່ຕ້ານພະຍາດ COVID-19 ຜ່ານສະຖານກົງສຸນຝຣັ່ງ ປະຈຳນະຄອນໂຮ່ຈີມິນ.
ຍສໝ - ເມື່ອບໍ່ດົນມານີ້ , ຜູ້ຕາງໜ້າສະມາຄົມມິດຕະພາບຫວຽດນາມ - Azerbaijan ໄດ້ຢ້ຽມຢາມສະຖານທູດ Azerbaijan ປະຈຳ ຫວຽດນາມ, ເພື່ອມອບຜ້າບັງປາກ ຈຳນວນ 10.000 ແຜ່ນ ເພື່ອສະໜັບສະໜູນປະຊາຊົນ Azerbaijan ໃນການຕໍ່ສູ້ຕ້ານການລະບາດຂອງພະຍາດ COVID-19.
ຍສໝ - ໂຮງໝໍແມ່ສູນກາງ ຫາກໍ່ໄດ້ມອບຊຸດປ້ອງກັນຕ້ານໂລກລະບາດ 500 ຊຸດ ບັນລຸມາດຕະຖານ, ເຊິ່ງແຕ່ລະຊຸດປະກອບມີ: ໂສ້ງ, ເຊື້ອ, ຜ້າອັດປາກ, ແວ່ນຕາ, ໝວກ, ຖົງມື ແລະ ຜ້າປົກເກີບ ໃຫ້ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ ເພື່ອສະໜັບສະໜູນ ປະຊາຊົນຝຣັ່ງຕໍ່ຕ້ານ COVID-19.
ຍສໝ - ໃນຕອນເຊົ້າວັນທີ 22 ເມສາ, ຄະນະຜູ້ແທນສະມາຄົມມິດຕະພາບ ແລະ ຮ່ວມມືຫວຽດນາມ - ຝຣັ່ງ ນຳໂດຍທ່ານນາງ ຫງວຽນທິກິມຕຽນ - ຫົວໜ້າຄະນະເບິ່ງແຍງ ແລະ ຮັກສາສຸຂະພາບ ພະນັກງານ ຂັ້ນ ສູນກາງ ໄດ້ມາຢ້ຽມຢາມສະຖານທູດຝຣັ່ງ ປະຈຳ ຫວຽດນາມ ແລະ ໄດ້ມອບຜ້າບັງປາກການແພດ ຈຳນວນ 51,000 ແຜ່ນ ເພື່ອສະໜັບສະໜູນປະເທດຝະລັ່ງ ໃນການປ້ອງກັນ ແລະ ຕ້ານຕໍ່ກັບພະຍາດ COVID-19.
ເມື່ອບໍ່ດົນມານີ້, ສະມາຄົມມິດຕະພາບຫວຽດນາມ - ອີຕາລີ ໄດ້ມອບຜ້າບັງປາກ ຈຳນວນ 16.500 ແຜ່ນໃຫ້ປະເທດອີຕາລີ ເພື່ອແຈກຢາຍທັນທີໃຫ້ສະມາຊິກສະມາຄົມ ແລະ ນັກສຶກສາຫວຽດນາມທີ່ກຳລັງ ຮຽນຢູ່ບັນດາມະຫາວິທະຍາໄລຂອງເຂດທ້ອງຖິ່ນ Emilia Romagna - ອີຕາລີ.
ຍສໝ - ໃນຕອນບ່າຍຂອງວັນທີ 21 ເມສາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນແມ້ງຮູ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ, ປະທານສະມາຄົມມິດຕະພາບຫວຽດນາມ - ອິນເດຍ ໄດ້ມອບຜ້າອັດປາກ 100.000 ອັນ ໃຫ້ແກ່ສະຖານທູດອິນເດຍປະຈຳຫວຽດນາມ ເພື່ອສະໜັບສະໜູນປະຊາຊົນ ອິນເດຍ ປ້ອງກັນ ແລະ ຄວບຄຸມ ໂລກພະຍາດ COVID-19.
ຍສໝ - ໃນຕອນບ່າຍຂອງວັນທີ 9 ເມສາ 2020, ຢູ່ ສຳນັກງານໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດພິທີມອບຮັບອຸປະກອນການແພດ ເພື່ອສະໜັບສະໜຸນ ລາວ ປ້ອງກັນ ແລະ ຄວບຄຸມ ໂລກພະຍາດ Covid - 19 ລະຫວ່າງສະມາຄົມມິດຕະພາບຫວຽດນາມ - ລາວ ເປັນຜູ້ຮັບ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ໃນກໍາລັງຕໍາຫຼວດ ປະຊາຊົນຫວຽດນາມ, ກົມການຕ່າງປະເທດ, ກະຊວງຕໍາຫຼວດ ເປັນຜູ້ມອບ; ອຸປະກອນການແພດໃນຄັ້ງນີ້ ປະກອບມີ ຜ້າອັດປາກ 1.000 ໂຕ ແລະ ເງິນສົດຈຳນວນເງິນ 100 ລ້ານດົ່ງ.
ຍສໝ - ໂດຍຜ່ານການສົມທົບກັບສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ, ວັນທີ 31 ມີນາ, ສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ ໄດ້ສົ່ງມອບຜ້າບັງປາກ 5,000 ຜືນ ໃຫ້ແກ່ປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ຮໍ່າຮຽນ ແລະ ເຮັດວຽກຢູ່ ສ. ເກົາຫຼີ.
ຍສໝ - ຕອນເຊົ້າວັນທີ 3 ມັງກອນ, ສະມາຄົມມິດຕະພາບຫວຽດນາມ - ລາວແຂວງແທງຮວາ ໄດ້ຈັດກອງປະຊຸມສະຫຼຸບວຽກງານຂອງສະມາຄົມໃນປີ 2019 ແລະ ຜັນຂະຫຍາຍພາລະກິດດັ່ງກ່າວໃນປີ 2020.
ຍສໝ - ພວກເຮົາມີຫຼາຍໝື່ນຄົນທີ່ເຄີຍເຂົ້າຮ່ວມການຕໍ່ສູ້, ຊ່ວຍເຫຼືອ ກຳປູເຈຍ. ໃນຊີວິດປະຈຳວັນ, ຫຼາຍຄົນຍັງທຸກຍາກ. ພວກຂ້າພະເຈົ້າເຕົ້າຮົມເຂົາຢູ່ແຕ່ລະທ້ອງຖີ່ນ, ຕາມແຕ່ລະແນວໂຮມ, ແຕ່ລະເຫຼົ່າຮົບ ແລະ ຈັດຕັ້ງການເຄື່ອນໄຫວຕ່າງໆທີ່ເອົາໃຈໃສ່, ແບ່່ງປັນກັບເຂົາ.
ຍສໝ - ຜູ້ແທນຢ່າງເປັນທາງການຈຳນວນ 250 ຄົນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກກວ່າ 13,000 ຄົນ ໃນທົ່ວແຂວງໄດ້ເຂົ້າຮ່ວມກອງປະຊຸມຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ຄັ້ງທີ 3 ຢູ່ແຂວງ ຖ໋າຍຫງວຽນ.
ສອງວັນທີ່ຜ່ານມາ, ຢູ່ຫ້ອງຮັບແຂກ ສະໂມສອນຫຼັກ 4, ນະຄອນປາກເຊ, ແຂວງຈຳປາສັກ, ການນໍາແຂວງຈໍາປາສັກນໍາໂດຍ ສະຫາຍ ເມກສະຫວັນ ພົມພິທັກ, ຮອງເລຂາອົງຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ແລະ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຈໍາປາສັກ, ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ສະຫາຍຫງຽວນກວາງຢຽນ, ປະທານຄະນະກວດກາພັກ-ລັດເມືອງລາກເຢືອງ, ແລະ ກຳມະການຄະນະບໍລິຫານງານສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງເລິມດົງ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ.
ຍສໝ - ໃນຕອນບ່າຍຂອງວັນທີ 12 ກໍລະກົດ 2019, ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ໂດຍທ່ານ ຫງວຽນ ວັນ ມີ້, ຮອງປະທານທັງເປັນເລຂານຸການສະມາຄົມມິດຕະພາບຫວຽດນາມ - ລາວ ນຳໜ້າ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ພັນຄຳ ວິພາວັນ, ຜູ້ປະຈຳການຄະນະເລຂາ, ຮອງປະທານປະເທດລາວ.
ເມື່ອມໍ່ໆມານີ້, ຢູ່ທີ່ຫ້ອງວ່າການແຂວງເຊກອງ ໄດ້ຈັດກອງປະຊຸມ ສາມັນຄົບຄະນະ ບໍລິຫານງານ ສະມາຄົມ ມິດຕະພາບ ລາວ-ຫວຽດນາມ ທົ່ວປະເທດ ໂດຍການເປັນປະທານ ຂອງ ສະຫາຍ ວິໄລວົງ ບຸດດາຄຳ, ກຳມະການສູນກາງພັກ, ປະທານກຳມະທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄຳເຜີຍ ບຸດດາວຽງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ສະຫາຍ ສົມດີ ບຸນຄຸ້ມ ຮອງຫົວໜ້າຄະນະ ພົວພັນຕ່າງປະເທດ ສູນກາງພັກ, ມີບັນດາ ສະຫາຍປະ ທານສະມາຄົມ ມິດຕະພາບ ລາວ-ຫວຽດນາມ ແລະ ພະແນກການ ຕ່າງປະເທດ ແລະ ບັນດາສະຫາຍກຳມະການ ສະມາຄົມ ມິດຕະພາບ ລາວ-ຫວຽດນາມຂັ້ນສູນກາງ ເຂົ້າຮ່ວມ.
ຍສໝ - ໃນຕອນເຊົ້າ ວັນທີ 6 ກໍລະກົດ, ຢູ່ທີ່ ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ອັງກິດ ໄດ້ຈັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 4, ໃນໄລຍະ 2019-2024. ທ່ານ ຮວ່າງ ກວກ ເວື້ອງ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ຮັບການຄັດເລືອກໃຫ້ເປັນປະທານສະມາຄົມຄົນໃຫມ່.
ຍສໝ - ໂດຍຕອບສະໜອງຕາມຄຳເຊີນ ຂອງ ສະມາຄົມ ມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ, ຄະນະຜູ້ແທນ ສະມາຄົມ ມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ນຳໂດຍ ສະຫາຍ ເຈິນ ວັນຕຸ້ຍ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ ຫົວໜ້າຄະນະຮັບຜິດຊອບວຽກງານຜູ້ແທນສະພາ ຮອງຫົວໜ້າຄະນະ ຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 30 ພຶດສະພາ - 3 ມິຖຸນາ 2019.
ໂດຍຕອບສະໜອງຕາມຄຳເຊີນ ຂອງ ສະມາຄົມ ມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ, ຄະນະຜູ້ແທນ ສະມາຄົມ ມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ນຳໂດຍ ສະຫາຍ ເຈິນ ວັນຕຸ້ຍ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ ຫົວໜ້າຄະນະຮັບຜິດຊອບວຽກງານຜູ້ແທນສະພາ ຮອງຫົວໜ້າຄະນະ ຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 30 ພຶດສະພາ - 3 ມິຖຸນາ 2019.
ຍສໝ - ຕອນບ່າຍວັນທີ 31 ພຶດສະພາ 2019, ທີ່ ນະຄອນຫຼວງວຽງຈັນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແຕ່ວັນທີ 30 ພຶດສະພາ ຫາວັນທີ 3 ມິຖຸນາ 2019, ຄະນະຜູ້ແທນສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ນໍາໂດຍທ່ານ ເຈິ່ນ ວັນ ຕຸ໋ຍ, ປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ພັນຄໍາ ວິພາວັນ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດລາວ.
ຍສໝ - ໃນຕອນບ່າຍຂອງວັນທີ 31 ພຶດສະພາ 2019, ທີ່ ນະຄອນຫຼວງວຽງຈັນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແຕ່ວັນທີ 30 ພຶດສະພາ ຫາວັນທີ 3 ມິຖຸນາ 2019, ຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ນໍາໂດຍທ່ານ ເຈິ່ນວັນຕຸ໋ຍ, ປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ.