ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຊາດສປປ.ລາວ (2 ທັນວາ 1975 - 2 ທັນວາ 2020), ໃນຕອນເຊົ້າວັນທີ 30 ພະຈິກ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ໄປຢ້ຽມຢາມ ແລະ ສະແດງຄວາມຊົມເຊີຍວັນຊາດຂອງປະເທດລາວ ທີ່ສຳນັກງານໃຫຍ່ຂອງສະຖານທູດລາວ ປະຈຳຮ່າໂນ້ຍ.
ຍສໝ - ຄະນະກຸສົນຂອງສູນກາງສະມາຄົມພຸດທະສາສະໜາຫວຽດນາມ ແລະສະມາຄົມກຸສົນ “ແບ່ງປັນ-Sharing” ໄດ້ມອບຂອງຂວັນ 2.000 ພູດໃຫ້ແກ່ເດັກນ້ອຍທີ່ຮຽນຢູ່ໂຮງຮຽນອະນຸບານ; ມອບຂອງຂວັນຈຳນວນ 4.000 ພູດ ໃຫ້ແກ່ຄອບຄົວທຸກຍາກ ແລະໃກ້ຈະທຸກຍາກໃນ 7 ຕາແສງ ຢູ່ ເຂດເລ່ຍ, ແຂວງກວາງຈິ ແລະປະຊາຊົນ 10 ບ້ານ ຢູ່ ລຽບຕາມຊາຍແດນຂອງເມືອງສະໝ້ວຍ, ແຂວງສາລະວັນ ແລະເມືອງນອງ, ແຂວງສະຫວັນນະເຂດ ສປປ.ລາວ.
ຍສໝ - ໃນຕອນເຊົ້າວັນທີ 18 ພະຈິກ 2020 ທີ່ກະຊວງແຜນການ ແລະ ການລົງທຶນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຕ້ອນຮັບການຢ້ຽມຂໍ່ານັບ ຂອງທ່ານນາງ ເພຍ ບຣິດໂຕ(Pia Britto) ຜູ້ຕາງໜ້າຂອງອົງການ ອຸຍນີເຊບ (UNICEF) ຄົນໃໝ່ ປະຈຳ ສປປ ລາວ.
ໃນວັນທີ 19 ພະຈິກ 2020 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ຮສສ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມອຳລາ ຂອງທ່ານ ຊິນ ຊອງ ຊຸນ ເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫລີ ເນື່ອງໃນໂອກາດ ສຳເລັດໜ້າທີ່ ທາງການທູດຢູ່ ສປປ ລາວ.
ຍສໝ - ການນໍາກອງບັນຊາການທະຫານແຂວງກວ໋າງຫງາຍ ໄດ້ມອບເງິນຈໍານວນ 1 ຕື້ດົ່ງໃຫ້ກອງບັນຊາການທະຫານແຂວງຈໍາປາສັກ ເພື່ອໜູນຊ່ວຍການກໍ່ສ້າງໂຄງການມິດຕະພາບການທະຫານປີ 2020.
ຍສໝ - ໃນໂອກາດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ກອງປະຊຸມລະດັບສູງທີ່ກ່ຽວຂ້ອງ ທີ່ຈັດຂຶ້ນໃນລະຫວ່າງວັນທີ 12-15 ພະຈິກ, ສື່ມວນຊົນຂອງປະເທດ ສປປ.ລາວ ໄດ້ສົ່ງຂ່າວກ່ຽວກັບເຫດການດັ່ງກ່າວ, ແລະ ເຊິ່ງໄດ້ຕີລາຄາສູງຕໍ່ບົດບາດດຳລົງຕຳແໜ່ງປີປະທານອາຊຽນ 2020 ຂອງຫວຽດນາມ.
ຍສໝ - ທ່ານນາຍົກລັດຖະມົນຕີ ສປປ.ລາວ ໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳອາຊຽນ ຕ້ອງການພະຍາຍາມ ເພື່ອຟື້ນຟູບັນດາພາກສ່ວນເສດຖະກິດທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19 ແລະ ສືບຕໍ່ໃຫ້ການຮ່ວມມືໃນການຄົ້ນຄວ້າແລະ ພັດທະນາວັກຊີນປ້ອງກັນ ແລະ ຕ້ານພະຍາດ.
ເພື່ອຊຸກຍູ້ ແລະ ສົ່ງເສີມການລົງທຶນ ພາກເອກະຊົນ ໃຫ້ບັນລຸຄາດໝາຍທີ່ວາງໄວ້, ລັດຖະບານ ຈະໄດ້ສຸມໃສ່ ໃນການປະສານສົບທົບ ກັບຂະແໜງ ການທີ່ກ່ຽວຂ້ອງ ເພື່ອປັບປຸງລະບຽບການ, ກົນໄກ, ການປະສານງານ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ເພື່ອສ້າງສະພາບ ແວດລ້ອມທີ່ເອື້ອອຳນວຍ ໃນການດຳເນີນ ທຸລະກິດຢູ່ໃນ ສປປ ລາວ, ທັງຮັບປະກັນໃຫ້ມີ ຄວາມໂປ່ງໃສ ແລະ ວ່ອງໄວ.
ລາຍຈ່າຍປະຕິບັດໄດ້ 17.902 ຕື້ກີບ ເທົ່າກັບ 54,18% ຂອງແຜນດັດແກ້, ເຊິ່ງໂດຍລວມແລ້ວການປະຕິບັດ ລາຍຈາຍສ່ວນໃຫຍ່ແມ່ນສຸມໃສ່ເບີກຈ່າຍເງິນເດືອນ ແລະ ເງິນນະໂຍບາຍເປັນບູລິມະສິດ.
ໃນນີ້ຂະແໜງກະສິກໍາຂະຫຍາຍຕົວຕາມແຜນດັດແກ້ 2,3% ກວມເອົາ 16,6% ຂອງ GDP; ຂະແໜງອຸດສາຫະກຳ ຂະຫຍາຍຕົວ 9,8% ກວມເອົາ 33% ຂອງ GDP (ແຜນດັດແກ້ຂະຫຍາຍຕົວ 6,8%); ແລະ ຂະແໜງ ບໍລິການແມ່ນຕິດລົບ 1,6% ກວມເອົາ 39,5% ຂອງ GDP (ແຜນດັດແກ້ຂະຫຍາຍຕົວ 1,7%).
ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ສຸມໃສ່ພິຈາລະນາ ຮັບຮອງເອົາບັນດາເນື້ອໃນສຳຄັນ ຄື: ພິຈາລະນາຮັບຮອງບົດລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນເງິນຕາ ປະຈໍາ ປີ 2020 ແລະ ແຜນການປີ 2021...
ຍສໝ - ຕາມສຳນັກຂ່າວສານຫວຽດນາມ ປະຈຳສປປ.ລາວ, ໃນວັນທີ 27 ຕຸລາ, ກອງປະຊຸມສະພາແຫ່ງຊາດສປປ.ລາວ ຊຸດທີ VIII ຄັ້ງທີ 10 ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍການສຸມໃສ່ບັນດາມາດຕະການ ເພື່ອຟື້ນຟູພື້ນຖານເສດຖະກິດ ທີ່ຖືກຮັບຜົນສະທ້ອນຢ່າງຮ້າຍແຮງຈາກການລະບາດຂອງພະຍາດ COVID-19.
ສ່ວນສະພາບການໃນຫລາຍເມືອງຂອງສະຫວັນນະເຂດທີ່ໄດ້ຮັບຜົນກະທົບຈາກສະພາບຝົນຕົກຫລາຍວັນ, ເຂົ້ານາ ຫລາຍພັນເຮັກຕາ ທັງເມືອງວິລະບູລີ, ເຊໂປນ, ຈຳພອນ, ສອງຄອນ, ໄກສອນ ພົມວິຫານ ແລະອື່ນໆ ຖືກນໍ້າຖ້ວມ, ກຳລັງ ປກຊ, ປກສ ກໍຄື ອົງການຈັດຕັ້ງທາງປົກຄອງບ່ອນມີເງື່ອນໄຂໄດ້ພາກັນລົງຊ່ວຍປະຊາຊົນ ໃນການເກັບກູ້ເອົາເຂົ້າ ແລະ ສັດ ໄປໄວ້ບ່ອນສູງ.
ເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວລາວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ກະຕຸ້ນການທ່ອງທ່ຽວ ແບບ “ລາວທ່ຽວລາວ” ກະຊວງຖະແຫ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ກໍຄື ລັດຖະບານ ໄດ້ຊຸກຍູ້ພາກທຸລະກິດ ຮ່ວມກັນສ້າງລາຍການທ່ອງທ່ຽວໃຫ້ຫລກຫລາຍ, ມີສ່ວນຫລຸດຫລາຍຮູບແບບ ເປັນຕົ້ນ ສ່ວນຫລຸດລາຍການທ່ອງທ່ຽວ, ສ່ວນຫລຸດໂຮງແຮມ, ເຮືອນພັກ, ຮ້ານອາຫານ-ເຄື່ອງດື່ມ ແລະ ອື່ນໆ.
ປັດຈຸບັນ ທົ່ວປະເທດ ລາວ ມີສູນຈໍາກັດບໍລິເວນ ທີ່ຍັງເປີດຢູ່ທັງໝົດ 42 ສູນ, ມີຜູ້ຖືກຈຳກັດບໍລິເວນຢສູນ 2.920 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.
ໃນວັນທີ 13 ຕຸລາ 2020, ທ່ານ ທອງຜ່ານ ສະຫັວນເພັດ ຮອງລັດຖະມົນຕີ ກະ ຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ Sonomi Tanaka ເພື່ອຍື່ນໜັງສືແຕ່ງຕັ້ງດຳລົງຕຳແໜ່ງ ຜູ້ອໍານວຍການຫ້ອງ ການທະນາຄານພັດທະນາອາຊີ (ADB) ຄົນ ໃໝ່ ປະຈຳ ສປປ ລາວ.
ເມື່ອບໍ່ດົນມານີ້ ທີ່ທຳນຽບປະທານາທິບໍດີ, ນະຄອນຫຼວງບຣາຕິດສະລາວາ, ສາທາລະນະລັດ ສະໂລວາກີ, ທ່ານ ສີທົງ ຈິດໂຍທິນ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ທ່ານນາງ ຊູຊານາ ກາປູໂຕວາ - ປະທານາທິບໍດີ ແຫ່ງສາທາລະນະລັດ ສະໂລວາກີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ສະໂລວາກີ.
ຍສໝ - ຕອນບ່າຍວັນທີ 23 ກັນຍາ, ກະຊວງຍຸຕິທຳ ປະເທດຫວຽດນາມ ໄດ້ຈັດກອງປະຊຸມສຳມະນາທາງຖ່າຍທອດສົດ ກ່ຽວກັບວິທີແກ້ໄຂເພື່ອຍົກສູງຄຸນນະພາບຂອງການເຜີຍແຜ່ ແລະ ການສຶກສາກົດໝາຍ ໃຫ້ປະຊາຊົນໃນເຂດທີ່ມີຊາຍແດນຕິດກັບຊາຍແດນສປປ.ລາວ.
ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ໄດ້ສົ່ງສານເພື່ອສະແດງຄວາມຊົມເຊີຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບ ການສ້າງຕັ້ງອົງການສະຫະປະຊາຊາດ (ສປຊ) ຄົບຮອບ 75 ປີຜ່ານການບັນທຶກວິດີໂອ, ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 21 ກັນຍາ 2020, ທີ່ອົງການ ສປຊ ທີ່ ນິວຢອກ, ສະຫະລັດ ອາເມຣິກາ.
ທ່ານ ທິມໂມຕີ ເອັດເວີສ໌, ອຸປະທູດ ແລະ ຫົວໜ້າຫ້ອງການສະຖານທູດການາດາປະຈຳລາວ ໄດ້ມີພິທີ ມອບ-ຮັບ ໜ້າກາກອະນາໄມ N-95 ຈໍານວນ 50,000 ອັນໃຫ້ແກ່ ທ່ານຮອງສາສະດາຈານ ດ.ຣ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງ ສາທາລະນະສຸກ ທີໄດ້ຈັດຂື້ນໃນວັນທີ 15 ກັນຍາ 2020 ທີ່ກະຊວງ ສາທາລະນະສຸກ, ນະຄອນຫຼວງວຽງຈັນ.