ຍສໝ - ທີ່ການໂອ້ລົມເຈລະຈາ, ບັນດາວິສາຫະກິດ ຫວຽດນາມ ແລະ ອາເມລິກາ ໄດ້ມີການແບ່ງປັນ, ແລກປ່ຽນຫຼາຍຢ່າງກ່ຽວກັບບັນດາກາລະໂອກາດຮ່ວມມື, ລະບຽບການກ່ຽວກັບການລົງທຶນ, ດຳເນີນທຸລະກິດຢູ່ ອາເມລິກາ.
ຫວ່າງແລ້ວນີ້, ສະມາຄົມມິດຕະພາບຫວຽດນາມ-ສິງກະໂປ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງ ແລະຮັບໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີ.
ຫວ້າງແລ້ວນີ້, ທີ່ນະຄອນໂຮ່ຈີມິນ, ສະຖາບັນການເມືອງ ເຂດ II ຈັດຕັ້ງພິທີຕ້ອນຮັບຄະນະຜູ້ແທນໂຮງຮຽນການເມືອງ-ການປົກຄອງແຂວງຈໍາປາສັກ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວແນໃສ່ສ້າງຕັ້ງ, ເພີ່ມທະວີການພົວພັນອັນເລິກເຊິ່ງລະຫວ່າງສອງຝ່າຍ.
ຍສໝ - ວັນທີ 7 ທັນວາ, ຢູ່ຄ້າຍກວດກາຊາຍແດນ ຮົ່ງໄທ, ປ້ອມປ້ອງກັນຊາຍແດນ ເຍີມ, ຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ເມືອງ ອາເລື໋ອຍ ໄດ້ສົມທົບກັບຄະນະຄຸ້ມຄອງບໍລິຫານສະມາຄົມພຸດທະສາສະໜາ ຫວຽດນາມ ເມືອງ, ແນວໂຮມປະເທດຊາດຕາແສງ ກວາງເຍີມ ແລະ ປ້ອມປ້ອງກັນຊາຍແດນ ເຍີມ ຈັດຕັ້ງໂຄງການມອບຂອງຂວັນໃຫ້ປະຊາຊົນ ບ້ານ ເຊຊັບ ເມືອງ ກະລຶມ, ແຂວງເຊກອງ, ສປປ ລາວ.
ຍສໝ - ດ້ວຍຄວາມຮັກແພງຕໍ່ວັດທະນະທຳຫວຽດນາມ, ບັນດາໄວໜຸ່ມລາວ ຄືທ່ານນາງ ເມສາ ບົວວອນ ແລະ ທ່ານ ພູມພິທັດ ອຸປະເສີດ ພວມເຜີຍແຜ່ບັນດາຄຸນຄ່າອັນດີງາມກ່ຽວກັບວັດທະນະທຳຂອງສອງປະເທດ. ໂດຍຜ່ານແຕ່ລະວິດີໂອຢ່າງສັດຊື່ຈິງໃຈ, ພວກເຂົາບໍ່ພຽງແຕ່ສົ່ງແຮງບັນດານໃຈເທົ່ານັ້ນ ຫາກຍັງຕິດພັນນ້ຳໃຈມິດຕະພາບ ຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນ.
ຫວ່າງແລ້ວນີ້, ທ່ານ Vadim Potanin, ຫົວໜ້າຜູ້ຕາງໜ້າພະນັກງານຂັ້ນສູງ ຂອງກົມໜູນຊ່ວຍການເຄື່ອນໄຫວຮັກສາສັນຕິພາບຢູ່ສໍານັກງານ ສປຊ, ນິວຢອກ ແລະທ່ານນາງ Uchenna Odenigbo, ຫົວໜ້າພະແນກໜູນຊ່ວຍຄະນະປະຕິບັດງານ UNISFA ໄດ້ມາຢ້ຽມຢາມ ແລະເຮັດວຽກກັບກອງຊ່າງແສງເລກ 3 ຂອງຫວຽດນາມ ແລະສະແດງຄວາມປະທັບໃຈອັນດີງາມ.
ຍສໝ - ດ້ວຍການໜູນຊ່ວຍຈາກບັນດາຜູ້ຊ່ຽວຊານຢູ່ໂຮງໝໍການແພດທະຫານ 103 ຫວຽດນາມ, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ເປັນເຈົ້າເຕັກນິກການປ່ຽນຖ່າຍໝາກໄຂ່ຫຼັງເທື່ອລະກ້າວ, ເປີດສັງກາດໃຫມ່ໃນຂະແໜງການສາທາລະນະສຸກຂອງລາວ. ບັນດາຄວາມມານະພະຍາຍາມດັ່ງກ່າວ ບໍ່ພຽງແຕ່ແມ່ນຂີດໝາຍຄວາມກ້າວໜ້າດ້ານວິຊາສະເພາະເທົ່ານັ້ນ ຫາກຍັງເປັນສັນຍາລັກໃຫ້ແກ່ນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ.
ຍສໝ - ກຳລັງທະຫານຊາຍແດນ ຫວຽດນາມ ແລະ ລາວ ໄດ້ເປັນເຈົ້າການ, ຕັ້ງໜ້າໃນການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະ ບັນລຸໄດ້ບັນດາໝາກຜົນພົ້ນເດັ່ນໃນການຄຸ້ມຄອງປ້ອງກັນຊາຍແດນ, ຮັກສາຄວາມປອດໄພ, ກໍ່ສ້າງເສັ້ນຊາຍແດນສາມັກຄີ, ສັນຕິພາບ, ມິດຕະພາບຂອງສອງປະເທດ.
ຍສໝ - ບໍ່ພຽງແຕ່ອອກອາກາດບັນດາຜະລິດຕະພັນສື່ມວນຊົນກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວ, ສື່ມວນຊົນຂອງສອງປະເທດຍັງໄດ້ເປີດຕົວບັນດາໜ້າເວັບ, ການຮ່ວມມື ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນເພື່ອພ້ອມກັນພັດທະນາ.
ຍສໝ - ພາຍຫຼັງ 20 ປີແຫ່ງການພັດທະນາ, ສະມາຄົມແມ່ຍິງ ຫວຽດນາມ ຢູ່ ຮຸງກາຣີ (ສະມາຄົມ) ໄດ້ກາຍເປັນເຮືອນລວມ ເພື່ອຕິດພັນແມ່ຍິງ ຫວຽດນາມ ຢູ່ ຮຸງກາຣີ.
ຍສໝ - ວັນທີ 8 ທັນວາ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ແລະ ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັນຈັດຕັ້ງວັນແຮງງານ ຫວຽດນາມ ຢູ່ ຍີ່ປຸ່ນ 2024. ນີ້ແມ່ນເຫດການສຳຄັນທຳອິດສຳລັບຜູ້ອອກແຮງງານ ຫວຽດນາມ ຢູ່ເຂດດີນແດນຕາເວັນຂຶ້ນ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ນະຄອນ ໂຮ່ຈີມິນ, ສະຖານກົງສູນໃຫຍ່ສາທາລະນະລັດ ກູບາ ປະຈຳນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 64 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ກູບາ ແລະ ຫວຽດນາມ (2 ທັນວາ 1960 - 2 ທັນວາ 2024).
ຫວ່າງແລ້ວນີ້, ຢູ່ Vinpearl Resort & Golf Nam Hoi An (ແຂວງ ກວາງນາມ), ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ຈະສົມທົບກັບອົງການທ່ອງທ່ຽວສະຫະປະຊາຊາດ (UN Tourism) ແລະຄະນະກຳມະການປະຊາຊົນແຂວງກວາງນາມ ຈັດກອງປະຊຸມສາກົນກ່ຽວກັບການທ່ອງທ່ຽວຊົນນະບົດ ຄັ້ງທີ 1 ແລະວາລະປະຊຸມປະຈຳປີເຄືອຂ່າຍບ້ານທ່ອງທ່ຽວດີທີ່ສຸດຂອງ UN Tourism.
ຍສໝ - ຫວ່າງມໍ່ໆນີ້, ວິທະຍາຄານສັນຕິບານປະຊາຊົນ ໄດ້ຈັດພິທີປິດຊຸດອົບຮົມຫົວຂໍ້ສະເພາະກ່ຽວກັບວຽກງານຕ້ານການເຄື່ອນໄຫວສວຍໃຊ້ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດເພື່ອລ່ວງລະເມີດຄວາມໝັ້ນຄົງແຫ່ງຊາດ ໃຫ້ແກ່ພະນັກງານກະຊວງປ້ອງກັນຄວາມສະຫງົບ ລາວ. ທ່ານ ສາດສະດາຈານ, ປະລິນຍາເອກ, ພັນເອກ ຫງວຽນເຈືອງທໍ້, ຮອງຫົວໜ້າວິທະຍາຄານສັນຕິບານປະຊາຊົນ ເປັນປະທານພິທີ.
ກອງບັນຊາການທະຫານຊາຍແດນແຂວງກວາງຈິ ໄດ້ສົມທົບກັບກອງບັນຊາການທະຫານແຂວງສາລະວັນ ດໍາເນີນການລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນຫວຽດນາມ-ລາວ, ແຕ່ຫຼັກໝາຍຊາຍແດນແຫ່ງຊາດທີ 634 ເຖິງ 636.
ຍສໝ - ຕອນບ່າຍວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ກ່ຽວກັບວິຊາສະເພາະວຽກງານກຳມະບານໃນກອງທັບ ປີ 2024.
ຍສໝ - ການຈັດງານຕະຫຼາດນັດການຄ້າລະຫວ່າງຫວຽດນາມ - ລາວ ເປັນປະຈຳ ບໍ່ພຽງແຕ່ມີບົດບາດເປັນຂົວຕໍ່ຢ່າງມີປະສິດທິຜົນໃຫ້ບັນດາວິສາຫະກິດ, ນັກລົງທຶນໄດ້ພົບປະ, ແລກປ່ຽນປະສົບການ, ຖ່າຍທອດເຕັກໂນໂລຢີ, ການຮ່ວມມືດ້ານການລົງທຶນ, ຮ່ວມທຸລະກິດເທົ່ານັ້ນ, ຫາກຍັງແມ່ນເຫດການການເມືອງ, ເສດຖະກິດ - ສັງຄົມທີ່ມີຄວາມໝາຍ ເພື່ອປະກອບສ່ວນປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ - ລາວ.
ຍສໝ - ນັບແຕ່ຕອນເຊົ້າ, ຊາວອາຟຼິກາໃຕ້ຫຼາຍຄົນ, ສະມາຊິກຄະນະການທູດຈາກບັນດາປະເທດຕ່າງໆ ແລະ ປະຊາຄົມຊາວຫວຽດນາມ ອາໄສ, ເຮັດວຽກ ແລະ ຮ່ຳຮຽນຢູ່ອາຟຼິກາໃຕ້ ໄດ້ລຽນແຖວຢູ່ເຂດແນະນຳເຝີ ແລະ ອາຫານຂອງຫວຽດນາມ ຢ່າງກະຕືລືລົ້ນ.
ຍສໝ - ໃນວຽກງານປ້ອງກັນອັກຄີໄພ ແລະ ກູ້ຊີບກູ້ໄພ, 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ມີການຮ່ວມມືທີ່ລະອຽດ ແລະ ແທດຈິງໃນການຝຶກອົບຮົມ ແລະ ສົມທົບກັນ, ໜູນຊ່ວຍວຽກງານດັບເພີງ ແລະ ກູ້ຊີບກູ້ໄພຢູ່ເຂດຊາຍແດນ ເຮັດໃຫ້ການພົວພັນອັນດີງາມລະຫວ່າງກຳລັງປະຕິບັດໜ້າທີ່ຂອງ 3 ປະເທດເລິກເຊິ່ງກວ່າ.
ຍສໝ - ຫວ່າງແລ້ວນີ້, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ເຈີ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເຮັດວຽກກັບຄະນະຜູ້ແທນສະຫະພັນນາຍຈ້າງຝຣັ່ງ (MEDEF) ນໍາໂດຍທ່ານ Francois Corbin, ຜູ້ຕາງໜ້າພິເສດຂອງກະຊວງເອີລົບ ແລະການຕ່າງປະເທດຝຣັ່ງ, ທັງເປັນຮອງປະທານ MEDEF ທີ່ພວມຢ້ຽມຢາມ, ຊອກຮູ້ກາລະໂອກາດຮ່ວມມືລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ.