ຊາວຫວຽດນາມຢູ່ອາເມລິກາ ໄດ້ປຸກລະດົມຂະບວນການ “ຮ່ວມແຮງຮ່ວມໃຈກັບຫວຽດນາມ ເພື່ອຕໍ່ຕ້ານກັບພະຍາດ COVID-19

ຊາວຫວຽດນາມຢູ່ອາເມລິກາ ໄດ້ປຸກລະດົມຂະບວນການ “ຮ່ວມແຮງຮ່ວມໃຈກັບຫວຽດນາມ ເພື່ອຕໍ່ຕ້ານກັບພະຍາດ COVID-19"

ຍສໝ - ໂດຍປະເຊີນ​​ໜ້າກັບການລະບາດທີ່ສັບສົນຢູ່ຫວຽດນາມ, ມີຈຳນວນເກືອບ 20 ອົງການຈັດຕັ້ງຊ່ຽວຊານ ແລະ ຊຸມຊົນຊາວຫວຽດນາມໃນທົ່ວປະເທດສະຫະລັດອາເມລິກາ ໄດ້ເລີ່ມດຳເນີນຂະບວນການເພື່ອ “ຮ່ວມແຮງຮ່ວມໃຈກັບຫວຽດນາມ ເພື່ອຕໍ່ຕ້ານກັບພະຍາດ COVID-19".

ທ່ານປະທານາທິບໍດີຟີລິບປິນ ໄດ້ຕັດສິນບໍ່ເປີດໂຮງຮຽນ ເພາະວ່າຍັງບໍ່ມີຢາວັກຊິນປ້ອງກັນພະຍາດ COVID-19

ທ່ານປະທານາທິບໍດີຟີລິບປິນ ໄດ້ຕັດສິນບໍ່ເປີດໂຮງຮຽນ ເພາະວ່າຍັງບໍ່ມີຢາວັກຊິນປ້ອງກັນພະຍາດ COVID-19

ຍສໝ - ວັນທີ 30 ພຶດສະພານີ້, ທ່ານ Rodrigo Duterte - ປະທານາທິບໍດີຟີລິບປິນ ກ່າວວ່າ ທ່ານບໍ່ສະໜັບສະໜູນການໃຫ້ນັກສຶກສາທີ່ກັບຄືນໂຮງຮຽນ ຈົນເຖິງເວລາຄົ້ນພົບວັກຊິນປິ່ນປົວພະຍາດ COVID-19.

ກອງບັນຊາການທະຫານເຂດ 4 ສສ.ຫວຽດນາມ ມອບເຄື່ອງຊ່ວຍເຫຼືອໃຫ້ກອງທັບປະຊາຊົນລາວ

ກອງບັນຊາການທະຫານເຂດ 4 ສສ.ຫວຽດນາມ ມອບເຄື່ອງຊ່ວຍເຫຼືອໃຫ້ກອງທັບປະຊາຊົນລາວ

ຍສໝ​ - ໃນວັນທີ 23 ເມສາ, ຢູ່ດ່ານຊາຍແດນສາກົນ ລາວບາວ, ຕັ້ງຢູ່ເຂດພູດອຍຂອງເມືອງ ເຫຶ່ອງຫ່ວາ, ແຂວງກວາງຈິ, ກອງບັນຊາການທະຫານເຂດ 4 (ກະຊວງປ້ອງກັນປະເທດ ສສ.ຫວຽດນາມ) ໄດ້ຈັດຕັ້ງການມອບຮັບເຄື່ອງອຸປະກອນການແພດໃຫ້ກອງທັບປະຊາຊົນລາວເພື່ອຊ່ວຍເຫຼືອ ໃນການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ COVID-19.

ຫວຽດນາມ ມອບອຸປະກອນການແພດ ໃຫ້ບັນດາປະເທດເອີຣົບ ເພື່ອປ້ອງກັນພະຍາດ COVID-19

ຫວຽດນາມ ມອບອຸປະກອນການແພດ ໃຫ້ບັນດາປະເທດເອີຣົບ ເພື່ອປ້ອງກັນພະຍາດ COVID-19

ຍສໝ - ທ່ານ ໂຕແອັງຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ສະໜັບສະໜູນອຸປະກອນການແພດ ໃຫ້ແກ່ ບັນດາປະເທດຝລັ່ງ, ເຢຍລະມັນ, ອີຕາລີ, ສະເປນ ແລະ ອັງກິດ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດ COVID-19.    

ສະມາຄົມວິສາຫະກິດອັງກິດ ຢູ່ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາ ໜູນຊ່ວຍຫວຽດນາມໃນການຕໍ່ສູ້ກັບພະຍາດ COVID-19

ສະມາຄົມວິສາຫະກິດອັງກິດ ຢູ່ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາ ໜູນຊ່ວຍຫວຽດນາມໃນການຕໍ່ສູ້ກັບພະຍາດ COVID-19

ຍສໝ - ໃນວັນທີ 13 ເມສາ, ຢູ່ນະຄອນໂຮ່ຈີມິນ, ຜູ້ຕາງໜ້າສະມາຄົມວິສາຫະກິດອັງກິດ ປະຈຳ ຫວຽດນາມ (BBGV) ໄດ້ມອບເງິນ 500 ລ້ານດົ່ງ ໃຫ້ສະມາຄົມນາຍໝໍ ຫວຽດນາມ (VYPA) ເພື່ອການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.    

ແຂວງແທງຮວາ ແລະ ແຂວງຫົວພັນ ເພີ່ມທະວີແລກປ່ຽນປະສົບການ ໃນການປ້ອງກັນ Covid-19

ແຂວງແທງຮວາ ແລະ ແຂວງຫົວພັນ ເພີ່ມທະວີແລກປ່ຽນປະສົບການ ໃນການປ້ອງກັນ Covid-19

ຍສໝ - ໃນວັນທີ 13 ເມສາ, ທີ່ດ່ານຊາຍແດນ ນາແມວ, ບັນດາຜູ້ນຳຂອງ ແຂວງແທງຮວາ ແລະ ແຂວງ ຫົວພັນ (ສປປ.ລາວ) ໄດ້ຈັດກອງປະຊຸມແລກປ່ຽນປະສົບການກ່ຽວກັບການປ້ອງກັນ ແລະ ຄວບຄຸມ ພະຍາດ Covid-19 ຢູ່ ເຂດຊາຍແດນຂອງສອງປະເທດ.

ຫວຽດນາມ ຈະສືບຕໍ່ການໜູນຊ່ວຍ ບັນດາປະເທດທີ່ຖືກຮັບຜົນສະທ້ອນຈາກໂລກພະຍາດ Covid-19

ຫວຽດນາມ ຈະສືບຕໍ່ການໜູນຊ່ວຍ ບັນດາປະເທດທີ່ຖືກຮັບຜົນສະທ້ອນຈາກໂລກພະຍາດ Covid-19

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ຫວຽດນາມຈະສືບຕໍ່ການໜູນຊ່ວຍບັນດາປະເທດທີ່ຖືກຮັບຜົນສະທ້ອນຈາກໂລກພະຍາດ Covid-19, ຮັກສາການເຄື່ອນໄຫວເສດຖະກິດເປັນປົກກະຕິ.

ຫວຽດນາມ ພ້ອມແລ້ວທີ່ຈະສະໜອງບັນດາເຄື່ອງອຸປະກອນການແພດ ທີ່ຜະລິດຢູ່ປະເທດຫວຽດນາມ, ເພື່ອຮ່ວມມືກັບທົ່ວໂລກ ໃນການປ້ອງກັນການລະບາດພະຍາດ COVID-19

ຫວຽດນາມ ພ້ອມແລ້ວທີ່ຈະສະໜອງບັນດາເຄື່ອງອຸປະກອນການແພດ ທີ່ຜະລິດຢູ່ປະເທດຫວຽດນາມ, ເພື່ອຮ່ວມມືກັບທົ່ວໂລກ ໃນການປ້ອງກັນການລະບາດພະຍາດ COVID-19

ຍສໝ - ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນວ່າ, ໃນຄວາມສາມາດຂອງຕົນ, ຫວຽດນາມ ຈະປະກອບສ່ວນເຂົ້າໃນຄວາມພະຍາຍາມ ແລະ ພ້ອມແລ້ວທີ່ຈະສະໜອງບັນດາເຄື່ອງອຸປະກອນການແພດ ທີ່ຜະລິດຢູ່ປະເທດຫວຽດນາມ, ເພື່ອຮ່ວມມືກັບທົ່ວໂລກ ໃນການປ້ອງກັນການລະບາດພະຍາດ COVID-19.

ບັນດາວິສາຫະກິດຫວຽດນາມ ໄດ້ມອບຂອງຂວັນເພື່ອຊ່ວຍເຫຼືອປະຊາຊົນກຳປູເຈຍ ໃນການຕໍ່ສູ້ກັບພະຍາດ COVID-19

ບັນດາວິສາຫະກິດຫວຽດນາມ ໄດ້ມອບຂອງຂວັນເພື່ອຊ່ວຍເຫຼືອປະຊາຊົນກຳປູເຈຍ ໃນການຕໍ່ສູ້ກັບພະຍາດ COVID-19

ຍສໝ - ທີ່ພິທີມອບຮັບເຄື່ອງກຸສົນ, ຄະນະຈັດຕັ້ງໄດ້ເຄື່ອງກຸສົນລວມມີເຂົ້າສານ, ໝີ່, ຜ້າບັງປາກຂ້າເຊື້ອ ໃຫ້ແກ່ຊາວຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19. ເຄື່ອງກຸສົນໃນຄັ້ງນີ້ ໄດ້ຮັບການບໍລິຈາກໂດຍການສະ ໜັບສະໜູນ ຂອງບັນດາວິສາຫະກິດຂະໜາດນ້ອຍຫວຽດນາມ ແລະ ການສະໜັບສະໜູນຂອງສະຖານທູດ ຫວຽດນາມ ປະຈຳກຳປູເຈຍ.

ພົນລະເມືອງຫວຽດນາມຫຼາຍກວ່າ 340 ຄົນຈາກເອີຣົບ, ອາຟຼິກກາ ແລະ ອາເມລິກາໃຕ້ ໄດ້ກັບຄືນປະເທດຢ່າງປອດໄພ

ພົນລະເມືອງຫວຽດນາມຫຼາຍກວ່າ 340 ຄົນຈາກເອີຣົບ, ອາຟຼິກກາ ແລະ ອາເມລິກາໃຕ້ ໄດ້ກັບຄືນປະເທດຢ່າງປອດໄພ

ຍສໝ - ໃນລະຫວ່າງແຕ່ວັນທີ 24-25 ກັນຍາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສຳນັກງານຜູ້ຕາງໜ້າຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ພາກພື້ນເອີຣົບ, ອາຟຼິກກາ ແລະ ອາເມລິກາໃຕ້, ບໍລິສັດການບິນແຫ່ງຊາດຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງປະເທດປະຈໍາຖິ່ນ ໄດ້ຈັດຕັ້ງຖ້ຽວບິນເພື່ອນຳສົ່ງພົນລະເມືອງຫວຽດນາມຫຼາຍກວ່າ 340 ຄົນຈາກ 30 ກວ່າປະເທດໃນພາພື້ນດັ່ງກ່າວ ໄດ້ກັບຄືນປະເທດຢ່າງປອດໄພ.

ສະມາຄົມມິດຕະພາບຫວຽດນາມ-ເຊັກ ໄດ້ມອບເງິນເພື່ອຊ່ວຍປະເທດເຊັກ ໃນການປ້ອງກັນ ແລະ ຕ້ານພະຍາດ COVID-19.

ສະມາຄົມມິດຕະພາບຫວຽດນາມ-ເຊັກ ໄດ້ມອບເງິນເພື່ອຊ່ວຍປະເທດເຊັກ ໃນການປ້ອງກັນ ແລະ ຕ້ານພະຍາດ COVID-19.

ຍສໝ - ຕອນບ່າຍວັນທີ 4 ພຶດສະພາ, ສະມາຄົມມິດຕະພາບຫວຽດນາມ - ເຊັກທີ່ນະຄອນຫຼວງຮ່າໂນ້ຍ ໄດ້ມອບເງິນຈຳນວນ 50 ລ້ານດົ່ງໃຫ້ສະຖານທູດເຊັກ ປະຈຳຫວຽດນາມ ເພື່ອຊ່ວຍປະຊາຊົນເຊັກ ໃນການປ້ອງກັນ ແລະ ຕ້ານກັບພະຍາດ COVID-19.

ກອງປະຊຸມທາງອລ ລະຫວ່າງກະຊວງສາທາລະນະສຸກ ຫວຽດນາມ ແລະ ລາວ ເພື່ອສົ່ງເສີມການປ້ອງກັນ Covid-19

ກອງປະຊຸມທາງອລ ລະຫວ່າງກະຊວງສາທາລະນະສຸກ ຫວຽດນາມ ແລະ ລາວ ເພື່ອສົ່ງເສີມການປ້ອງກັນ Covid-19

ຍສໝ - ວັນທີ 7 ເມສາ, ທ່ານ ຫງວຽນແທງລອງ, ຮອງລັດຖະມົນຕີຜູ້ປະຈຳການກະຊວງສາທາລະນະສຸກ ຫວຽດນາມ ໄດ້ມີການປະຊຸມອານລາຍ ກັບທ່ານ ບຸນກອງສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ລາວ ເພື່ອ ເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນ ໃນການປ້ອງກັນການລະບາດຂອງພະຍາດ Covid-19.

ລາວ: ວາງ 3 ຄວາມຮັບຜິດຊອບໃຫ້ຄະນະສະເພາະກິດ ຂັບເຄື່ອນວຽກງານຕ້ານ COVID-19

ລາວ: ວາງ 3 ຄວາມຮັບຜິດຊອບໃຫ້ຄະນະສະເພາະກິດ ຂັບເຄື່ອນວຽກງານຕ້ານ COVID-19

ໃນວັນທີ 8 ເມສາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ມີກອງປະຊຸມວ່າດ້ວຍການຮັບຜິດຊອບພາຍໃນຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ ພ້ອມດ້ວຍບັນດາຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.​

ນັກທ່ອງທ່ຽວຄົນ Ireland ມີຄວາມປະທັບໃຈ ກ່ຽວກັບວິທີການຕໍ່ສູ້ກັບພະຍາດ COVID-19 ຂອງຫວຽດນາມ

ນັກທ່ອງທ່ຽວຄົນ Ireland ມີຄວາມປະທັບໃຈ ກ່ຽວກັບວິທີການຕໍ່ສູ້ກັບພະຍາດ COVID-19 ຂອງຫວຽດນາມ

ຍສໝ​ - ພາຍຫຼັງປະຕິບັດການແຍກອອກຫ່າງເປັນເວລາ 14 ວັນ ຢູ່ແຂວງ ເຫງ້ອານ ເພື່ອປ້ອງກັນການລະບາດຂອງພະຍາດ Covid-19, ທ້າວ Ethan ແລະ ນາງ Uyoa ໄດ້ສົ່ງຄຳຂອບອົກຂອບໃຈຕໍ່ເຈົ້າໜ້າທີ່ ແລະ ພະນັກງານທະຫານຫວຽດນາມ, ແລະ ຫວັງວ່າຈະໄດ້ກັບມາ ຫວຽດນາມ ເພື່ອຄົ້ນຫາການທ່ອງທ່ຽວຢູ່ຫວຽດນາມ ໃນເວລາມໍ່ໆນີ້.

ລາວ: 6 ມື້ຕິດຕໍ່ກັນບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, 2 ກໍລະນີໄດ້ປິ່ນປົວຫາຍດີ

ລາວ: 6 ມື້ຕິດຕໍ່ກັນບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, 2 ກໍລະນີໄດ້ປິ່ນປົວຫາຍດີ

ຍສໝ - ໃນວັນທີ 18 ເມສາ, ກະຊວງສາທາລະນະສຸກຂອງ ສປປ.ລາວ ໄດ້ຢືນຢັນວ່າ ປະເທດລາວ ບໍ່ພົບຜູ່ຕິດເຊື້ອພະຍາດ Covid-19 ເພີ່ມຂຶ້ນ ເປັນເວລາ 6 ວັນຕິ​ດຕໍ່​ກັນ, ແລະ ມີ 2  ກໍລະນີໄດ້ປິ່ນປົວດີ.

ອົງການອະນາໄມໂລກ WHO ໄດ້ຕີລາຄາສູງວິທີການ 4 ກັບທີ່ ເພື່ອສະກັດກັ້ນພະຍາດ COVID-19 ຂອງຫວຽດນາມ

ອົງການອະນາໄມໂລກ WHO ໄດ້ຕີລາຄາສູງວິທີການ 4 ກັບທີ່ ເພື່ອສະກັດກັ້ນພະຍາດ COVID-19 ຂອງຫວຽດນາມ

ຍສໝ - ທ່ານ Kydong Park, ຫົວໜ້າຄະນະຕົວແທນ ອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: “ອົງການອະນາໄມໂລກ WHO ໄດ້ຕີລາຄາສູງວິທີການ 4 ກັບທີ່ຂອງ ລັດຖະບານຫວຽດນາມ, ນັ້ນແມ່ນ ການຊີ້ນຳກັບທີ່, ກຳລັງກັບທີ່, ພາຫະນະກັບທີ່ ແລະ ພະລາທິການກັບທີ່”.

ການສັກຢາປ້ອງກັນພະຍາດ COVID-19 ໃຫ້ສຳລັບຄົນຈີນ ຢູ່ແຂວງຮ່າຕິ້ງ ແລະ ກວາງບິ່ງ

ການສັກຢາປ້ອງກັນພະຍາດ COVID-19 ໃຫ້ສຳລັບຄົນຈີນ ຢູ່ແຂວງຮ່າຕິ້ງ ແລະ ກວາງບິ່ງ

ຍສໝ - ຫວ່າງແລ້ວນີ້, ແຂວງຮ່າຕິ້ງ ໄດ້ຜັນຂະຫຍາຍການສັກຢາວັກຊິນກັນພະຍາດ COVID-19 (Vero Cell), Inactivated ໂດຍການຊ່ວຍເຫຼືອຂອງຈີນ ສຳລັບຊາວຈີນທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ແຂວງຮ່າຕິ້ງ ແລະ ກວາງບິ່ງ.

ພະຍາດ COVID-19: ນຳສົ່ງພົນລະເມືອງຫວຽດນາມ ຫລາຍກວ່າ 400 ຄົນຈາກບຣູໄນ ແລະ ຟີລິບປິນ ກັບຄືນບ້ານຢ່າງປອດໄພ

ພະຍາດ COVID-19: ນຳສົ່ງພົນລະເມືອງຫວຽດນາມ ຫລາຍກວ່າ 400 ຄົນຈາກບຣູໄນ ແລະ ຟີລິບປິນ ກັບຄືນບ້ານຢ່າງປອດໄພ

ຍສໝ - ຜູ້ໂດຍສານໃນຖ້ຽວບິນທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ລັດ Guerrero ຂອງເມັກຊິໂກ ສະແດງຄວາມຂອບໃຈຫວຽດນາມ ທີ່ໄດ້ສະໜັບສະໜູນ ອະປະກອນການແພດເພື່ອປ້ອງກັນພະຍາດ COVID-19

ລັດ Guerrero ຂອງເມັກຊິໂກ ສະແດງຄວາມຂອບໃຈຫວຽດນາມ ທີ່ໄດ້ສະໜັບສະໜູນ ອະປະກອນການແພດເພື່ອປ້ອງກັນພະຍາດ COVID-19

ຍສໝ - ເມື່ອບໍ່ດົນມານີ້, ທ່ານ Héctor Astudillo - ວ່າການລັດ Guerrero ຂອງເມັກຊິໂກ, ໄດ້ໃຫ້ການຕ້ອນຮັບ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ສະຖານທູດຫວຽດນາມ ປະຈຳແມັກຊີໂກ ທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານອຸປະກອນການແພດ ໃຫ້ແກ່ພໍ່ແມ່ປະຊາຊົນຂອງລັດ Guerrero ເພື່ອປ້ອງກັນພະຍາດ COVID-19.

ຄະນະແພດຊ່ຽວຊານ ຫວຽດນາມ ໄດ້ສຳເລັດຊຸດເຝິກອົບຮົມການແພດ ເພື່ອສະກັດກັ້ນພະຍາດ Covid-19 ໃຫ້ປະເທດລາວ

ຄະນະແພດຊ່ຽວຊານ ຫວຽດນາມ ໄດ້ສຳເລັດຊຸດເຝິກອົບຮົມການແພດ ເພື່ອສະກັດກັ້ນພະຍາດ Covid-19 ໃຫ້ປະເທດລາວ

ຍສໝ - ໃນວັນທີ 16 ເມສາ, ຄະນະຊ່ຽວຊານການແພດກອງທັບ ຫວຽດນາມ ໄດ້ສຳເລັດຊຸດເຝິກອົບຮົມການແພດເພື່ອສະກັດກັ້ນພະຍາດ Covid-19 ໃຫ້ບັນດາແພດໝໍ ຂອງປະເທດລາວ ໃນໄລຍະເວລາແຕ່ວັນທີ 7 ເມສາ ຫາ 15 ເມສາ. ພະລາທິການກອງທັບປະຊາຊົນລາວ ໄດ້ຈັດຕັ້ງພິທີສົ່ງຄະນະຊ່ຽວຊານການແພດກອງທັບປະຊາຊົນ ຫວຽດນາມ ກັບຄືນປະເທດ ຢ່າງເປັນທາງການ ແລະ ສະແດງຄວາມຂອບໃຈຕໍ່ຄະນະຊ່ຽວຊານການແພດກອງທັບ ຫວຽດນາມ ເຊິ່ງໄດ້ໃຫ້ການຊ່ວຍເຫລືອໃນຄັ້ງນີ້.

ເຫດການ